ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

15:06 | 02/04/2024

ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.

ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ
ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

ວັນທີ 22 ມີນາ, ຢູ່ນະຄອນ Higashi Osaka ໄດ້ດຳເນີນລາຍການດົນຕີບ້ານເກີດເມືອງນອນ 2024 ຂອງປະຊາຄົມຊາວ ຫວຽດນາມ ໂດຍໄດ້ຮັບການອຸປະຖຳຈາກສະມາຄົມໜູນຊ່ວຍ ຍີ່ປຸ່ນ - ຫວຽດນາມ ແລະ ກົງສຸນໃຫຍ່ ຫວຽດນາມ ປະຈຳ Osaka.

​ເຂົ້າ​ຮ່ວມ​ລາຍການ ​ມີທ່ານ​​ເຈົ້າ​ຄອງ​ນະຄອນ Higashi Osaka, ທ່ານຜູ້ຕາງໜ້າ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ Osaka ພ້ອມກັບຜູ້​ຊົມ ​ຫວຽດນາມ ​ແລະ ຍີ່ປຸ່ນ ປະມານ 1.000 ຄົນ​ຢູ່​ເຂດ Kansai. ນີ້​ແມ່ນລາຍການເຂົ້າຊົມໂດຍ​ບໍ່​ເສຍ​ຄ່າ​ສຳລັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ​ຍີ່​ປຸ່ນ, ກໍ່​ຄື​ຊາວ​ ຍີ່ປຸ່ນ​ ທີ່​ຮັກ​ວັດທະນະທຳ ​ແລະ ຊາວ ​ຫວຽດນາມ.

ກ່າວຄຳປາໄສທີ່ລາຍການ, ເຈົ້າຄອງນະຄອນ Higashi Osaka - ທ່ານ Noda Yoshikazu ສະແດງຄວາມປິຕິຊົມຊື່ນເມື່ອປະຊາຄົມຊາວ ຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນດົນຕີທີ່ມີຄວາມໝາຍນີ້.

ທ່ານ​ເຊື່ອ​ໝັ້ນ​ວ່າ ບັນດາ​ການ​ເຄື່ອນ​ໄຫວພົບພະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຈະ​ແມ່ນ​ເຊືອກມັດເພື່ອສະໜິດຕິດພັນ​ສາຍ​ພົວພັນ​ມິດຕະພາບສອງຝ່າຍກ່ວາອີກ. ທ່ານ​ປາຖະໜາວ່າ ຢາກ​ໃຫ້​ຊາວ ຫວຽດນາມ ​ໄປ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Higashi Osaka ​ຫຼາຍ​ກວ່າ​ອີກ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ຜູ້ຕາງໜ້າກົງສຸນໃຫຍ່ ຫວຽດນາມ ປະຈໍາ Osaka, ທ່ານກົງສຸນ ຫງວຽນມິງເຊີນ ໄດ້ຕີລາຄາວ່າ ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງຕໍ່ປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.

ທ່ານ ຫງວຽນມິງເຊີນ​ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ຜູ້​ຈັດ​ຕັ້ງ, ​ຜູ້ອຸປະຖຳ​ທີ່​ມານະ​ພະຍາຍາມ​ນຳ “ອາຫານ​ທາງ​ຈິດ​ໃຈ” ມາ​ໃຫ້​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານເກີດ ​ແລະ ສ້າງ​ໂອກາດເພື່ອສະໜິດຕິດພັນ​ຊຸມຊົມ.

ໂດຍເຫັນ​ດີເປັນເອກະພາບກັບ​ທັດສະນະ​ດັ່ງກ່າວ, ຜູ້ຕາງໜ້າ​ຜູ້​ອຸປະຖຳຫຼັກຂອງລາຍການ, ທ່ານ​ນາງ Mori Mioka - ຜູ້ອຳນວຍການ​ບໍລິສັດ Mori Pharmacy ​ແລະ Mori Healthcare ຢູ່ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ລາຍການ​ໄດ້​ເພີ່ມ​ທະວີ​ຄວາມສະໜິດຕິດພັນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ເຂດ Kansai, ໃຫ້ທຸກຄົນໄດ້ມີໂອກາດເບິ່ງລາຍການສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ ກັບບັນດາທຳນອງ, ເນື້ອຮ້ອງ ແລະ ພາບທີ່ລື້ງເຄີຍກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ.

ທ່ານ​ນາງ Mori ໄດ້ສະແດງຄວາມປາດ​ຖະໜາ​ວ່າ ຈະ​ມີ​ບັນດາ​ລາຍການສະແດງ​ດົນຕີຫຼາຍ​ກ່ວາ​ອີກ ​ເພື່ອ​ໃຫ້​ຊາວ​ ຫວຽດນາມ ຢູ່​ເຂດ Kansai ມີ​ກາລະ​ໂອກາດ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ເພື່ອ​ພັດທະນາ​ກາຍ​ເປັນ​ປະຊາ​ຄົມທີ່​ເຂັ້ມ​ແຂງ, ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະກອບສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນຫຼາຍກວ່າອີກ.

ພິເສດ, ລາຍການ ຍັງໄດ້ຮັບການຊື່ນຊົມຢ່າງສຸດໃຈຈາກຜູ້ຊົມຊາວ ຍີ່ປຸ່ນ ເມື່ອບັນດານັກສະແດງຮ້ອງເພງ “ຢຽມ ເຊືອ” ດ້ວຍພາສາຍີ່ປຸ່ນ ແລະ ເພງ “Sukiyaki" ທີ່ມີຊື່ສຽງຂອງ ຍີ່ປຸ່ນ. ຜູ້ຊົມຊາວ ຍີ່ປຸ່ນ ຫຼາຍຄົນ ໄດ້ຮ້ອງເພງຮ່ວມພ້ອມກັບນັກຮ້ອງເມື່ອໄດ້ຟັງເພງທີ່ຄຸ້ນເຄີຍຈາກປະເທດຂອງຕົນ.

ທ່ານ Funaoka Toshikazu - ຜູ້ຊົມຊາວ ຍີ່ປຸ່ນ, ພາຍຫຼັງເບິ່ງລາຍການ​ດົນຕີ ​ໄດ້​ສະ​ແດງ​ຄວາມ​ເປັນກຽດ ເມື່ອໄດ້ເບິ່ງລາຍການ​ສິລະ​ປະ​ທີ່​ມີ​ຄວາມ​ໝາຍ ດ້ວຍ​ບັນດາ​ລາຍການ​ສະ​ແດງທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ​ຂອງ​ບັນດາ​ນັກ​ຮ້ອງ​ ຫວຽດນາມ, ກໍ່​ຄື​ບັນດາ​ນັກ​ຮ້ອງ​ຢູ່ ​ຍີ່ປຸ່ນ.

ທ່ານຮູ້ສຶກຕື້ນຕັນໃຈເມື່ອໄດ້ຍິນເພງ ຍີ່ປຸ່ນ ໃນງານວາງສະແດງດົນຕີ ຫວຽດນາມ. ທ່ານ​ໃຫ້​ຄຳເຫັນ​ວ່າ ​ເມື່ອ​ໄດ້​ຮັບ​ຟັງ​ເພງ “ຢຽມ ເຊືອ” ​ແລະ ​ເພງ "Sukiyaki", ເນື້ອ​ເພງ​ທີ່​ອ່ອນ​ໂຍນ​ຂອງ​ສອງ​ເພງ​ໄດ້​ເຮັດ​ໃຫ້ທ່ານຮູ້ສຶກ​ເຖິງ​ຄວາມ​ຄ້າຍຄື​ກັນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ຊາດ​ຢ່າງ​ຈະ​ແຈ້ງ.

ທ່ານກໍໄດ້​ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ ນີ້​ແມ່ນ​ລາຍການທີ່ມີ​ຄວາມ​ໝາຍ​ທີ່​ສຸດ, ເຮັດໃຫ້ຊີວິດ​ດ້ານ​ວັດທະນະທຳຈິດ​ໃຈ​ຂອງ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ເວົ້າ​ລວມ ​ແລະ ຢູ່​ເຂດ Kansai ​ເວົ້າ​ສະ​ເພາະ​ ອຸດົມສົມບູນຂຶ້ນຕືື່ມ, ພ້ອມກັນນັ້ນ ​ກໍ່ແມ່ນ​ຂົວ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢ່າງໝັ້ນແກ່ນ.

ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ດ້ວຍ​ເປົ້າໝາຍນຳມາເຊິ່ງບັນຍາກາດບ້ານ​ເກີດ​ເມືອງ​ນອນ, ​ອົບ​ອຸ່ນ, ແລະ ຄວາມສາມັກຄີ, ພ້ອມ​ກັບ​ບັນດາ​ນັກ​ສິລະ​ປິນ​ຂອງ ຫວຽດນາມ ​ເຊັ່ນ ພິທີກອນ ດ້າຍເຫງິຍ, ນັກ​ຮ້ອງ ແຮ້ງຫງວຽນ, ນັກ​ຮ້ອງ ແອງຫງອກ, ນັກ​ຮ້ອງ ເຈື່ອງເຖວິງ ແລ້ວ, ​ໃນ​ລາຍການ​ຍັງ​ມີການເຂົ້າຮ່ວມຂອງບັນດາຊາວ ​ຫວຽດ​ນາມ ຢູ່ Kansai ໃນ​ການສະແດງຟ້ອນຕື່ມອີກ​ຄື ຟ້ອນຊຸດເສື້ອຍາວ, ຟ້ອນກຸບ, ໃນນັ້ນ ພິເສດທີ່ສຸດແມ່ນ​ເພງ “ພາສາຫວຽດທີ່ຮັກແພງ” ໂດຍນັກ​ຮ້ອງ ແອງ​ຫງອກ ສະແດງກັບກຸ່ມຟ້ອມ ເຊິ່ງແມ່ນບັນດາ​ເດັກ​ນ້ອຍ ​ຫວຽດ​ນາມ ທີ່ຮຽນຢູ່ຊຸດຮຽນ​ພາສາ ຫວຽດ​ນາມ ໃນເຂດ Kansai.

ນີ້​ແມ່ນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຄະນະ​ຈັດ​ຕັ້ງ ກໍຄືຜູ້​ເຂົ້າ​ຮ່ວມລາຍການຍ້ອນ​ໄດ້​ໃຊ້​ເວລາ​ວ່າງ​ບໍ່​ເທົ່າ​ໃດ​ມື້​ໃນ​ການ​ຝຶກ​ຊ້ອມ.

ດົນຕີ, ງານບຸນທີ່ມີບົດບາດອັນໃຫຍ່ຫຼວງໃນການເຊື່ອມຕໍ່ປະຊາຊົນ, ປະເທດຊາດ. ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ລາຍການບ້ານ​ເກີດ​ເມືອງ​ນອນ​ຄັ້ງ​ທີ 2 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມັງກອນ 2025, ແຈກປີ້​ເຂົ້າ​ຊົມ​ໂດຍ​ບໍ່​ເສຍ​ຄ່າ, ດ້ວຍຄວາມຫວັງວ່າ ຈະ​ສ້າງ​ສະຖານ​ທີ່​ແລກປ່ຽນ, ເຊື່ອມ​ຕໍ່​ປະຈຳ​ປີ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ເຂດ Kansai.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.