ມອບຂອງຂວັນ ຊຸດເສື້ອຍາວ ໃຫ້ແມ່ຍິງ ຫວຽດນາມ ຢູ່ເຂດ Kansai, ຍີ່ປຸ່ນ

06:10 | 13/03/2024

ຍສໝ - ທ່ານສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Osaka ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈໍາເຂດ Kansai ເພື່ອຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ນີ້​ແມ່ນ​ການ​ເຄື່ອນ​ໄຫວຄັ້ງ​ທຳ​ອິດ​ ທີ່ໄດ້ຈັດຕັ້ງ​ຢູ່ເຂດ Kansai ​ເພື່ອ​ໃຫ້ພະນັກງານ, ພັນ​ລະ​ຍາ​ຊະມາຊິກຂອງອົງການ​ຜູ້ຕາງໜ້າການຕ່າງປະເທດ​ໄດ້​ພົບ​ປະ, ແລກປ່ຽນກັບ​ສະມາຄົມ​ແມ່​ຍິງປະຊາຄົມຊາວ ຫວຽດນາມ, ເພື່ອ​ເພື່ມທະວີຄວາມ​ເຂົ້າ​ໃຈ, ຕິດພັນ, ສືບ​ຕໍ່ຍົກສູງປະສິດທິ​ຜົນ​ຂອງ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ສະມາຄົມ ​ແລະ ສະຖານກົງສູນໃຫຍ່ ກ່ວາອີກ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານສະຖານກົງສູນໃຫຍ່ ໂງຈິ້ງຮ່າ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ ​ແລະ ​ເຊື່ອ​ໝັ້ນ​ວ່າ ​ແມ່ຍິງ ຫວຽດນາມ ຢູ່ ຍີ່ປຸ່ນ ເວົ້າ​ລວມ ​ແລະ Osaka ເວົ້າສະເພາະ ຍາມ​ໃດ​ກໍ່​ສາມັກຄີ, ຕັ້ງໜ້າ​ຮ່ຳຮຽນ, ອອກແຮງງານ, ຜ່ານນັ້ນ ກໍ່ປະກອບສ່ວນ​ສ້າງສາ - ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຊຸກຍູ້ການ​ພົວພັນ​ມິດຕະພາບ​ ຫວຽດ​ນາມ ແລະ ຍີ່​ປຸ່ນ ໃຫ້ນັບມື້ນັບພັດທະນາ.

ມອບຂອງຂວັນ ຊຸດເສື້ອຍາວ ໃຫ້ແມ່ຍິງ ຫວຽດນາມ ຢູ່ເຂດ Kansai, ຍີ່ປຸ່ນ

ມີ​ແມ່ຍິງ ​ຫວຽດນາມ ​ຫຼາຍຄົນເຂົ້າຮ່ວມເຫດການ (ທີ່ມາ: ສະມາຄົມຊາວ ຫວຽດນາມ Kansai)

ທ່ານ ໂງຈິ້ງຮ່າ ຢືນຢັນ​ວ່າ ສະຖານກົງສູນແມ່ນເຮືອນລວມຂອງ​ປະຊາ​ຄົມ, ​ໃກ້​ຊິດຕິດພັນ​ກັບຳພໍ່ແມ່​ປະຊາຊົນ, ຮ່ວມແຮງຮ່ວມໃຈກັນເພື່ອໃຫ້ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນ​ຫຼາຍກ່ວາອີກ ໃຫ້ບ້ານ​ເກີດ​ເມືອງ​ນອນ, ປະເທດຊາດຮັ່ງມີ ​ແລະ ​ເຂັ້ມ​ແຂງ.

ທ່ານ​ນາງ ເລ​ເທືອງ, ປະທານ​ສະມາຄົມ​ຊາວ ຫວຽດນາມ ປະຈຳ​ເຂດ Kansai ​ໃຫ້​ຮູ້​ວ່າ: ​ໂດຍໄດ້ເຂົ້າ​ຮ່ວມ​ບັນຍາກາດ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ​ໃນ​ທົ່ວ​ໂລກ, ບັນດາ​ແມ່ຍິງ ​ຫວຽດນາມ ຢູ່ Osaka ​ໄດ້​ເຕົ້າ​ໂຮມ, ຕ້ອນຮັບ, ​ແບ່ງປັນ​ຄວາມ​ຮັກ​ແພງ, ຮ່ວມ​ກັນ​ສ້າງສາຄວາມ​ສາມັກຄີ​ໃນ​ປະຊາ​ຄົມ. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ​ໄດ້​ທົບທວນຄືນບັນຄຸນ​ທາດຂອງ​ແມ່ຍິງ ຫວຽດນາມ ​ແຕ່​ອະດີດ​ຮອດ​ປະຈຸ​ບັນ.

​ເນື່ອງ​ໃນ​ໂອກາດ​ນີ້, ​ທ່ານສະຖານກົງສູນໃຫຍ່ ໂງຈິ້ງຮ່າ ພ້ອມກັບພັນ​ລະ​ຍາ ແລະ ທ່ານ​ນາງ ​ເລເທືອງ ​ໄດ້​ມອບ​ຊຸດເສື້ອຍາວ 50 ຊຸດ ​ໃຫ້​ແກ່​ແມ່ຍິງ​ທີ່​ເຂົ້າ​ຮ່ວມ​ລາຍການ.

ໂດຍມີຄວາມຮູ້ສຶກຕື້ນຕັນໃຈ ເມື່ອ​ໄດ້​ເຂົ້າ​ຮ່ວມລາຍການສະ​ເຫຼີ​ມສະຫຼອງ​ວັນ​ທີ 8 ມີນາ​ຢູ່​ ຍີ່ປຸ່ນ​ ເປັນຄັ້ງ​ທຳ​ອິດ ​ແລະ ​ໄດ້​ຮັບ​ຂອງ​ຂວັນ​ທີ່​ແທດຈິງ, ນາງ ໂງທິເຢີ່ນ ໃຫ້​ຮູ້​ວ່າ ນາງ​ໄດ້​ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ​ເປັນ​ເວລາ 15 ປີ​ແລ້ວ. “ຊຸດເສື້ອຍາວ​ ແມ່ນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ທີ່​ສະຖານກົງສຸນໃຫຍ່ ​ຫວຽດນາມ ປະຈຳ Osaka ແລະ ສະມາຄົມ​ ຊາວຫວຽດນາມ ມອບ​ໃຫ້​ແມ່ຍິງທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ວັນ​ທີ່​ມີ​ຄວາມ​ໝາຍ​ນີ້. ​ເມື່ອ​ເຫັນປີກຊຸດເສື້ອຍາວ, ຂ້າພະ​ເຈົ້າ ກໍຄືໄດ້ເຫັນບ້ານເກີດເມືອງນອນ, ຮູ້ສຶກ​ດີ​ໃຈ​ຄື​ກັບ​ຢູ່ບ້ານຂອງຕົນ”, ນາງ ເຢີ່ນ ແບ່ງປັນ.

ມິງດຶກ

ເຫດການ
302 Found

Found

The document has moved here.