ຍສໝ - ຕອນທ່ຽງວັນທີ 8 ມີນາ, ຖ້ຽວບິນໝາຍເລກ VN88 ຂອງ ບໍລິສັດການບິນ Vietnam Airlines ໄດ້ເລີ່ມຕົ້ນການເດີນທາງອອກຈາກ Bucharest (ຣູມານີ), ນຳຊາວຫວຽດນາມ 287 ຄົນກັບເມືອສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ ຢ່າງປອດໄພ.
ຍສໝ - ວັນທີ 12 ມີນາ ຢູ່ທີ່ວັດໂຊໂຈຈິ, ເລກທີ 4-7-35 ຖະໜົນສິບະໂກະເອນ, ເມືອງມິນາໂຕ, ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໄດ້ມີກິດຈະກຳການໃຫ້ຄຳປຶກສາທາງການແພດ ແລະ ກວດພະຍາດວັນນະໂລກ (ສ່ອງ X-ray ໜ້າເອິກ) ສະເພາະໃຫ້ຄົນຕ່າງປະເທດ, ພິເສດແມ່ນໃນທີ່ນີ້ມີການຊ່ວຍເຫຼືອທາງດ້ານພາສາຫວຽດ. ກິດຈະກຳໂຄງການນີ້ແມ່ນບໍ່ເສັຍຄ່າໃຊ້ຈ່າຍໃດໆ ແລະ ບໍ່ຈຳເປັນຕ້ອງຈອງຄິວກ່ອນລ່ວງໜ້າ.
ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.
ຍສໝ - ທ່ານດິງວຽດເຊີນ - ຮອງຫົວໜ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ແຜນການບິນຂອງບັນດາບໍລິສັດບໍ່ຂຶ້ນກັບຂໍ້ມູນຈາກກະຊວງການຕ່າງປະເທດກ່ຽວກັບຈຳນວນພົນລະເມືອງ, ສະຖານທີ່ຮັບ (ປະເທດ - ນະຄອນ) ໃດເພື່ອສ້າງແຜນການບິນ ແລະ ຫຼັງຈາກນັ້ນກໍຍັງຂຶ້ນກັບການອະນຸຍາດບິນຂອງບັນດາປະເທດທີ່ກ່ຽວຂ້ອງ…
ຍສໝ - ຕາມບັນດາອົງການຜູ້ຕາງໜ້າຫວຽດນາມແລ້ວ, ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມເວລາຫວຽດນາມ), ປະຊາຊົນສ່ວນຫຼາຍຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍຮ້ອຍຄົນ ໄດ້ຍົກຍ້າຍອອກຈາກເຂດ, ໄດ້ ແລະ ພວມໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...
ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.
ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ປະກາດໂທລະເລກທາງການກ່ຽວກັບການປົກປ້ອງພົນລະເມືອງ ແລະນິຕິບຸກຄົນ ແລະບາງບັນຫາຕ້ອງເອົາໃຈໃສ່ຕໍ່ໜ້າສະພາບການຢູ່ອູແກຣນ.
ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຫາກໍ່ຈັດລາຍການລະດູບານໃໝ່ ແຫ່ງບ້ານເກີດເມືອງນອນປີ 2022 ດ້ວຍບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະເຂັ້ມຂຸ້ນໄປດ້ວຍມູນເຊື້ອຂອງຊາດ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວແລ້ວ, ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍໃຫ້ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.
ຍສໝ - ໄປວັດບູຊານົບໄຫວ້ໃນຕົ້ນປີແມ່ນວັດທະນະທຳພື້ນເມືອງທີ່ມີມາແຕ່ດົນນານ, ໄດ້ສ້າງສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດຂອງຊາວຫວຽດນາມ. ໃນຊຸມວັນຕົ້ນລະດູບານໃໝ່, ຫຼາຍຄອບຄົວໄປວັດວາອາຮາມເພື່ອພາວະນາໃຫ້ມີຄວາມສະຫງົບສຸກ ແລະໂຊກດີໃນປີໃໝ່.
ຍສໝ - ເນື່ອງໃນໂອກາດວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຕອນເຊົ້າວັນທີ 13 ກຸມພາ, ວັດຈຸກເລິມທຽນວຽນ ຢູ່ນະຄອນ Villebon-sur-Yvette ໃກ້ກັບນະຄອນຫຼວງ ປາຣີ ຂອງຝລັ່ງ ໄດ້ຈັດຕັ້ງພິທີພາວະນາຂໍຄວາມສະຫງົບສຸກໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ປາຣີ ແລະ ບັນດາເຂດໃກ້ຄຽງ.
ຍສໝ - ນັບແຕ່ວັນທີ 31 ມັງກອນ 2022 ມາຮອດວັນທີ 7 ກຸມພາ 2022, ບັນດາບໍລິສັດການບິນຕ່າງປະເທດ ໄດ້ປະຕິບັດຖ້ຽວບິນປົກກະຕິ ແລະ ພິເສດ 36 ຖ້ຽວ, ໂດຍສານຜູ້ໂດຍສານ 2.055 ຄົນ ເຊິ່ງແມ່ນຊາວຫວຽດນາມ ກັບເມືອປະເທດ.
ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020.
ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.
ຍສໝ -ວັນທີ 27 ມັງກອນ, ໂດຍຕອບສຳພາດທາງໄກຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ມົດສະກູ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ຫງວຽນຮົ່ງແທັກ ໃຫ້ຮູ້ວ່າ ສະຖານທູດຍາມໃດກໍ່ຕິດຕາມສະພາບການໃນປັດຈຸບັນຢ່າງໃກ້ຊິດ ແລະ ໃຫ້ບຸລິມະສິດປະຊາຄົມຊາວຫວຽດນາມ ອາໄສຢູ່ ຢູແກຼນ. ນີ້ແມ່ນໜຶ່ງໃນບັນດາໜ້າທີ່ແຖວໜ້າຂອງ ສະຖານທູດ.
ຍສໝ - ນີ້ແມ່ນຈຸດເວລາເພື່ອສ້າງຂີດໝາຍບັນດາການເລີ່ມຕົ້ນໃໝ່ ແລະ ຄິດຫງຳ ກ່ຽວກັບອະດີດຕະການ. ນີ້ກໍ່ແມ່ນຈຸດເວລາເພື່ອຕ້ອນຮັບລະດູບານໃໝ່ ວຽນມາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສິ່ງທີ່ໄດ້ຜູກພັນພວກເຮົາ. ຢູ່ການາດາ, ບຸນເຕັດກໍ່ແມ່ນກາລະໂອກາດເພື່ອຮັບຮູ້ການປະກອບສ່ວນທີ່ບໍ່ອາດຄິດໄລ່ໄດ້ຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.
ຍສໝ - ໃນຊຸມວັນໃກ້ຈະຮອດບຸນເຕັດ ປີຂານ 2022, ມີບາງຄອບຄົວຊາວຫວຽດນາມ ອາໄສຢູ່ Sudney ໄດ້ຈັດຕັ້ງການຕົ້ມເຂົ້າຕົ້ມ, ເຮັດຢໍ່, ແໜມ ເພື່ອສ້າງກອງທຶນການກຸສົນ ໜູນຊ່ວຍເດັກນ້ອຍທຸກຍາກຢູ່ ຫວຽດນາມ.
ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022
ຍສໝ - ເອກະສານໄດ້ຊີ້ແຈ້ງວ່າ, ເປົ້າໝາຍຊາວຕ່າງປະເທດ ແມ່ນຊາວຕ່າງປະເທດ ໂດຍມີອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນເຊື້ອຊີນ, ຄ້ຳປະກັນຕາມຂໍ້ກຳນົດຂອງ ກົດໝາຍເຂົ້າ - ອອກເມືອງ, ຜ່ານດ່ານ, ການພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ, ໂດຍສະເພາະສຳລັບຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວ, ໃນສະເພາະໜ້າ ແມ່ນ ສືບຕໍ່ປະຕິບັດໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ.