ຮັບ​ເອົາ​ວັດ​ຖຸ​ອຸ​ປະ​ກອນ​ໜູນຊ່ວຍ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ ຢູ່​ ສ.ເກົາຫຼີ

11:14 | 08/10/2022

ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງ ປະເທດ ໄດ້ຮັບອຸປະກອນການແພດທີ່ມີມູນຄ່າ ປະມານ 1,8 ຕື້ດົ່ງ.

ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ
ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຕອນເຊົ້າວັນທີ 5 ຕຸລາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດຕັ້ງພິທີມອບຮັບວັດຖຸອຸປະກອນປ້ອງ ກັນ, ຕ້ານ ແລະ ໜູນຊ່ວຍການປິ່ນປົວພະຍາດໂຄວິດ - 19 ດ້ວຍມູນຄ່າ ປະມານ 1,8 ຕື້ດົ່ງ ໂດຍສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ຢູ່ ສ.ເກົາຫຼີ ມອບໃຫ້.

ຮັບ​ເອົາ​ວັດ​ຖຸ​ອຸ​ປະ​ກອນ​ໜູນຊ່ວຍ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ ຢູ່​ ສ.ເກົາຫຼີ
ຮັບ​ເອົາ​ວັດ​ຖຸ​ອຸ​ປະ​ກອນ​ໜູນຊ່ວຍ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ ຢູ່​ ສ.ເກົາຫຼີ
ບັນຍາກາດທີ່ພິທີຮັບ-ເອົາ. ພາບ: thoidai.com.vn

ທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງ ປະເທດ ໄດ້ຮັບນ້ຳຢາສີດດັງ, ນ້ຳຢາບ້ວນປາກ God’s Water 5.000 ກ່ອງ ເພື່ອປ້ອງກັນ, ຕ້ານ ແລະ ໜູນຊ່ວຍປິ່ນປົວພະຍາດໂຄວິດ - 19 ແລະ ພະຍາດຕ່າງໆທີ່ເກີດຈາກໄວຣັດ ແລະ ເຊື້ອລາ. ຈຳນວນວັດຖຸອຸປະກອນ ດັ່ງກ່າວຈະໄດ້ສົ່ງໄປໃຫ້ວົງຄະນະຍາດ, ພຸດທະສາສະນິກະຊົນ ຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ ເພື່ອແນໃສ່ແບ່ງ ເບົາຄວາມຫຍຸ້ງຍາກໃຫ້ກັບພໍ່ແມ່ປະຊາຊົນໃນສະພາບທີ່ພະຍາດໂຄວິດ - 19 ກັບຄືນມາລະບາດຮອບໃໝ່ຢູ່ ສ.ເກົາຫຼີ.

ທ່ານ ຟ້າມກວາງຫ້ຽວ ໃຫ້ຮູ້ວ່າ: ນອກຈາກວຽກດັ່ງກ່າວນັ້ນ ກໍ່ແມ່ນຄວາມ ຮັບຜິດຊອບຂອງອົງການລັດ, ພວກຂ້າພະເຈົ້າກໍ່ຮຽກຮ້ອງໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງຊ່ວຍເຫຼືອເຊິ່ງກັນແລະກັນ. ນີ້ແມ່ນການ ກະທຳອັນສູງສົ່ງ, ພວກເຮົາແມ່ນຄົນຊາດດຽວກັນ ສະນັ້ນ ກໍ່ຕ້ອງຊ່ວຍເຫຼືອ ເຊິ່ງກັນແລະກັນ, ຊ່ວຍເຫຼືອບ້ານເກີດເມືອງນອນ ແລະ ປະເທດຊາດ.

ບູນມີ

ເຫດການ
302 Found

Found

The document has moved here.