ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ເພີ່ມທະວີການສະໜິດຕິດພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ຍສໝ - ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຍາມໃດກໍ່ສົ່ງເສີມ ແລະນັບຖືຢ່າງສູງຕໍ່ການປະກອບສ່ວນຂອງປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ; ຫວັງວ່າໃນໄລຍະຈະມາເຖິງ, AVSE Global ຈະມີບັນດາການເຄື່ອນໄຫວທີ່ແທດຈິງ ແລະມີປະສິດທິຜົນ ເພື່ອປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນຫຼາຍກວ່າອີກ.

ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງປັນບູຣິມະສິດສຳຄັນ

ຫວຽດນາມ ຖືການຊຸກຍູ້ບົດບາດຂອງແມ່ຍິງປັນບູຣິມະສິດສຳຄັນ

ຍສໝ - ວັນ​ທີ 6 ພະຈິກ​ນີ້, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພືື່ອສົ່ງເສີມບົດບາດ​ຍິງ-​ຊາຍ ​ແລະ ຄວາມກ້າວໜ້າຂອງແມ່ຍິງ (UN Women) ຈັດຕັ້ງການສຳມະນາປຶກສາຫາລືແຫ່ງ​ຊາດ ​ກ່ຽວ​ກັບໂຄງການກະທຳແຫ່ງ​ຊາດກ່ຽວ​​ກັບແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ.

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ ບຣາຊິນ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ໄດ້​ຕ້ອນຮັບ​ທ່ານ Pedro Da Oliveira, ​ເລຂາທິການ​ສະມາຄົມ​ມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET), ​ເພື່ອ​ຢື້ຢາມຖາມຂ່າວ ​ແລະ ສະແດງຄວາມຍິນດີນຳ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພັນ​ລະ​ຍາ ທີ່​ໄດ້​ຮັບ​ວາລະການ​ເຮັດ​ວຽກ​ຢູ່ ບຣາຊິນ (2023-2026).

ຫົວໜ້າກົມພິທີການແຫ່ງລັດ ຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ມອບສຳເນົາໃບມອບສິດ

ຫົວໜ້າກົມພິທີການແຫ່ງລັດ ຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ມອບສຳເນົາໃບມອບສິດ

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພະຈີກ, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ຢຸງ, ຫົວໜ້າ​ກົມ​ພິທີ​ການ​ແຫ່ງ​ລັດ, ​ໄດ້ຮັບ​ສຳເນົາ​ໃບມອບສິດ​​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ລາວ ປະຈຳ ຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ.

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ຍສໝ - ຕອນບ່າຍວັນທີ 7 ພະຈິກ, ທ່ານປະທານສະພາຕ່ຳ ແບນຊິກ Éliane Tillieux ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ຫງວຽນວັນຖາວ ແລະ ບັນດາບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງບັນຫາທາດພິດສີສົ້ມຢູ່ ຫວຽດນາມ.

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

ຍສໝ - ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາ​ທາງ​ອອນ​ລາຍ​ກັບ​ສະ​ຖາ​ບັນ Simon Bolivar ​ເພື່ອ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ (ISB - ຂຶ້ນກັບ​ກະຊວງ​ການ​ຕ່າງປະ​ເທດ Venezuela).

ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ຍສໝ - ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກໍ່ໄດ້ສົມທົບກັນສ້າງຮ່າງເນື້ອໃນລາຍການພົບປະແລກປ່ຽນ; ສົມທົບກັບຄະນະສຳຫຼວດຂອງທະຫານເຂດ 5 ສຳຫຼວດບັນດາສະຖານທີ່ຈັດກໍາລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກຽມພ້ອມສູ້ຮົບເພື່ອຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ...

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ຍສໝ - ຄະນະປະຕິບັດງານມະຫາວິທະຍາໄລ ຍາຈາງ ຫາກໍ່ມີການຢ້ຽມຢາມ ແລະເຮັດວຽກຢູ່ສອງແຂວງອັດຕະປຶ ແລະຈຳປາສັກ (ລາວ) ຕາມຄຳເຊື້ອເຊີນຂອງບັນດາຄູ່ຮ່ວມມືລາວ.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.

ຍສໝ - ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຂອງປີນີ້, ຍອດວົງເງິນ ການສົ່ງອອກ ຜະລິດຕະພັນ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸ 43,1 ຕື້ໂດລາ ສະຫະລັດ.

ເຜີຍແຜ່ຄວາມຮັກດົນຕີຂອງຊົນເຜົ່າ ຫວຽດນາມ - ຍີ່ປຸ່ນ

ເຜີຍແຜ່ຄວາມຮັກດົນຕີຂອງຊົນເຜົ່າ ຫວຽດນາມ - ຍີ່ປຸ່ນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 28 ຕຸລາ, ງານມະໂຫລານເພງພື້ນ​ເມືອງ ຫວຽດນາມ - ຍີ່​ປຸ່ນ ​ແລະ ພິທີ​ມອບ​ລາງວັນ​ການແຂ່ງຂັນ​ແປເພງ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ 2023 ​ໄດ້​ໄຂ​ຂຶ້ນ​ຢູ່​ສະ​ຖາ​ບັນ​ດົນຕີ ຫວຽດນາມ (ຮ່າ​ໂນ້ຍ). ອະດີດນັກສຶກສາພາກວິຊາພາສາຍີ່ປຸ່ນ, ມະຫາວິທະຍາໄລຮ່າໂນ້ຍ, ທ່ານ ໂດະເທ໋ຢວຽດ, ໄດ້ຮັບລາງວັນທີໜຶ່ງໃນປະເພດການແປບົດເພງພື້ນເມືອງຫວຽດນາມ “ເເບວຢາດໄມໂຈ່ຍ” (Beo dat may troi) ເປັນພາສາຍີ່ປຸ່ນ.

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງດັກນົງ

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງດັກນົງ

ຍສໝ - ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຫວັງວ່າ ແຂວງດັກນົງ ຈະແບ່ງປັນບົດຮຽນປະສົບການໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ ແລະຂະແໜງການທີ່ກ່ຽວຂ້ອງອື່ນໆ; ສ້າງເງື່ອນໄຂໃຫ້ຄະນະ ໄປທັດສະນະສຶກສາເພື່ອຖອດຖອນບົດຮຽນປະສົບການ ແລະຝຶກອົບຮົມບາງຮູບແບບພັດທະນາກະສິກຳຊົນນະບົດ; ພິຈາລະນາໜູນຊ່ວຍເຄື່ອງຈັກ, ອຸປະກອນ, ເບ້ຍໄມ້, ແນວພັນສັດລ້ຽງ ...

ນັກ​ຮຽນຕ່າງປະເທດ ຈຳນວນ 22.000 ຄົນພວມຮ່ຳຮຽນຢູ່ຫວຽດນາມ

ນັກ​ຮຽນຕ່າງປະເທດ ຈຳນວນ 22.000 ຄົນພວມຮ່ຳຮຽນຢູ່ຫວຽດນາມ

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ຂອງ​ທ່ານ ຟ້າ​ມກວາງ​ຮືງ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃນ​ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ທີ່​ກອງ​ປະຊຸມ​ວິທະຍາສາດ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ 29-NQ/TW ກ່ຽວ​ກັບການປ່ຽນໃໝ່​ພື້ນຖານ ​ແລະ ຮອບດ້ານໃນດ້ານການສຶກສາ ແລະ ຝຶກອົບຮົມວິທະຍາສາດ, ເຕັກໂນໂລຊີ ແລະ ການຮ່ວມມືສາກົນ.

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ຍສໝ - ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 28 ກໍລະກົດ 2007 ແລະເປີດສະຫຼອງນຳໃຊ້ໃນວັນທີ 12 ທັນວາ 2012 ດ້ວຍເນື້ອທີ່ກໍ່ສ້າງກວ່າ 3 ເຮັກຕາ.

Helvetas ຫວຽດນາມ ໜູນຊ່ວຍຊາວກະສິກອນເເຂວງ ກວາງບິ່ງຫັນເປັນການປູກຝັງໝາກເຜັດທາດອົງຄະທາດເພື່ອສົ່ງອອກ

Helvetas ຫວຽດນາມ ໜູນຊ່ວຍຊາວກະສິກອນເເຂວງ ກວາງບິ່ງຫັນເປັນການປູກຝັງໝາກເຜັດທາດອົງຄະທາດເພື່ອສົ່ງອອກ

ຍສໝ - ແຕ່​ວັນ​ທີ 31 ຕຸລາ ຫາ​ວັນ​ທີ 1 ພະຈິກ, ຊາວ​ກະສິກອນຈຳນວນ 100 ຄົນ​ທີ່​ເປັນ​ສະມາຊິກ​ສະຫະກອນ​ບໍລິການ​ກະສິກຳ​ສິ່ງ​ແວດ​ລ້ອມ ຮື່ງ​ເເຈ້ກ (ຕາ​ແສງ ຮື່ງ​ເເຈ້ກ, ​ເມືອງ ​ໂບ້ເເຈ້ກ, ​ແຂວງ ກວາງ​ບິ່ງ) ​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບຮົມ “ຜະລິດ​ກະສິກຳ​ທາດອົງຄະທາດ​ສຳລັບ​ຕົ້ນ​ໝາກ​ເຜັດ. ​ໂຄງການ​ດັ່ງກ່າວ​ທີ່ໄດ້ຈັດ​ຕັ້ງ​ໂດຍ Helvetas ຫວຽດນາມ ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ “ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ຍົງ ​ແລະ ການ​ອະນຸລັກ​ຊີວະ​ນາໆ​ພັນ” (VFBC)..

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການທະຫານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການທະຫານ

ຍສໝ - ການນຳກອງບັນຊາການທະຫານແຂວງບິ່ງດິ້ງ ແລະແຂວງອັດຕະປື ຢືນຢັນວ່າ ສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງບິ່ງດິ້ງ ແລະແຂວງອັດຕະປື ນັບມື້ນັບພັດທະນາຢ່າງໝັ້ນຄົງ ແລະເຂົ້າສູ່ລວງເລິກ.

ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ

ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ

ຍສໝ - ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກ ລັດຖະມົນຕີ ຫວຽດນາມ ແລະ ທ່ານ ເວີເນີ ໂຮເຢີ (Werner Hoyer) ປະທານ ທະນາ ຄານ ລົງທຶນ ເອີຣົບ (EIB) ໄດ້ເຂົ້າຮ່ວມ ເປັນສັກຂີ ພິຍານ ພິທີລົງນາມ ໃນບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການໜູນ ຊ່ວຍ ດ້ານການເງິນ ທີ່ມີມູນຄ່າ 500 ລ້ານເອີໂຣ

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນອັນດີງາມທີ່ມີຢູ່ແລ້ວ ແລະຜັນຂະຫຍາຍການຮ່ວມມືເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນຢ່າງມີປະສິດທິຜົນ. ໃນນັ້ນ, ຊຸມປີຕໍ່ໄປຈະສືບຕໍ່ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະເຮັດວຽກຂອງສອງຄະນະຈັດຕັ້ງ.

ປະຕິບັດໂຄງການທາງລົດໄຟ ລາວ-ຫວຽດນາມ ຢ່າງແທ້ຈິງ

ປະຕິບັດໂຄງການທາງລົດໄຟ ລາວ-ຫວຽດນາມ ຢ່າງແທ້ຈິງ

ຍສໝ - ​ໂຄງການ​ທາງ​ລົດ​ໄຟ ລາວ-ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ລັດຖະບານ ຫວຽດນາມ ​ແລະ ລາວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ວິວັດ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ ​ແລະ ລັດ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ.

ນໍ້າໃຈມິດຕະພາບ ຫວຽດນາມ - ສິງກະ​ໂປ ໂດຍຜ່ານ​ການ​ເຊື່ອມສານ​ຂອງ​ລຸ້ນໜຸ່ມ

ນໍ້າໃຈມິດຕະພາບ ຫວຽດນາມ - ສິງກະ​ໂປ ໂດຍຜ່ານ​ການ​ເຊື່ອມສານ​ຂອງ​ລຸ້ນໜຸ່ມ

ຍສໝ - ອາທິດໜຶ່ງທີ່ຢູ່ຫວຽດນາມ ດ້ວຍປະສົບການຕົວຈິງ ໄດ້ສ້າງຄວາມປະທັບໃຈທີ່ດີ ໃຫ້ແກ່ນັກສຶກສາຕ່າງປະເທດສິງກະໂປ. ພວກນ້ອງໆ ໄດ້ມີ​ໂອ​ກາດ​ເຂົ້າ​ໃຈ​ຫຼາຍຂຶ້ນຕື່ມກ່ຽວ​ກັບ​ປະ​ເທດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ​ ກໍ່​ໄດ້ໂຄສະນາ ກ່ຽວກັບ​ປະ​ເທດ​ ແລະ​ປະ​ຊາ​ຊົນ​ສິງ​​ກະໂປ​ ໃຫ້​ແກ່​ບັນດາເພື່ອນຫວຽດ​ນາມ, ນັ້ນ​ ແມ່ນການປະ​ກອບ​ສ່ວນ​ ເຊື່ອມສານ, ບໍາລຸງຄູນສ້າງ ນໍ້າໃຈມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ.

ເຫດການ