ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ

21:21 | 05/03/2025

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ຫາກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ພົບປະໃນ​ຕົ້ນ​ປີ​ຢູ່​ນະຄອນ Incheon, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ຫວຽດນາມ ​ແລະ ສ.​ເກົາຫຼີ.

ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ
ອາສາສະໝັກ ສ.ເກົາຫຼີ ປະຈຳ ຫວຽດນາມ: ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ງອກ​ຮຸ່ງ, ປະທານ​ສະມາຄົມ​ໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ຈະ​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ກໍ່ຕາມ, ​ແຕ່​ຄວາມ​ຮັກ​ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລູກ​ຫຼານ​ແຂວງ ບັກ​ຢາງ ແຕ່ລະຄົນ​ຍັງ​ບໍ່​ມີ​ວັນ​ສູນ​ເສຍ.​ ສະມາຄົມ​ໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີບໍ່ພຽງແຕ່ແມ່ນບ່ອນເຊື່ອມຕໍ່ເທົ່ານັ້ນ ຫາກຍັງແມ່ນບ້ານລວມ, ເຊິ່ງປະຊາຊົນໄດ້ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ.

ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ

ກອງ​ປະຊຸມພົບປະ​ໃນ​ຕົ້ນ​ປີ​ຂອງ​ສະ​ມາ​ຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ. (ພາບ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບັກຢາງ)

​ເຖິງ​ວ່າ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່, ແຕ່ສະມາຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່ແທດຈິງຫຼາຍ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ ​ແລະ ຄວາມ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ. ສະມາຄົມ​ໄດ້​ໜູນ​ຊ່ວຍ​ປະຊາຊົນ​ຮັກສາ​ສະຖຽນ​ລະ​ພາບ​ຢູ່​ຕ່າງປະ​ເທດ, ​ໄດ້​ຈັດ​ຕັ້ງຢ່າງມີຜົນສຳເລັດ​ການ​ແຂ່ງຂັນ​ບານ​ເຕະ​ປະຊາ​ຄົມ​ຊາວ​ຫວຽດນາມ ຄັ້ງ​ທີ 7 ຢູ່​ນະຄອນ Bucheon, ສ້າງ​ຕັ້ງ​ທີມກິລາ​ບານ​ເຕະ ບັກ​ຢາງ FC. ພິ​ເສດ, ສະມາຄົມ​ໄດ້​ອຸປະຖຳໜູນ​ຊ່ວຍ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢ່າງຮີບດ່ວນ, ໜູນ​ຊ່ວຍ 13 ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ລູກ​ທີ 3 (Yagi) ​ໃນ​ປີ 2024 ຢູ່ ບັກ​ຢາງ.

​ໃນ​ປີ 2025, ສະມາຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ສືບ​ຕໍ່​ວາງອອກເປົ້າໝາຍເຊື່ອມ​ຕໍ່​ປະຊາ​ຄົມ, ສ້າງ​ຕັ້ງ​ບັນດາ​ກຸ່ມ​ອາສາ​ສະໝັກ, ຮ່ວມ​ມື​ກັບ​ແຂວງ​ບ້ານ​ເກີດ​ເພື່ອ​ນຳ​ໃຊ້​ເຕັກ​ນິກທີ່​ກ້າວໜ້າ​ຂອງ ສ.​ເກົາຫຼີ ເຂົ້າໃນບັນດາ​ຂົງ​ເຂດ​ທີ່​ເໝາະ​ສົມ. ພ້ອມ​ກັນ​ນັ້ນ, ສະມາຄົມ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ຄື ກໍ່ສ້າງ​ເຮືອນ​ເພື່ອ​ກຸສົນ​ຢູ່ ບັກ​ຢາງ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ກຳລັງ​ແຮງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ.

ທ່ານ ຫຼີ໋ຮ່ວນ, ປະທານ​ເຊື້ອສາຍ ຫຼີ໋ຮວາເຊີນ, ຊາວ​ແຂວງ ບັກນິງ ໃຫ້​ຮູ້​ວ່າ ບັກ​ຢາງ, ບັກ​ນິງ ​ແລະ ບັນດາ​ແຂວງ​ອື່ນໆ​ຂອງ​ຫວຽດນາມ ລ້ວນ​ແຕ່​ເປັນ​ອ້າຍ​ນ້ອງ​ຮ່ວມ​ມື​ກໍ່ສ້າງ​ປະຊາ​ຄົມ​ທີ່​ເຂັ້ມ​ແຂງ, ປະກອບສ່ວນ​ເພີ່ມພຸນຄຸນສ້າງການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ບັກ​ຢາງ ​ໄດ້​ສົ່ງ​ຈົດໝາຍຢື້ຢາມ,​ ລະດົມປະຊາຊົນ, ຫວັງ​ວ່າສະມາຄົມໄທບ້ານແຂວງ ບັກ​ຢາງ ຢູ່ ສ.​ເກົາຫຼີ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ສ.​ເກົາຫຼີ ແລະ ຫວຽດນາມ. ສະມາຄົມຄາດ​ວ່າ​ຈະ​ປະກອບສ່ວນ​ຊຸກຍູ້​ຮູບ​ພາບ, ຄວາມ​ສາ​ມາດບົ່ມຊ້ອນ, ທ່າ​ແຮງຂອງ​ແຂວງ ບັກ​ຢາງ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ພ້ອມ​ກັນ​ນັ້ນ ກໍ​ລະດົມ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເອົາ​ໃຈ​ໃສ່ ​ແລະ ລົງທຶນ​ພັດທະນາຢູ່​ທ້ອງ​ຖິ່ນ.

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ຍສໝ - ຕອນ​ຄ່ຳ​ວັນ​ທີ 12 ກຸມພາ, ສະຖານທູດ​ ຫວຽດນາມ ປະຈຳ ສ.ເກົາຫຼີ ​ໃຫ້​ຮູ້​ວ່າ ລູກ​ເຮືອ​ຫວຽດນາມ ທັງ 3 ຄົນໄດ້​ຮັບ​ການ​ກູ້ຊີບ​​ໃນເຫດເຮືອ​ຫາ​ປາ​​ລຳ​ໜຶ່ງຫຼົ້ມ​ຢູ່​ນອກ​ຝັ່ງ​ເກາະ Jeju (ສ.​ເກົາຫຼີ).

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ເຂດ Gwangju – Jeonnam (ສ.​ເກົາຫຼີ) ຫາ​ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ຫ້ອງການ​ໃໝ່​ຢ່າງ​ສົມ​ກຽດ, ສົມທົບ​ກັບ​ລາຍການ​ຕ້ອນຮັບປີໃໝ່ວົງຄະນະຍາດ​ທີ່​ມີ​ຄວາມ​ໝາຍ​ຢູ່​ສູນ​ການ​ຄ້າ Gwangju Outlet.

ມີງດຶກ

ເຫດການ