![]() | ການເຄື່ອນໄຫວຫຼາຍຢ່າງ ເພື່ຶສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ |
![]() | ຫວຽດນາມ ເຂົ້າຮ່ວມການຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo 2025 |
ທີ່ເຫດການ, ລາຍການສະແດງສິລະປະໄດ້ດຶງດູດຄວາມສົນໃຈດ້ວຍບັນດາລາຍການສະແດງດີເດັ່ນພິເສດ, ລວມມີ ການຟ້ອນໝວກ, ຟ້ອນດອກບົວ ແລະ ການສະແດງຊຸດເສື້ອຍາວທີ່ຕິດພັນກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມ.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການສະແດງແມ່ນຮູບພາບແຜນທີ່ ຫວຽດນາມ ທີ່ປະກົດຢູ່ເທິງເວທີ, ພ້ອມກັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ຮູບພາບນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມພາກພູມໃຈແຫ່ງຊາດເທົ່ານັ້ນ ຫາກຍັງຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະຫວັດສາດ ຫວຽດນາມ ຕື່ມອີກ.
![]() |
ການສະແດງການຟ້ອນໝວກທີ່ເຫດການ. (ພາບ: ວາລະສານ ເຮື່ອງຫວຽດ) |
ນອກຈາກນັ້ນ, ການປະກວດເຕັ້ນສາກ ໄດ້ສ້າງບັນຍາກາດຢ່າງຄຶກຄື້ນ ແລະ ໄດ້ນຳມາໃຫ້ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ລົງຕົວຈິງໂດຍກົງກັບວັດທະນະທໍາທີ່ເປັນມູນເຊື້ອ. ບໍ່ພຽງແຕ່ຢຸດຊົມເທົ່ານັ້ນ, ຜູ້ຊົມຍັງໄດ້ເຂົ້າຮ່ວມຢ່າງກະຕືລືລົ້ນ, ພ້ອມເຊື່ອມຕົວເຂົ້າກັບວາດຟ້ອນທີ່ຟົດເຟືອນ. ສິ້ນສຸດການປະກວດ, ຄະນະຈັດຕັ້ງໄດ້ມອບລາງວັນເປັນ 3 ປະເພດຄື ທີໜຶ່ງ, ທີສອງ ແລະ ທີສາມ ເພື່ອຮັບຮູ້ຈິດໃຈແລກປ່ຽນວັດທະນະທຳ.
![]() |
ການສະແດງເຕັ້ນສາກທີ່ເຫດການ. (ພາບ: ວາລະສານ ເຮື່ອງຫວຽດ) |
ໂອກາດນີ້, ບັນດາແຂກເຂົ້າຮ່ວມຍັງໄດ້ມີໂອກາດຄົ້ນພົບອາຫານ ຫວຽດນາມ ຜ່ານບັນດາເຍື່ອງອາຫານພື້ນເມືອງຫຼາຍເຍື່ອງ. ການປະສົມກົມກຽວລະຫວ່າງລົດຊາດ ແລະ ສີສັນໃນແຕ່ລະເຍື່ອງອາຫານໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ເພື່ອນມິດສາກົນ.
![]() | ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ຍສໝ - ໂອກາດບຸນເຕັດນີ້, ງານບຸນວັດທະນະທຳ ແລະ ມູນເຊື້ອທີ່ເປັນເອກະລັກພິເສດຫຼາຍຢ່າງຈະດຳເນີນໄປໃນທົ່ວປະເທດ ຫວຽດນາມ. ບາງອົງການທ່ອງທ່ຽວຍັງໄດ້ຮັບຮູ້ທ່າອ່ຽງການເຄື່ອນຍ້າຍຕະຫຼອດບຸນເຕັດເພີ່ມຂຶ້ນຂອງນັກທ່ອງທ່ຽວທີ່ເດີນທາງໃນລະຫວ່າງບັນດາຕົວເມືອງໃຫຍ່. |
![]() | ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ... |
ແທັງຮັ່ງ