![]() | ໝູ່ບ້ານຫີນ ຄ໋ວຍກີ: ຈຸດພົ້ນເດັ່ນໃນການທ່ອງທ່ຽວຊຸມຊົນຢູ່ ກາວບັ່ງ |
![]() | ກາວບັ່ງ: ບ່ອນທີ່ມີຄວາມສັດທາເຊື່ອມຕໍ່ຊຸມຊົນ |
ຢູ່ 4 ໂຮງຮຽນຄື: ເກີນນົງ, ຫງອກດົ້ງ (ເມືອງ ຮ່າກວາງ) ແລະ ກ່າແທັງ, ອ່ຽນຫຼາກ (ເມືອງ ຫງວຽນບິ່ງ), ChildFund ໄດ້ມອບຂອງຂວັນນັບຮ້ອຍຊຸດ ລວມມີ ເຄື່ອງໃຊ້ໃນໂຮງຮຽນ, ອຸປະກອນອະນາໄມ ແລະ ອຸປະກອນການຮຽນການສອນ.
ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນອາຍຸ 6-15 ປີ ຈຳນວນ 1.225 ຄົນ, ພ້ອມກັບພໍ່ແມ່ຜູ້ປົກຄອງ, ຄູອາຈານ ແລະ ການນຳທ້ອງຖິ່ນ 450 ຄົນ.
![]() |
ຜູ້ຕາງໜ້າອົງການ ChildFund ຫວຽດນາມ ໄດ້ມອບຂອງຂວັນໃຫ້ບັນດານັກຮຽນ. (ພາບ: ChildFund ຫວຽດນາມ) |
ໃນຮອບທໍາອິດຂອງການຫນູນຊ່ວຍ, ນັກຮຽນ 255 ຄົນ ທີ່ມີສະພາບການຫຍຸ້ງຍາກໂດຍພິເສດແມ່ນໄດ້ຮັບການສະຫນັບສະຫນູນບາງສ່ວນສໍາລັບຄ່າໃຊ້ຈ່າຍໃນການສຶກສາ. ນັກຮຽນສ່ວນເຫຼືອທັງໝົດແມ່ນໄດ້ປະກອບອຸປະກອນການຮຽນ, ເຄື່ອງອະນາໄມສ່ວນຕົວ, ແລະ ພິເສດບັນດານັກຮຽນຍິງໄດ້ຮັບຊຸດຜະລິດຕະພັນອະນາໄມສ່ວນຕົວຕື່ມອີກ. ໂຮງຮຽນຍັງໄດ້ປະກອບຄອມພິວເຕີ, ອຸປະກອນການສອນ, ອຸປະກອນອະນາໄມ ແລະ ຢາຂ້າເຊື້ອໂລກ, ເພື່ອຮັບປະກັນສະພາບແວດລ້ອມການຮ່ຳຮຽນທີ່ປອດໄພ ແລະ ອະນາໄມຫຼາຍຂຶ້ນ.
ນອກຈາກການໃຫ້ການສະໜອງດ້ານວັດຖຸແລ້ວ, ໂຄງການກໍ່ຍັງສຸມໃສ່ເຂົ້າບັນດາການເຄື່ອນໄຫວຊ່ວຍເຫຼືອທາງດ້ານຈິດໃຈໃຫ້ແກ່ນັກຮຽນທີ່ໄດ້ຮັບຜົນກະທົບ, ຊ່ວຍໃຫ້ພວກເຂົາມີສະຖຽນລະພາບທາງດ້ານຈິດໃຈ ແລະ ປັບຕົວໄດ້ດີຂຶ້ນກວ່າພາຍຫຼັງໄພພິບັດທໍາມະຊາດ. ພ້ອມກັນນັ້ນ, ChildFund ຈະຍົກສູງຄວາມສາມາດໃນການຮັບມືກັບຄວາມສ່ຽງໄພພິບັດທໍາມະຊາດໃຫ້ຄູອາຈານ ແລະ ໂຮງຮຽນ, ກະກຽມໃນການປະເຊີນຫນ້າກັບສະພາບການໂດຍບັງເອີນໃນອະນາຄົດ.
ທ່ານ ເຈືອງວັນເຮື່ອງ, ຮອງຫົວໜ້າພະແນກການສຶກສາທິການເມືອງ ຮ່າກວາງ ໃຫ້ຮູ້ວ່າ: “ການໜູນຊ່ວຍຂອງໂຄງການໄດ້ທັນເວລາຊ່ວຍເຫຼືອບັນດານັກຮຽນທີ່ມີຄວາມຫຍຸ້ງຍາກທີ່ສຸດ ແລະ ຫຼຸດຜ່ອນພາລະຂອງບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi. ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ໃຫ້ການຮ່ວມເດີນທາງຈາກ ChildFund ຫວຽດນາມ ແລະ ບັນດາຜູ້ອຸປະຖຳ”.
ຕາມແຜນການແລ້ວ, ໂຄງການດັ່ງກ່າວຈະໄດ້ຮັບການຜັນຂະຫຍາຍຢູ່ 6 ໂຮງຮຽນຂອງ 3 ເມືອງຄື: ຫງວຽນບິ່ງ, ແທກອານ, ຮ່າກວາງ, ບັນດາທ້ອງຖິ່ນຖືກຜົນກະທົບຢ່າງໜັກໜ່ວງຈາກພາຍຸ Yagi.
![]() | ຊົມຄວາມງາມອັນງົດງາມຂອງນ້ຳຕົກຕາດ ບ້ານຢົກ ກາວບັ່ງ ຍສໝ - ນ້ຳຕົກຕາດ ບ້ານຢົກ ໄດ້ຖືຮັບວ່າເປັນນ້ຳຕົກຕາດທຳມະຊາດທີ່ໃຫຍ່ທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນນ້ຳຕົກຕາດໃຫຍ່ອັນດັບທີ 4 ຂອງໂລກ ໃນບັນດານ້ຳຕົກຕາດທີ່ຕັ້ງຢູ່ຊາຍແດນລະຫວ່າງບັນດາປະເທດ. |
![]() | ມາ ກາວບັ່ງ ເພື່ອຊົມທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ ຍສໝ - ມາ ກາວບັ່ງ ເພື່ອຊົມທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ. |
ແທັງຮັ່ງ