Maslenitsa ແມ່ນງານບຸນປະເພນີມາແຕ່ດົນນານຂອງລັດເຊຍ, ເຊິ່ງໄດ້ຈັດຂຶ້ນໃນທ້າຍເດືອນກຸມພາ ແລະ ຕົ້ນເດືອນມີນາ, ຫມາຍເຖິງການຫັນປ່ຽນລະຫວ່າງລະດູຫນາວ ແລະ ລະດູໃບບານໃໝ່ທີ່ເຕັມໄປດ້ວຍພະລັງຊີວິດ. ໃນງານບຸນ, ຜູ້ເຂົ້າຮ່ວມສາມາດເຊື່ອມຕົວເຂົ້າກັບພື້ນທີ່ວັດທະນະທຳ ລັດເຊຍ ທີ່ມີຊີວິດຊີວາດ້ວຍບັນດາລາຍການດົນຕີແລະ ການຟ້ອນພື້ນເມືອງ, ຊິມອາຫານສັນຍະລັກພິເສດ ແລະ ລົງຕົວຈິງກັບບັນດາການຫຼິ້ນພື້ນເມືອງ. ຈຸດພົ້ນເດັ່ນຂອງງານບຸນແມ່ນພິທີຈູດຫຸ່ນຈຳລອງດ້ວຍເຟືອງ ເປັນສັນຍະລັກໃຫ້ແກ່ເທບພະເຈົ້າລະດູໜາວ Maslenitsa, ດ້ວຍຄວາມໝາຍທີ່ອຳລາລະດູໜາວ, ຕ້ອນຮັບລະດູບານໃໝ່ກັບຄືນ.
![]() |
ນັກສຶກສາຂອງມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລດ່າຫນັງ) ໄດ້ສະແດງບັນດາລາຍການສິລະປະວັດທະນະທໍາທີ່ເປັນສັນຍະລັກພິເສດຂອງລັດເຊຍ. (ພາບ: ມະຫາວິທະຍາໄລພາສາຕ່າງປະເທດ) |
ທ່ານ ຮສຈ, ປອ ຫງວຽນວັນລອງ, ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລ ດ່າຫນັງ) ໃຫ້ຮູ້ວ່າ: ງານບຸນບໍ່ພຽງແຕ່ຊ່ວຍໃຫ້ບັນດາອາຈານ ແລະ ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຮີດຄອງປະເພນີຂອງລັດເຊຍ ເທົ່ານັ້ນ, ຫາກຍັງແມ່ນກຳລັງຜັກດັນ ເພື່ອໃຫ້ເຂົາເຈົ້າຮ່ຳຮຽນ, ຄົ້ນຄວ້າພາສາ ແລະ ພັດທະນາທັກສະການສື່ສານຫຼາຍວັດທະນະທຳອີກດ້ວຍ. ທ່ານໃຫ້ຮູ້ວ່າ, ໂຮງຮຽນໄດ້ ແລະ ພວມຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຢູ່ລັດເຊຍ ໂດຍຜ່ານບັນດາລາຍການແລກປ່ຽນດ້ານວິຊາການ, ການຮ່ວມມືຄົ້ນຄວ້າ ແລະ ການຈັດຕັ້ງບັນດາເຫດການວັດທະນະທຳ.
![]() |
ຊີມອາຫານ ລັດເຊຍ ແລະ ຮຽນຮູ້ວິທີການເຮັດແພນເຄັກ ລັດເຊຍ. (ພາບ: ມະຫາວິທະຍາໄລພາສາຕ່າງປະເທດ) |
ກ່າວຄຳປາໄສທີ່ງານບຸນ, ທ່ານນາງ Mizonova Maria Georgievna ກົງສູນໃຫຍ່ ລັດເຊຍ ປະຈຳ ນະຄອນ ດ່າໜັງ ໄດ້ເນັ້ນໜັກເຖິງຄວາມໝາຍຂອງເຫດການດັ່ງກ່າວ ໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ໃຫ້ຮູ້ວ່າ, ງານບຸນບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວລັດເຊຍ ຢູ່ນະຄອນ ດ່າໜັງ ໄດ້ພົບປະ, ແລກປ່ຽນ, ຫາກຍັງຊ່ວຍໃຫ້ຊາວຫວຽດນາມ ຄົ້ນພົບບັນດາຈຸດວັດທະນະທຳທີ່ເປັນເອກະລັກພິເສດຂອງ ລັດເຊຍ.
![]() |
ຈູດຫຸ່ນຈຳລອງດ້ວຍເຟືອງ - ການເຄື່ອນໄຫວເປັນສັນຍະລັກພິເສດຂອງງານບຸນອຳລາລະດູຫນາວຂອງ ລັດເຊຍ. (ພາບ: ມະຫາວິທະຍາໄລພາສາຕ່າງປະເທດ) |
ທ່ານນາງ ຟານທິຖຸຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ດ່າໜັງ ໃຫ້ຮູ້ວ່າ Maslenitsa ແມ່ນການເຄື່ອນໄຫວເລີ່ມຕົ້ນບັນດາເຫດການການທູດປະຊາຊົນຂອງນະຄອນໃນປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ຄາດວ່າ ຈະຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ງານວາງສະແດງຮູບພາບ, ກອງປະຊຸມສຳມະນາ, ການລົງທຶນຊຸກຍູ້ການທ່ອງທ່ຽວຫຼາຍຢ່າງ, ແນໃສ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
![]() | SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ ຍສໝ - ຄະນະກໍາມະການປະຊາຊົນ ນະຄອນດ່າໜັງ ຫາກໍ່ໄດ້ປະກາດໃຊ້ ມະຕິສະບັບເລກທີ 2017/QD-UBND ວ່າດ້ວຍການອະນຸມັດການຮັບເອົາເງິນກວ່າ 4,1 ຕື້ດົ່ງ ຈາກໂຄງການທຶນໜູນຊ່ວຍການສຶກສາ ແລະ ພັດທະນາທັກສະຂອງ SEEDS ໃຫ້ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບຄວາມຫຍຸ້ງຍາກ ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ. |
ແທັງຮັ່ງ