ເຈື່ອງຊາ - ສະຖານທີ່ພົບປະສັງສັນອັນສັກສິດຂອງຊາວຫວຽດນາມ ທີ່ຫ່າງໄກຈາກປະເທດຊາດ

21:22 | 06/03/2025

ຍສໝ - ຫົວ​ໃຈ​ຂອງຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ ຍາມໃດກໍ່​ມຸ່ງ​ໄປ​ເຖິງ ເຈື່ອງ​ຊາ, ນຳມາຄວາມ​ເອກອ້າງທະນົງ​ໃຈ​ທີ່​ຈະຮ່ວມເດີນທາງ​ພ້ອມ​ກັບ​ບ້ານ​ເກີດ​ເມືອງ​ນອນໃນພາລະກິດ​​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ.

ນຳໄຟຟ້າມາໃຫ້ໝູ່ເກາະ ເຈື່ອງຊາ
ຫມູ່ເກາະ ເຈື່ອງຊາ: ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ແຕ່ລະປີ, ມີກຳປັ່ນກອງທັບເຮືອ ລ້ຽວຟອງໄປເຖິງ ເຈື່ອງຊາ ໄດ້ນຳມາບັນດາທະຫານໄປປະຕິບັດໜ້າທີ່, ພ້ອມກັນນັ້ນ, ຍັງໄດ້ບັນທຸກນ້ຳໃຈຂອງລູກຫຼານຊາວ ຫວຽດນາມ ຫຼາຍຄົນຢູ່ໄກຈາກບ້ານເກີດເມືອງນອນ. ​ເຖິງ​ວ່າ​ຫ່າງ​ຈາກ​ທາງ​ທະ​ເລ​ຫຼາຍ​ພັນ​ໄມ​ທະ​ເລ​ກໍ່ຕາມ, ​ແຕ່ ​ເຈື່ອງ​ຊາ ​ກໍ່​ແມ່ນ​ບ່ອນ​ພົບ​ປະ​ທີ່​ສັກສິດ​ໃນ​​ໃຈ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ຈາກ​ການເດີນທະເລເຕັມໄປດ້ວຍອາລົມ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ທົ່ວ​ໂລກຢ່າງແທດຈິງ, ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໄດ້ ແລະ ພວມ​ສົ່ງຄວາມຮູ້ສຶກທາງໃຈ​ເຖິງ​ບັນດາ​ນັກຮົບ​ຢູ່​ບ່ອນຄື້ນຟອງສາຍລົມຂອງປະເທດຊາດ​ທີ່​ຮັກ​ແພງ.

ເຈື່ອງຊາ - ສະຖານທີ່ພົບປະສັງສັນອັນສັກສິດຂອງຊາວຫວຽດນາມ ທີ່ຫ່າງໄກຈາກປະເທດຊາດ

ຄະ​ນະ​ຜູ້​ແທນ​ ຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ ​ເຂົ້າ​ຮ່ວມ​ການ​ເດີນ​ທາງ​ ເຈື່ອງຊາ ແລະ ເຮືອນ​ທໍ່ DK1 ປີ 2024.

ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ ໄດ້​ປ່ຽນ​ຄວາມ​ຮັກ​ແພງ, ຄວາມ​ຈິງໃຈຂອງຕົນ​ທີ່​ມີ​ຕໍ່​ທະ​ເລ, ໝູ່​ເກາະ​ເປັນ​ການເຄື່ອນໄຫວຢ່າງແທດຈິງ, ປະ​ກອບ​ສ່ວນ​ພັດ​ທະ​ນາ ​ເຈື່ອງ​ຊາ. ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ​ແບ່ງປັນ​ວ່າ: “​ໃນ 20 ປີຜ່ານມາ, ​ໃນ​ການ​ຜັນຂະຫຍາຍມະຕິເລກທີ 36, ພວກ​ເຮົາ​ ໄດ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ການ​ເບິ່ງ​ແຍງ​ດູ​ແລ​ຂອງ​ພັກ, ລັດ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຕໍາ​ແຫນ່ງ​ຂອງ​ປະ​ເທດ​ເຊາດພີ່ມ​ຂຶ້ນ​. ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ນັບ​ມື້​ນັບ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ກ່ວາ​ອີກ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ປັບປຸງ, ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ.”

ຈາກບັນດາກຳປັ່ນບັນທຸກເຕັມໄປດ້ວຍຂອງຂວັນ, ຈົດໝາຍ ແລະ ຄວາມຮັກແພງທີ່ຈິງໃຈຕໍ່ ເຈື່ອງຊາ ເຖິງບັນດາໂຄງການລົງທຶນດ້ານການສຶກສາ, ການແພດ, ພ້ອມກັບການເຄື່ອນໄຫວຂົນຂວາຍໜູນຊ່ວຍຫຼາຍຢ່າງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕຣາລີ, ອາເມລິກາ, ຝລັ່ງ, ເຢຍລະມັນ, ສ.ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ມາເລເຊຍ..., ທັງໝົດນຳມາເຊິ່ງບັນດາການປ່ຽນແປງຢ່ໃຫ້ໝູ່ເກາະຢ່າງຕັ້ງໜ້າ, ປະກອບສ່ວນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດານັກຮົບທີ່ພວມອາໄສ, ເຮັດວຽກໃນໝູ່ເກາະ.

ເຈື່ອງຊາ - ສະຖານທີ່ພົບປະສັງສັນອັນສັກສິດຂອງຊາວຫວຽດນາມ ທີ່ຫ່າງໄກຈາກປະເທດຊາດ

ເດັກ​ນ້ອຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ມີ​ຄວາມ​ດີ​ໃຈ​ທີ່​ໄດ້​ຮັບ​ຂອງ​ຂວັນ​ຈາກ​ບັນດາຄູ​ອາ​ຈານ​ ຫວຽດ​ນາມ ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍ​ລະ​ມັນ.

ທ່ານ ນາງ ເຈິ່ນທິຈາງ, ປະທານສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ໃຫ້ຮູ້ວ່າ: ປີ 2024, ປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍ ໄດ້ບໍລິຈາກເງິນທັງໝົດກວ່າ 88 ລ້ານດົ່ງ ເພື່ອໜູນຊ່ວຍໂຄງການ “ເຈື່ອງຊາຂຽວ” ໃຫ້ແກ່ຜູ້ຕາງໜ້າເຫຼົ່າທັບເຮືອຫວຽດນາມ. ນອກຈາກນັ້ນ, ຜູ້ຕາງໜ້າ ມາເລເຊຍ ທີ່ເຂົ້າຮ່ວມໃນການເດີນທະເລ ຍັງໄດ້ນຳເອົາຂອງຂວັນສ່ວນຕົວໄປມອບໃຫ້ບັນດາທະຫານ ແລະ ປະຊາຊົນຢູ່ບັນດາຈຸດເກາະ, ໃນນັ້ນ ມີກີຕ້າ ukulele ຂອງ ນ້ອງ ເລຫງວຽນລຶວອ່ານ, ນັກຮຽນຊາວຫວຽດນາມ ຢູ່ ມາເລເຊຍ, ໄປມອບໃຫ້ບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະ.

ບໍ່​ພຽງ​ແຕ່​ຜູ້​ເຖົ້າ​ແກ່​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ​ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ເຈື່ອງ​ຊາ​ ເປັນ​ຢ່າງ​ດີ. ຜ່ານບັນດາ​ການໂອ້ລົມເຈລະຈາ, ​ການສຳມະນາ, ຄ້າຍ​ລະດູ​ຮ້ອນ, ຊາວ​ໜຸ່ມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ ໄດ້ເຂົ້າ​ໃຈ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ຫຼາຍກວ່າອອີກ ແລະ ຕັດສິນໃຈທີ່ຈະເຜີຍແຜ່ນ້ຳໃຈຮັກຊາດ​​ຕໍ່​ເພື່ອນ​ມິດສາ​ກົນ.

ເຈື່ອງຊາ - ສະຖານທີ່ພົບປະສັງສັນອັນສັກສິດຂອງຊາວຫວຽດນາມ ທີ່ຫ່າງໄກຈາກປະເທດຊາດ

​ເຈື່ອງ​ຊາ ​ຍາມ​ໃດ​ກໍ່ຢູ່​ໃນ​ໃຈ​ຂອງ​ຊາວ​ໜຸ່ມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້ມາທີ່ນີ້ຄັ້ງດຽວ.

ຜ່ານບັນດາຄວາມອາລົມ​ຈິດທີ່ປາບປື້ມ, ເຕັມໄປດ້ວຍຄວາມພູມໃຈ ແລະ ສະເທືອນໃຈເມື່ອໄດ້ໄປຮອດໝູ່ເກາະ, ໄດ້ເຫັນໂດຍກົງເຖິງຊີວິດຂອງບັນດາທະຫານ ແລະ ປະຊາຊົນຢູ່ເກາະທີ່ຫ່າງໄກ, ເດັກນ້ອຍທີ່ຢູ່ໄກຈາກບ້ານ ໄດ້ສາມາດເຫັນດ້ວຍຕາຂອງຕົນເອງ, ໄດ້ສຳຜັດດ້ວຍມືຂອງຕົນເອງເຖິງດິນແດນອັນສັກສິດ ແລ້ວເພື່ອກັບຄືນໄປດ້ວຍນ້ຳໃຈຮັກຊາດອັນແຮງກ້າກວ່າ, ຕັດສິນໃຈທີ່ຈະເຜີຍແຜ່ໃຫ້ເຖິງຊຸມຊົນທີ່ເຂົາເຈົ້າອາໄສຢູ່.

ຫົວ​ໃຈ​ຂອງຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ​ຍາມ​ໃດ​ກໍ​ມຸ່ງ​ໄປ​ເຖິງ ​ເຈື່ອງ​ຊາ, ນຳເອົາຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ຈະຮ່ວມເດີນທາງ​ພ້ອມ​ກັບ​ບ້ານ​ເກີດ​ເມືອງ​ນອນໃນ​ພາລະກິດ​​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ. ​ເຖິງ​ວ່າ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຫຼາຍ​ພັນ​ກິ​ໂລ​ແມັດ​ກໍ່ຕາມ, ​ແຕ່ ​ເຈື່ອງ​ຊາ ​ຍັງ​ຄົງ​ຢູ່​ໃນ​ໃຈ​ຂອງ​ຊາວຫວຽດນາມ ຄືຈັງຫວະຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ຄື້ນຟອງ​​ບ້ານ​ເກີດ​ເມືອງ​ນອນ.

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

ຍສໝ - ສະຫາຍ ຫງວຽນເຕີນຕວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ແບ່ງປັນວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີໃນໂອກາດບຸນເຕັດ ແລະລະດູບານໃໝ່ວຽນມາ, ກິດຈະກຳນີ້ບໍ່ພຽງແຕ່ເຕັມໄປດ້ວຍຄວາມຮັກແພງຈາກເຂດດິນຕໍ່ແຜ່ນເທົ່ານັ້ນ, ຫາກກໍາປັ່ນແຕ່ລະຖ້ຽວຍັງເຕັມໄປດ້ວຍຄວາມຮັກແພງ, ຄວາມເຊື່ອໝັ້ນ, ຂອງຂວັນທີ່ລຽບງ່າຍ ແລະຄວາມອົບອຸ່ນຂອງລະດູບານໃໝ່ມາຍັງພະນັກງານ, ນັກຮົບ, ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ.

ຮູບພາບພິທີເຄົາລົບທຸງຢູ່ເກາະ ເຈື່ອງຊາ

ຮູບພາບພິທີເຄົາລົບທຸງຢູ່ເກາະ ເຈື່ອງຊາ

ຍສໝ - ຕໍ່ໜ້າ​ຫຼັກ​ໝາຍ​ອະທິປະ​ໄຕ ​ແລະ ທຸງ​ຊາດ​ຢູ່​ເກາະ​ເຈື່ອງ​ຊາ, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ​ເຮືອນຍາມ DK1 ​ແຕ່​ວັນ​ທີ 18-23 ເມສາ, ບັນດາ​ຜູ້​ແທນ​ຄະນະ​ປະຕິບັດ​ງານ​ເລກ 4 ພ້ອມ​ກັບ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໄດ້​ປະຕິບັດ​ພິທີ​ເຄົາລົບທຸງໃນ​ບັນຍາກາດ​ອັນ​ສະຫງ່າ​ ​ແລະ​ເຕັມໄປດ້ວຍຄວາມຮັກແພງ.

ແທັງຮັ່ງ

ເຫດການ