ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%

14:32 | 10/03/2025

ຍສໝ - ​ໃນ​ສອງ​ເດືອນ​ຕົ້ນ​ປີ 2025, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 3,96 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 30,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024. ​ໃນ​ນັ້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ຈາກ​ ອາຊີ ​ກວມ​ເອົາ 3 ລ້ານ​ກວ່າ​ເທື່ອ​ຄົນ, ຕະຫຼາດ​ຈີນ ​ສືບ​ຕໍ່​ເຕີບ​ໂຕ​ຢ່າງເຂັ້ມ​ແຂງ​, ນຳ​ໜ້າດ້ວຍ 77,8%.

ຄວາມຄືບໜ້າຂອງ ຫວຽດນາມ ກ່ຽວກັບຄວາມສະເໝີພາບທາງເພດໃນໄລຍະ 30 ປີແຫ່ງການປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານການກະທຳ ປັກກິ໋ງ
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ຕາມຈຳນວນຕົວເລກຂອງ​ກົມໃຫຍ່ສະຖິຕິ​ ໄດ້ປະກາດໃນ​ວັນ​ທີ 6 ມີນາ​ນີ້, ຫວຽດນາມ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 1,9 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ກຸມພາ, ​ເທົ່າກັບ 90% ​ເມື່ອ​ທຽບ​ໃສ່​ເດືອນ​ມັງກອນ ​ແລະ 130% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019. ​ໃນ 2 ​ເດືອນ​ຕົ້ນ​ປີ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນທີ່​ບັນລຸ​ເກືອບ 4 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 30,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ພິຈາລະນາກ່ຽວກັບຂອບຂະ​ໜາດ​ຂອງ​ຕະຫຼາດ, ຈີນ ​ສືບ​ຕໍ່​ແມ່ນ​ຕະ​ຫຼາດ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​​ໃຫຍ່​ທີ່​ສຸດດ້ວຍ 956 ພັນ​ເທື່ອ​ຄົນ, ກວມ​ເອົາ 27,7% ຂອງ​ຈຳນວນນັກ​ທ່ອງ​ທ່ຽວ​ສາ​ກົນ​ທັງ​ໝົດ (ເພີ່ມ​ຂຶ້ນ 77,8%). ສ.ເກົາຫຼີ ຢືນອັນດັບທີ 2 ດ້ວຍນັກທ່ອງທ່ຽວ 885 ພັນເທື່ອຄົນ (ເພີ່ມຂຶ້ນ 4.9%). ນີ້​ແມ່ນ​ສອງ​ຕະຫຼາດ​ສົ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ, ປະກອບສ່ວນ 46% ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ ຫວຽດນາມ ​ໃນ 2 ​ເດືອນ​ຕົ້ນ​ປີ 2025.

ຫຼັງ​ຈາກ​ນັ້ນ, ໄຕ້​ຫວັນ (ຈີນ) ແມ່ນ​ຕະ​ຫຼາດ​ສົ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສາມ​ທີ່​ມີ 218 ພັນເທື່ອ​ຄົນ​, ອາ​ເມ​ລິ​ກາ​ ເປັນ​ອັນ​ດັບ​ທີ 4 ດ້ວຍ​ນັກ​ທ່ອງ​ທ່ຽວ 180 ພັນເທື່ອ​ຄົນ. ນອກຈາກນັ້ນ​, ຍີ່​ປຸ່ນ, ກຳ​ປູ​ເຈຍ, ອົດ​ສະ​ຕາ​ລີ, ມາ​ເລ​ເຊຍ, ອິນ​ເດຍ ກໍ່​ແມ່ນບັນດາ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ມາ​ ຫວຽດ​ນາມ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ​ເປັນໜ້າສົນໃຈແມ່ນ, ດ້ວຍ​ນັກ​ທ່ອງ​ທ່ຽວ 79 ພັນເທື່ອ​ຄົນ, ລັດ​ເຊຍ ​ໄດ້​ກັບ​ຄືນ​ສູ່ 10 ຕະຫຼາດ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ແຖວໜ້າຂອງຫວຽດນາມ ໃນ​ສອງເດືອນ​ຕົ້ນ​ປີ​ນີ້.

ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%

ນັກ​ທ່ອງ​ທ່ຽວ​ສາ​ກົນໄປທ່ອງທ່ຽວ​ຢູ່​ຫວຽດ​ນາມ.

ບັນດາຕະຫຼາດ​ໃກ້ຄຽງ​ໃນ​ພາກ​ພື້ນ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ ໃຕ້​ເຕີບ​ໂຕ​ເປັນ​ຢ່າງ​ດີ, ໃນນັ້ນ ມີ​ຟີ​ລິບ​ປິນ ​ເພີ່ມ​ຂຶ້ນ 99,8%, ​ໄທ ​ເພີ່ມ​ຂຶ້ນ 93,2%, ກຳປູ​ເຈຍ​ ເພີ່ມ​ຂຶ້ນ 79,6%, ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ 18,5%, ​ແລະ ມາ​ເລ​ເຊຍ ​ເພີ່ມ​ຂຶ້ນ 12,5%. ສ່ວນ​ຕະຫຼາດ ​ສິງກະ​ໂປ​ ພຽງ​ແຕ່​ຫຼຸດ​ລົງ 8,2%.

ບັນດາຕະຫຼາດ​ໃນ ​ເອີ​ລົບ ​ສືບ​ຕໍ່​ມີລະດັບ​ການ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ, ພິເສດແມ່ນບັນດາ​ປະ​ເທດ​ທີ່ໄດ້ຊົມໃຊ້​ນະ​ໂຍບາຍ​ຍົກ​ເວັ້ນວີ​ຊາ​ຝ່າຍ​ດຽວ​ເຊັ່ນ: ອັງກິດ, ຝະລັ່ງ, ​ເຢຍລະ​ມັນ, ລັດ​ເຊຍ, ​ເດນ​ມາກ, ຊູແອດ, ນອກ​ແວ...

ຄ່ຽງຄູ່ກັນນັ້ນ, ຕະຫຼາດ​ ໂປ​ແລນ ​ແລະ ສະ​ວິດ ກໍ່ຍັງ​ໄດ້ຮອງຮັບ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 54,2% ​ແລະ 14,2% ຕາມ​ລຳດັບ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024.

ການຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 4 ລ້ານເທື່ອຄົນໃນ 2 ເດືອນຕົ້ນປີ 2025 ໄດ້ສະແດງໃຫ້ເຫັນເຖິງບາດກ້າວພັດທະນາຢ່າງຕັ້ງໜ້າຂອງຂະແໜງການທ່ອງທ່ຽວ ຫວຽດນາມ ພາຍຫຼັງໄລຍະຟື້ນຟູໃນປີ 2024. ກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ພິນິດໄສວ່າ ໝາກຜົນນີ້ບັນລຸໄດ້ຍ້ອນບັນດານະໂຍບາຍວີຊາທີ່ສະດວກ, ຍຸດທະສາດເຜີຍແຜ່ຢ່າງມີປະສິດທິຜົນພ້ອມກັບການຮັບຮູ້ຈາກບັນດາອົງການທ່ອງທ່ຽວສາກົນ. ໃນຊຸມ​ເດືອນ​ຈະ​ມາ​ເຖິງ​ ຈະ​ແມ່ນ​ລະດູ​ຈຸດສູງຂອງການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ພ້ອມກັບການເຄື່ອນໄຫວ​​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຢູ່​ຕ່າງປະ​ເທດຫຼາຍຢ່າງ, ຂະແໜງການ​ຕ້ອງ​ສຸມ​ໃສ່​ຜັນຂະຫຍາຍ​ລາຍການກະຕຸກຊຸກຍູ້ຄວາມຕ້ອງການພັດທະນາ​ການທ່ອງທ່ຽວ​ ເພື່ອຫັນເປັນຕົວຈິງເປົ້າໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 22-23 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້.

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຍສໝ - ໃນ​ໄລຍະ​ພັກບຸນ​ວັນ​ຊາດ ​ວັນ​ທີ 2 ກັນຍາ 4 ວັນ (​ແຕ່​ວັນ​ທີ 31 ສິງຫາ ຫາ​ວັນ​ທີ 3 ກັນຍາ), ນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 672.900 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ລວມຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ກວ່າ 2,18 ຕື້​ດົ່ງ; ...

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ວາລະສານ Time Out ຂອງ​ ອັງກິດ​ ໄດ້​ຄັດເລືອກເອົາ ກວາງ​ອານ, ຮ່າ​ໂນ້ຍ, ຫວຽດນາມ ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024.

ແທັງຮັ່ງ

ເຫດການ