ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

21:41 | 05/03/2025

ຍສໝ - ຈັດ​ຕັ້ງ​ການ​ແຂ່ງຂັນສອບ​ຖາມ, ຈັດ​ຕັ້ງ​ສັບປະດາ​ຮູບ​ເງົາ​ຫວຽດ​ນາມ ແລະ ສັບປະດາ​ອາ​ຫານ​ຫວຽດ​ນາມ; ການເປີດຈຳໜ່າຍ​ຊຸດ​ສະ​ແຕມລວມ ຫວຽດນາມ -​ສີ​ລັງກາ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ດຳ​ເນີນເນື່ອງໃນໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສີ​ລັງກາ (1970 – 2025).

ງານ​ວາງ​ສະ​ແດງເອກະສານ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ສະຫະພັນຣັດ​ເຊຍ
ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

ຫວ່າງ​ມໍ່ໆ​ມາ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ສີ​ລັງກາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຂ່າວ ເພື່ອສະໜອງຂໍ້ມູນໂດຍສັງເຂບກ່ຽວກັບບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຊຸມ​ປີ​ສະເຫຼີມສະຫຼອງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ກອງປະຊຸມຂ່າວດັ່ງກ່າວໄດ້ເຂົ້າຮ່ວມໂດຍຫຼາຍອົງການສື່ມວນຊົນສີລັງກາ ແລະ ສາກົນ ເຊັ່ນ Colombo Times, Sri Lanka Rupavahini Corporation, Voice of Asia Network, AFP, Daily Mirror, The Island, LMD Magazine, Economy Next, Daily Financial Times, Daily Morning, Sunday Island, Daily News, Sunday Times, The Divaina Newspaper, Supreme TV, The Hindu ...

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

ກອງ​ປະຊຸມ​ຂ່າວ​ໄດ້​ດຳ​ເນີນ​ໄປ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ອົງການ​ສື່​ມວນ​ຊົນຂອງ​ສີ​ລັງກາ ​ແລະ ສາກົນ. (ພາບ: TTXVN)

ກ່າວ​ຄຳປາໄສທີ່​ເຫດການ, ທ່ານ​ນາງ ຈີ້ງທິເຕີມ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ ໄດ້ທວນຄືນບັນດາ​ໄລຍະ​ສຳຄັນ​ຂອງ​ການ​ພົວພັນ ຫວຽດນາມ - ສີ​ລັງກາ, ​ເນັ້ນ​ໜັກ​ວ່າ 2 ປະ​ເທດ​ມີສາຍພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ. ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເປີດກ້ວາງໃນຫຼາຍຂົງເຂດ, ຈາກການເມືອງ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການປະມົງ, ວັດທະນະທຳ, ການສຶກສາ...​ສອງປະເທດໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ (NAM), ເວທີປາໄສພາກພື້ນອາຊຽນ.

ຈາກບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງ, ຫວຽດນາມ ​ແລະ ສີ​ລັງກາ ​ໄດ້​ສ້າງ​ຕັ້ງ 3 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ສຳຄັນ ​ແລະ ​ໄດ້​ລົງ​ນາມ​ໃນ​ກ່ວາ 30 ສັນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ບັນ​ລຸ​ປະ​ມານ 300 – 350 ລ້ານ USD/ປີ. ການ​ລົງ​ທຶນ​ແມ່ນ​ພວມເລີ່ມຕົ້ນສີສັນໃໝ່​ປະ​ມານ 30 ໂຄງ​ການ​ລົງ​ທຶນ​ຂອງ ສີ​ລັງ​ກາ ຢູ່​ຫວຽດ​ນາມ ແລະ ຮ້ານ​ອາ​ຫານ​ຫວຽດ​ນາມ 4 ແຫ່ງ​ຢູ່ ສີ​ລັງ​ກາ. ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ພຸດທະ​ສາສະໜາ ​ແລະ ການ​ແລກປ່ຽນ​ປະຊາຊົນ​ນັບ​ມື້​ນັບ​ພັດທະນາ, ກາຍ​ເປັນ​ເສົາ​ຄ້ຳ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທີ່​ການ​ປະ​ຊຸມ​ຂ່າວ, ສະຖານທູດ​ຫວຽດນາມ ປະຈຳ ສີ​ລັງກາ ​ໄດ້​ປະກາດ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ປີ 2025, ​ໃນ​ນັ້ນ​ມີ ຈັດ​ຕັ້ງ​ບັນດາການແຂ່ງຂັນສອບ​ຖາມກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ (ແຕ່​ເດືອນ​ມັງກອນ​ຮອດ​ເດືອນມິຖຸນາ 2025); ການແຂ່ງຂັນອອກແບບ logo ​ສະ​ເຫຼີ​ມສະຫຼອງ (ແຕ່​ເດືອນມີນາ - ພຶດສະພາ 2025); ຈັດຕັ້ງສັບປະດາຮູບເງົາຫວຽດນາມ ແລະ ສັບປະດາອາຫານຫວຽດນາມ ເພື່ອແນະນໍາວັດທະນະທໍາ, ປະເທດ, ປະຊາຊົນຫວຽດນາມ ເຖິງຊາວສີລັງກາ; ເປີດຈຳໜ່າຍ​ຊຸດ​ສະ​ແຕມລວມ ຫວຽດ​ນາມ - ສີ​ລັງ​ກາ...

ນອກຈາກນັ້ນ, ສະຖານທູດຍັງຈະຈັດພິທີສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດ ເຊັ່ນ ສະເຫຼີມສະຫຼອງ 95 ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາພັກການເມືອງ ສີລັງກາ ເພື່ອເຊີດຊູພັກ ຫວຽດນາມ ແລະ ການພົວພັນຮ່ວມມືຊ່ອງທາງຂອງພັກລະຫວ່າງສອງປະເທດ; ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດ້ວຍການແຂ່ງຂັນຂຽນກ່ຽວກັບຊີວິດ ແລະ ອາຊີບຂອງປະທານ ໂຮ່ຈີມິນ ແລະ ຊຸກຍູ້ສີລັງກາ ສະໜັບສະໜູນການມີເສັ້ນທາງຢູ່ ໂກລົມໂບ ທີ່ມີຊື່ຕາມທ່ານ.

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

ທ່ານ​ນາງ ຈີ້ງທິເຕີມ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ. (ພາບ: TTXVN)

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຈີ້ງທິເຕີມ ​ເຊື່ອ​ໝັ້ນ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ ຫວຽດນາມ - ສີ​ລັງກາ ນັບມື້ນັບຈະ​ພັດທະນາ​ຢ່າງ​ໝັ້ນຄົງ​; ຢືນຢັນ​ວ່າ ສະຖານທູດ​ຫວຽດນາມ ປະຈຳ ສີ​ລັງກາ ສືບ​ຕໍ່ມີບົດບາດເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ບົນ​ບັນດາເສົາຄ້ຳ​ທາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ການ​ທູດ​ປະຊາຊົນ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ ໄດ້ປຸກລະດົມການ​ແຂ່ງຂັນ​ອອກແບບ Logo ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ (​ແຕ່​ເດືອນ ມີນາ ຫາ​ເດືອນ ພຶດສະພາ ປີ 2025); ແນະນຳບົດເພງຍ້ອງຍໍສາຍພົວພັນລະຫວ່າງສອງປະເທດ ແຕ່ງໂດຍນັກດົນຕີສີລັງກາ Mohomed Iqbal; ມອບ​ລາງວັນ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ລາງວັນການ​ແຂ່ງຂັນສອບ​ຖາມເດືອນ​ກຸມພາ ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ສີ​ລັງກາ.

ພາຍຫຼັງ​ການ​ປະຊຸມ​ຂ່າວ, ບັນດາ​ຜູ້​ແທນ​ໄດ້​ຊົມບັນດາ​ອາຫານ​ຫວຽດນາມ ​ແລະ ຊົມ​ຊຸດສະສົມ​ຮູບ​ພາບ​ກ່ຽວ​ກັບ ​ຫວຽດນາມ ກໍ່ຄືການ​ພົວພັນ​ຫວຽດນາມ - ສີ​ລັງກາ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ມັງກອນ, ຢູ່​ນະຄອນ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; 46 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊາດ ວັນ​ທີ 7 ມັງກອນ (1979-2025) ​ແລະ ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2024, ...

ມີງດຶກ

ເຫດການ