ຫວຽດນາມ ​ໄດ້​ຮັບ​ອຸປະກອນ​ເກັບ​ກູ້​ລະ​ເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ​ທີ່​ທັນ​ສະ​ໄໝ​ຈາກ ຍີ່​ປຸ່ນ

21:18 | 04/03/2025

ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ
ກອງ​ປະຊຸມ​ກາງ​ສະ​ໄໝ​ຕີ​ລາຄາ​ການ​ຜັນຂະຫຍາຍ​ຂໍ້​ຕົກລົງ​ແຜນການ​ຮ່ວມ​ມື​ຫວຽດນາມ - ລາວ

ກ່າວ​ຄຳ​ປາໄສ​ທີ່​ເຫດການນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Ito Naoki ​ໃຫ້​ຮູ້​ວ່າ ລັດຖະບານ ຍີ່ປຸ່ນ ​ໄດ້​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການ​ເກັບ​ກູ້​ລະ​ເບີດ ​ແລະ ວັດຖຸ​ລະ​ເບີດ​ທີ່​ຍັງ​ເຫຼືອ​ຈາກ​ສົງຄາມ​ມາ​ເປັນ​ເວລາ 20 ປີ ດ້ວຍ​ບັນດາ​ໂຄງການ​ໜູນ​ຊ່ວຍ​ອື່ນໆ​ຕົ້ນຕໍ​ຢູ່​ພາກ​ກາງ ຫວຽດນາມ, ໂດຍຜ່ານ JICA, ກອງ​ທຶນ​ເຊື່ອມ​ໂຍງ ອາ​ຊຽນ - ຍີ່ປຸ່ນ, ກະຊວງ​ການ​ຕ່າງປະ​ເທດ. ຜ່ານ​ນັ້ນ, ຊ່ວຍ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ປອດ​ໄພ, ຄວາມ​ສະຫງົບ​ໃນ​ການ​ເຮັດ​ວຽກ, ຜະລິດ ​ແລະ ພັດທະນາ​ເສດຖະກິດ.

ຫວຽດນາມ ​ໄດ້​ຮັບ​ອຸປະກອນ​ເກັບ​ກູ້​ລະ​ເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ​ທີ່​ທັນ​ສະ​ໄໝ​ຈາກ ຍີ່​ປຸ່ນ

ທ່ານພົນໂທ ຮ່ວາງຊວນຈ໋ຽນ ແລະ ທ່ານເອກອັກຄະລັດຖະທູດ Ito Naoki ຢ້ຽມຢາມເຂດວາງສະແດງອຸປະກອນເກັບກູ້ລະເບີດ. (ພາບ: ກະຊວງປ້ອງກັນປະເທດ)

ທ່ານພົນໂທ ຮ່ວາງຊວນຈ໋ຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງຕົວຈິງຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ. ທ່ານ​ກ່າວ​ວ່າ ໂຄງການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຝ່າຍ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່​ຫວຽດນາມ.

ໂຄງການ​ດັ່ງກ່າວ​ໄດ້​ສະໜອງ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ໃຫ້ ຫວຽດນາມ ​ເຊັ່ນ​ອຸປະກອນ​ຕັດ​ຕົ້ນ​ໄມ້, ອຸປະກອນ​ເກັບ​ກູ້​ລະ​ເບີດ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ຂອງ​ຍີ່​ປຸ່ນ. ໂຄງການດັ່ງກ່າວຍັງໄດ້ຝຶກອົບຮົມ, ບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີໃຫ້ແກ່ທີມງານຄຸ້ມຄອງອຸປະກອນຂອງ VNMAC ດ້ານເຕັກນິກ ແລະ ​ເຕັກ​ໂນ​ໂລ​ຢີໃໝ່ໃນການເກັບກູ້ລະເບີດ; ບຳລຸງສ້າງກ່ຽວກັບມາດຕະຖານ, ຂັ້ນຕອນການເກັບກູ້ລະເບີດດ້ວຍອຸປະກອນກົນຈັກເພື່ອປັບປຸງການຜະລິດ, ຈຳກັດຄວາມພະຍາຍາມຂອງມະນຸດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນປະຕິບັດວຽກງານນີ້; ຜັນຂະຫຍາຍ​ການ​ທົດ​ສອບ​ການ​ເກັບ​ກູ້​ບໍ່​ແຮ່​ໂດຍ​ໃຊ້​ອຸປະກອນ​ໃໝ່​ທີ່​ໄດ້​ຮັບ​ຈາກ​ຍີ່ປຸ່ນ.

ກ່ອນໜ້ານັ້ນ, ວັນທີ 21 ທັນວາ 2024 ຢູ່ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວນຈ໋ຽນ ແລະທ່ານເອກອັກຄະລັດຖະທູດ Ito Naoki ໄດ້ລົງນາມໃນຈົດໝາຍທາງການແລກປ່ຽນກ່ຽວກັບໂຄງການ “ສະໜອງອຸປະກອນເກັບກູ້ລະເບີດ” ມູນຄ່າ 500 ລ້ານເຢນ ພາຍໃຕ້ໂຄງການຮ່ວມມືຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ VNMAC.

ໂຄງການດັ່ງກ່າວ ແມ່ນໜຶ່ງໃນບັນດາບຸລິມະສິດຂອງໂຄງການ 504, ມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນການປົນເປື້ອນຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມຢູ່ ຫວຽດນາມ, ພິເສດແມ່ນເຂດທີ່ມີມົນລະພິດຢ່າງໜັກໜ່ວງ, ເພື່ອອະນາໄມສິ່ງແວດລ້ອມ ແລະ ຮັບປະກັນທີ່ດິນນຳໃຊ້ຢ່າງປອດໄພ.

ຕາມ​ສະຖິຕິແລ້ງ, ພາຍຫຼັງ​ທົດ​ສະ​ວັດ​ຂອງ​ການ​ເກັບ​ກູ້​ລະ​ເບີດຮອດ​ທ້າຍ​ປີ 2024, ຫວຽດນາມ ຍັງ​ຄົງ​ມີ​ເນື້ອ​ທີ່​ປະມານ 5,6 ລ້ານ​ເຮັກຕາ (ກວມ 17,71% ຂອງ​ເນື້ອ​ທີ່​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ) ທີ່​ຖືກ​ປົນ​ເປື້ອນ​ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ຍັງ​ເຫຼືອ​ຈາກ​ສົງຄາມ.

ການໄດ້ຮັບອຸປະກອນທີ່ທັນສະໄໝຈາກຍີ່ປຸ່ນ ຈະຊ່ວຍຊຸກຍູ້ຂະບວນການອະນາໄມດິນ, ຫຼຸດຜ່ອນຄວາມສ່ຽງຈາກອຸບັດຕິເຫດ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນ, ພ້ອມກັນນັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດ ແລະ ການພັດທະນາເສດຖະກິດ. ບໍ່ພຽງແຕ່ໜູນຊ່ວຍດ້ານເຕັກ​ນິກເທົ່ານັ້ນ, ການຮ່ວມມືນີ້ ຫາກຍັງປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ, ສະແດງໃຫ້ເຫັນຄຳໝັ້ນສັນຍາອັນໜັກແໜ້ນຂອງສອງຝ່າຍໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ຊຸກຍູ້ການພັດທະນາແບບຍືນຍົງ.

ກ່ອນ​ໜ້າ​ນີ້, ​ໃນ​ໄລຍະ​ປີ 2010-2016, ຍີ່​ປຸ່ນ​ໄດ້ອຸປະຖຳ 5,5 ລ້ານ USD ​ໃຫ້​ແກ່ບັນດາໂຄງການ​ສຳຫຼວດ ແລະ ​ເກັບ​ກູ້​ລະ​ເບີດ​ຢູ່​ແຂວງ ກວາງຈີ້ ​ແລະ ຮ່າຕິ້ງ.

ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

ຍສໝ​ -​ ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ.

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.

ມີງດຶກ

ເຫດການ