ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

14:31 | 10/03/2025

ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2025).

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ
Festival ອາຊີບ​ເກືອ ຫວຽດນາມ - ບາກ​ລຽວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 6 – 8 ມີນາ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນຫຼາຍຢ່າງ

ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງ 8 ມີນາ (8 ມີນາ 1910 – 8 ມີນາ 2025). ເຂົ້າຮ່ວມມີທ່ານນາງ ກຽວທິຮັ່ງຟຸກ, ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ, ທ່ານນາງ ປະທານສະຫະພັນແມ່ຍິງແຂວງຫຼວງພະບາງ ບົວສອນ ໄຊຍະໄຊ, ແລະ ຜູ້ຕາງໜ້າແມ່ຍິງຈາກບັນດາພະແນກ, ຂະແໜງການ, ຜູ້ຕາງໜ້າສະມາຄົມຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ.

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ໂຄງການ ໄດ້ຫຸງເຝີ 300 ກວ່າຖ້ວຍໃຫ້ແກ່ບັນດາອ້າຍຈົວຢູ່ວັດ ພະໂອ, ບ້ານ ພະໂອ, ນະຄອນ ຫຼວງພະບາງ.

ໂດຍຜ່ານ​ການ​ເຄື່ອນ​ໄຫວ​ນີ້, ເອື້ອຍນ້ອງສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ, ຫົວໜ່ວຍທີ່​ກ່ຽວ​ຂ້ອງ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ແຂວງ ຫຼວງ​ພະ​ບາງ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ພາກ​ເໜືອ​ລາວ ໄດ້ມີເງື່ອນໄຂພົບປະ, ແບ່ງປັນຄວາມ​ຫຍຸ້ງ​ຍາກ ເພື່ອມາ​ນະ​ພະ​ຍາ​ຍາມ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ອັນສຳຄັນເຂົ້າໃນ​ການ​ປົກ​ປັກ​ຮັກ​ສາ, ປັບປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

ໂຄງການໄດ້ບໍລິຈາກເຂົ້າສານ 1 ໂຕນ, ນ້ຳມັນ 10 ຖັງ, ໄຂ່, ນ້ຳຫວານ, ນ້ຳຕອງ 1.000 ໜ່ວຍ ແລະ ຫຸງເຝີ 300 ກວ່າຖ້ວຍໃຫ້ແກ່ບັນດາອ້າຍຈົວຢູ່ວັດ ພະໂອ, ບ້ານ ພະໂອ, ນະຄອນ ຫຼວງພະບາງ. ການເຄື່ອນໄຫວອາສາສະໝັກໄດ້ສ້າງຂີດໝາຍຫຼາຍຢ່າງ, ມອບຄຸນຄ່າຢ່າງແທດຈິງໃຫ້ຜູ້ທີ່ຕ້ອງການ, ເຜີຍແຜ່ຄວາມຮັກແພງ, ຍົກສູງສະຕິວິໄນໃນຊຸມຊົນ, ສາມັກຄີ, ເຕັມໄປດ້ວຍຈິດໃຈທີ່ດີ, ຈູດໄຟແຫ່ງຄວາມກະຕືລືລົ້ນ, ມີແຮງຈູງໃຈໃນຊີວິດຫຼາຍຂຶ້ນ.

50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

ຍສໝ​ - ວັນ​ທີ 13 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ໄດ້​ສົ່ງ​ຈົດໝາຍ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ...

ຮ່າ​ໂນ້ຍ ຈະ​​ສະ​ແດງ​ drone 2.025 ໜ່ວຍ​ເພື່ອ​ສະ​ເຫຼີມ​ສະ​ຫຼອງບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຮ່າ​ໂນ້ຍ ຈະ​​ສະ​ແດງ​ drone 2.025 ໜ່ວຍ​ເພື່ອ​ສະ​ເຫຼີມ​ສະ​ຫຼອງບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຍສໝ​ - ວັນ​ທີ 6 ມັງກອນ​ນີ້, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ຈະ​ຈັດ​ຕັ້ງລາຍການປະສານດົນຕີແສງສີ - ຕ້ອນຮັບ​ປີ​ໃໝ່ 2025 ຢູ່​ເຂດ​ສີ່​ແຍກ ຫງວຽນ​ຮ່ວາງຕົ່ນ - ລາກລອງກວນ (​ໄຕ​ໂຮ່, ຮ່າ​ໂນ້ຍ) ​ໃນ​ເວລາ 20:00 ໂມງ​ຂອງ​ວັນ​ທີ 18 ມັງກອນ​ນີ້.

ມີງດຶກ

ເຫດການ