ຍສໝ - ໃນຊຸມວັນໃກ້ຈະຮອດບຸນເຕັດ ປີຂານ 2022, ມີບາງຄອບຄົວຊາວຫວຽດນາມ ອາໄສຢູ່ Sudney ໄດ້ຈັດຕັ້ງການຕົ້ມເຂົ້າຕົ້ມ, ເຮັດຢໍ່, ແໜມ ເພື່ອສ້າງກອງທຶນການກຸສົນ ໜູນຊ່ວຍເດັກນ້ອຍທຸກຍາກຢູ່ ຫວຽດນາມ.
ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022
ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງບຸຍທິມິງຮ່ວາຍຫົວໜ້າຄະນະຂົນຂວາຍປະຊາຊົນຂັ້ນສູງກາງໄດ້ໃຫ້ການຕ້ອນຮັບແລະເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ.
ຍສໝ - ວັນທີ 17 ພະຈິກ ຢູ່ ຮ່າໂນ້ຍ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ເຮັດວຽກກັບກົມການສຶກສານອກໂຮງຮຽນ (ກະຊວງສຶກສາ ແລະ ບຳລຸງສ້າງ) ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ໂດຍມີຊາວຫວຽດນາມ 3 ຄົນອາໄສຢູ່ ມາເກົາ ທີ່ຕິດເຊື້ອພະຍາດໂຄວິດ - 19, ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໄດ້ສົມທົບກັບອົງການອຳນາດການປົກຄອງປະເທດປະຈຳຖິ່ນໜູນຊ່ວຍບັນດາກໍລະນີດັ່ງກ່າວປິ່ນປົວພະຍາດຢ່າງໄວວາ.
ຍສໝ - ກອງທຶນແຫ່ງຄວາມເມດຕາ ຊຸດເສື້ອຍາວພັນລະຍາ ເອີລົບ ໄດ້ຕັ້ງໜ້າຮຽກຮ້ອງການປະກອບສ່ວນຂອງບັນດາຊາວຫວຽດນາມພວມອາໄສ ແລະ ເຮັດວຽກຢູ່ ເອີລົບ ສະໜັບສະໜູນບັນດາແພດໝໍ ທີ່ພວມຕໍ່ສູ້ເພື່ອກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງເວັນ ແລະ ຄືນ ຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ.
ຍສໝ - ວັນທີ 6 ກັນຍາ, ຄະນະສະຫະພັນນັກທຸລະກິດ ໄຕ້ຫວັນ ແຂວງ ເລິມດົ່ງ ໄດ້ມາສະໜັບສະໜູນວັດຖຸອຸປະກອນການແພດຈຳນວນໜຶ່ງໃຫ້ແຂວງເລິມດົ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍມີມູນຄ່າ 270 ລ້ານດົ່ງ.
ຍສໝ - ວັນທີ 4 ກັນຍາ, ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) ໄດ້ມອບເງິນເປັນຈຳນວນ 25 ລ້ານດົ່ງ ໃຫ້ແກ່ໂຄງການ ATM ອົກຊີແຊນ ຜ່ານຄະນະຊາວໜຸ່ມກອມມູນິດ ນະຄອນໂຮ່ຈີມິນ ເມືອງເຕິນບິ່ງ.
ຍສໝ - ຄະນະກຳມະການແຫ່ງຊາດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຄະນະພົວພັນຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຈັດຕັ້ງການເສັງຂັບລຳເພງພື້ນເມືອງ ທີ່ໄດ້ອອກອາກາດໃນຄືນຂອງ VOV5 ສຳລັບຊາວຫວຽດນາມ ແລະ ຊາວຕ່າງປະເທດໃນທົ່ວໂລກ...
ຍສໝ -ສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຫາກໍ່ປຸກລະດົມໂຄງການມອບຄວາມຮັກແພງ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນແຖວໜ້າຕ້ານໂລກລະບາດໂຄວິດ - 19 ແລະ ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນ…
ຍສໝ - ມີຫຼາຍອົງການ, ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນທັນຍະຫານ, ອຸປະກອນການແພດໃຫ້ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ ກ່ຽວກັບການປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໃນນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງຂອງຊາດ ຫວຽດນາມທີ່ບໍ່ອາດຕັດແຍກອອກຈາກໄດ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021), ວັນທີ 7 ສິງຫາ, ຢູ່ສຳນັກງານສະມາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ (UGVF) ຢູ່ປາຣີ, ສະມາຄົມຊາວໜຸ່ມຫວຽດນາມ ຢູ່ ຝລັ່ງ (UJVF) ໄດ້ສົມທົບກັບອົງການຈັດຕັ້ງ ໄຂງານວາງສະແດງພາບແຕ້ມກ່ຽວກັບທາດພິດສີສົ້ມ ໂດຍນັກຈິດຕະກອນຍິງ ເຈິ່ນແອັງ ປະຕິບັດ.
ຍສໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມີຂັ້ນຕອນການເຄື່ອນໄຫວທີ່ງາຍດ່າຍ, ເພີ່ມທະວີຄວາມປອດໄພ, ສາມາດມ້າງອອກ ແລະ ຕິດຕັ້ງຢ່າງງ່າຍດາຍ ເມື່ອຕ້ອງນຳໃຊ້ຢູ່ເຂດເກັບຕົວຢ່າງທີ່ມີຄວາມສ່ຽງສູງ.
ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.
ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.