ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ

16:30 | 17/07/2022

ຍ​ສ​ໝ - ຄ້າຍ​ພັກ​ແລ້ງ​ຫວຽດ​ນ​າມ​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 108 ທ່ານ​ໃນ​ເກນ​ອາ​ຍຸ​ແຕ່ 16 – 24 ປີ ໂດຍ​ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ ຄະ​ນະ​ຊາວ​ໜຸ່ມ​ເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ມາ​ຈາກ 25 ປະ​ເທດ​ໃນ​ໂລກ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ
ຄະ​ນະ​ຊາວ​ໜຸ່ມ​ຖ່າຍ​ຮູບ​ຢູ່​ອະ​ນຸ​ສາ​ວະ​ລີ ແມ່​ຫວຽດ​ນາມ ວິ​ລະ​ຊົນ (ພາບ: scov.gov.vn.)

ຕາມ​ແຜນ​ການ 4582 ກ່ຽວ​ກັບ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງ​ການ “ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022” ຫາ​ກໍ່​ໄດ້​ປະ​ກາດ​ໃຊ້ ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກ໋​ວາງ​ນາມ ​ໃນ​ວັນ​ທີ 14 ກໍ​ລະ​ກົດ 2022.

ລະ​ອຽດ​ແມ່ນ, ໃນ​ລະ​ຫວ່າ​ງວັນ​ທີ 28 – 30 ກໍ​ລະ​ກົດ, ຄະ​ນະ​ຊາວ​ໜຸ່ມ​ເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈະ​ເຂົ້າ​ຮ່ວມ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ແຂວງ ແລະ ມອບ​ຂອງ​ຂວັນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນໃຫ້​ແກ່​ແມ່​ຫວຽດ​ນາມ ວິ​ລະ​ຊົນ 5 ຄົນ​ໃນ​ແຂວງ, ຢ້ຽມ​ຊົມ ແລະ ຈຸດ​ທູບ​ໄຕ້​ທຽນ​ໄວ້​ອາ​ໄລ​ຢູ່​ເຂດອະ​ນຸ​ສາ​ວະ​ລີ ແມ່ ຫວຽດ​ນາມ ວິ​ລະ​ຊົນ, ຢ້ຽມ​ຊົມ​ໝູ່​ບ້ານ​ບິກ​ຮ​ວາ​ຕ​າມ​ແທັງ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ພຶດ​ຕິ​ກຳ​ຕິວ​ຈິງ​ແຕ້ມ​ພາບ​ບິກ​ຮ້​ວາ (ແຕ້ມພາບໃສ່ຝາ).

ຄ້າຍ​ພັກ​ແລ້ງ​ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈັດ​ຕັ້ງ​ປະ​ຈຳ​ປີ ເພື່ອ​ແນ​ໃສ່​ສ້າງ​ສະ​ຖານ​ທີ່ລະຫຼີ້ນໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກ​ສາ​ທີ່ຢູ່ຕ່າງ​ປະ​ເທດ​ເຊື່ອມ​ຕໍ່, ພົ​ບ​ປະ​ແລກ​ປ່ຽນ​ກັບ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ພາຍ​ໃນ​ປະ​ເທດ, ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ, ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ໄວ​ໜຸ່ມ ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດຫຼັກ​ແຫຼ່ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຄ້າຍ​ພັກ​ແລ້ງ​ຫວຽດ​ນ​າມ​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 108 ທ່ານ​ໃນ​ເກນ​ອາ​ຍຸ​ແຕ່ 16 – 24 ປີ ໂດຍ​ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ ຄະ​ນະ​ຊາວ​ໜຸ່ມ​ເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ມາ​ຈາກ 25 ປະ​ເທດ​ໃນ​ໂລກ. ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ຄ້າຍ​ພັກ​ແລ້ວ ຫວຽດ​ນາມ​ ປີ 2022 ຈະ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ ​ມີ​ແຂວງ​ກ໋​ວາງ​ນາມ. ພິ​ທີ​ໄຂ​ຈະ​ຈັດ​ຕັ້ງ​ຢູ່​ນະ​ຄອນ​ວິງ, ເງະ​ອານ ແລະ ​ພິ​ທີ​ອັດ​ຈະ​ຈັດ​ຕັ້ງ​ຢູ່​ນະ​ຄອນ​ວູງ​ເຕົ່າ. ໂດຍເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ, ຮ່ອງ​ຮ​ອຍ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ, ບັນ​ດາ​ໂຄງ​ການ​ພົວ​ພັນ​ແລກ​ປ່ຽນ, ການ​ເຄື່ອນ​ໄຫວ​ທຳ​ການ​ກຸສົນ​ຢູ່​ບັນ​ດາ​ທ້ອ​ງ​ຖິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.