ຍສໝ - ວັນທີ 15 ແລະ 16 ມິຖຸນານີ້, ວັນບຸນກົງສຸນ 2024 ໄດ້ຈັດຂຶ້ນຢູ່ສະໜາມຫຼວງ Bellecour, ນະຄອນ Lyon - ເມືອງໃຫຍ່ທີ 3 ຂອງ ຝລັ່ງ. ພື້ນທີ່ຮ້ານຂອງ ຫວຽດນາມ ທີ່ງານບຸນໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ນີ້ແມ່ນຄຳເຫັນຂອງ ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ທີ່ກອງກອງປະຊຸມຮ່ວມກັບຄະນະຜູ້ແທນຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍດໍາເນີນການທົດລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.
ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
ຍສໝ - ວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ການສຳມະນາວັດທະນະທຳ: ຊາ ແລະ ໂລກ” ແລະ ການສຳມະນາສົ່ງເສີມວັດທະນະທຳການທ່ອງທ່ຽວ ກວາງຊີ (ຈີນ). ເຫດການຄັ້ງນີ້ ໂດຍສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ພ້ອມກັນກັບພະແນກວັດທະນະທຳ ແລະ ທ່ອງທ່ຽວ ກວາງຊີ ຈັດຕັ້ງ.
ຍສໝ - ແຕ່ເດືອນພຶດສະພາ ປີ 2024, ກູບາ ຜັນຂະຫຍາຍວີຊາເອເລັກໂຕນິກໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ, ຊຸກຍູ້ຄວາມຕ້ອງການການທ່ອງທ່ຽວ. ກູບາ ມີເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນໃນປີ 2024.
ຍສໝ - ນັ້ນແມ່ນທ່ານ ຫງວຽນຕ໋ວນແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ທີ່ກອງປະຊຸມຖະແຫຼງຂ່າວເສດຖະກິດ - ສັງຄົມ, ດຶງດູດການລົງທຶນ ແລະ ສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງດິ້ງ, ໃຫ້ແກ່ບັນດາອົງການຂ່າວພາຍໃນ ແລະ ຕ່າງປະເທດ.
ຍສໝ - ໃນຕອນເຊົ້າວັນທີ 22 ມີນາ, ໄດ້ດຳເນີນການທົດສອບກວດກາຄວາມລຽບຂອງໜ້ານ້ຳ, ເຕີມນ້ຳມັນລົດຈັກ, ກວດກາຄັ້ງສຸດທ້າຍກ່ອນເຂົ້າສູ່ສະໜາມແຂ່ງຂັນ... ນັ້ນແມ່ນບັນດາຮູບພາບຢູ່ທ່າກຳປັ່ນ ຖິນາຍ (ນະຄອນ ກິວເຍີນ, ແຂວງ ບິ່ງດິ່ງ).
ຍສໝ - ໂດຍສືບຕໍ່ຜົນສໍາເລັດຂອງການເຄື່ອນໄຫວດ້ານວັດທະນະທໍາ-ການທ່ອງທ່ຽວ ທີ່ໄດ້ສົມທົບກັນຈັດຕັ້ງສຳເລັດ, ຄື: ວັນບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນລະຫວ່າງຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ ປີ 2017; “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ ປີ 2018…, ແຂວງເຊີນລາ ໄດ້ສົມທົບກັບແຂວງຫົວພັນ ຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024 ຂຶ້ນດ້ວຍຫຼາຍກິດຈະກໍາການທ່ອງທ່ຽວ, ວັດທະນະທໍາທີ່ເປັນເອກະລັກສະເພາະ.
ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຄື່ອນໄຫວວາງສະແດງ, ຫໍພິພິທະພັນ ຮ່າຢາງ ໄດ້ນຳປະສົບການທີ່ມີຊີວິດຊີວາຫຼາຍຢ່າງມາໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນອະນຸລັກຮັກສາ ແລະ ໂຄສະນາຄຸນຄ່າທາງດ້ານວັດທະນະທຳບັນດາເຜົ່າຢູ່ແຂວງ ຮ່າຢາງ.
ຍສໝ - ນີ້ຈະແມ່ນຫ້ອງການສົ່ງເສີມການທ່ອງທ່ຽວຢູ່ຕ່າງປະເທດແຫ່ງທຳອິດຂອງການທ່ອງທ່ຽວ ຫວຽດນາມ, ໃນຄວາມມານະພະຍາຍາມ ເພື່ອປ່ຽນໃໝ່ວິທີການສົ່ງເສີມ, ໂຄສະນາການທ່ອງທ່ຽວ.
ຍສໝ - ເຂົ້າຮ່ວມທ່ອງທ່ຽວຊົມທິວທັດຍາມລະດູບານໃໝ່ມິດຕະພາບ 2024 ໂດຍສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ (HAUFO), ກົມທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບເມືອງ ຊອກເຊິນ ໃນຕອນເຊົ້າວັນທີ 9 ມີນາ, ບັນດາເອກອັກຄະລັດຖະທູດ ແລະ ເຈົ້າໜ້າທີ່ການທູດຢູ່ບັນດາສະຖານທູດ; ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ ຫວຽດນາມ ໄດ້ມີໂອກາດສຳຜັດຄວາມງາມຂອງວັດທະນະທຳຫວຽດນາມ.
ຍສໝ - ແຕ່ວັນທີ 8 – 18 ກຸມພາ (ຄືແຕ່ວັນທີ 29 ເດືອນ 12 ຫາວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຈຳນວນນັກທ່ອງທ່ຽວໃນບໍລິເວນແຂວງ ດ້ຽນບຽນ ໄດ້ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຍສໝ - ວັດທະນະທຳມູນເຊື້ອທີ່ມີຮີດຄອງປະເພນີໃນວັນບຸນເຕັດ, ບຸນຕົ້ນລະດູບານໃໝ່... ຫຼາຍສີສັນຂອງທ້ອງຖິ່ນໄດ້ສ້າງຄວາມປະທັບໃຈທີ່ພິເສດ ແລະ ບໍ່ອາດລືມໄດ້ໃນຈິດໃຈຂອງແຂກຕ່າງປະເທດຫວຽດນາມ.
ຍສໝ - ໃນການເຂົ້າຮ່ວມລາຍການທ່ອງທ່ຽວ “ບຸນເຕັດສາກົນ ຫຼີນບຸນເຕັດພື້ນເມືອງຫວຽດນາມ”, ນັກທ່ອງທ່ຽວສາມາດຮັບປະທານອາຫານເຕິດເຊັ່ນ ເຂົ້ົ້າຕົ້ົ້ມ,ຫົວຜັກສະຄຸ້, ອັ່ງປາວເງິນໂຊກຕາມຮີດຄອງປະເພນີຂອງຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ທີ່ກອງປະຊຸມສະຫຼຸບວຽກງານປີ 2023 ແລະ ຜັນຂະຫຍາຍແຜນການເຄື່ອນໄຫວປີ 2024, ສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ຄັດເລືອກເອົາໃຫ້ 12 ເຫດການທ່ອງທ່ຽວພົ້ນເດັ່ນໃນປີ 2023.
ຍສໝ - ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ.
ຍສໝ - ວັນທີ 23 ມັງກອນນີ້, ກອງປະຊຸມອົງການທ່ອງທ່ຽວແຫ່ງຊາດອາຊຽນ ຄັ້ງທີ 59 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ.
ຍສໝ - ຕອນບ່າຍວັນທີ 17 ມັງກອນ 2024 (ຕາມເວລາທ້ອງຖິ່ນ) ຢູ່ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ດ້ວຍຖານະນັກປາຖະກະຖາຫຼັກທີ່ກອງປະຊຸມປຶກສາຫາລື “ບົດຮຽນຈາກ ອາຊຽນ” ໃນຂອບກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) Davos ປີ 2024.
ຍສໝ - ອ່າວຮະລອງ (ແຂວງກວ໋າງນີງ) ຖືກຈັດຢູ່ອັນດັບທີ 3 ໃນບັນດາສະຖານທີ່ທີ່ໄດ້ຮັບລາງວັນ Best of the Best ຂອງ Travellers’ Choice (ນັກທ່ອງທ່ຽວຄັດເລືອກ).
ຍສໝ - ຕາມຂ່າວສານຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນເປັນປະຫວັດການ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກນີ້ແມ່ນຫຼັກຖານສະແດງເຖິງການດຶງດູດການເພີ່ມຂຶ້ນຂອງອຸດສາຫະກໍາການທ່ອງທ່ຽວ "ປະເທດລ້ານຊ້າງ" ຕໍ່ກັບນັກທ່ອງທ່ຽວສາກົນ.