ຫວຽດນາມ ແມ່ນຕະຫຼາດແຂກທ່ອງທ່ຽວທີ່ເຕີບໂຕໄວທີ່ສຸດຂອງ ອົດສະຕາລີ

23:09 | 11/09/2024

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຕາງໜ້າວິສາຫະກິດການທ່ອງທ່ຽວ, ຜູ້ໃຫ້ບໍລິການການທ່ອງທ່ຽວ, ຈຸດໝາຍປາຍມາງການທ່ອງທ່ຽວອົດສະຕາລີ ຈໍານວນ 28 ແຫ່ງ ໄດ້ມີການພົບປະ, ແນະນໍາບັນດາຜະລິດຕະພັນ ແລະ ສ້າງຕັ້ງບັນດາການນັດພົບການຄ້າ (B2B) ກັບບັນດາຄູ່ຮ່ວມມື ຫວຽດນາມ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ລັດຖະບານ ຫວຽດນາມ ຊ່ວຍແຂວງ ໄຊສົມບູນ (ລາວ) ສ້າງລະບົບຊົນລະປະທານ ລັດຖະບານ ຫວຽດນາມ ຊ່ວຍແຂວງ ໄຊສົມບູນ (ລາວ) ສ້າງລະບົບຊົນລະປະທານ

ທ່ານ Jonathan Saw ຕາງໜ້າ​ຄະນະ​ກຳມະການ​ການ​ຄ້າ ​ແລະ ການ​ລົງທຶນ ອົດ​ສະ​ຕາ​ລີ ​ໄດ້​ຕີ​ລາຄາ​ສູງໃນພິທີ ກ່ຽວກັບຄວາມ​ສາມາດ​ບົ່ມ​ຊ້ອນ​ໃນພັດທະນາ​ການ​ທ່ອງ​ທ່ຽວ 2 ສົ້ນ ​ລະຫວ່າງ 2 ປະເທດ. ທ່ານ Jonathan Saw ໄດ້ກ່າວວ່າ: ໃນ 2 ປີຜ່ານມາ, ຈຳນວນຖ້ຽວບິນໂດຍກົງລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໄດ້ເພີ່ມຂຶ້ນສອງເທົ່າ, ຈາກ 42 ຖ້ຽວ/ອາທິດ ເປັນ 84 ຖ້ຽວ/ອາທິດ. ດັ່ງນັ້ນ, ມີຄົນຫວຽດນາມ ປະມານ 150.000 ເທື່ອຄົນ ໄປຢ້ຽມຢາມ ອົດສະຕາລີ ໃນປີກາຍນີ້, ໃນຂະນະທີ່ຈຳນວນນັກທ່ອງທ່ຽວປະເທດນີ້ໄປ ຫວຽດນາມ ມີເຖິງ 390.000ເທື່ອຄົນ.

Đại diện Tổng lãnh sự quán Úc tại TP.HCM giải đáp thắc mắc của các doanh nghiệp lữ hành Việt Nam. Ảnh: Tỷ Huỳnh/VOV.  ຕາງໜ້າ​ສະຖານ​ກົງສຸນ​ໃຫຍ່​ອົດ​ສະ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຕອບ​ຄຳ​ຖາມ​ຂ້ອງໃຈຂອງ​ທຸລະກິດທ່ອງທ່ຽວ ຫວຽດນາມ. ພາບ: ຕິຮິ່ງ/VOV.

ຕາງໜ້າ​ສະຖານ​ກົງສູນ​ໃຫຍ່​ ອົດ​ສະ​ຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຕອບ​ຄຳ​ຖາມ​ຂ້ອງໃຈຂອງວິສາຫະກິດທ່ອງທ່ຽວ ຫວຽດນາມ. ພາບ: ຕິຮວິ່ງ/VOV.

ຫວຽດນາມ ​ແມ່ນ​ຕະຫຼາດແຂກທ່ອງທ່ຽວ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ ​ແລະ ​ນອນ​ຢູ່​ໃນທ໊ອບ 3 ​​ກ່ຽວກັບ​ຈຳນວນ​ການຍື່ນສໍາເນົາຄໍາ​ຮ້ອງ​ຂໍ​ວີ​ຊາ​​ທ່ອງ​ທ່ຽວ​ຂອງ “​ດິນແດນຈິງໂຈ້”.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ພໍສົມຄວນ​ຈາກ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ. ​ໃນ​ໄລຍະ​ການຢ້ຽມຢາມ ອົດ​ສະ​ຕາ​ລີ ​ເປັນ​ທາງ​ການ ​ຄັ້ງ​ທຳ​ອິດ​ຂອງ ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ​ໃນ​ເດືອນ ມີນາ 2024, ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ບັນລຸ​ໄດ້​ບາດກ້າວ​ບຸກທະລຸ​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ​ເມື່ອຍົກລະດັບເປັນຄູ່ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ.

Doanh nghiệp Việt Nam- Autralia trong một buổi gặp gỡ B2B. Ảnh: Báo Văn hóa.  ທຸລະກິດ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ໃນ​ກອງ​ປະ​ຊຸມພົບປະ B2B. ພາບ: ໜັງສືພິມວັດທະນະທຳ.

ວິສາຫະກິດ ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ໃນ​ກອງ​ປະ​ຊຸມພົບປະ B2B. ພາບ: ໜັງສືພິມວັດທະນະທຳ.

​ໃນ​ປີ 2023, ຫວຽດນາມ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ອົດ​ສະ​ຕາ​ລີ 390.000 ເທື່ອຄົນ, ​ລື່ນກາຍລະດັບກ່ອນເກີດ​ໂລກ​ລະບາດ​ ປີ ​​2019 ແລະ ​ເຮັດ​ໃຫ້ ​ອົດ​ສະ​ຕາ​ລີ ​ຕິດທ໊ອບ 10 ຕະຫຼາດ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ມາ ​ຫວຽດນາມ​ ຫຼາຍ​ທີ່​ສຸດ. ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ມາ​ ຫວຽດ​ນາມ ​ເຕີບໂຕຢ່າງຕໍ່ເນື່ອງ. ​ໃນ 5 ເດືອນ​ຕົ້ນ​ປີ 2024, ​ມີ​ນັກ​ທ່ອງ​ທ່ຽວ ​ອົດ​ສະ​ຕາ​ລີ 213.000 ເທື່ອຄົນ​ ມາ​ຢ້ຽມ​ຢາມ ​ຫວຽດ​ນາມ, ເພີ່ມ​ຂຶ້ນ 35% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ, ເຮັດ​ໃຫ້ ອົດ​ສະ​ຕາ​ລີ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 7 ຂອງ​ຕະ​ຫລາດ ​ຫວຽດ​ນາມ. ໃນປີ 2024, ຫວຽດນາມ ຕັ້ງເປົ້າໝາຍທີ່ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 17 – 18 ລ້ານ​ເທື່ອ​ຄົນ, ຟື້ນ​ຟູ​ລະດັບ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ ແລະ ການຕະຫຼາດ ອົດ​ສະ​ຕາ​ລີ ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ນີ້.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.