ຍສໝ - ການທູດປະຊາຊົນ ໝາຍຄວາມວ່າ: ການທູດຂອງປະຊາຊົນ, ປະຊາຊົນໝົດທຸກຄົນ ປະຕິບັດການທູດ. ພິຈາລະນາຕາມແງ່ຫວັງນີ້, ບົດບາດຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລະ ບັນດາອົງການສະມາຊິກທ້ອງຖິ່ນມີຄວາມສຳຄັນທີ່ສຸດ, ໄປຄຽງຄູ່ກັບບັນດາຜົນສຳເລັດ, ໝາກຜົນທີ່ບັນລຸໄດ້ໃນປັດຈຸບັນ ການເຄື່ອນໄຫວຂອງລະບົບສະຫະພັນມິດຕະພາບ ຍັງມີຂໍ້ຈຳກັດ, ຄວາມຫຍຸ້ງຍາກຫຼາຍຢ່າງ. ໃນໄລຍະຈະມາເຖິງ, ເພື່ອໃຫ້ລະບົບນີ້ ມີກຳລັງພາຍໃນທີ່ເຂັ້ມແຂວງ, ຢັ້ງຢືນໄດ້ບົດບາດ ແລະ ບັນລຸໄດ້ປະສິດທິດຜົນຫຼາຍຢ່າງ, ຕາມຂ້າພະເຈົ້າແລ້ວ, ມີ 3 ກຸ່ມບັນຫານະໂຍບາຍທີ່ຈຳເປັນຕ້ອງຜັນຂະຫຍາຍເປັນຢ່າງດີ. ນັ້ນແມ່ນ ແຕ່ລະອົງການຕ້ອງເປັນເຈົ້າການໃນການປ່ຽນແປງໃໝ່, ເປັນເຈົ້າການໃນການປະຕິບັດງານ, VUFO ຕັ້ງໜ້າໜູນຊ່ວຍ, ປະສົມປະສານ ແລະ ທີ 3 ແມ່ນບັນດາອົງການຈັດຕັ້ງທ້ອງຖິ່ນຕ້ອງເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່, ການຮ່ວມມື.
ຍສໝ - ໂດຍສືບຕໍ່ຕ້ອງຮັບມືກັບໂລກລະບາດໂຄວິດ - 19, ຄຳຮຽກຮ້ອງຂອງໜ້າທີ່ສູງກ່ວານັບທັງທາງດ້ານປະລິມານ ແລະ ຄຸນນະພາບ, ເພາະສະນັ້ນ ບັນດາບໍລິເວນ, ຂົງເຂດປະຕິບັດງານຂອງອົງການປະຈຳ VUFO ມີບັນດາໝາກຜົນຫຍັງເພື່ອຫວນຄືນພາຍຫຼັງ 1 ປີທີ່ມີການເຄື່ອນໄຫວຢ່າງຟົດຟື້ນ ແລະ ມີສິ່ງທ້າທາຍຫຼາຍຢ່າງ? ບໍ່ແມ່ນຢາກສະຖິຕິຜົນງານໃນການປະຕິບັດງານຂອງບັນດາຄະນະ, ໜ່ວຍງານ ພວກຂ້າພະເຈົ້າພຽງແຕ່ຍົກອອກບັນດາຜົນງານທີ່ພົ້ນເດັ່ນຂອງແຕ່ລະຂົງເຂດ, ບໍລິເວນເຊິ່ງພວກເຮົາບັນລຸໄດ້.
ຍສໝ - ຕ້ອນຮັບລະດູບານໃໝ່ຢູ່ຫວຽດນາມ, ພວກເຮົາກໍ່ມີເພື່ອນມິດຫຼາຍຄົນທີ່ມາຈາກ 5 ທະວີບ. ມີເຫດຜົນທີ່ແຕກຕ່າງກັນ ທີ່ຕ້ອນຮັບບຸນເຕັດຫວຽດນາມ, ແຕ່ສ່ວນຫຼາຍຂອງເຂົາເຈົ້າມີຈຸດລວມແມ່ນຄວາມຮັກແພງ ແລະ ຢາກຄົ້ນຫາຄວາມງາມຂອງປະເທດ ແລະ ຜູ້ຄົນທີ່ນີ້. ຈົ່ງຟັງເຂົາເຈົ້າເວົ້າວ່າ ເປັນຫຍັງຈຶ່ງມີຄວາມຮັກແພງດັ່ງກ່າວ?
ຍສໝ - ວຽກງານສຳຄັນອັນໜຶ່ງຂອງ VUFO ຊຶ່ງກົມທະວີບອາເມລິກາ ເຮັດເປັນຕົ້ນຕໍ ແມ່ນວຽກງານສິດທິມະນຸດ. ໃນຊຸມປີຜ່ານມາ, ດ້ວຍຫຼາຍການເຄື່ອນໄຫວຮ່ວມສຳພັນ, ກອງປະຊຸມສຳມະນາ, ບຳລຸງສ້າງ ແລະ ອື່ນໆ ໂດຍຄະນະກຳມະການ ກົມທະວີບອາເມລິກາ ເປັນປະທານ ໃນຫົວເລື່ອງນີ້, ບັນດານັກຄົ້ນຄ້ວາ, ບັນດາອົງການວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານຢ່າງສັດຊື່ ແລະ ພາວະວິໄສກ່ຽວກັບ ຫວຽດນາມ ຕື່ມອີກ. ພະນັກງານຫຼາຍຄົນກໍໄດ້ມີທັກສະ ແລະ ວິຊາສະເພາະໃນວຽກງານນີ້ຕື່ມອີກ.
ຍສໝ - ທີ່ກອງປະຊຸມສະຫລຸບວຽກງານປີ 2021 ແລະ ຜັນຂະຫຍາຍວຽກງານໃນປີ 2022 (ວັນທີ 29 ທັນວາ 2021), ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫງວຽນເຟືອງງາ ໄດ້ກ່າວເຖິງ 3 ຈຸດປ່ຽນ ແປງໃໝ່ທີ່ດີເດັ່ນຂອງໜ່ວຍງານ ຄື: ປ່ຽນໃໝ່ແນວຄິດ, ຄວາມຮັບຮູ້; ປັບປຸງກົງຈັກ, ກໍ່ສ້າງ ແລະ ບຳລຸງພະນັກງານ; ຍົກສູງຄຸນນະພາບ ວຽກງານໃນແຕ່ລະກິດຈະກໍາ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2021.
ຍສໝ - ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບເອົາການປະກອບສ່ວນຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂອງຕ່າງປະເທດໃນປີ 2021.
ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ Gennady Bezdetko.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ໂດຍໄດ້ຮັບການມອບສິດຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ຈັດຕັ້ງການເຄື່ອນໄຫວກັບຄືນແຫຼ່ງກົກເຄົ້າເຫງົ້າກໍ ຢູ່ຕາແສງດຽມໝັກ, ເມືອງດິງຮວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງມູນເຊື້ອຂອງ VUFO (17 ພະຈິກ 1950 – 17 ພະຈິກ 2021).
ຍສໝ - ໂດຍຢັ້ງຢືນຄວາມເອົາໃຈໃສ່, ການໜູນຊ່ວຍອັນລ້ຳຄ່າຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລະ ບັນດາອົງການຈັດຕັ້ງສະມາຊິກ ທີ່ສະຫງວນໃຫ້ແກ່ເພື່ອນມິດສາກົນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ, ແທດຈິງ... ເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ເພື່ອນມິດສາກົນໄດ້ສົ່ງບັນດາຄຳສະແດງຄວາມຮູ້ບຸນຄຸນອັນຈິງໃຈ, ເລິກເຊິ່ງເຖິງ VUFO.
ຍສໝ - ໃນໂອກາດຄົບຮອບ 71 ປີ ວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ - VUFO (17 ພະຈິກ 1950 – 17 ພະຈິກ 2021), ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ໄດ້ມີບົດຄຳເຫັນຊົມເຊີຍ ແລະ ປຸກລະດົມພະນັກງານ, ລັດຖະກອນ, ລັດຖະການ, ຜູ້ອອກແຮງງານ, ສະມາຊິກສະມາຄົມໃນທົ່ວລະບົບພາກັນມຸ້ງໝັ້ນແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນ 72 ປີ ວັນລະນຶກມູນເຊື້ອ. ວາລະສານຍຸກສະໄໝ ຂໍຖືເປັນກຽດໄດ້ສະເໜີບົດຄຳເຫັນນີ້ຕໍ່ບັນດາທ່ານ.
ຍສໝ - ເມື່ອປະເຊີນໜ້າກັບໂລກລະບາດໂຄວິດ - 19, ປີ 2021, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ມານະພະຍາຍາມຊອກຫາບັນດາວິທີການສຳຜັດ ແລະ ວິທີການໃໝ່ໃນການເຄື່ອນໄຫວດ້ານວິຊາການ. ການປັບຕົວທີ່ມີໄຫວພິບ ແລະ ຂໍ້ລິເລີ່ມນີ້ ໄດ້ນຳມາເຊິ່ງຜົນງານທີ່ຕັ້ງໜ້າຫຼາຍຢ່າງ ແລະ ເພີ່ມທະວີຄຸນນະພາບຂອງລະບົບທີ່ມີໜ້າທີ່ຮັບຜິດຊອບການທູດປະຊາຊົນໃນທົ່ວປະເທດ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່ພິທີ, ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ປຸກລະດົມການແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອໃນທົ່ວລະບົບ.
ຍສໝ - ເມື່ອບໍ່ດົນມານີ້, ນອກຈາກການເຄື່ອນໄຫວໃນຂອບເຂດການຢ້ຽມຢາມກູບາຢ່າງເປັນທາງການຂອງປະທານປະເທດ ຫງວຽນຊວນຟຸກ ແລ້ວ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ພົບປະ ແລະເຮັດວຽກກັບສະຖາບັນມິດຕະພາບກູບາກັບບັນດາຊົນຊາດ (ICAP), ຄູ່ຮ່ວມມືຂອງສະຫະພັນມິດຕະພາບ ແລະໄດ້ໄປຢ້ຽມຢາມມະຫາວິທະຍາໄລ Havana.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ເຊື່ອໝັ້ນວ່າ ການພົວພັນຕ່າງປະເທດປະຊາຊົນຈະມີການປ່ຽນແປງໃໝ່ຫຼາຍຢ່າງທີ່ມີຫົວຄິດປະດິດສ້າງ, ສົ່ງເສີມມູນເຊື້ອອັນດີງາມ ຂອງການພົວພັນທີ່ຊື່ສັດບໍລິສຸດລະຫວ່າງຫວຽດນາມ - ອິນເດຍ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດຕື່ມອີກ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົ່ງຈົດໝາຍສະແດງຄວາມ ຂອບອົກຂອບໃຈບັນດາປະເທດເພື່ອນມິດ, ຄູ່ຮ່ວມມືສາກົນສໍາລັບການຮ່ວມເດິນທາງ, ການແບ່ງປັນ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຫຼາຍປີຜ່ານມາ.
ຍສໝ - ນັ້ນແມ່ນເປົ້າໝາຍ ແລະ ຄວາມໝາຍສຳຄັນຂອງການລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືປະຊາຊົນ ລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອຸເບກິດສະຖານ ແລະ ຄະນະກຳມາການພົວພັນລະຫວ່າງບັນດາປະຊາຊາດ ແລະ ການຮ່ວມມືມິດຕະພາບກັບຕ່າງປະເທດ ຂອງອູເບກິດສະຖານ, ສະມາຄົມມິດຕະພາບອູເບກິດສະຖານ - ຫວຽດນາມ…
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.