VUFO ປີ 2021: ເລົ່າ​ເລື່ອງ​ຄືນ​ໃໝ່?

07:38 | 04/02/2022

ຍ​ສ​ໝ - ໂດຍ​ສືບ​ຕໍ່​ຕ້ອງ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຄຳ​ຮຽກ​ຮ້ອງຂອງໜ້າ​ທີ່​ສູງ​ກ່​ວາ​ນັບ​ທັງ​ທາງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ, ເພາະ​ສະ​ນັ້ນ ບັນ​ດາ​ບໍ​ລິ​ເວນ, ຂົງ​ເຂດ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການ​ປະ​ຈຳ VUFO ມີ​ບັນດາໝາກ​ຜົນ​ຫຍັງ​ເພື່ອ​ຫວນ​ຄືນ​ພາຍຫຼັງ 1 ປີ​ທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ ແລະ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ? ບໍ່​​ແມ່ນຢາກ​ສະ​ຖິ​ຕິ​ຜົນ​ງານ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ບັນ​ດາ​ຄະ​ນະ, ໜ່ວຍ​ງານ ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຍົກ​ອອກ​ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ຂົງ​ເຂດ, ບໍ​ລິ​ເວນ​ເຊິ່ງ​ພວກ​ເຮົາ​ບັນ​ລຸ​ໄດ້.

ສາມຈຸດປ່ຽນແປງໃໝ່ທີ່ພົ້ນເດັ່ນຂອງ VUFO ໃນວຽກງານການເຄື່ອນໄຫວ ໃນປີ 2021 ສາມຈຸດປ່ຽນແປງໃໝ່ທີ່ພົ້ນເດັ່ນຂອງ VUFO ໃນວຽກງານການເຄື່ອນໄຫວ ໃນປີ 2021
ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO
VUFO ປີ 2021:  ເລົ່າ​ເລື່ອງ​ຄືນ​ໃໝ່?
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສຶ່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັງຮຸ່ງ ມອບ​ເຄື່ອງ​ຊ່​ວຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ

ຄະ​ນະ​ອາ​ຊີ-​ອາບ​ຟ​ຼິກ​ກາ:

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ຜ່ານ​ຊ່ອງ​ທາງ​ການ​ທູດ

ໃນ​ຊຸມ​ວັນ​ເດືອນ​ເມ​ສາ ປີ 2021, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ເກິ່ນ​ເທີ ພ້ອມ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ​ ນະ​ຄອນ ເກິ່ນ​ເທີ​ ໄດ້​ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ໄປ​ຍັງ​ດ່ານ​ຊາຍ​ແດນ​ສາ​ກົນ ເທື່ອງ​ເຟືອກ, ຢູ່​ເມືອງ ຮົ່ງ​ງຶ, ແຂວງ ດົ່ງ​ທາບ ເພື່ອມອບ​ຂອງ​ຂັວນ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຂະ​ແມ ເຊື້ອ​ຊາດ ຫວຽດ​ນາມ ທີ່ດຳ​ລົງ​ຊີ​ວິດ​ຢູ່​ກຳ​ປູ​ເຈຍ. ຂອງ​ຂວັນ​ແມ່ນ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ ລວມ​ມີ​ສະ​ບຽງ​ອາ​ຫານ, ທັນຍາຫານ, ບັນ​ດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ປະ​ຊາ​ຊົນ​ຕ້ານ​ໂລກ​ລະ​ບາດ​ຄື: ຜ້າ​ອັດ​ປາກ​ດັງ 50.000 ອັນ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ 3.000 ຕຸກ ແລະ ໝີ່​ສຳ​ເລັດ​ຮູບ 400 ແກັດ, ລວມ​ມູນ​ຄ່າ​ປະ​ມານ 400 ລ້ານ​ດົ່ງ. ໂດຍ​ໄດ້​ຮັບ​ຮູ້​ວ່າ, ໃນ​ຈຸດ​ເວ​ລາ​ນັ້ນ ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ກຳ​ປູ​ເຈຍ ມີ​ການ​ຜັນ​ແປ່​ຢ່າງ​ສັບ​ສົນ, ກໍ່​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ ຊາວ​ກຳ​ປູ​ເຈຍ​ເວົ້າ​ລວມ ແລະ ຊາວ​ຂະ​ແມ​ເຊື້ອ​ຊາດ ຫວຽດ​ນາມ ເວົ້າ​ສະ​ເພາະ, ພິ​ເສດ ແມ່ນ​ປະ​ຊາ​ຊົນ​ຢູ່​ແຂວງ Kandal ແລະ ແຂວງ Prey Veng.

ບໍ່​ພຽງ​ແຕ່​ໃນວຽກ​ງານ, ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເທົ່າ​ນັ້ນ, ຕໍ່​ໜ້າ​ສະ​ພາບ​ການ​ຊາວ​ເຊື້ອ​ຊາດ ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ​ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຂໍ້​ຕົກ​ລົງ​ຍົກ​ຍ້າຍ​ເຮືອນ​ເຮືອແພ ແລະ ບັນ​ດາ​ກິດ​ຈະ​ກຳ​ບົນ​ແມ່​ນ້ຳ Tonle Sap ໄປ​ຍັງ​ເຂດ​ໃໝ່ ຕາມ​ຂໍ້​ຕົກ​ລົງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນຫຼວງ Phnom Penh, ສະ​ຫະ​ພັນ​ມິດ​ຕະ​ພາບ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະພາບ ຫວຽດ​ນາມ (VUFO) - ກຳ​ປູ​ເຈຍ, ຜ່ານ​ສະ​ມາ​ຄົມ​ຂະ​ແມ - ຫວຽດ​ນາມ, ໄດ້​ສົ່ງ​ຈົດ​ໝາຍ​ຢື​້ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ກ່ຽວ​ກັບ​ຈິດ​ໃຈ ແລະ ວັດ​ຖຸ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຢ່າງ​ທັນ​ການ.

ປີ 2021, ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ບັນ​ດາ​ປະ​ເທດ​ຄື: ລາວ, ກຳ​ປູ​ເຈຍ, ອິນ​ເດຍ ໃນ​ເດືອນ​ພຶດ​ສະ​ພາ ປີ 2021, ການ​ຈັດ​ຕັ້ງ​ລະ​ດົມ​ການ​ບໍ​ລິ​ຈາກ, ໂອນ​ເງິນ ແລະ ຂົ​ນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ປະ​ຊາ​ຊົນ 3 ປະ​ເທດ ຕ້ານ​ໂລກ​ລະ​ບາດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ, ມີ​ໄຫວ​ພິບ, ທັນ​ການ. ບັນ​ດາ​ການ​ລະ​ດົມ​ໄດ້​ດຳ​ເນີນ​ໃນ​ໄລ​ຍະ​ເວ​ລາ 2 ອາ​ທິດ​ນັບ​ແຕ່​ເວ​ລາ​ລະ​ດົມ, ສະຫຼຸບ​ຕະຫຼອດ​ຮອດ​ເວ​ລາ​ມອບ​ໃຫ້​ຄູ່​ຮ່ວມ​ມ​ື ໂດຍ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າຂອງ​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ລະ​ບົບສະ​ມາ​ຄົມ. ພິ​ເສດ, ມີ​ບັນ​ດາ​ໜ່ວຍ​ງານ​ຄື​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ຫ໋າຍ​ເຢືອງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ​ຫ໋າຍ​ເຢືອງ ໄດ້​ຕັ້ງ​ໜ້າ​ຕອບ​ສະ​ໜັບ​ການ​ລະ​ດົມ​, ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ປະ​ເທດ​ລາວ ປ້ອງ​ກັນ​ຕ້ານ​ຕາມ​ຊ່ອງ​ທາງ​ຂອງ ສູນ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ ດ້ວຍ​ຈຳ​ນວນ​ເງິນ 500 ລ້ານ​ດົ່ງ.

ຊຸມ​ວັນ​ເດືອນ​ເມ​ສາ​ປີ 2021, ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ເສຍ​ຊີ​ວິດ​ຢູ່​ອິນ​ເດຍ​ ເພີ່ມ​ຂຶ້ນ​ໂດຍ​ໄວ. ໃນ​ທັນ​ທີ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິ​ນ​ເດຍ, ບັນ​ດາ​ຜູ້​ຄົນ​ຊາວ​ຫວຽດ​ນາມ ທີ່​ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ສາ​ສະ​ໜາ​ພຸດນີ້ ກໍໄດ້​ລວບລວມວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ເງິນ​ສົດ ເພື່ອ​ສົ່ງ​ໄປ​ຍັງປະ​ເທດ​ອິ​ນ​ເດຍ. ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ກົມ​ຮ່ວມ​ມື​ສາ​ກົນ (ກະ​ຊວງ​ຖະ​ແຫຼງ​ຂ່າ​ວ ແລະ ການ​ສື່​ສານ), ເຄື່ອງ​ຈັກ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ… ໄດ້ສົ່ງ​ໄປ​ຍັງ​ທ່າ​ກ່ຳ​ປັ່ນ ໄຊ​ງອນ ເພື່ອ​ສົ່ງ​ໄປ​ຍັງ​ອິນ​ເດຍ​ ຜ່ານທາງ​ທະ​ເລ. ກ່ຳ​ປັ່ນ​ທະ​ເລ​ທີ່​ມີ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ນ້ຳ​ໃຈ​ຢ່າງ​ຈິງ​ໃຈ​ຂອງ​ຊາວ​ຫວຽດ.

ໂດຍ​​ສະ​ແດງ​ຄວາມ​ໃນ​ໃຈ​ກ່ຽວ​ກັບການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ​ທ່ານ Prayney Verma, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອິນ​ເດຍ ປະ​ຈຳ​ຫວຽດ​ນາມ ກ່າວວ່າ​: ຜ່ານ​ວິ​ກິດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນນີ້, ພວກ​ເຮົາ​ຍິ່ງ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ຂອງ​ການ​ເຊື່ອມ​ຕໍ່​ມະ​ນຸດ​ສະ​ທຳ​ອັນ​ດີ​ງາມ, ໂດຍ​ແມ່ນ​ຈຸດ​ສຸມ​ຂອງ​ນ້ຳ​ໃຈ ແລະ ການ​ພົວ​ພັນ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ.

ຕາມ​ບົດ​ລາຍ​ງານ​ຂອງ ຄະ​ນະ ອາ​ຊີ - ອາບ​ຟິກ​ກາ (VUFO), ຍອດ​ມູນ​ຄ່າ​ເງິນ​ສົດ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ລວມ​ມີ: ເຄື່ອງ​ຊ່ວຍ​ຫາຍ​ໃຈ, ຜ້າ​ອັດ​ປາກ​ດັງ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ ໜູນ​ຊ່ວຍ​ປະ​ຊາ​ຊົນ​ສາມ​ປະ​ເທດ ລາວ, ກຳ​ປູ​ເຈຍ, ອິນ​ເດຍ ຕ້ານ​ໂລກ​ລະ​ບາດ ມີ​ເຖິງ​ກ່​ວາ 13 ຕື້​ດົ່ງ.

ກ່ອນ​ທີ່​ກ່ຳ​ປັ່ນ​ຈະ​ເລີ່ມ​ອອກ​ເດີນ​ທາງ, ມີແມ່​ເຖົ້າ​​ຄົນ​ໜຶ່ງອາ​ຍຸ 80ປີ ໄດ້​ມາ​ພົບ​ກັບ​ສະ​ມາ​ຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ເພື່ອ​ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 3 ລ້ານ​ດົ່ງ. ​ແມ່​ເຖົ້າ​ເວົ້າ​ວ່າ: “ແມ່​ເຖົ້າ​ບໍ່​ມີ​ເງິນ​ເດືອນ. ນີ້​ແມ່ນ​ເງິນ​ປະ​ຢັດ​ຂອງ​ແມ່​ເຖົ້າ. ພວກ​ລູກ​ສົ່ງ​ໄປ​ຍັງ​ປະ​ຊາ​ຊົນ​ອິນ​ເດຍ​ ຊ່ວຍ​ແມ່​ເດີ, ຫວັງ​ວ່າ ອິນ​ເດຍ​ຈະ​ຜ່ານ​ຜ່າ​ວິ​ກິດ​ການນີ້​ໄປໄດ້ໂດຍ​ໄວ”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.