ວຽກງານສິດທິມະນຸດ: ເຂົ້າໃຈຕື່ມ, ເຂົ້າໃຈຖືກຕ້ອງ ເພື່ອສະໜັບສະໜູນ ຫວຽດນາມ

06:33 | 31/01/2022

ຍສໝ - ວຽກ​ງານ​ສຳຄັນ​ອັນ​ໜຶ່ງ​ຂອງ VUFO ຊຶ່ງ​ກົມທະວີບອາເມລິກາ ເຮັດເປັນຕົ້ນຕໍ ​ແມ່ນ​ວຽກ​ງານ​ສິດທິ​ມະນຸດ. ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມສຳພັນ, ກອງ​ປະຊຸມ​ສຳ​ມະ​ນາ, ບຳລຸງ​ສ້າງ ​ແລະ ອື່ນໆ ​ໂດຍ​ຄະນະ​ກຳມະການ ກົມທະວີບອາເມລິກາ ​ເປັນ​ປະທານ ​ໃນ​ຫົວ​ເລື່ອງ​ນີ້, ບັນດາ​ນັກ​ຄົ້ນ​ຄ້ວາ, ບັນດາ​ອົງການ​ວິຊາ​ສະ​ເພາະ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ຢ່າງ​ສັດ​ຊື່ ​ແລະ ພາວະວິໄສກ່ຽວກັບ ​ຫວຽດນາມ ຕື່ມອີກ. ພະນັກງານຫຼາຍຄົນກໍໄດ້ມີທັກສະ ແລະ ວິຊາສະເພາະໃນວຽກງານນີ້ຕື່ມອີກ.

ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າໃນຂົງເຂດສິດທິມະນຸດ ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າໃນຂົງເຂດສິດທິມະນຸດ
ຫວຽດນາມ ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດ ຫວຽດນາມ ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດ

ໃນລະຫວ່າງວັນທີ 7-10 ທັນວາ 2021, ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ດຳເນີນພິທີເປີດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບສາສະໜາ ດ້ວຍຫົວຂໍ້ “ສາສະໜາໃນສັງຄົມຍຸກສະໄໝ” ໂດຍສະຖາບັນສາສະໜາ ແລະ ຄວາມເຊື່ອ ສົມທົບກັບສະມາຄົມຫວຽດນາມ - ອາເມລິກາ ແລະ ຄູ່ຮ່ວມມື ສະຖາບັນການເຊື່ອມໂຍງທົ່ວໂລກ (IGE - USA) ຈັດຕັ້ງດ້ວຍຮູບການອອນໄລນ໌.

ຊຸດຝຶກອົບຮົມບໍ່ພຽງແຕ່ຝຶກອົບຮົມຄວາມຮູ້ກ່ຽວກັບສາສະໜາເທົ່ານັ້ນ, ຫາກຍັງແມ່ນເວທີປາໄສ ໃຫ້ບັນດານັກສຶກສາ ແລະ ນັກຄົ້ນຄ້ວາຫວຽດນາມ ແລະ ສາກົນ ແລກປ່ຽນຂໍ້ມູນຂ່າວສານ ແລະ ທັດສະນະ ກ່ຽວກັບບັນດາບັນຫາວິຊາການກ່ຽວກັບການຮັບປະກັນການເຄື່ອນໄຫວເຊື່ອຖືສາສະໜາ ຢ່າງເສລີບົນພື້ນຖານຄຸນຄ່າທົ່ວໄປຂອງໂລກ ແລະ ລັກສະນະກົດບັນຍັດການເມືອງ, ເສດຖະກິດ ແລະ ສັງຄົມ, ຮີດຄອງປະເພນີປະຫວັດສາດ ແລະ ວັດທະນະທຳຂອງແຕ່ລະປະເທດ, ໃນນັ້ນມີຫວຽດນາມ.

ວຽກງານສິດທິມະນຸດ: ເຂົ້າໃຈຕື່ມ, ເຂົ້າໃຈຖືກຕ້ອງ ເພື່ອສະໜັບສະໜູນ ຫວຽດນາມ
ກອງ​ປະ​ຊຸມ​ສາ​ກົນ "ສາດ​ສະ​ຫນາ​ຈັກ​ ແລະ ອຳນາດກົດໝາຍວ່າ​ດ້ວຍ ​ກ້າວ​ໄປ​ສູ່​ສາຍ​ພົວ​ພັນ​ທີ່​ກົມ​ກຽວ​ກັນ​ໃນ​ຍຸກ​ຂອງ​ໂລກ​" ໃນເວທີອອນໄລນ໌.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 28-29 ກັນຍາ 2021, ກອງ​ປະຊຸມສຳມະນາ​ສາກົນ “ສາສະໜາ ​ແລະ ອຳນາດ​ກົດໝາຍ: ມຸ່ງ​ໄປ​ເຖິງ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ໃນ​ຍຸກຫັນເປັນໂລກາພິວັດ” ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ ​ໂດຍການ​ເປັນ​ເຈົ້າ​ພາບ​ຮ່ວມ​ຂອງ​ສະ​ມາ​ຄົມ​ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ພາກວິຊາກົດໝາຍ ມະຫາວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຫວຽດ​ນາມ, ຮ່າ​ໂນ້ຍ, ໂດຍ​ມີ​ການ​ປະ​ສານສົມທົບ​ຂອງ IGE ແລະ ການ​ເຂົ້າ​ຮ່ວມ ແລະ ສະ​ໜັບ​ສະ​ໜູນ​ຂອງມະຫາວິທະຍາໄລກົດໝາຍ J. Reuben Clark, ມະຫາວິທະຍາໄລ Brigham Young (BYU) ສະ​ຫະ​ລັດອາ​ເມລິ​ກາ ແລະ​ ສູນ​ຄົ້ນຄວ້າ​ສາ​ສະ​ຫນາ (LSE Faith Centre), ​ໂຮງ​ຮຽນ​ເສດ​ຖະ​ສາດ​ ແລະ ​ການ​ເມືອງ London.

ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຫວຽດນາມ ​ແລະ ຕ່າງປະ​ເທດ​ເກືອບ 140 ຄົນ.

ວຽກງານສິດທິມະນຸດ: ເຂົ້າໃຈຕື່ມ, ເຂົ້າໃຈຖືກຕ້ອງ ເພື່ອສະໜັບສະໜູນ ຫວຽດນາມ
ກອງປະຊຸມສຳມະນາສາກົນກ່ຽວກັບວຽກງານສິດທິມະນຸດໃນປີ 2021.

ຕາມ​ທ່ານ ບູຍວັນຫງີ້, ຫົວໜ້າຄະນະ​​ກຳມະການ​ອາ​ເມ​ລິ​ກາ (VUFO), ​ເລຂາທິການ​​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ແລ້ວ: ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ ​ແລະ ​ເຝິກອົບຮົມ​ດັ່ງກ່າວ ​ໄດ້​ຮັບ​ຜົນສຳ​ເລັດ ​ແລະ ບັນລຸ​ໄດ້​ບັນດາ​ຈຸດໝາຍ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ. ລະອຽດ ແມ່ນ​ໄດ້​ເຜີຍ​ແຜ່​ຂໍ້​ສະ​ເໜີ ​ກ່ຽວ​ກັບ​ການ​ປະຕິບັດ​ແນວທາງຂອງ​ພັກ ​ແລະ ນະ​ໂຍບາຍ​ລັດຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ສະກັດ​ກັ້ນ​ບັນດາ​ການ​ກະທຳ​ສວຍ​ໃຊ້​ສາສະໜາ ​ທີ່​ລະ​ເມີດ​ກົດໝາຍ; ອັບ​ເດດ​ຂໍ້​ມູນ​ຂ່າວ​ສານ ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ຂອງ​ຫວຽດ​ນາມ ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ. ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ສົ່ງເສີມ​ການ​ພົວພັນ​ກັບ​ປະຊາຊົນ​ແກ້ໄຂຄວາມຮຽກຮ້ອງຕ້ອງການໃນ​ການ​ພົວພັນ​ຕ່າງປະ​ເທດ; ໝູນໃຊ້​​ພາ​ລະ​ບົດ​ບາດ​ຂອງ​ຄູ່​ຮ່ວມ​ມື​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ​ສະ​ຫະ​ລັດ​ກ່ຽວ​ກັບ​ສາດ​ສະ​ຫນາ ​ແລະ​ ສິດ​ທິ​ມະ​ນຸດ​. ພ້ອມ​ກັນ​ນັ້ນ, ກໍ​ຄົ້ນ​ຄ້ວາການຮັບ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ວິຊາ​ການ​ກ່ຽວ​ກັບ​ປະສົບ​ການ ​ແລະ ທັດສະນະ​ຂອງ​ໂລກ​ກ່ຽວ​ກັບ​ສາສະໜາຢ່າງມີການເລືອກເຟັ້ນ ​ເພື່ອ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ ​ແລະ ກົດໝາຍ​ກ່ຽວ​ກັບ​ສາສະໜາ​ຢ່າງ​ສົມບູນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.