World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19 | |
ການທູດປະຊາຊົນ: ປັບຕົວໃຫ້ແທດເໝາະກັບສະພາບໂລກລະບາດໂຄວິດ - 19 | |
ທ່ານນາງປະທານ ຫງວຽນເຟືອງງາ ປຸກລະດົມ 4 ຂະບວນການແຂ່ງຂັນ |
![]() |
ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO. ພາບ: ຕ໊ວນຫວຽດ |
ຮຽນບັນດາສະຫາຍ,
ວັນທີ 17 ພະຈິກ 1950, ຢູ່ເຂດທີ່ໝັ້ນຫວຽດບັກ, ປະທານ ໂຮ່ຈີມິນ ໄດ້ສົ່ງຈົດໝາຍເຖິງກອງປະຊຸມຄັ້ງປະຖົມມະລຶກການສ້າງຕັ້ງຄະນະກໍາມະການປົກປ້ອງສັນຕິພາບໂລກຂອງຫວຽດນາມ (ປັດຈຸບັນນີ້ແມ່ນຄະນະກໍາມະການສັນຕິພາບຫວຽດນາມ) ແລະ ວັນດັ່ງກ່າວນີ້ໄດ້ກາຍເປັນວັນມູນເຊື້ອຂອງສະຫະພັນບັນດາອົງການຈັດຕັ້ງມິດຈະພາບຫວຽດນາມ, ກຳລັງແຮງວິຊາສະເພາະຂອງການພົວພັນການທູດປະຊາຊົນຫວຽດນາມ.
ສະເຫຼີມສະຫຼອງເຫດການປະຫວັດສາດດັ່ງກ່າວນີ້, ພວກເຮົາຂໍສະແດງຄວາມເຄົາລົບລະນຶກເຖິງ ແລະ ຮູ້ບຸນຄຸນ ປະທານໂຮ່ຈີມິນ ທີ່ນັບຖືຮັກແພງ ເຊິ່ງເປັນຜູ້ໄດ້ສ້າງພື້ນຖານ ແລະ ນຳພາໂດຍກົງຕໍ່ວຽກງານການພົວພັນຕ່າງປະເທດປະຊາຊົນຫວຽດນາມ. ນັບແຕ່ຊຸມປີ 20 ຂອງສະຕະວັດກ່ອນ, ເມື່ອການເດີນທາງອອກຕ່າງແດນເພື່ອຊອກຫາຫົນທາງກູ້ຊາດ, ທ່ານໄດ້ເອົາໃຈໃສ່ປຸກລະດົມຄວາມສາມັກຄືສາກົນ, ຕັ້ງໜ້າປຸກລະດົມປະຊາຊົນທົ່ວໂລກຊ່ວຍເຫຼືອປະຊາຊົນຫວຽດນາມໃນການຕູ້ສູ້ຍາດເອົາເອກະລາດຂອງຊາດ. ໃນທັນທີພາຍຫຼັງການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ປະທານ ໂຮ່ຈີມິນ ໄດ້ຊີ້ນຳການສ້າງຕັ້ງບັນດາອົງການຈັດຕັ້ງການພົວພັນການຕ່າງປະເທດຂອງປະຊາຊົນທຳອິດຂອງຫວຽດນາມ.
ດ້ວຍວາງແຜນນະໂຍ ບາຍ “ປະສານກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ”, ແນວທາງ “ຈູ່ມໂຈມເຂົ້າຈິດໃຈຄົນ, ເອົາຊະນະດ້ວຍສິນທຳ, ປັບປ່ຽນດ້ວຍຄວາມຮັກ, ຊັກຊວນໃຈຄົນ ເພື່ອເພີ່ມທະວີກຳລັງແຮງຂອງຄວາມຍຸຕິທຳ”, ປະທານ ໂຮ່ຈີມິນ ແລະ ບັນດາລຸ້ນການນຳຂອງພັກເຮົາຖືສຳຄັນທີ່ສຸດໃນບົດບາດ, ໜ້າທີ່ຂອງການພົວພັນຕ່າງປະເທດປະຊາຊົນ ແລະ ໃຫ້ຄວາມສຳຫຼາຍໃນການກໍ່ສ້າງ, ພັດທະນາການທູດຕ່າງປະເທດຂອງປະຊາຊົນ. ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລຸງ ໂຮ່, ວຽກງານການຕ່າງປະເທດໄດ້ກ້າວຂຶ້ນເປັນກ້າວໆ, ກາຍເປັນພາກສ່ວນໜຶ່ງທີ່ສຳຄັນໃນສະໜາມຮົບຕ່າງປະເທດ, ປະກອບສ່ວນຮ່ວມກຳລັງ ແລະ ປະຊາຊົນເຮົາປ້ອງກັນອຳນາດປະຕິວັດ, ຕໍ່ສູ້ຍາດເອົາໄຊຊະນະໃນບັ້ນຮົບຕໍ່ຕ້ານອັນຍືດເຍື້ອຍາວນານຂອງຊາດຕ້ານຈັກກະພັດ, ລ່າເມືອງຂຶ້ນ, ຍາດເອົາເອກະລາດ, ອິດສະລະພາບ, ສັນຕິພາບ, ເອກະພາບທົ່ວປະເທດຊາດ. ໂດຍຜ່ານການເຄື່ອນໄຫວຂອງບັນດາອົງການມິດຕະພາບ ແລະ ການເຂົ້ນຮ່ວມຢ່າງຫ້າວຫັນໃນຂະບວນການຂອງເຄື່ອນໄຫວເພື່ອສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນທົ່ວໂລກ, ການທູດຕ່າງປະເທດປະຊາຊົນໄດ້ສ້າງຕັ້ງ, ພັດທະນາສາຍພົວພັນກັບບັນດາຊາດອ້າຍນ້ອງ, ເພື່ອນມິດ, ຊ່ວຍເຫຼືອແກ່ປະຊາຊາດທົ່ວໂລກເຂົ້າໃຈແຈ້ງກ່ຽວກັບບັ້ນຮົບການຕໍ່ສູ້ເພື່ອຄວາມຍຸຕິທຳຂອງປະຊາຊົນເຮົາ, ກ່ຽວກັບຊົນຊາດຫວຽດນາມໜຶ່ງທີ່ໜຽວແໜ້ນບໍ່ຍອມແພ້ໃນການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບແກ່ຊາດ, ຄວາມເປັນມະນຸດຊາດ, ຊື່ສັດ, ຮັກຫອມສັນຕິພາບ, ຫ້າວຫັນປະກອບສ່ວນເຂົ້າບັ້ນຮົບຕໍ່ສູ້ຂອງປະຊາຊົນທົ່ວໂລກ ເພື່ອສັນຕິພາບ, ເອກະລາດຂອງຊາດ ແລະ ຄວາມກ້າວໜ້າຂອງສັງຄົມ, ປະກອບສ່ວນສ້າງພື້ນຖານແນວໜ້າປະຊາຊົນທົ່ວໂລກຢ່າງກວ້າງຂວາງ ແລະ ເຂັ້ມແຂງສາມັກຄີ, ຊ່ວຍເຫຼືອການຕໍ່ສູ້ເພື່ອຄວາມຍຸຕິທຳຂອງປະຊາຊົນຫວຽດນາມ, ປັດໃຈສຳຄັນປະກອບສ່ວນກາຍເປັນໄຊຊະນະຂອງປະຊາຊົນຫວຽດນາມ.
ຫຼັງຈາກປະເທດຊາດເອກະພາບເປັນໜຶ່ງດຽວ, ບັນດາອົງການຈັດຕັ້ງສັນຕິພາບ, ຄວາມສາມັກຄື, ມິດຕະພາບກັບປະຊາຊົນບັນດາປະເທດໄດ້ຫ້າວຫັນ “ອອກໜ້າເປີດທາງ”, ທັບມ້າງການປິດກັ້ນການຫວງຫ້າມ, ເປີດກວ້າງສາຍພົວພັນ, ເພີ່ມທະວີຈິດໃຈມິດຕະພາບ, ຊຸກຍູ້ຫັນເປັນປົກກະຕິການພົວພັນລະຫວ່າງຫວຽດນາມກັບຄູ່ຮ່ວມມືທີ່ສຳຄັນ, ປຸກລະດົມການຊ່ວຍເຫຼືອປະກອບສ່ວນຂອງປະຊາຊາດທົ່ວໂລກຕໍ່ກັບບັ້ນການບູລະນະຜົນກະທົບຈາກສົງຄາມການຕໍ່ສູ້, ຟື້ນຟູປະເທດຊາດຂອງປະຊາຊົນເຮົາ.
ຮຽນບັນດາສະຫາຍ,
ກ້າວເຂົ້າສູ່ໄລຍະການປ່ຽນແປງໃໝ່ ແລະ ຕໍ່ໜ້າການປ່ຽນແປງຂອງສະພາບການໂລກ, ວັນທີ 10 ມັງກອນ 1992, ຄະນະເລຂາທິການສູນກາງພັກ (ສະໄໝ VII) ໄດ້ອອກຂໍ້ຕົກລົງເລກທີ 22-QĐ/TW ວ່າດ້ວຍການແຍກສະຫະພັນມິດຕະພາບບັນດາອົງການສັນຕິພາບ, ສາມັກຄີ, ມິດຕະພາບກັບປະຊາຊົນບັນດາປະເທດຂອງຫວຽດນາມ (ປັດຈຸບັນແມ່ນ ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ອອກຈາກຄະນະພົວພັນຕ່າງປະເທດສູນກາງ “ປ່ຽນເປັນອົງການຈັ້ດຕັ້ງການເມືອງ-ສັງຄົມໜຶ່ງທີ່ເປັນເອກະລາດ”, “ເປັນອົງການຈັດຕັ້ງການເມືອງ-ສັງຄົມສະເພາະກ່ຽວກັບການທູດຕ່າງປະເທດປະຊາຊົນເທິງບັນດາຂົງເຂດສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ເຄື່ອນໄຫວສະໜັບສະໜູນປະຊາຊົນ, ຊ່ວຍໜູນໃຫ້ວຽກງານການຕ່າງປະເທດຂອງພັກ ແລະ ການພົວພັນຕ່າງປະເທດຂອງລັດ”. ນັບແຕ່ນັ້ນມາ, ສະຫະພັນມິດຕະພາບກ້າວໄປສູ່ໄລຍະຂອງການພັດທະນາໃໝ່ດ້ວຍຂະບວນວິວັດການຈັດຕັ້ງ, ພາລະບົດບາດ, ໜ້າທີ່ອັນໃໝ່ ເພື່ອເສີມຂະຫຍາຍບົດບາດ, ໜ້າທີ່ຂອງວຽກງານການຕ່າງປະເທດປະຊາຊົນ ເມື່ອປະເທດເຮົາກ້າວສູ່ຍຸກການເປີດກວ້າງ ແລະ ເຊື່ອມໂຍງສາກົນໃນລວງເລິກ.
ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາຂອງພັກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງແນວຄິດ ໂຮ່ຈີມິນ ໃນການພົວພັນຕ່າງປະເທດ, ການທູດຕ່າງປະເທດປະຊາຊົນ ໄດ້ມີບາດກ້າວຂະຫຍາຍຕົວຢ່າງກ້າວໜ້າ, ສາຍພົວພັນຕ່າງປະເທດໄດ້ຖືກເປີດກວ້າງ, ເນື້ອໃນການເຄື່ອນໄຫວນັບມື້ນັບອຸດົມສົມບູນ, ຫຼາກຫຼາຍ, ບັນດາກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວການຕ່າງປະເທດປະຊາຊົນໄດ້ຮັບການຍົກສູງ.
ດ້ວຍບົດບາດເປັນກຳລັງວິຊາສະເພາະ, ສະຫະພັນມິດຕະພາບຮ່ວມກັບບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ດຳເນີນຢ່າງເປັນທ່າກ້າວໃນການເຄື່ອນໄຫວສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ຮ່ວມມືປະຊາຊົນ, ວຽກງານຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ, ວຽກງານຄົ້ນຄວ້າຂໍ້ມູນຂ່າວສານຕ່າງປະເທດ ແລະ ລະດົມຊາວຫວຽດນາມທີ່ຢູ່ຕ່າງປະເທດ, ເສີມສ້າງການພັດທະນາອົງການຈັດຕັ້ງ, ປະກອບສ່ວນສຳຄັນໃນການປະຕິບັດໃຫ້ໄດ້ຮັບໄຊຊະນະໃນເປົ້າໝາຍ, ແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ. ເສີມຂະຫຍາຍຈິດໃຈສາມັກຄີກັບເພື່ອນມິດທີ່ເປັນມູນເຊື້ອ, ມີເພື່ອນມິດຫຼາຍຂຶ້ນ, ຄູ່ຮ່ວມມືໃໝ່, ຍາດແຍ່ງໃຫ້ໄດ້ການຊ່ວຍເຫຼືອ ແລະ ແຫຼ່ງກຳລັງສາກົນຮັບໃຊ້ການພັດທະນາປະເທດຊາດ, ປະກອບສ່ວນຮັກສາໃຫ້ຍືນຍົງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ປົກປ້ອງເອກະລາດອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ, ຍົກສູງບົດບາດຂອງຫວຽດນາມ ແລະ ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງປະຊາຊົນທົ່ວໂລກ ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
![]() |
ພະນັກງານ, ລັດຖະກອນ VUFO ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 71 ປີ ວັນມູນເຊື້ອ ໃນຕອນເຊົ້າຂອງວັນທີ 16 ພະຈິກ 2021. ພາບ: ຕ໊ວນຫວຽດ |
ດ້ວຍຜົນງານຕ່າງໆທີ່ໄດ້ຮັບມາ, ສະຫະພັນມິດຕະພາບໄດ້ຮັບບັນດາລາງວັນອັນສູງສົ່ງຂອງພັກ ແລະລັດ, ໃນນັ້ນໄດ້ຮັບຫຼຽນໄຊໂຮ່ຈິນມິນ ສອງຄັ້ງ. ຫຼາຍອົງການສະມາຊິກ, ພະນັກງານ ຫຼາຍລຸ້ນຄົນ ຂອງສະຫະພັນມິດຕະພາບໄດ້ຮັບບັນດາລາງວັນອັນສູງສົ່ງຂອງພັກ ແລະລັດ ເຮົາ ແລະ ບັນດາປະເທດເພື່ອນມິດ. ຕາງໜ້າການນຳສະຫະພັນມິດຕະພາບ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊື້ງມາຍັງບັນດາສະຫາຍພະນັກງານອາວຸໂສ, ພະນັກງານໃນຍຸກລຸ້ນຕ່າງໆກ່ອນນີ້ສຳລັບການອຸທິດຕົນທີ່ໃຫຍ່ຫຼວງ, ສ້າງມູນເຊື້ອທີ່ຮຸ່ງເຮືອງຂຶ້ນຂອງການທູດຕ່າງປະເທດຂອງປະຊາຊົນ.
ໄລຍະເວລາມໍ່ມານີ້, ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດໄດ້ສົ່ງຜົນກະທົບທີ່ບໍ່ດີ, ສ້າງຄວາມຫຍຸ້ງຍາກຫຼາຍໃຫ້ແກ່ການເຄື່ອນໄຫວການທູດຕ່າງປະເທດຂອງປະຊາຊົນ, ແຕ່ການປະຕິບັດຄຳສັ່ງ 38 ຂອງຄະນະເລາຂາທິການ ວັນທີ 19 ກັນຍາ 2018 ກ່ຽວກັບການສືບຕໍ່ປັບປ່ຽນ, ເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນອົງການມິດຕະພາບຫວຽດນາມ, ຕິດແທດກັບຄຳຂວັນ “ເປັນເຈົ້າການ, ຍືດຫຍຸນ, ຫົວຄິດປະດິດສ້າງ, ປະສິດທິຜົນ”, ທັງໝົດລະບົບສະຫະພັນມິດຕະພາບໄດ້ອອກແຮງປັບປ່ຽນນັບແຕ່ຂະບວນການຈັດຕັ້ງ, ການບັນຊາຈົນຮອດເນື້ອໃນ ແລະ ວິທີການການເຄື່ອນໄຫວ, ນຳໃຊ້ຢ່າງກ້າວໜ້າຕໍ່ກັບເຕັກໂນໂລຊີຂໍ້ມູນຂ່າວສານ, ປະສົມປະສານລະຫວ່າງດຳເນີນທາງໄກອອນລາຍ ແລະ ດຳເນີນໂດຍກົງກັບທີ່ ເພື່ອຮັກສາການຕິດຕໍ່, ເຊື່ອມໂຍງກັບເພື່ອນມິດ ແລະ ເສີມຂະຫຍາຍຜົນໄດ້ຮັບຂອງການທູດຕ່າງປະເທດຂອງປະຊາຊົນ ທັງແບບສອງຝ່າຍ ແລະ ຫຼາຍຝ່າຍ, ໃຫ້ໄດ້ຮັບຜົນທີ່ກ້າວໜ້າທີ່ສຸດ. ພິເສດແມ່ນທັງລະບົບສະຫະພັນມິດຕະພາບໄດ້ເຂົ້າສູ່ຂະບວນການຢ່າງເປັນເຈົ້າການ, ວ່ອງໄວ, ຫ້າວຫັນເຂົ້າຮ່ວມການເຄື່ອນໄຫວປ້ອງກັນການລະບາດຂອງພະຍາດ, ນັບຈາກລະດົມການປະກອບສ່ວນອຸປະຖຳໃຫ້ແກ່ປະຊາຊົນບັນດາປະເທດເພື່ອມິດທີ່ຖືກກະທົບຈາກພະຍາດລະບາດ, ສະໜັບສະໜູນປະຊາຊົນ ແລະ ກຳລັງແຖວໜ້າໃນການຕ້ານການລະບາດຈົນເຖິງການຂົນຂວາຍເພື່ອນມິດສາກົນປະກອບສ່ວນຊ່ວຍຫວຽດນາມດ້ານອຸປະກອນການແພດ ແລະ ວັກຊີນປ້ອງກັນໂຄວິດ. ລະບົບສະຫະພັນມິດຕະພາບນັບມື້ນັບເຕີບໂຕເຂັ້ມແຂງ, ໄດ້ຮັບການຈັດຕັ້ງຢ່າງລະອຽດກວ່າ, ຮັດແໜ້ນກວ່າ, ດ້ວຍອົງການສະມາຊິກ 116 ອົງການ, ໃນນັ້ນ 64 ອົງການສະມາຊິກຢູ່ຂັ້ນສູນກາງ ແລະ 52 ສະຫະພັນມິດຕະພາບຢູ່ທ້ອງຖິ່ນ ກັບນັບເປັນຮ້ອຍກວ່າສະມາຄົມທີ່ເປັນສະມາຊິກ. ຖັນແຖວພະນັກງານການທູດຕ່າງປະເທດຂອງປະຊາຊົນຂອງສະຫະພັນມິດຕະພາບ ໄດ້ຖືກເອົາໃຈໃສ່ໃນການກໍ່ສ້າງ ແລະ ຝຶກຝົນ, ເຕີບໂຕກ້າວຂຶ້ນເທື່ອລະບາດກ້າວ.
ຮຽນບັນດາສະຫາຍ,
ໝາກຜົນແຫ່ງ 35 ປີ ຂອງການປ່ຽນແປງໃໝ່ ໄດ້ຍົກລະດັບຕຳແໜ່ງ ແລະ ກຳລັງແຮງຂອງຊາດ, ຄວາມເຊື່ອໝັ້ນ ແລະ ສະຖານະຂອງຫວຽດນາມໄດ້ຖືກຍົກສູງ. ປະເທດຊາດພວກເຮົາພວມກ້າວເຂົ້າສູ່ໄລຍະພັດທະນາຍຸດທະສາດໃໝ່, ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ປະກົດຜົນ ແນໃສ່ດຳເນີນຈຸດປະສົງເປົ້າໝາຍໃຫ້ໄດ້ໄຊຊະນະນຳພາຫວຽດນາມໃຫ້ເປັນປະເທດພັດທະນາ ມີລາຍຮັບສູງຕາມທິດທາງສັງຄົມນິຍົມໃນກາງສະຕະວັດນີ້. ຄຽງຄູ່ກັບສະພາບການສາກົນ ແລະ ພາກພື້ນທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ເປີດກວ້າງກາລະໂອກາດໃໝ່ຫຼາຍຢ່າງ, ພ້ອມກັນນັ້ນປະເທດເຮົາກໍຢືນຕໍ່ໜ້າຫຼາຍສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍອັນໃຫຍ່ຫຼວງຄື ການແຂ່ງຂັນທາງດ້ານເສດຖະກິດການຄ້າ, ການແຂ່ງຂັນກັບປະເທດໃຫຍ່, ສິ່ງທ້າທາຍທາງດ້ານຄວາມໝັ້ນຄົງບໍ່ເປັນມູນເຊື້ອ, ໄພພິບັດ, ການລະບາດຂອງພະຍາດ, ການປ່ຽນແປງຂອງດິນຟ້າອາກາດ, ກ່ອນອື່ນໝົດແມ່ນການຟື້ນຟູຜົນກະທົບເປັນລວງເລິກຂອງການລະບາດພະຍາດໂຄວິດ-19.
ໃນທ່າມກາງສະພາບການດັ່ງກ່າວນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຢືນຢັນທິດທາງການຈັດຕັ້ງປະຕິບັດເປັນໜຶ່ງດຽວຕໍ່ແນວທາງນະໂຍບາຍການຕ່າງປະເທດຢ່າງເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນເປັນຄວາມຫຼາກຫຼາຍ, ຫັນເປັນຫຼາຍຝ່າຍການພົວພັນຕ່າງປະເທດ; ຫວຽດນາມເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມກ້າວໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະຊາຊົນ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມືຮ່ວມກັນໄດ້ຜົນປະໂຫຍດ. ເປີດກວ້າງການພົວພັນ ແລະ ຊຸກຍູ້ການພົວພັນກັບກຳລັງແຮງທາງການເມືອງ, ສັງຄົມ ແລະ ປະຊາຊົນບັນດາປະເທດ, ຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຮ່ວມມືເພື່ອການພັດທະນາ ແລະ ສັງຄົມກ້າວໜ້າ. ກອງປະຊຸຸມໄດ້ກຳນົດຢ່າງຈະແຈ້ງ “ບົດບາດໃນການບຸກເບີກຂອງວຽກງານການຕ່າງປະເທດໃນການສ້າງສາ ແລະ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປຸກລະດົມແຫຼ່ງກຳລັງຕ່າງໆຈາກພາຍນອກ ເພື່ອພັດທະນາປະເທດຊາດ, ຍົກສູງຖານະບົດບາດ ແລະ ຄວາມເຊື່ອໝັ້ນຂອງປະເທດ”, ພ້ອມກັັນນັ້ນ ກໍເປັນຄັ້ງທຳອິດທີ່ໄດ້ກ່າວຢ່າງຈະແຈ້ງເຖິງໜ້າທີ່ການກໍ່ສ້າງພື້ນຖານວຽກງານການທູດຂອງຫວຽດນາມໃຫ້ຮອບດ້ານ ແລະ ທັນສະໄໝດ້ວຍສາມເສົາຫຼັກຄື: ການຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການທູດຕ່າງປະເທດຂອງປະຊາຊົນ.
ເພື່ອປະຕິບັດໃຫ້ໄດ້ໜ້າທີ່ດັ່ງກ່າວ, ສະຫະພັນມິດຕະພາບຕ້ອງຕັ້ງໜ້າຜັນຂະຫຍາຍບັນດາໂຄງການ, ແຜນງານການເຄື່ອນໄຫວຈັດຕັ້ງປະຕິິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຂໍ້ສະຫຼຸບເລກທີ 12 ຂອງກົມການເມືອງກ່ຽວກັບວຽກງານຄົນຫວຽດນາມຢູ່ຕ່າງປະເທດ, ຄຳສັ່ງ 38, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 6 ຂອງສະຫະພັນມິດຕະພາບ ຊຶ່ງສຸ່ມໃສ່ບັນດາຈຸດສຸມດັ່ງນີ້:
ປັບປຸງ ແລະ ເປີດກ້ວາງເຄືອຂ່າຍເພື່ອນມິດສາກົນທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ, ດຳເນີນການເຄື່ອນໄຫວຕ່າງໆຢ່າງມີປະສິດທິຜົນ, ແທດຈິງໃນບັນດາຂົງເຂດສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ການຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ, ຕັ້ງໜ້າຂົນຂວາຍປະຊາຊົນບັນດາປະເທດ, ພີ່ນ້ອງຫວຽດນາມຢູ່ຕ່າງປະເທດສາມັກຄີ, ສະໜັບສະໜູນ, ຊ່ວຍເຫຼືອຫວຽດນາມ ແນໃສ່ລະດົມແຫຼ່ງກຳລັງແຮງຂອງສາກົນເພື່ອຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ, ປົກປ້ອງ, ສົ່ງເສີມຜົນປະໂຫຍດຂອງຊາດ ແລະ ພ້ອມກັນນັ້ນກໍຕັ້ງໜ້າເຂົ້າຮ່ວມກ້ອນກຳລັງແຮງຂອງປະຊາຊາດໃນໂລກ ຮັບມືກັບສິ່ງທ້າທາຍຕ່າງໆ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.
ຍູ້ແຮງວຽກງານຂໍ້ມູນຂ່າວສານພາຍນອກ, ເປັນເຈົ້າການສະໜອງຂໍ້ມູນຂ່າວສານ, ຊ່ວຍປະຊາຊົນໃນທົ່ວໂລກ ແລະ ພີ່ນ້ອງຮ່ວມຊາດທີ່ຢູ່ຕ່າງປະເທດເຂົ້າໃຈຢ່າງຈະແຈ້ງກ່ຽວກັບປະເທດຊາດ, ຊົນຊາດ, ມູນເຊື້ອປະເພນີ, ປະຫວັດສາດ, ວັດທະນະທຳຫວຽດນາມ, ນະໂຍບາຍການພາຍໃນ, ພາຍນອກຂອງພັກ ແລະ ລັດເຮົາ, ບັນດາຜົນສຳເລັດຂອງຫວຽດນາມ; ຕໍ່ສູ້ກັບແນວຄິດຄວາມເຂົ້າໃຈທີ່ຜິດຕ່າງກ່ຽວກັບຫວຽດນາມ.
![]() |
ຜູ້ຕາງໜ້າຄະນະບໍລິຫານງານຄະນະຊາວໜຸ່ມ VUFO ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ຄົບຮອບ 71 ປີ ວັນມູນເຊື້ອ. ພາບ: ຕ໊ວນຫວຽດ |
ຍົກສູງຄຸນນະພາບການຄົ້ນຄ້ວາ, ການຄາດຄະເນ ແລະ ເປັນເສດນາທິການໃນການສ້າງນະໂຍບາຍ, ແນວທາງຂອງພັກ,ລັດ, ໂດຍສະເພາະ ແມ່ນສຳລັບການທູດປະຊາຊົນ
ເພີ່ມທະວີການປະສານສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ຄະນະກໍາມະການສູນກາງແນວໂຮມປະເທດຫວຽດນາມ, ຄະນະກໍາມະການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ໃນການສ້າງແຜນການ ແລະ ຈັດຕັ້ງປະຕິບັດກິດຈະກຳການຕ່າງປະເທດ. ເສີມຂະຫຍາຍບົດບາດໃຈກາງຂອງສະຫະພັນມິດຕະພາບ, ໂດຍຜ່ານການລິເລີ່ມນຳສະເໜີ, ແບ່ງປັນຂໍ້ມູນຂ່າວສານ, ເປັນຂົວຕໍ່ລະຫວ່າງອົງການຈັດຕັ້ງປະຊາຊົນຫວຽດນາມ ແລະ ຄູ່ຮ່ວມມືຕ່າງປະເທດ, ຊ່ວຍໜູນຈັດຕັ້ງປະຕິບັດການເຄື່ອນໄຫວຕ່າງໆ ແລະ ຍົກສູງຄວາມສາມາດໃຫ້ຖັນແຖວພະນັກງານການຕ່າງປະເທດປະຊາຊົນຂອງບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ.
ອອກແຮງພະຍາຍາມຟື້ນຟູຂໍ້ຈຳກັດ, ຄົງຄ້າງ, ກໍ່ສ້າງ ແລະ ພັດທະນາລະບົບອົງການສະມາຊິກໃຫ້ເຂັ້ມແຂງຕາມກົດລະບຽບ ສະໄໝທີ VI ຂອງສະຫະພັນມິດຕະພາບ ແລະ ບັນດາຂໍ້ກຳນົດຕ່າງໆຂອງກົດໝາຍ, ເພີ່ມທະວີການໃກ້ຊິດລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງອົງການຈັດງຕັ້ງສະມາຊິກດ້ວຍກັນ. ຄົ້ນຄ້ວາສ້າງຮູບແບບການຈັດຕັ້ງຂອງບັນດາອົງການຈັດຕັ້ງສະມາຊິກຢູ່ທ້ອງຖິ່ນ ເພື່ອສົມທົບລະຫວ່າງການກຳນົດທິດທາງ ແລະ ການສ້າງເງື່ອນໄຂເພື່ອໃຫ້ບັນດາສະຫະພັນທ້ອງຖິ່ນ ເສີມຂະຫຍາຍຄວາມເປັນເຈົ້າການ, ການຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ. ຂຶ້ນແຜນງົບປະມານ, ເສີມສ້າງອົງການ, ກົງຈັກ, ຖັນແຖວນັກງານ ບົນພື້ນຖານແຜນຕຳແໜ່ງງານຕາມທິດກະທັດຮັດ, ມີປະສິດທິພາບ, ຫັນເປັນຊ່ຽວຊານ, ຫັນເປັນໜຸ່ມ, ເອົາໃຈໃສ່ສ້າງແຫຼ່ງບຸກຄະລາກອນເພື່ອສ້າງໃຫ້ໄດ້ຖັນແຖວພະນັກງານການທູດປະຊາຊົນທີ່ມີທັດສະນະການເມືອງດີ, ຫຼັກໝັ້ນແນວຄິດໜັກແໜ້ນ, ມີຄຸນສົມບັດປະຕິວັດ ແລະ ຈັນຍາບັນປະຕິວັດ, ມີຄວາມສາມາດທາງດ້ານວິຊາການ ແລະ ພາສາຕ່າງປະເທດທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ມີຄວາມຕັ້ງໜ້າໃນການເປີດຂ້ວາງເຄື່ອຂ່າຍ, ກຳລັງແຮງ, ເປັນເຈົ້າການສ້າງ ແລະ ຫັນເປັນຂອງສັງຄົມຂອງແຫຼ່ງກຳລັງໃຫ້ແກ່ວຽກງານການທູດປະຊາຊົນ. ເພີ່ມທະວີການດຶງດູດການເຂົ້າຮ່ວມຂອງປັນຍາຊົນ, ໄວໜຸ່ມ, ນັກທຸລະກິດໃນວຽກງານການທູດປະຊາຊົນ.
ຮຽນບັນດາສະຫາຍ,
ຄວາມພາກພູມໃຈໃນມູນເຊື້ອຂອງສະຫະພັນມິດຕະພາບ, ດ້ວຍຈິດໃຈອັນເລິກເຊິ່ງຕໍ່ໜ້າທີ່ຂອງວຽກງານການທູດປະຊາຊົນໃນສະພາບການໃໝ່, ທົ່ວທັງການນຳ, ພະນັກງານສະຫະພັນມິດຕະພາບ ຕັດສິນໃຈຮ່ຳຮຽນ ແລະ ດຳເນີນຕາມແນວຄິດທິດສະດີ, ຈັນຍາທຳ, ແບບແຜນວິທີທາງຂອງ ປະທານ ໂຮ່ຈິມິນ, ກໍ່ສ້າງອົງການຈັດຕັ້ງທີ່ເຂັ້ມແຂງ, ສາມັກຄີ, ເສີມຂະຫຍາຍນ້ຳໃຈ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”, “ກຳລັງທີ່ນຸ້ມນວນ” ຂອງຫວຽດນາມ ແລະ ທ່າແຮງໄດ້ປຽບຂອງການທູດປະຊາຊົນ, ສືບຕໍ່ທຸກວຽກງານທີ່ໄດ້ຖືກມອບໝາຍໃຫ້ສຳເລັດເປັນຢ່າງດີ, ສົມກັບເປັນເສົາຫຼັກຂອງການພົວພັນຕ່າງປະເທດຫວຽດນາມ, ປະກອບສ່ວນດຳເນີນຄາດໝາຍກໍ່ສ້າງປະເທດຫວຽດນາມທີ່ມັ່ງຄັ່ງ, ຮຸ່ງເຮືອງ ແລະ ຜາສຸກ.
ໃນໂອກາດນີ້, ຕາງໜ້າໃຫ້ຄະນະປະທານສະຫະພັນມິດຕະພາບ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພະນັກງານ, ລັດຖະກອນ, ລັດຖະການ, ຜູ້ອອກແຮງງານ, ສະມາຊິກໃນທົ່ວລະບົບສະຫະພັນມິດຕະພາບ ພ້ອມກັນຕັດສິນໃຈແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 72 ປີ ວັນມູນເຊື້ອສະຫະພັນມິດຕະພາບ ໂດຍມີເນື້ອໃນດັ່ງຕໍ່ໄປນີ້:
ອອກແຮງສູ້ຊົນ, ອອກແຮງງານ, ປະດິດສ້າງ, ສາມັກຄີ, ກະຕືລືລົ້ນແຂ່ງຂັນປະຕິບັດໜ້າທີ່ໃຫ້ສໍາເລັດຢ່າງໂດດເດັ່ນ, ປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ໃຫ້ໄດ້ຮັບໄຊຊະນະໃນປີ 2022 ຂອງສະຫະພັນມິດຕະພາບ.
ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການແຂ່ງຂັນຕ່າງໆ ທີ່ປະກາດໂດຍທ່ານນາຍົກລັດຖະມົນຕີ ແລະ ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ.
ເຄົາລົບປະຕິບັດຢ່າງເຄັ່ງຄັດຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ລະບຽບການຂອງອົງການ, ຫົວໜ່ວຍ, ຕັ້ງໜ້າເຂົ້າຮ່ວມການປ້ອງກັນການສໍ້ລາດບັງຫຼວງ, ຟູມເຟືອຍ, ປະກົດການຫຍໍ້ທໍ້, ປະຕິບັດຈັນຍາບັນໃນວຽກງານລວມ, ລະບຽບວິໄນອອກແຮງງານ, ວັດທະນະທຳສະຖານທີ່ປະຈໍາການ, ກໍ່ສ້າງໜ່ວຍງານໃຫ້ມີຄວາມສາມັກຄີ, ສະພາບແວດລ້ອມການເຮັດວຽກເປັນມືອາຊີບ, ສົ່ງເສີມຄວາມກະຕືລືລົ້ນ, ຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງພະນັກງານ.
ສະຫະພັນມິດຕະພາບສູ້ຊົນໃຫ້ໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃນໜ້າທີ່ການເມືອງ ປີ 2022, ທຸງແຂ່ງຂັນຂອງຄະນະພົວພັນຕ່າງປະເທດສູນກາງໃຫ້ແກ່ໜ່ວຍງານທີ່ນຳໜ້າໃນວຽກງານການທູດປະຊາຊົນ, ໜ່ວຍງານໜອ່ງທີ່ດີເດັ່ນເປັນແບບຢ່າງຈະໄດ້ຮັບທຸງແຂ່ງຂັນຂັ້ນລັດຖະບານ.
ຂໍຊົມເຊີຍທຸກອົງການຈັດຕັ້ງສະມາຊິກ, ພະນັກງານຕ່າງໆລຸ້ນກ່ອນນີ້ ແລະ ປັດຈຸບັນຂອງສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອຂອງພວກເຮົາ.
ຂໍອວຍພອນໃຫ້ທຸກສະຫາຍມີສຸຂະພາບແຂງແຮງ, ມີຄວາມສຸກ, ປະສົບຜົນສໍາເລັດໃນວຽກງານ ແລະ ຂໍສະແດງຂອບໃຈມາຍັງທຸກສະຫາຍ.
ໄຊພອນ