VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021

16:30 | 25/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດ​ຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2021.

ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ເດີນ​ທາງ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ
ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ  ເຜີຍແຜ່ວັດທະນະທຳ,  ພາສາລັດເຊຍ - ຫວຽດນາມ ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ ເຜີຍແຜ່ວັດທະນະທຳ, ພາສາລັດເຊຍ - ຫວຽດນາມ
VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021
ພິ​ທີ​ຕອບ​ຮັບ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຫງວຽນ​ເຟືອງ​ງາ, ປະທານ VUFO ​ໃຫ້​ຮູ້​ວ່າ: ​ໃນ​ສະພາບ​ການ​ຜັນແປຢ່າງ​ສັບສົນ​ຂອງ​ໂລກ​ລະບາດ​ໂຄ​ວິດ - 19, ຫວຽດນາມ ຍັງສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ພິ​ເສດ​ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ນະ​ໂຍບາຍ, ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ປະສົບ​ການ​ຈາກ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທັງ​ຊ່ວຍ​ເຫຼືອໃຫ້​ຫວຽດນາມ ​ໃນ​ການ​ຕ້ານໂລກ​ລະບາດ​ ​ແລະ ທັງ​ຜັນ​ຂະ​ຫຍາຍປະຕິບັດ​ບັນດາ​ໂຄງການ.

ທ່ານ​ນາງ​ປະທານ VUFO ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ໂລກ​ລະບາດ ​ແລະ ສືບ​ຕໍ່​ສະ​ຫງວນການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​​ໃຫ້ຫວຽດນາມ. ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ສະໜັບສະໜູນ​ບັນດາ​ນະ​ໂຍບາຍຕະຫຼອດເຖິງການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ປະສົບ​ການ, ທັງ​ໜູນ​ຊ່ວຍ ຫວຽດນາມ ຕ້ານ​ພະຍາດ​ລະບາດ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ຮັບປະກັນບັນດາ​ຄຳ​ໝັ້ນ​ສັນຍາ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ກໍ່​ຄື​ບັນດາ​ຜູ້​ໜູນ​ຊ່ວຍ.

"ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຕັ້​ງ​ໜ້າລະດົມແຫຼ່ງ​ກຳ​ລັງ, ມີ​ໜ​້າ​ຢູ່​ຈຸດ​ຮ້ອນ​ແຮງ​ຢ່າງ​ທັນ​ການ ເຖິງແມ່ນວ່າພວກເຂົາບໍ່ໄດ້ສັກຢາວັກຊີນ, ໂດຍ​ບໍ່​ຄິດງໍ້ທັງເວັນ ແລະ ຄືນ ກໍລ້ວນ​ແຕ່ນໍາເອົາອຸປະກອນການແພດໄປ​ຍັງ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເພື່ອໜູນ​ຊ່າຍ​ດ່ານ​ໜ້າປ້ອງກັນ ແລະ ຄວບຄຸມການລະບາດ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ໜູນ​ຊ່ວຍ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ໂດຍຕາງໜ້າໃຫ້​ປະຊາຊົນ​ຫວຽດນາມ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ມາ​ຍັງ​ບັນດາ​ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ແລະ ບັນ​ດາ​ນັກ​ອຸ​ປະ​ຖຳ​ຂອງ​ບັນ​ດາ​ອົງ​ການ​” ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​.

ຕາມ​ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ VUFO, ຮອງ​ປະທານ​ຄະນະກຳ​ມະ​ການ​​​ວຽກງານ​ກ່ຽວ​ກັບ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດແລ້ວ, ດ້ວຍ​ຂໍ້​ລິ​ເລີ່​ມຂອງ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ການ​ສົມທົບ​, ການໜູນ​ຊ່ວຍຢ່າງ​ຕັ້ງ​ໜ້າ​ຂອງ VUFO ​ແລະ ບັນດາ​ອົງການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ, ບັນດາ​ອົງການ ໄດ້​ປັບ​ປຸງ​ແຜນ​ການ​ດຳ​ເນີນ​ງານ​ຢ່າງ​ທັນ​ການ, ສຸມ​ໃສ່ການຍົກອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ການ​ຮັກ​ສາ​ການ​ເຄື່ອນ​ໄຫວ​ລວມ​ຂອງ​ອົງ​ການ​ຈັດ​ຕັ້ງ​ຢູ່​ຫວຽດ​ນາມໃຫ້​ເປັນຢ່າງ​ດີ. ຫຼາຍ​ອົງການ​ໄດ້​ມານະ​ພະຍາຍາມ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ແກ້ໄຂ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ເຊັ່ນ: ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມຊຶມ​ເຂົ້າ​ໃນ​ບາງ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາ​ກ​ໃຕ້, ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ.

​ໃນ​ປີ 2021, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້​ໜູນ​ຊ່ວຍ​ຫວຽດນາມ​ຢ່າງ​ຕັ້ງໜ້າ​ໃນ​ການ​ຕ້ານ​ພະຍາດ​ໂຄ​ວິດ-19 ດ້ວຍ​ບ້ວງ​ໜູນ​ຊ່ວຍປະມານ 130 ບ້ວງ ໃນ​ນັ້ນ​ມີເງິນ​ສົດ​, ອຸປະກອນ​ການ​ແພດ, ສິ່ງຂອງ​ຈຳ​ເປັນ ​ແລະ ບັນດາ​ໂຄງການບຳລຸງສ້າງ, ​ຝຶກ​ອົບ​ຮົມ... ດ້ວຍມູນຄ່າ 10,65 ລ້ານ USD.

​ເນື່ອງ​ໃນ​ໂອກາດ​ນີ້, ​ເພື່ອ​​ຍ້ອງ​ຍໍ​ຊົມ​ເຊີຍ ​ແລະ ຮັບ​ຮູ້​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, VUFO ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 49 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່​ມີ​ການ​ເຄື່ອນ​ໄຫວ​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 2021.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.