ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ

16:59 | 17/11/2021

ຍສໝ - ຕອນບ່າຍວັນທີ 16 ພະຈິກ, ໂດຍໄດ້ຮັບການມອບສິດຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ຈັດຕັ້ງການເຄື່ອນໄຫວກັບຄືນແຫຼ່ງກົກເຄົ້າເຫງົ້າກໍ ຢູ່ຕາແສງດຽມໝັກ, ເມືອງດິງຮວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງມູນເຊື້ອຂອງ VUFO (17 ພະຈິກ 1950 – 17 ພະຈິກ 2021).

​ທ່ານນາງປະທານ ຫງວຽນ​ເຟືອງ​ງາ ​ປຸກລະດົມ 4 ຂະບວນການແຂ່ງຂັນ ​ທ່ານນາງປະທານ ຫງວຽນ​ເຟືອງ​ງາ ​ປຸກລະດົມ 4 ຂະບວນການແຂ່ງຂັນ
ສະຫະພັນເກິ່ນເທີ ມອບອຸປະກອນການແພດ ໃຫ້ 4 ຫົວໜ່ວຍດ່ານໜ້າຕ້ານພະຍາດໂຄວິດ -19 ສະຫະພັນເກິ່ນເທີ ມອບອຸປະກອນການແພດ ໃຫ້ 4 ຫົວໜ່ວຍດ່ານໜ້າຕ້ານພະຍາດໂຄວິດ -19

ການ​ເຄື່ອນ​ໄຫວ​ປະຈຳ​ປີ​ນີ້ ​ເພື່ອ​ແນ​ໃສ່​ສຶກສາມູນເຊື້ອ​ ກ່ຽວ​ກັບ​ວຽກງານ​ການ​ທູດ​ປະຊາຊົນໃຫ້ແກ່ຄົນລຸ້ນໜຸ່ມ, ​ເພີ່ມ​ທະວີ​ຄວາມ​ເອກອ້າງທະນົງ​ໃຈ ​ແລະ ​ເຊີດ​ຊູ​ບັນດາ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຂອງ​ປະຊາຊົນ.

ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ
ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ​ໄດ້​ມາ​ຖະ​ຫວາຍ​ທູບ​ທຽນ ​ຢູ່ ​ສະ​ຖານ​ທີ່​ອະນຸສາວະລີ​ປະ​ທານ ໂຮ່​ຈີ​ມິນ ຢູ່ ຕາ​ແສງຟູ​ດິງ, ເມືອງ ດີ້ງຮວາ, ແຂວງ ໄທຫງວຽນ. ພາບ: ລືວເຟື້ອງ

ຄະນະ​ຜູ້​ແທນກັບ​ໄປ​ຍັງແຫຼ່ງກົກເຄົ້າເຫງົ້າກໍ ປະກອບມີ: ທ່ານ ດັ້ງທ້າຍບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນເມືອງດິງຮວາ; ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ໄທຫງວຽນ, ການ​ນຳ​ຕາ​ແສງ ດ່ຽມໝັກ ແລະ ບັນດາປະ​ຊາ​ຊົນ​ໃນ​ຕາ​ແສງ.

ຄະ​ນະ​ຜູ້​ແທນ​ໄດ້​ມາ​ຖະ​ຫວາຍ​ທູບ​ທຽນ ​ຢູ່ ​ສະ​ຖານ​ທີ່​ອະນຸສາວະລີ​ປະ​ທານ ໂຮ່​ຈີ​ມິນ ຢູ່ ຕາ​ແສງຟູ​ດິງ; ຢ້ຽມ​ຢາມເຂດ​ຮ່ອງຮອຍປະຫວັດສາດ​ຂອງ VUFO ຢູ່​ ຄຸ້ມບ້ານ Roong Khoa, ຕາ​ແສງ ດ່ຽມໝັກ. ນອກ​ນັ້ນ, ຄະນະ​ກໍ່ໄດ້​ມອບ​ຂອງຂວັນ 5 ພູດ​ໃຫ້ 5 ຄອບຄົວ​ທີ່​ໄດ້​ບໍລິຈາກ​ທີ່​ດິນ​ໃຫ້ VUFO ​ເພື່ອ​ກໍ່ສ້າງເຂດຮ່ອງຮອຍປະຫວັດສາດ, ຂອງຂວັນ​ແຕ່​ລະພູດມີມູນຄ່າ 500.000 ດົ່ງ.

ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ
ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ. ພາບ: ລືວເຟື້ອງ

ເມື່ອແບ່ງປັນ​ກັບວາລະສານຍຸກສະໄໝ, ທ່ານ ຟຸ່ງວັນ​ດັງ, ຮອງ​ເລຂາ​ຄະນະ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດ່ຽມໝັກ ​ໃຫ້​ຮູ້​ວ່າ: ​ດ່ຽມໝັກ ​ແມ່ນ​ຕາ​ແສງ​ທີ່ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ່ຽມໝັກ ​ໄດ້​ຮັບ​ຄວາມສົນໃຈໃນການ​ລົງທຶນ ​ແລະ ພັດທະນາ​ຂອງ​ພັກ ​ແລະ ລັດ. ພິ​ເສດ, VUFO ​ແມ່ນ​ໜ່ວຍ​ງານ​ທີ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຂອບ​ອົກ​ຂອບ​ໃຈ​ຕໍ່ ດ່ຽມໝັກ ​ໃນ​ໄລຍະ​ຜ່ານ​ມາ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນມູນເຊື້ອ VUFO, ​ໂດຍ​ຕາງໜ້າ​ໃຫ້​ຄະນະ​ພັກ ​ແລະ ອຳນາດການປົກຄອງ, ທ່ານ ຟຸ່ງວັນ​ດັງ ໄດ້ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ທ້ອງ​ຖິ່ນ​ກັບ VUFO ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.