ສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງ ການມິດຕະພາບຫວຽດນາມ:

​ທ່ານນາງປະທານ ຫງວຽນ​ເຟືອງ​ງາ ​ປຸກລະດົມ 4 ຂະບວນການແຂ່ງຂັນ

09:43 | 17/11/2021

ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່​ພິ​ທີ, ທ່ານນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ໄດ້​​ປຸກລະດົມການ​ແຂ່ງຂັນສ້າງຜົນງານເພື່ອສະ​ເຫຼີມ​ສະ​ຫຼອງ 72 ປີ​ແຫ່ງ​ວັນ​ມູນເຊື້ອໃນ​ທົ່ວ​ລະ​ບົບ.

ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ
ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030 ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030

ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່​ພິ​ທີ, ທ່ານນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ໄດ້​​ປຸກລະດົມການ​ແຂ່ງຂັນສ້າງຜົນງານເພື່ອສະ​ເຫຼີມ​ສະ​ຫຼອງ 72 ປີ​ແຫ່ງ​ວັນ​ມູນເຊື້ອໃນ​ທົ່ວ​ລະ​ບົບ.

undefined
ທ່ານນາງປະທານ VUFO ຫງວຽນເຟືອງງາ ກ່າວບົດປາໄສທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ. ພາບ: ຕ໊ວນຫວຽດ

4 ຂະບວນການແຂ່ງຂັນ ໂດຍທ່ານ​ນາງປະທານ ຫງວຽນ​ເຟືອງ​ງາ ໄດ້ປຸກລະດົມແມ່ນ: ​ມານະ​ພະຍາຍາມສູ້ຊົນ, ອອກ​ແຮງ​ງານ, ​ປະດິດ​ສ້າງ, ສາມັກຄີ, ຫ້າວຫັນ​ແຂ່ງຂັນປະຕິບັດສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ປີ 2022 ຂອງ VUFO ຢ່າງມີໄຊ. ທີ​ສອງ: ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະບວນການໂດຍ ​ນາຍົກລັດຖະມົນຕີ ​ແລະຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ປຸກລະດົມ. ທີ​ສາມ: ປະຕິບັດ​ແຜນງ​ນະ​ໂຍບາຍ​, ນະໂຍບາຍຂອງ​ພັກ, ກົດໝາຍ, ຂໍ້ກໍານົດ, ລະບຽບ​ການ​ຂອງ​ອົງການ, ຫົວໜ່ວຍຢ່າງ​ເຂັ້ມ​ງວດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ຟຸ່ມເຟືອຍ, ໄພຫຍໍ້ທໍ້, ປະຕິບັດ​ຈັນຍາ​ບັນລັດຖະການ, ປະຕິບັດກົດລະບຽບວ່າດ້ວຍ​ແຮງ​ງານ, ວັດທະນະທຳ​ຫ້ອງການ, ສ້າງ​ຫົວໜ່ວຍສາມັກຄີ, ສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ, ສົ່ງເສີມຄວາມກະຕືລືລົ້ນ, ຈິດໃຈເປັນເຈົ້າການມີຫົວຄິດປະດິດສ້າງຂອງ ພະນັກງານ-ພາລະກອນ. ທີສີ່: VUFO ສູ້ຊົນໃຫ້ໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີສໍາລັບໜ້າທີ່ການເມືອງໃນປີ 2022, ທຸງແຂ່ງຂັນຂອງຄະນະພົວພັນ ຕ່າງປະເທດສູນກາງສໍາລັບຫົວໜ່ວຍນໍາໜ້າໃນວຽກງານພົວພັນຕ່າງປະເທດປະຊາຊົນ ແລະ ຫົວໜ່ວຍດີ່ເດັ່ນບັນລຸທຸງແຂ່ງຂັນລັດຖະບານ.

ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້ຫວນຄືນມູນເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ VUFO. 71 ປີຜ່ານມາ, ດ້ວຍບົດບາດ​​ເປັນ​ອົງການ​ການ​ເມືອງ-ສັງຄົມສະເພາະກິດດ້ານ​ພົວພັນ ຕ່າງປະເທດປະຊາຊົນ, VUFO ພ້ອມ​ກັບ​ບັນດາ​ອົງການ​ສະມາຊິກ​ຂັ້ນ​ສູນ​ກາງ ​ແລະທ້ອງ​ຖິ່ນ ​ໄດ້​ຕັ້ງໜ້າ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ​ສາມັກຄີ, ມິດຕະພາບ ແລະຮ່ວມມື​ປະຊາຊົນ​, ວຽກ​ງານບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ, ວຽກ​ງານ​ຄົ້ນ​ຄ້ວາ, ຖະແຫຼງການພົວພັນຕ່າງປະເທດ ແລະ ຂົນຂວາຍພໍ່ແມ່ປະຊາຊົນ​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ, ປັບປຸງການພັດທະນາ​​ອົງການ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ເປົ້າໝາຍ​, ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ.

undefined
ທ່ານ ຟານແອງເຊີນ (ເບື້ອງຂວາ) ແລະ ທ່ານ ບຸ່ຍວັນງີ້ ຮັບຫຼຽນໄຊແຮງງານຊັ້ນ III. ພາບ: ຕ໊ວນຫວຽດ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ກໍ່​​ເປັນ​ກຽດ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​​ນາຍົກລັດຖະມົນຕີ ສຳລັບ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ເປັນເສນາທິການ, ປະກອບສ່ວນ​ເຂົ້າໃນການຊຸກຍູ້ ​ແລະ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ. ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ-ເລຂາທິການ​ VUFO ​ແລະ ທ່ານ ບຸ່ຍວັນງີ້, ຫົວໜ້າພະແນກ ອາເມລິກາ VUFO ໄດ້ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈາກປະທານ​ປະ​ເທດ ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ ​ແລະ ສຳຄັນຕໍ່ພາລະກິດພົວພັນຕ່າງປະເທດປະຊາຊົນຂອງ VUFO, ປະກອບສ່ວນ ເຂົ້າໃນການ​ສ້າງສາ ​ແລະປົກປັກຮັກສາ​ປະ​ເທດ​ຊາດ. ທ່ານ​ນາງ ຫງວຽນ​ທິທູ​ຢາງ, ຮອງ​ຫົວໜ້າພະແນກ ອາເມລິກາ (VUFO) ​ເປັນ​ກຽດ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​​ນາຍົກລັດຖະມົນຕີ ​ຍ້ອນມີ​​ຜົນງານດີເດັ່ນໃນການປະຕິບັດວຽກງານແຕ່​ປີ 2016 – 2020, ປະກອບສ່ວນເຂົ້າໃນພາລະກິດ​ສ້າງສາ​ສັງຄົມ​ນິຍົມ ​ແລະປົກ​ປັກ​ຮັກສາປະ​ເທດຊາດ.

VUFO ກໍ່​ໄດ້​ມອບ​ຫຼຽນ​ກາທີ່ລະນຶກເພື່ອ​ສັນຕິພາບມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ໃຫ້​ແກ່​ບຸກຄົນ 03 ຄົນ ສັງກັດ​ VUFO ​ຍ້ອນມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ວຽກງານພົວພັນຕ່າງປະເທດ​ປະຊາຊົນ.

ໄຊພອນ

ເຫດການ
302 Found

Found

The document has moved here.