ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່

17:03 | 04/02/2022

ຍ​ສ​ໝ - ການ​ທູດ​ປະ​ຊາ​ຊົນ ໝາຍ​ຄວາມ​ວ່າ: ການ​ທູດ​ຂອງ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ໝົດ​ທຸກ​ຄົນ ປະ​ຕິ​ບັດ​ການ​ທູດ. ພິ​ຈາ​ລະ​ນາ​ຕ​າມ​ແງ່​ຫວັງ​ນີ້, ບົດ​ບາດ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ທ້ອງ​ຖິ່ນມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ໄປຄຽ​ງ​ຄູ່​ກັບ​ບັນ​ດາ​ຜົນ​ສຳ​ເລັດ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ປັດ​ຈຸ​ບັນ ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ສະ​ຫະ​ພັນ​ມິດ​ຕະ​ພາບ ຍັງ​ມີ​ຂໍ້​ຈຳ​ກັດ, ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ໃຫ້​ລະ​ບົບ​ນີ້ ມີກຳ​ລັງ​ພາຍ​ໃນ​ທີ່​ເຂັ້ມ​ແຂວງ​, ຢັ້ງ​ຢືນ​ໄດ້​ບົດ​ບາດ ແລະ ບັນ​ລຸ​ໄດ້ປະ​ສິດ​ທິດ​ຜົນຫຼາຍ​ຢ່າງ, ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ມີ 3 ກຸ່​ມ​ບັນ​ຫາ​ນະ​ໂຍ​ບາຍ​ທີ່​ຈຳ​ເປັນ​ຕ້ອງ​ຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ. ນັ້ນ​ແມ່ນ ແຕ່​ລະ​ອົງ​ການ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ປ່ຽນ​ແປງ​ໃໝ່, ເປັນ​ເຈົ້າ​ການ​ໃນການ​ປະ​ຕິ​ບັດ​ງານ, VUFO ຕັ້ງ​ໜ້າ​ໜູນ​ຊ່ວຍ, ປະ​ສົມ​ປະ​ສານ ແລະ ທີ 3 ແມ່ນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ​ຕ້ອງ​ເພີ່​ມ​ທະ​ວີ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່, ການ​ຮ່ວມ​ມື.

ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ
ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ
ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່
ທ່ານ ຫງວຽນ​ວັນ​ຢ​ວາງ ຮອງປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ

3 ການ​ຫັນ​ປ່ຽນ​ໃໝ່

ປີ 2021, VUFO ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຄື: ປະ​ກາດ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ, ກົດ​ລະ​ບຽບ​, ກາ​ນ​ແນະ​ນຳ, ຈັດ​ຕັ້ງ, ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ, ການ​ຝຶກ​ອົບ​ຮົມ, ເຮັດ​ວຽກ​ໂດຍ​ກົງ, ທາງ​ໄກ ຕາມ​ຫົວ​ຂໍ້ສະເພາະ... ດ້ວຍ​ບັນ​ດາ​ສະ​ຫະ​ພັນ​ທ້ອ​ງ​ຖິ່ນ ແລະ ຫຼາຍ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ. ເນື້ອ​ໃນ​ຂອງ​ການ​ເຄື່ອນ​ໄຫວ​ແມ່ນ​ແຜ່​ຂະ​ຫຍາຍ, ໄຈ​້ແຍກ​ບົດ​ບາດ, ໜ້າ​ທີ່, ທິດ​ທາງ, ວິ​ທີ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດປະ​ຊາ​ຊົນ... ພ້ອມ​ກັ​ບ​ຄວາມ​ຕັ້ງ​ໜ້າ​ໃນ​ການ​ສົມ​ທົບ​ກັບ​ແຕ່​ລະ​ທ້ອງ​ຖິ່ນ ບັນ​ຫາ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ຂັ້ນ​ຮາ​ກ​ຖານ​ໄດ້​ມີ​ການ​ຫັນ​ປ່ຽນຫຼາຍ​ຢ່າງ. ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວນີ້, VUFO ໄດ້​ພົບ​ປະ, ເຮັດ​ວຽກ​ກັ​ບ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ, ນະ​ຄອນ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງ​ກ່າວ. ຄວາມ​ຮັບ​ຮູ້, ຈິນ​ຕະ​ນາ​ການ, ທັດ​ສະ​ນະ​ຂອງ​ການ​ທູດ​ປະ​ຊາ​ຊົນ​ຢູ່​ບັນດາ​ອົງການນີ້ ກໍ່​ຄື​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ ທ້ອງ​ຖິ່ນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ການ​ນຳ​ບາງ​ແຂວງ​ນະ​ຄອນ​ໄດ້​ກ່າວ​ຄຳ​ເຫັນ​​ວ່າ: ເມື່ອຮັບເອົາ​​ບັນ​ດາ​ຂໍ້​ມູນ, ເອ​ກະ​ສານ​ຢ່າງ​ເປັນ​ທາງ​ການ, ຮອບ​ດ້ານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ຫຼື ເຮັດ​ວຽກ, ແລກ​ປ່ຽນ​ໂດຍ​ກົງ ກັບ​ VUFO, ເຂົ້າ​ເຈົ້າ​ໄດ້​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຂົງ​ເຂດນີ້ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີ​ກ​. ມີຫຼາຍ​ທ້ອງ​ຖິ່ນ​ໄດ້​ເຂົ້າ​ຮ່ວມ​ການ​ເຊື່ອມ​ຊືມ, ປັບ​ປຸງ, ຊຸກ​ຍູ້​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໂດຍ​ໄວ. ມີ​ສະ​ຫະ​ພັນ​ມິດ​ຕະ​ພາບ​ທ້ອງ​ຖິ່ນ ຫຼາຍ​ແຫ່ງໄດ້ ບູ​ລະ​ນະ​ກົງ​ຈັກ, ຈັດ​ຕັ້ງ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ຈຳ​ນວນ, ແທດ​ຈິງ ແລະ ປະ​ສິດ​ທິ​ຜົນ​ກ່​ວາ​ອີກ.

ໝາກ​ຜົນ​ອັນ​ໜຶ່ງ​ກໍ່​ກ່ຽວ​ກັບ​ການປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ທ້ອງ​ຖິ່ນ​ແມ່ນ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ບໍ່​ພ​ຽງແຕ່​ແມ່ນຂອງ​ອົງ​ການ​ສະ​ເພາະ​ກິດເຊິ່ງ​ແມ່ນລະ​ບົບ​ສະ​ຫະ​ພັນ​ມິດ​ຕ​ະ​ພາບ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ຫຼາຍ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ, ການ​ເມືອງ, ສັງ​ຄົມ, ໝູ່​ຄະ​ນະ, ວິ​ສາ​ຫະ​ກິດນຳອີກ... ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ວຽກ​ງານນີ້ ແມ່ນ​ຈະ​ແຈ້ງ ແລະ ແທດ​ຈິງ. ດ້ວຍ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ຊາຍ​ແດນ, ເຂດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ໂດຍ​ມີ​ຄວາ​ມ​ເປັນ​ໄປ​ໄດ້​ສູງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ສູງ. ການ​ສົມ​ທົບ​ກັນ, ປະ​ສານ​ງານ​ລະ​ຫວ່າງ​ການ​ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ ກັບ​ການ​ທູດ​ປະ​ຊາ​ຊົນ​ຍິ່ງ​ສະ​ດວກ ແລະ ​ເປັນ​ປະ​ໂຫຍດ.

ການ​ຫັນ​ປ່ຽນ​ທີ 2 ແມ່ນ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ວິ​ທີ​ການ​ເຄື່ອນ​ໄຫວ, ປີ 2021, VUFO ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ແບ່ງ​ເຂດ​ໃຫ້​ແກ່​ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບ​ທ້ອງ​ຖິ່ນ ເພື່ອ​ສົມ​ທົບ​ກັນ​ເຄື່ອນ​ໄຫວ. 52 ສະ​ຫະ​ພັນ​ມິດ​ຕະ​ພາບ ບັນ​ດາ​ແຂວງ, ນະ​ຄອນ ໄດ້​ແບ່ງ​ເປັນ 5 ກຸ່ມ ອີງ​ຕາມ​ລັກ​ສະ​ນະ​ພູ​ມີ​ປະ​ເທດ, ຮູບ​ແບບ​ການ​ຈັດ​ຕັ້ງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ເປົ້າ​ໝາຍ​ແມ່ນ​ແບ່ງ​ປັນ, ຮ່ຳ​ຮຽນ​ປະ​ສົບ​ກັນ​ເຊິ່ງ​ກັນ​ແລະ​ກັນ ແລະ ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ດ້ານ​ວິ​ຊາ​ສະ​ເພາະ. ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ໄດ້​ຍົກ​ສູ​ງ​ຂຶ້ນຫຼາຍ​ພໍ​ສົມ​ຄວນ ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ຕິບັດ​ງານ, ຄວາມ​ສາ​ມາດ​ບົ່ມ​ຊ້ອນກໍ່​ຄື​ຈິດ​ໃຈ.

ການ​ຫັນ​ປ່ຽນ​ທີ 3 ແມ່ນ​ຍຸດ​ທະ​ສາດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ບັນ​ດາ​ທ້ອງ​ຖິ່ນ​ໄດ້​ກຳ​ນົດ​ວ່າ: ບໍ່ປະຕິບັດຫຼາຍ​ເປົ້າ​ໝາຍ​, ຫຼາຍ​ລາຍ​ການເກີນ​ໄປ ແຕ່​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ເລືອກວຽກ​ເຮັດ​ງານ​ທຳທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ແລະ ມີ​ປະ​ສິດ​ທິ​ຜົນ. ນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ, ບັນ​ດາ​ຊ່ອງ​ທາງ​ທີ່​ມີ​ທ່າ​ໄດ້​ປຽບ, ຈຸດ​ສຸມ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.

ຍົກ​ຕົວ​ຢ່າງ​ຄື​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ, ສັນ​ຕິ​ພາບ, ມີ​ຄວາມ​ສາ​ມັ​ກ​ຄີ, ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານນັ້ນ, ດ່າ​ນັ້ງ, ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ, ດົ່ງ​ນາຍ ມີ​ຄວາມ​ສະ​ດວກ ​ດັ່ງ​ນັ້ນ ຈິ່ງ​ຜັນ​ຂະ​ຫຍາຍ​ເປີດກວ້າງ, ຫັນ​ເປັນຫຼາຍ​ຮູບ​ແບບ, ຫຼາຍຄູ່​ຮ່ວມ​ມື. ບັນ​ດາ​ທ້ອງ​ຖິ່ນ​ຄື ລາຍ​ເຈົາ, ກ໋​ວາງ​ບິ່ງ, ກ໋​ວາງ​ຈິ... ພັດ​ສຸມ​ໃສ່​ຂຸດ​ຄົ້ນ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ​ເຂດ​ຊາຍ​ແດນ​ຜ່ານ​ການ​ເຄື່ອນ​ໄຫວ​ຄື​ແຮກ​ສ່ຽວ, ຢື້​ຢາມ​ຖາມ​ຂ່າວ​ເຊິ່ງ​ກັນ​ແລະ​ກັນ. ບັນ​ດາ​ແຂວງ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກສ່ຽງ​ໃຕ້ ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຊາວ​ກຳ​ປູ​ເຈຍ​ ເຊື້ອ​ຊາດຫວຽດ​ນາມ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ກັບ​ເມືອ​ປະ​ເທດ...

ຈ​າກ​ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ດັ່ງ​ກ່າວ, ປີ 2021, ລະ​ບົບ​ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບ​ແຂວງ, ນະ​ຄອນ​ເວົ້າ​ສະ​ເພາະ​, ວຽກ​ງານການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ເວົ້າ​ລວມ ໄດ້​ຮັບ​ມື, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ຈາກ​ພະ​ຍາດ​ໂຄວິດ - 19 ຍົກ​ລະ​ດັບ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ຄຸນ​ນະ​ພາບ​ກົງ​ຈັກ, ຄຸນ​ນະ​ພາບ​ໃນ​ການ​ເຄື່ອນ​ໄຫວ. ຄວາມ​ຮັບ​ຮູ້​ລວມ ກ່ຽວ​ກັບ​ການ​ທູດ​ປະ​ຊາ​ຊົນ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ລະ​ບົບ ໄດ້ຮັບການ​ປັບ​ປຸງ​ໂດຍພື້ນ​ຖານ ແລະ ຫຼາຍ​ພໍ​ສົມ​ຄວນ. ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງສຳ​ເລັດຜົນ. ມີ​ບັນດາກົນ​ໄກ, ຮູບ​ແບບ, ວິ​ທີ​ການ​ເຄື່ອນ​ໄຫວ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ມີ​ແຜນ​ນະ​ໂຍບ​າຍ, ແຜນ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ການ​ກໍ່​ສ້າງ​ພື້ນ​ຖານ​ໃຫ້​ແກ່​ວຽກ​ງານ​ໃນ​ໄລ​ຍະ​ຍາວ.

3 ປະ​ສົບ​ການ​ອັນ​ລ້ຳ​ຄ່າ

ຄວາມ​ຫຍຸ້ງ​ຍາກ​ບໍ່​ແມ່ນ​ໜ້ອຍ​ຢູ່​ບາງທ້ອງ​ຖິ່ນແມ່ນ ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ພະ​ແນກ, ຂະ​ແໜງ​ການ ຍັງ​ບໍ່​ທັນມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ, ​ພຽງ​ພໍ​ ແລະ ບໍ່​ມີ​ການ​ຊີ້​ນຳ, ຈັດ​ຕັ້ງ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ທັນ​ການ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ສະ​ຫະ​ພັນ​ມິ​ດ​ຕະ​ພາບທ້ອງ​ຖິ່ນ ເປັນ​ເຈົ້າ​ການ​ໃນ​ການ​ລາຍ​ງານ, ອະ​ທິ​ບາຍ, ສະ​ເໜີ, ເປັນ​ເສ​ນາ​ທິ​ການ​ຢ່າງ​ທັນ​ການ, ຕັ້​ງ​ໜ້າ​ກັບ​ຂັ້ນ​ເທິງ​ຄື ໂຄ​ສະ​ນາ, ລະ​ດົມ​ບັນ​ດາ​ຫົວ​ໜ່ວຍ, ອົງ​ການຈັດ​ຕັ້ງ​ຕ່າງໆເປັນຢ່າງດີນັ້ນ ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານກໍ​ຈະ​ສູງ​. ດ້ານ​ອື່ນ, ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບນີ້ ກໍ່​ຕິດ​ແທດ, ຍາດ​ແຍ່ງ​ໄດ້​ການ​ແນະ​ນຳ, ກຳ​ນົດ​ທິດ​ຈາກ VUFO. ເມື່​ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ໄດ້​ຮັບ​ການມອບໝາຍວຽກ​ງານ, ຮູ້​ວິ​ທີ​ປະ​ຕິ​ບັດ​ງານ ແນ່ນອນ​ວ່າ ຈະ​ເພີ່ມ​ ​ປະ​ສິດ​ທິ​ຜົນຂຶ້ນ. ຈາກ​ນັ້ນ, ອິດ​ທິ​ພົນ​ຊື່​ສຽງ, ແຫຼ່ງ​ກຳ​ລັງ, ກຳ​ລັງ​ແຜ່​ຂະ​ຫຍາຍ​ກໍ່​ດີ​ຂຶ້ນ.

ປະ​ສົບ​ການ​ທີ 2 ແມ່ນ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​ຂອງ​ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບ ທ້ອງ​ຖິ່ນ. ເປັນ​ເຈົ້າ​ການ​ກຳ​ນົດ​ທິດ, ເປົ້າ​ໝາຍ, ກໍ່​ສ້າງ​ແຜນ​ການ, ແຜນ​ຮ່າງ, ໂຄງ​ການ. ເປັນ​ເຈົ້າ​ການ​ເຊື່ອມ​ຕໍ່, ເຊື່ອມ​ໂຍງ, ປະ​ສົມ​ປະ​ສານ. ເປັນ​ເຈົ້າການ​ເປັນ​ເສ​ນາ​ທິ​ການ, ສະ​ເໜີ. ມີ​ຄຳ​ເຫັນ​ຖື​ວ່າ: ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ ຖ້າ​ບໍ່​ປະ​ຕິ​ບັດ ແມ່ນ​ຈະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຫຍັງ. ຖ້າ​ປະ​ຕິ​ບັດ ຈະ​ຮູ້​ວ່າ ວຽກ​ເຮັດ​ບໍ່​ໝົດຈັກເທື່ອ. ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ກ້າ​ຄິດ​ກ້າ​ທຳ ແລະ ຕ້ອງ​ມີ​ການ​ກະ​ທຳ.

ປະ​ສົບ​ການ​ທີ 3 ແມ່ນ​ການ​ເຊື່ອມ​ຕໍ່ ແລະ ຮ່ວມ​ມື. ນັ້ນ​ແມ່ນ​ໃນ​ລະ​ບົບ​ສະ​ຫະ​ພັນ​ມິດ​ຕະ​ພາບ​ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ນຳ​ກັນ. ຢູ່​ຝ່າຍນອກ​ແມ່ນ​ການ​ສົມ​ທົບ​ກັບ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ, ສັງ​ຄົມ, ໝູ່​ຄະ​ນະ​ຄື​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ຕຳຫຼວດ, ການ​ພົວ​ພັນ​ຕ່າງ​ປະ​ເທດ, ສະ​ພາ​ກາ​ແດງ, ຄະ​ນະ​ຊາວ​ໜຸ່ມ, ສະ​ມາ​ຄົມ​ແມ່​ຍິງ... ບັນ​ດາ​ຫົວ​ໜ່ວຍນີ້​ນັບ​ມື້​ນັບ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ກ່ຽວ​ກັບ​ການ​ທູດ​ປະ​ຊາ​ຊົນ, ຖ້າ​ພວກ​ເຮົາ​ສົມ​ທົບ​ກັນ​ໄດ້​ ແມ່ນຈະ​ທັງ​ເຂັ້ມແຂງ​ດ້ານ​ກຳ​ລັງ​, ທັງ​ເພີ່ມ​ອິດ​ທິ​ພົນ​ຊື່​ສຽງ, ທັງ​ມີຕື່ມ​ປະ​ສົບ​ການ​ອີກ ແລະ ແນ່ນອນ​ວ່າ​ກາ​ລະ​ໂອ​ກາດ​ປະ​ສົບ​ຜົນ​ສຳ​ເລັດ​ຈະ​ນັບ​ມື້​ນັບ​ສູງ​ຂຶ້ນ.

3 ການ​ກຳ​ນົດ​ທິດ​ພື້ນ​ຖານ

ປີ 2022, ໃນ​ວຽກ​ງານຊຸກ​ຍູ້, ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບ​ທ້ອງ​ຖິ່ນ, VUFO ຈະ​ສືບ​ຕໍ່​ສຸມ​ໃສ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ຫົວ​ໜ່ວຍ​ຍັງ​ມີຈຸດອ່ອນ. ກ່ອ​ນ​ອື່ນ​ໝົດ​ແມ່ນ​ພວກ​ເຮົາ​ຕ້ອງ​ຜັນ​ຂະ​ຫຍາຍ​ໂຄງ​ກາ​ນ​ສຳຫຼວດກວດ​ກາ, ສັງ​ລວມ, ໄຈ້​ແຍກ ແລະ ຕີ​ລາ​ຄາ​ຢ່າງ​ຮອບ​ດ້ານ​ສະ​ພາບ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສະ​ຫະ​ພັນ​ມິດ​ຕະ​ພາບທ້ອງ​ຖິ່ນໃຫ້​ເປັນ​ຢ່າງ​ດີ. ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ຮູບ​ແບບ, ການ​ຈັດ​ຕັ້ງ​ກົງ​ຈັກ, ລະ​ບອບ​ນະ​ໂຍ​ບາຍ, ແຫຼ່ງ​ກຳ​ລັງ, ຄວາມ​ສະ​ດວກ, ສິ່ງ​ທ້າ​ທາຍ... ຕ້ອງ​ເຮັດ​ໃຫ້​ຈະແຈ້ງ.

ທີ 2, VUFO ຈະ​ຕັ້ງ​ໜ້າ​ກ່​ວາ​ອີກ, ເດັດ​ດ່ຽວ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ເຜີຍ​ແຜ່, ໂຄ​ສະ​ນາ, ເພື່ອ​ສະ​ເໜີ​ແນະ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ... ໄປ​ຍັງ​ບັນ​ດາ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ຫັນແຜນນະໂຍບາຍ​ຂອງ​ພັກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທູດ​ປະ​ຊາ​ຊົນ​ເວົ້າ​ລວມ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ບັນ​ດາ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ​ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

ທີ 3, VUFO ຈະ​ຕິດ​ຕາມ, ເດັດ​ດ​່ຽວ​ໜູນ​ຊ່ວຍ​ບັນ​ດາ​ໜ່ວຍ​ງານ, ອົງ​ກາ​ນ​ຈັດ​ຕັ້ງ​ສະ​ມາ​ຊິກນີ້ຂອງ​ຕົນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫຍ່​ນ້ອຍ ກໍ່​ຄື​ຄູ່​ຮ່ວມ​ມື, ກາ​ລະ​ໂອ​ກາດ, ຄວາມ​ຮູ້, ບົດ​ຮຽນ, ປະ​ສົບ​ການ, ທັກ​ສະ... ເປົ້າ​ໝາຍ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ, ທະ​ວີ​ຄູນ​ບັນ​ດາ​ຮູບ​ແບບ, ວິ​ທີ​ປະ​ຕິ​ບັດ​ທີ່​ດີ, ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ, ຈຸດ​ອ່ອນ​ ​ໃນ​ປັດ​ຈຸ​ບັນ.

ດ້ວຍ​ທິດ​ນຳ​ທີ່​ວ່າ: “​ປ່ຽນ​ແປງ​ໃໝ່, ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ, ປະ​ດິດ​ຄິດ​ສ້າງ, ມີ​ປະ​ສິດ​ທິ​ຜົນ” ແລະ ການ​ຮັບ​ມື​ໂດຍ​ໄວ, ມີ​ໄຫວ​ພິບ, ລະ​ບົບ​ສະ​ຫະ​ພັນ​ມິດ​ຕະ​ພາບ​ເວົ້າ​ລວມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ຢູ່​ທ້ອ​ງຖ​ິ່ນ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ, ສືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງຂອງການ​ທູດ​ປະ​ຊາ​ຊົນ​ ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບົດ​ບາດ​ແມ່ນ​ໜຶ່ງໃນ 3 ເສົາ​ຄ້ຳການ​ທູດ​ຂອງ​ພັກ​ ແລະ ລັດ​ເຮົາ​ໃຫ້​ເປັນ​ຢ່າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.