ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ

15:48 | 17/08/2021

ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ເຊື່ອໝັ້ນວ່າ ການພົວ​ພັນ​ຕ່າງ​ປະ​ເທດປະຊາຊົນຈະມີການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງທີ່ມີຫົວຄິດປະດິດສ້າງ, ​ສົ່ງ​ເສີມ​ມູ​ນ​ເຊື້ອອັນດີງາມ ຂອງການພົວພັນທີ່ຊື່ສັດບໍ​ລິ​ສຸດລະຫວ່າງຫວຽດນາມ - ອິນເດຍ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດຕື່ມອີກ.

ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ
VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ກ່າວຄຳເຫັນທີ່​ການ​ໂອ້​ລົມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ແບ່ງປັນວ່າ ໃນຊຸມປີທີ່ 40 ຂອງສະຕະວັດທີ່ຜ່ານມາ, ປະຊາຊົນອິນເດຍ ແລະ ຫວຽດນາມໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອເອກະລາດ ແລະ ອິດສະລະພາບຂອງປະເທດຊາດ, ກ້າວເຂົ້າສູ່ຍຸກສະໃໝ່ແຫ່ງເອກະລາດ ແລະ ການພັດທະນາ.

ກ່ຽວກັບການພົວພັນຫວຽດນາມ - ອິນເດຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ປະຊາຊົນຫວຽດນາມ ແລະ ອິນເດຍມີສາຍພົວພັນມິດຕະພາບທີ່​ເປັນ​ມູນ​ເຊື້ອ, ​ມີ​ຄວາມ​​ສະ​ໜິດຕິດ​ພັນມາແຕ່ 2000 ປີກ່ອນ, ດ້ວຍການແລກປ່ຽນວັດທະນະທໍາ ແລະ ການເຄື່ອນໄຫວການຄ້າ, ດ້ວຍການນໍາພຸດທະສາສະໜາຈາກອິນເດຍ​ເຂົ້າມາຫວຽດນາມ.

ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ.

ພາຍຫຼັງເມື່ອສອງປະເທດໄດ້ຮັບຄວາມເອກະລາດ, ປະທານໂຮ່ຈີມິນ ແລະ ນາຍົກລັດຖະມົນຕີ Jawaharlal Nehru ແມ່ນຜູ້ທີ່ໄດ້ວາງພື້ນຖານອັນໜັກແໜ້ນ ໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງສອງປະເທດ. ຕັ້ງແຕ່ນັ້ນມາ, ສາຍພົວພັນລະຫວ່າງສອງປະເທດ ໄດ້ພັດທະນາໄປສູ່ການເປັນຄູ່ຮ່ວມ​ມືຍຸດທະສາດຮອບດ້ານ (ໃນປີ 2016) ດ້ວຍຜົນສໍາເລັດອັນໃຫຍ່ຫຼວງດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ ແລະ ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທໍາ ແລະ ການສຶກສາ... ການພົວ​ພັນ​ຕ່າງ​ປະ​ເທດປະຊາຊົນ ໄດ້ມີບົດບາດອັນຕັ້ງໜ້າຫຼາຍຢ່າງໃນການ​ປັບ​ປຸງ, ​ເພີ່ມ​ທະ​ວີ ແລະ ພັດທະນາ​ສາຍ​ພົວພັນນີ້. ການພົວ​ພັນ​ຕ່າງ​ປະ​ເທດປະຊາຊົນ ມີຄວາມສໍາຄັນເປັນພິເສດໃນການເພີ່ມ​ທະ​ວີຄວາມເຂົ້າໃຈ ແລະ ການ​ແບ່ງປັນລະຫວ່າງບັນດາຊາດ, ສ້າງພື້ນຖານ ແລະ ສ້າງການ​ເຊື່ອມມິດຕະພາບລະຫວ່າງບັນດາປະເທດ.

ໃນສະພາບການທີ່ໂລກກໍາລັງປະເຊີນກັບຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ -19, ໄພຂົ່ມຂູ່ດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ແບບໃໝ່, ການ​ແກ່ງ​ແຍ້ງຂອງບັນດາປະເທດ​ໃຫຍ່, ລັດທິກຳລັງອຳນາດບາດໃຫຍ່, ຄວາມຂັດແຍ້ງດ້ານອະທິປະໄຕທາງທະເລ ແລະ ໝູ່ເກາະ, ສະນັ້ນ ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ​ແມ່ນຕ້ອງໄດ້ສືບຕໍ່ເພີ່ມ​ທະ​ວີ ​ແລະ ເສີມຂະ​ຫຍາຍປະສິດທິຜົນຂອງການພົວ​ພັນ​ຕ່າງ​ປະ​ເທດປະຊາຊົນຢ່າງເຂັ້ມແຂງ.

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງເປີດກວ້າງການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ສື່ມວນຊົນ, ນັກວິຊາການ, ນັກທຸລະກິດ ... ຂອງສອງປະເທດຕ​ື່ມ​ອີກ; ​ເພີ່ມ​ທະ​ວີກິດຈະກໍາແລກປ່ຽນລະຫວ່າງນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມຂອງສອງປະເທດ; ອົງການຈັດຕັ້ງປະຊາຊົນຂອງສອງປະເທດ ຄວນປະສານສົມທົບກັນເພື່ອຈັດຕັ້ງຫຼາຍກິດຈະກໍາຕົວຈິງ ເພື່ອຂຸດຄົ້ນ​ໄດ້​ທ່າ​ແຮງຂອງແຕ່ລະປະເທດ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການ​ໃນການພັດທະນາຂອງແຕ່ລະປະເທດ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນຂອງສອງປະເທດ.”

ທີ່ການໂອ້​ລົມແລກປ່ຽນ, ບັນດາຜູ້ແທນໄດ້​ແບ່ງ​ປັນ​ການຕີລາຄາ, ​ຂໍ້​ສັງ​ເກດກ່ຽວກັບເສັ້ນທາງພັດທະນາຂອງອິນເດຍ, ​ບັນ​ດາ​ທ່າແຮງ ແລະ ຜົນງານຂອງການຮ່ວມມືຫວຽດນາມ - ອິນເດຍ ໃນ​ໄລ​ຍະທີ່ຜ່ານມາ; ສະເໜີ​ບັນ​ດາ​ແຜນການຊຸກຍູ້ການພົວພັນສອງຝ່າຍໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.