ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ

16:50 | 17/11/2021

ຍ​ສ​ໝ - ໂດຍ​ຢັ້ງ​ຢືນ​ຄວາມ​ເອົາ​ໃຈ​ໃສ່, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ທີ່​ສະ​ຫງວນ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ, ແທດ​ຈິງ... ເອກ​ອັກ​ຄະ​ລັດ​ຖະ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ເພື່ອນ​ມິດ​ສາ​ກົນ​ໄດ້​ສົ່ງ​ບັນ​ດາ​ຄຳ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​​ຈິງໃຈ, ເລິກ​ເຊິ່ງເຖິງ​ VUFO.

71 ປີ ວັນມູນເຊື້ອ VUFO:  ພາກພູມໃຈໃນມູນເຊື້ອ, ຕັດສິນໃຈຈັດຕັ້ງປະຕິບັດ  6 ວຽກງານຈຸດສຸມທ່າມກາງສະພາບການໃໝ່ 71 ປີ ວັນມູນເຊື້ອ VUFO: ພາກພູມໃຈໃນມູນເຊື້ອ, ຕັດສິນໃຈຈັດຕັ້ງປະຕິບັດ 6 ວຽກງານຈຸດສຸມທ່າມກາງສະພາບການໃໝ່
ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19 ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19

ກຳ​ປູ​ເຈ​ຍ: ຂໍ​ຂອບ​ໃຈ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ ແລະ ແທດ​ຈິງ

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
ທ່ານນາງ Men Sam An ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ (ພາບ: Fresh News)

ພາຍຫຼັງ​ໄດ້​ຮັບ​ຂອ​ງ​ຂ​ວັນ ເຊິ່ງ​ແມ່ນ​ຜ້າ​ອັດ​ປາກ​ດັງ 267.500 ອັນ, ຊຸດເຄື່ອງນຸ່ງ​ປ້ອງ​ກັນ​ໂລກ​ລະ​ບາດ​ໂຄ​ວິດ - 19 100 ຜືນ ແລະ ເງິນ​ເປັນ​ຈຳ​ນວນ 20 ລ້ານ​ດົງ ຂອງ ສະ​ມາ​ຄົມ​ມິດ​ຕະ​ພາບ ຫ​ວຽດ​ນາມ - ກຳ​ປູ​ເຈຍ ສົ່ງ​ມາ​ໃຫ້​ປະ​ຊາ​ຊົນ ກຳ​ປູ​ເຈຍ ໃນ​ວັນ​ທີ 8 ເມ​ສາ ປີ 2021, ທ່ານນາງ Men Sam An ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ທ່ານ ຫວູ​ເວຶອງວຽດ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ.

ຈົດ​ໝາຍ​ໄດ້​ຂຽນ​ວ່າ: “ນີ້​ແມ່ນ​ສັນ​ຍາ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ ຂອງ​ມູນ​ເຊື້​ອ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ​ກັນ​ອັນ​ລ້ຳ​ຄ່າ ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຂອງສອງ​ສະ​ມາ​ຄົມ​ພວກ​ເຮົາ. ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່ເພື່ອນຮ່ວມ​ງານ ຢູ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ຍ້ອນ​ຂອງ​ຂວັນ​ທີ່​ແທດ​ຈິງ ແລະ ມີ​ຄວາມ​ໝາຍນີ້”.

ລາວ: ການ​ແບ່​ງ​ປັນ​ຂອງ​ຫວຽດ​ນາມ ບໍ່​ມີ​ຫຍັງ​ສາ​ມາດ​ປຽບ​ທຽບ​ໄດ້

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປປ. ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງ​ບຸນຍວງ

ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປປ. ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງ​ບຸນຍວງ ໃນ​ວັນ​ທີ 19 ພຶດ​ສະ​ພາ ປີ 2021 ເມື່ອ​ຮັບ​ເງິນ​ເປັນ​ຈຳ​ນວນ 600 ລ້ານ​ດົ່ງ ແລະ ຜ້າ​ອັດ​ປາກ​ດັງ 225.000 ອັ​ນ ໂດຍ VUFO ແລະ ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ​ໜູນ​ຊ່ວຍ​ປະ​ຊາ​ຊົນລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊີ້​ແຈ້ງວ່າ: “ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຂ​ອງ VUFO ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ ຊ່ວຍ​ປະ​ຊາ​ຊົນລາວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຢັ້ງ​ຢືນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງທີ່​ສະ​ໜິດ​ຕິດ​ພັນ, ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ໝັ້ນ​ແກ່ນ​ໃນ​ທຸກ​ສະ​ໄໝ​ລະ​ຫວ່າງ​ສອງ​ປະ​ເທດ ລາວ - ຫວຽດ​ນາມ. ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ, ການ​ແບ່ງ​ປັນ, ຄວາມ​ເອົາ​ໃຈ​ໃສ່​ຂອງ ຫວຽດ​ນາມ ສຳ​ລັບປະ​ຊາ​ຊົນລາວ ແມ່ນ​ລ້ຳ​ຄ່າ​ທີ່​ສຸດ, ບໍ່​ມີ​ຫຍັງ​ສາ​ມາດ​ປຽບ​​ໄດ້.”

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
ສະ​ມາ​ຄົມ ຫວຽດ​ນາມ ອິນ​ເດຍ ອຸ​ປະ​ຖຳ​ເງິນ​ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ ອິນ​ເດຍ (ພາບ: VUFO)

ທ່ານ​ເລ​ຂາ​ເອກ ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Sushil Prasad: “ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ສະ​ພາ​ກາ​ແດງ ຫວຽດ​ນາມ ກໍ່​ຄື ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່ ແລະ ແບ່ງ​ປັນ​ຢ່າງ​ທັນ​ການ, ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ, ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19”.

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
ທ່ານ Michael Brosowski ພ້ອ​ມ​ກັບ​ເດ​ັກ​ນ້ອຍ ຫວຽດ​ນາມ (ພາບ: Blue dragon)

ໂດຍແບ່ງ​ປັນ​ຄວາມ​ຮູ້​ສຶກຂອງ​ຕົນ​ເມື່ອໄປ​ໂຮງໝໍ​ປອດ​ສູນ​ກາງ (ຮ່າ​ໂນ້ຍ) ເພື່ອສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ວັນ​ທີ 13 ກໍ​ລະ​ກົດ ປີ 2021, ທ່ານ Michael Brosowski ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານທັງ​ເປັນ​ຜູ້​ສ້າງ​ຕັ້ງ​ອົງ​ການ​ເດັກ​ນ້ອຍ ມັງ​ກອນ​ຟ້າ (Blue Dragon Children’s Foundation) ໄດ້​ເວົ້າ​ເຖິງ​ຈິດ​ໃຈ​ຮັບ​ໃຊ້​ຂອງພະ​ນັກ​ງານ​ຂອງ VUFO ຄື​ແນວ​ນັ້ນ. ທ່ານ​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈຕໍ່​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ (ສັກ​ວັກ​ຊິນ​ໃຫ້​ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢູ່ ຫວຽດ​ນາມ ໂດຍ​ບໍ່​ເສ​ຍ​ຄ່າ). ພວກ​ເຮົາ​ໄປ​ເພື່ອສັກວັກ​ຊິນ ແລະ ເຫັນ​ວ່າ ພະ​ນັກ​ງານ, ລັດ​ຖະ​ກອນຂອງ VUFO ພວມ​ເຮັດ​ທຸກວຽກ: ປະ​ຕິດ​ບັດ​ບັນ​ດາ​ລະ​ບຽບ​ການລົງທະບຽນ, ກວດ​ກາ​ສຸ​ຂະ​ພາບ, ຈັດລຳ​ດັບ, ຮັກ​ສາ​ໄລ​ຍະ​ຫ່າງ, ຂ້າ​ເຊື້ອ... ຕາມ​ຂໍ້​ກຳ​ນົດ​ຂອງ​ໂຮງ​ໝໍ. ພະ​ນັກ​ງານ​ຂອງ VUFO ມີ​ໜ້າ​ຢູ່​ທຸ​ກ​ບ່ອນ, ເຂົາ​ເຈົ້າ​ໄດ້​ແນະ​ນຳ ແຕ່​ລະ​ຂັ້ນ​ຕອນ.

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
ທ່ານ​ນາງ Heidi Quine ສູນ​ກູ້​ຊ່ວຍໝີ ​ຫວຽດ​ນາມ (Animals Asia Foundation)

ທ່ານ​ນາງ Heidi Quine ສູນ​ກູ້​ຊ່ວຍໝີ ​ຫວຽດ​ນາມ (Animals Asia Foundation) ໃຫ້​ຮູ້​ວ່າ: ພວກ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຫວຽດ​ນາມ ຍັງ​ຕ້ອງ​ການ​ວັກ​ຊິນ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ລັດ​ຖະ​ບານ ຫວຽດ​ນາມ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ VUFO ທີ່ໄດ້​ຊ່ວຍ​ໃຫ້​ຊາວ​ຕ່າງ​ປະ​ເທດທີ່ເຮັດ​ວຽກ ​ຢູ່ ຫວຽດ​ນາມ ຄື​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສັກ​ວັກ​ຊິນ.

ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຈາ​ກ​ເພື່ອນ​ມິດ​ສາ​ກົນ
ທ່ານ Henry Chisom – Nonso Chukwuma (ປະ​ເທດ ​ນີ​ເຊ​ເຣຍ) ໄດ້​ຮັບ​ຂອງ​ຂວັນ​ຈາກ​ສະ​ມາ​ຄົມ​ອົງ​ການ​ຈັດ​ຕັ້ງມິດ​ຕະ​ພາບ ນະ​ຄອນ ຮ​່າ​ໂນ້ຍ

ໂດຍ​ສົ່ງ​ຂໍ້​ຄ​ວາມ​ເຖິງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ຮ່າ​ໂນ້ຍ, ທ່ານ Henry Chisom – Nonso Chukwuma (ປະ​ເທດ​ນີ​ເຊ​ເຣຍ) ໄດ້ຂຽນ​ສະ​ແດງ​ຄວາມ​ຮູ້​ສຶກຕື້ນຕັນໃຈ​ວ່າ: ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງໃຈຕໍ່​​ການ​ຊ່ວຍ​ເຫຼືອ​ຂອງ​ພວກ​ເພື່ອນທີ່ມີໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ (ໃນ​ວັນ​ທີ 17 ກັນ​ຍາ 2021). ໃນ​ຕະຫຼອດ​ໄລ​ຍະ​ເກີດ​ໂລກ​ລະ​ບາດ, ບັນ​ດາ​ຂອງ​ຂວັນ​ໜູ​ນ​ຊ່ວຍ​ຂອງ ຮ່າ​ໂນ້ຍ ແລະ ຫວຽດ​ນາມ ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ຂ້າ​ພະ​ເຈົ້າ​ບໍ່​ມີ​ວັນ​ຫຼົງ​ລືມ​ການ​ກະ​ທຳ​ອັນ​ສູງ​ສົ່ງ​ນີ້ຂອງ​ພ​ວກ​ເພື່ອນ. ຂໍ​ຂອບ​ໃຈ​ພວກ​ເພື່ອນ, ຂອບ​ໃຈ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່ໄດ້​ຊ່ວຍ​ເຫຼືອຊາວ​ຕ່າງ​ປະ​ເທດ​ ຢູ່ ຮ່າ​ໂນ້ຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.