ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19

10:54 | 17/11/2021

ຍ​ສ​ໝ - ເມື່ອ​ປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ປີ 2021, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ໄດ້​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາບັນ​ດາ​ວິ​ທີ​ການ​ສຳ​ຜັດ ແລະ ວິ​ທີ​ການ​ໃໝ່​ໃນ​ການ​ເຄື່ອນ​ໄຫວດ້ານ​ວິ​ຊາ​ການ. ການ​ປັບ​ຕົວ​ທີ່​ມີ​ໄຫວ​ພິບ ແລະ ຂໍ້​ລິ​ເລີ່ມນີ້ ໄດ້​ນຳ​ມາ​ເຊິ່ງຜົນ​ງານ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ ແລະ ເພີ່​ມ​ທະ​ວີ​ຄຸນ​ນະ​ພາບ​ຂອງ​ລະ​ບົບ​ທີ່ມີໜ້າທີ່ຮັບ​ຜິດ​ຊອບ​ການ​ທູດປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ
ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
ໃນວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, VUFO ໄດ້ລົງນາມໃນບົດບັນທຶກຂ່ວຍຈໍາການຮ່ວມມືກັບຄະນະກໍາມະການກ່ຽວກັບການພົວພັນ ລະຫວ່າງ ບັນດາປະຊາຊາດ ແລະການຮ່ວມມືມິດຕະພາບກັບຕ່າງປະເທດ ຂຶ້ນກັບລັດຖະບານ ສາທາລະນະລັດ ອຸດສະເບກິດສະຖານ ໃນຮູບແບບອອນລາຍ.

ນັບ​ແຕ່​ຕົ້ນ​ປີ 2021 ມາ​ຮອດ​ປັດ​ຈຸ​ບັນ, VUFO ໄດ້​ຈັດ​ຕັ້ງ ແລ​ະ ເຂົ້າ​ຮ່​ວມ 160 ການ​ເຄື່ອນ​ໄຫວ ເຊິ່ງແມ່ນ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ​ໃຫຍ່... ສາ​ກົນ ແລ​ະ ພາກ​ພື້ນ​ດ້ວຍ​ຮູ​ບ​ແບບ​ທາງ​ໄກ. ພົ້ນ​ເດັ່ນ​ແມ່ນ: ກອງ​ປະ​ຊຸມ​ພິ​ເສດການນຳບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ ອາ​ຊຽນ - ຈີນ, ກອງ​ປະ​ຊຸມ​ສຸດຍອດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງພັກກອມ​ມູ​ນິດ ຈີນ ຄົບ​ຮອບ 100 ປີ, ການ​ໂອ້​ລົມ​ສົນ​ທະ​ນາ ຊຽງໄຮ, ກອງ​ປະ​ຊຸມ​ໂລກ​ຕ້ານ ລະ​ເບີດ​ປະ​ລະ​ມາ​ນູ ແລະ​ ຮີໂດຼແຊນ, ກອງ​ປະ​ຊຸມ​ພາ​ສາ​ສາ​ກົນທົ່ວ​ໂລກ... ພິ​ເສດ, VUFO ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ ກໍ່​ໄດ້​ແລກ​ປ່ຽນ​ສານໂທ​ລະ​ເລກ, ຈົດ​ໝາຍ ກ່​ວາ 87 ສະ​ບັບ ແລະ ດອກ​ໄມ້ອວຍ​ພອນຕໍ່​ບັນ​ດາ​ຄູ່​ຮ່ວມ​ມື, ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ກັບ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ ແລະ ກາ​ນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ຂອງ ອຸ​ດ​ເບ​ກິດ​ສະ​ຖານ ແລະ ສະ​ມາ​ຄົມ​ມິ​ດ​ຕະ​ພາບ ອູດ​ເບ​ກິ​ດາ​ຖານ - ຫ​ວຽດ​ນາມ.

VUFO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິ​ກ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃໝ່, ໃນ​ນັ້ນ​ມີ​ເຄືອ​ຂ່າຍ ມິດ​ຕະ​ພາບ ແລະ ຈັກກະວານ (Peace and Planet Network), ບາງ​ອົງ​ການຈັດ​ຕັ້ງ​ບໍ່ຂຶ້ນ​ກັບ​ລັດ​ຖະ​ບານທີ່ເປັນສະມາຊິກຂອງກຸ່ມ​ບໍ່​ຂຶ້ນ​ລັດ​ຖະ​ບານ ໃນ​ຂອບ​ເຂດ​ຂອງ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ ສ​ປ​ຊ ກໍ່​ຄື​ສ່ວນ​ຫຼາຍ​ແມ່ນ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ເຕັກ​ໂນ​ໂລ​ຢີ​ທັນ​ສະໄໝ.

ສືບ​ຕໍ່​ໜູນ​ຊ່ວຍ

ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
ບັນດາສ່ວນບຸກຄົນ, ຄະນະ, ໜ່ວຍງານ ຂອງ VUFO ໄດ້ບໍລິຈາກກອງທຶນປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19.

ເພື່ອນ​ມິດ​ສາ​ກົນ

ໂດຍສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ “ແບ່ງປັນເຊິ່ງກັນ ແລະ ກັນ” ກັບ​ເພື່ອນ​ມິດສາ​ກົນ, ນັບ​ແຕ່​ຕົ້ນ​ປີ, VUFO ໄດ້​ຈັດ​ຕັ້ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ. VUFO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ​ຂົນ​ຂວາຍ​ເງິນ​ໄດ້​ເກືອບ 19 ຕື້​ດົ່ງ ເພື່ອ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ.

ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
ໂດຍຜ່ານ​ສະ​ຖານ​ທູດ ກູ​ບາ ປະ​ຈຳ ​ຫວຽດ​ນາມ ​ສະ​ໂມ​ສອນ​ອະດີດນັກສຶກສາຫວຽດ​ນາມ ປະ​ຈຳ ກູ​ບາ (ສະ​ມາ​ຊິກ​ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ) ໄດ້​ໜູນ​ຊ່ວຍ​ປະຊາຊົນ ກູ​ບາ ດ້ວຍ​ຈຳ​ນວນ​ເງິນ 393 ລ້ານ​ດົ່ງ ເພື່ອ​ປ້ອງ​ກັນ​ໂລກ​ລະ​ບາດ Covid – 19.

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ແບບ​ທາງ​ໄກ ໄດ້​ສ້າງ​ຕັ້ງ​ບັນ​ດາ​ຂົວ​ເຊື່ອມ​ຕໍ່, ປະ​ກາດ​ໃຊ້​ເອ​ກະ​ສານ​ສະ​ບັບ​ຕ່າງ ປຸກ​ລະ​ດົມ​ຂ​ະ​ບວນ​ການ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍການອຸ​ປະ​ຖຳ, ພົ້ນ​ເດັ່ນ​​ແມ່ນ​ການ​ເຄື່ອນ​ໄຫວ​ຂອງບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ: ຫວຽດ​ນາມ - ອິ​ຕາ​ລີ, ຫວຽດ​ນາມ - ກູ​ບາ, ຫວຽດ​ນາມ - ລາວ, ຫວຽດ​ນາມ ອາ​ເມ​ລິ​ກາ, ຫວຽດ​ນາມ - ສ.ເຊັກ​​... ແລະ ບັນ​ດາ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບຢູ່​ບັນ​ດາ​ທ້ອງ​ຖິ່ນ​ຄື ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ, ດົ່ງ​ນາຍ...

ບັນ​ດາ​ເປົ້າ​ໝາຍ​ທີ່ຕ້ອງ​​ການ​ໜູນ​ຊ່ວຍ ໄດ້​ສ້າງເປັນ​ບັນ​ຊີ​ລາຍ​ຊື່ ເພື່ອ​ຮັບ​ຂອງ​ຂວັນ​ທີ່​ເໝາະ​ສົມ ແລະ ເປັນປະໂຫຍດ​ທີ່​ສຸດ. ຍົກ​ຕົວ​ຢ່າງ​ຄື ມີ​ປະ​ເທດ​ທີ່ຕ້ອງ​ການ​ຜ້​າ​ອັດ​ປາກ​ດັງ, ມີ​ປະ​ເທດຕ້ອງ​ການ​ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ, ມີ​ຄູ່​ຮ່ວມ​ມື​ຕ້ອງ​ການ​ຊຸດ​ວິ​ໄຈ​ຫາ​ເຊື້ອ... ຊາວ​ຕ່າງ​ປະ​ເທດ ຢູ່ຫວຽດ​ນາມ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແມ່ນ​ຕ້ອງ​ການ​ອາ​ຫານ... ວິ​ທີ​ການ​ຂົນ​ສົ່ງ, ມອບ​ຂອງ​ຂວັນ​ກໍ່​ໄດ້​ຮັບ​ການ​ຈັດຢ່າງ​ມີ​ໄຫວ​ພິບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຄື: ຜ່ານ​ສະ​ຖານທູດ, ສະ​ມາ​ຄົມ ຫຼື ບັນ​ດາ​ຊ່ອງ​ທາງ, ພາ​ຫະ​ນະ​ຕ່າງໆ...

VUFO ໄດ້​ສົມ​ທົບ​ກັບ​ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ພະ​ນັກ​ງານ​ກ່​ວາ 2.500 ຄົນຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ.

ຂົນ​ຊ່ວຍ​ການ​ໜູນ​ຊ່ວຍອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ: ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ

ຕາມ​ບົດ​ລາຍ​ງານ 9 ເດືອ​ນ​ຂອງ ຄະ​ນະ​ປະ​ສານງານ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ (PACCOM), ໄລ​ຍະ​ຜ່ານ​ມາ, ມີ​ກວ່າ 50 ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄດ້​ສະ​ຫງວນ​ເກືອບ 100 ບ້ວງ​ເງິນ​ໜູນ​ຊ່ວຍ ດ້​ວຍຍອດ​ມູນ​ຄ່າ​ຄາດ​ວ່າ ຫຼາຍ​ກວ່າ 6 ລ້ານ USD ໃຫ້​ແກ່ ຫວຽດ​ນາມ.

VUFO ກໍ່​ຕັ້ງ​ໜ້າຂົນ​ຂວາຍບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນຕ່າງໆ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ໄລ່ມາຮອດ​ປັດ​ຈຸ​ບັນ, ບັນ​ລຸ​ໄດ້​ຍອດ​ມູນ​ຄ່າ​​ເຖິງ​ກ່​ວາ 150,6 ຕື້​ດົ່ງ.

ການ​ທູດ​ປະ​ຊາ​ຊົນ: ປັບຕົວໃຫ້ແທດເໝາະ​ກັບ​ສະພາບໂລກ​ລະ​ບາດ​ໂຄວິດ - 19
ໃນລະຫວ່າງແຕ່ວັນທີ 21-22 ກັນຍາ 2021, ອົງການ Good Neighbors ຫວຽດນາມ ໄດ້ສົມທົບກັບຫ້ອງການສຶກສາທິການເມືອງວິ້ງລົກ (ແທງຮວາ) ມອບ ນ້ຳຢາຂ້າເຊື້ອແມ່ພະຍາດ 1.000 ຕຸກ ໃຫ້ແກ່ໂຮງຮຽນ 19 ແຫ່ງໃນບໍລິເວນເມືອງ. (ພາບ: GNI)

ຕັ້ງ​ໜ້າ​ເຊື່ອມ​ຕໍ່ ແລະ ແຈ້ງ​ຂໍ້​ມູນ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ

VUFO ໄດ້​ຊີ້​ນຳ ແລະ ແນະ​ນຳ​ບັນ​ດາ​ຄະ​ນະ, ຫົວ​ໜ່ວຍ​ວິ​ຊາ​ການ​ໃນ​ອົງ​ການ​ປະ​ຈຳ​ການ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ ​ຕັ້ງ​ໜ້າ​ເຊື່ອມ​ຕໍ່, ຢຶ້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ ແລະ ແຈ້ງ​ຂໍ້​ມູນ​ໄປ​ຍັງເພື່ອນ​ມິດ​ສາ​ກົນ ກ່ຽວ​ກັບ​ໝາກ​ຜົນ, ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ - 19 ຢູ່ ຫວຽດ​ນາມ, ແນະ​ນຳ​ການ​ຈັດ​ຕັ້ງ​ອຸ​ປະ​ຖຳ​ໜູນ​ຊ່ວຍ​ປະ​ຊາ​ຊົນ ຫວຽດ​ນາມ, ເພື່ອ​ນ​ມິດ​ສາ​ກົນ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ພິ​ເສດ, ​ຈັດ​ຕັ້ງ​ການເຜີຍແຜ່ສື່ສານຜ່ານ​ບັນ​ດາພາ​ຫະ​ນະ​ເຕັກ​ໂນ​ໂລ​ຢີ, ລະ​ບົບ​ສື່ມວນ​ຊົນ (ພາ​ສາ​ຕ່າງ​ປະ​ເທດ) ຂອງ VUFO ແລະ ສື່ມວນ​ຊົນ​ສາ​ກົນ ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ​ຄື: ລົງ​ຂ່າວ, ບົດ​ຂຽນກ່ຽວ​ກັບ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍ​ຕື່ມ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.