ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ

17:30 | 10/08/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພ​ພິ​ບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົ່ງຈົດໝາຍສະແດງຄວາມ ຂອບອົກຂອບໃຈບັນດາປະເທດເພື່ອນມິດ, ຄູ່ຮ່ວມມືສາກົນສໍາລັບການຮ່ວມເດິນທາງ, ການແບ່ງປັນ ແລະໜູນຊ່ວຍຜູ້ປະ​ສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຫຼາຍປີຜ່ານມາ.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ
ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ

ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.

ເນື້ອໃນຈົດໝາຍລະບຸວ່າສົງຄາມຢູ່ຫວຽດນາມໄດ້ສິ້ນສຸດລົງເປັນເວລາຫຼາຍທົດສະວັດແລ້ວ, ແຕ່ຜົນສະທ້ອນອັນໜັກໜ່ວງ ແມ່ນຍັງເຫຼືອຢູ່. ທຸກມື້ນີ້, ທະຫານຫວຽດນາມຫຼາຍຄົນໃນໄລຍະສົງຄາມ, ປະຊາຊົນທີ່ອາໄສຢູ່ທົ່ວປະເທດຫວຽດນາມ ແລະລູກຫຼານຂອງເຂົາເຈົ້າສືບຕໍ່ປະສົບກັບຜົນຮ້າຍ​ທີ່ຕາມມາຂອງສົງຄາມ ແລະທາດພິດສີສົ້ມ/ດີໂອຊິນ. ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ ແລະ​ພວມມານະພະຍາຍາມ​ແກ້​ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃຫ້ການກວດ ແລະປິ່ນປົວ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແລະຄອບຄົວຂອງເຂົາເຈົ້າ.

ຄຽງຄູ່ກັບຄວາມມາ​ນະພະຍາຍາມຂອງຫວຽດນາມໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ປະຊາຊົນຫວຽດນາມໄດ້ ແລະ ພວມ ໄດ້ຮັບການໜູນຊ່ວຍອັນລໍ້າຄ່າຈາກເພື່ອນມິດໃນທົ່ວໂລກ. ປະຊາຊົນຫວຽດນາມ ຕີລາຄາສູງ ແລະ ສະແດງຄວາມເຄົາລົບ​ຕໍ່​ແຕ່​ລະຄວາມມານະພະຍາຍາມຂອງເພື່ອນມິດສາກົນ, ບໍ່ວ່າ​ຈະເປັນການ​ລ້າງພື້ນທີ່ທີ່ປົນເປື້ອນສານດີໂອຊິນ ຫຼືການໜູນຊ່ວຍໃນການກວດ, ປິ່ນປົວ, ເບິ່ງ​ແຍງ​ດູ​ແລສຸຂະພາບ ແລະການຟື້ນຟູສຸຂະພາບໃຫ້ກັບຜູ້ທີ່ໄດ້ຕິດແປດທາດພິດສີສົ້ມ/ດີໂອຊິນ ແລະລຸ້ນຄົນຕໍ່ໄປທີ່ໄດ້ຮັບຜົນກະທົບຈາກສານພິດນີ້ ຫຼືໜູນຊ່ວຍໃນການຕໍ່ສູ້ດ້ານກົດໝາຍເພື່ອຄວາມຍຸດຕິທໍາ ແລະສິດຜົນປະໂຫຍດອັນຊອບທໍາ ຂອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ.

ຄວາມເມດຕາປ​າ​ນີ, ບັນດາກິດຈະກໍາທີ່ມີຄວາມໝາຍ ແລະການສະໜັບສະໜູນ ອັນໃຫຍ່ຫຼວງຂອງເພື່ອນມິດ ໄດ້ເຮັດໃຫ້ຄວາມເຈັບປວດຂອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ​ມີ​ຄວາມຜ່ອນຄ່າຍ ແລະ ກາຍເປັນແຫຼ່ງກໍາລັງໃຈອັນສໍາຄັນໃຫ້ແກ່ຜູ້ເຄາະຮ້າຍ ແລະຄອບຄົວຂອງເຂົາເຈົ້າ...

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຂໍຂອບໃຈສໍາລັບທຸກສິ່ງທຸກຢ່າງທີ່ບັນ​ດາເພື່ອນມິດ ແລະເພື່ອນຮ່ວມງານ ໄດ້ເຮັດເພື່ອຫວຽດນາມ ແລະຜູ້ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການຮ່ວມມື ແລະການສະໜັບສະໜູນຂອງເພື່ອນມິດ ຢ່າງເຂັ້ມແຂງກວ່າເກົ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກຂ້າພະເຈົ້າ ເພື່ອໜູນຊ່ວຍຜູ້​ປະ​ສົ​ບເຄາະຮ້າຍ, ຮຽກຮ້ອງຄວາມຍຸດຕິທຳ, ​ປິດ​ສາກ​ອະ​ດີດສົງຄາມທີ່ຫວຽດນາມ ແລະໃນໃຈຂອງຜູ້ປະ​ສົ​ບເຄາະຮ້າຍຈາກທາດພິດສີສົ້ມທຸກຄົນ".

ປະທານ VUFO ສົ່ງຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ

ຈົດໝາຍຂອບໃຈເພື່ອນມິດສາກົນທີ່ໄດ້ໃຫ້ການໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ຂອງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.