WWF ປາດຖະໜາຢາກເພີ່ມທະວີການຮ່ວມມືປົກປັກຮັກສາສິ່ງແວດ ລ້ອມທ້ອງຖິ່ນຢູ່ຫວຽດນາມ

16:02 | 17/02/2022

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ກຸມພາ, ທ່ານ​ຮອງ​ປະທານ-​ເລຂາ​ທິການໃຫຍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ (VUFO) ຟານແອງເຊີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ການນໍາ​ຂັ້ນ​ສູງ​ຂອງ​ອົງການ World Wide Fund for Nature (WWF/ສະ​ວິດ), ນຳ​ໂດຍ​ທ່ານ Prasanna De Silva ຜູ້ອຳນວຍການທົ່ວ​ໂລກ.

WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ
ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF

2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງການ WWF ຢູ່ ຫວຽດນາມ ​ໃນ​ຊຸມ​ປີ​ຜ່ານມາ ກໍ່ຄືນການກໍານົດທິດການ​ເຄື່ອນ​ໄຫວ​ຂອງ WWF ຢູ່ ຫວຽດນາມ ​ໃນ​ປີ 2022.

WWF ປາດຖະໜາຢາກເພີ່ມທະວີການຮ່ວມມືປົກປັກຮັກສາສິ່ງແວດ ລ້ອມທ້ອງຖິ່ນຢູ່ຫວຽດນາມ
ບັນຍາກາດທີ່ການເຮັດວຽກ. ພາບ: ຫຍຸງຫງວຽນ

ສອງ​ຝ່າຍ​ກໍ່ສະ​ເໜີ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ແມ່​ນ້ຳຂອງ, ປົກ​ປັກ​ຮັກສາ​ແຫຼ່ງນ້ຳ​ຕ້ານ​ມົນ​ລະ​ພິດ, ສົມທົບ​ກັນ​ຈັດ​ກອງ​ປະຊຸມ​ກ່ຽວກັບສິ່ງ​ແວດ​ລ້ອມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ຊຸດ​ອົບຮົມ​ວິຊາສະເພາະການນໍາພາ ​ແລະການ​ຄຸ້ມ​ຄອງ​ໃຫ້​ບັນດາ​ການ​ນຳ​ຂັ້ນ​ສູງ​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

2 ຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບການກໍານົດ​ທິດການ​ເຄື່ອນ​ໄຫວ​ຂອງ WWF ຢູ່ ຫວຽດນາມ ດ້ວຍ​ໜ້າ​ທີ່​ໜູນ​ຊ່ວຍ WWF ສາກົນ ​​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ລະຫວ່າງ​ພາກ​ພື້ນ.

ບູນມີ

ເຫດການ
302 Found

Found

The document has moved here.