ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ ຈະຢ້ຽມຢາມທາງລັດຖະກິດຢູ່ ຈີນ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວແນໃສ່ເຮັດແຈ້ງຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນ ຈີນ ແຕ່ວັນທີ 18 - 20 ສິງຫາ ປີ 2024.
ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງບັນກັບສື່ມວນຊົນກ່ຽວກັບຄວາມຄາດຫວັງຂອງການຢ້ຽມຢາມ.
ຍສໝ- ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ມອບໃບອະນຸຍາດສ້າງຕັ້ງສູນວັດທະນະທຳຈີນຢູ່ຮ່າໂນ້ຍ ໃຫ້ທ່ານ ເຈືອງດຶກເຊີນ, ຜູ້ອຳນວຍການສູນຄົນໃໝ່.
ຍສໝ - ໂຄງການ “ກໍ່ສ້າງຫ້ອງອາຫານ ແລະ ຊ່ວຍເຫຼືອດ້ານໂພຊະນາການໃນໂຮງຮຽນ” ຢູ່ທີ່ໂຮງຮຽນປະຖົມ ກິມດົ່ງ (ຕາແສງ ກິມດົ່ງ, ເມືອງ ຈາງດິ່ງ, ແຂວງລ້າງເຊີ່ນ) ດ້ວຍຍອດມູນຄ່າ 200.000 ຢວນ, ເທົ່າກັບ 661 ລ້ານດົ່ງ. ຄ່າໃຊ້ຈ່າຍທັງຫມົດຂ້າງເທິງນີ້ແມ່ນສະຫນອງໃຫ້ໂດຍສະຖານທູດຂອງສາທາລະນະປະຊາຊົນຈີນ ເຊິ່ງເປັນການຊ່ວຍເຫຼືອລ້າ.
ຍສໝ - ຕອນບ່າຍວັນທີ 8 ກໍລະກົດ, ໃນບັນຍາກາດທີ່ທົ່ວປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢູ່ເຂດພູດອຍ ເມືອງ ແອງເຊີນ (ແຂວງ ເງ້ອານ), ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝີນ ພ້ອມດ້ວຍຄະນະປະຈຳສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ຍສໝ - “ໃນ 7 ທົດສະວັດຜ່ານມາ, ບົດຮຽນປະຫວັດສາດແຫ່ງມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນ 3 ປະເທດອິນດູຈີນ, ພິເສດແມ່ນຫວຽດນາມ - ລາວ ໃນການໄຊຊະນະດ້ຽນບຽນຝູ ຍັງຄົງມີຢູ່ໃນທຸກມື້ນີ້.
ຍສໝ - ຕອນບ່າຍວັນທີ 4 ກໍລະກົດ, ຢູ່ທີ່ຕ້າວຢວນ - ໄຕ້ຫວັນ (ຈີນ), ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳ ໄທເປ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ໄຕ້ຫວັນ ແລະ ເປີດຕົວຕູ້ປຶ້ມເພື່ອຮັບໃຊ້ຊຸມຊົນ.
Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường niên các nhà tiên phong lần thứ 15 của Diễn đàn Kinh tế thế giới Đại Liên và làm việc tại Trung Quốc, Thủ tướng Chính phủ Phạm Minh Chính đã hội kiến Tổng Bí thư Ban Chấp hành Trung ương Đảng Cộng sản Trung Quốc, Chủ tịch nước Cộng hòa nhân dân Trung Hoa Tập Cận Bình.
ຍສໝ - ວັນທີ 26 ມິຖຸນາ, ນະຄອນຫຼວງ ປັກກິ່ງ, ຈີນ, ໃນຂອບເຂດການຢ້ຽມຢາມປະຕິບັດງານ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີຂອງບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກຕ້າຫຼຽນ ແລະ ເຮັດວຽກຢູ່ຈີນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈິນ ສີຈິ້ນຜິງ.
ຍສໝ - ນີ້ແມ່ນຄຳເຫັນຂອງ ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ທີ່ກອງກອງປະຊຸມຮ່ວມກັບຄະນະຜູ້ແທນຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍດໍາເນີນການທົດລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.
ຍສໝ - ນີ້ແມ່ນຄຳເຫັນຂອງ ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ທີ່ກອງກອງປະຊຸມຮ່ວມກັບຄະນະຜູ້ແທນຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບການຜັນຂະຫຍາຍດໍາເນີນການທົດລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.
ຍສໝ - ວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ການສຳມະນາວັດທະນະທຳ: ຊາ ແລະ ໂລກ” ແລະ ການສຳມະນາສົ່ງເສີມວັດທະນະທຳການທ່ອງທ່ຽວ ກວາງຊີ (ຈີນ). ເຫດການຄັ້ງນີ້ ໂດຍສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ພ້ອມກັນກັບພະແນກວັດທະນະທຳ ແລະ ທ່ອງທ່ຽວ ກວາງຊີ ຈັດຕັ້ງ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
Thành phố Hải Phòng - trung tâm kinh tế năng động phía Bắc Việt Nam đang tích cực mở rộng và tăng cường hợp tác với các địa phương của Trung Quốc trên nhiều lĩnh vực. Việc hợp tác này mang lại lợi ích thiết thực cho cả hai bên, góp phần thúc đẩy phát triển kinh tế - xã hội, giao lưu văn hóa và củng cố quan hệ hữu nghị truyền thống giữa hai nước.
ຍສໝ - ນະຄອນຫາຍຟ່ອງ - ສູນກາງເສດຖະກິດທີ່ຂະຫຍັນຂັນເຄື່ອນຢູ່ພາກເໜືອ ຫວຽດນາມ ພວມເປີດກ້ວາງ ແລະ ເພີ່ມທະວີການຮ່ວມມືຢ່າງຕັ້ງໜ້າກັບບັນດາທ້ອງຖິ່ນຂອງ ຈີນ ໃນຫຼາຍຂົງເຂດ. ການຮ່ວມມືນີ້ ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ທັງສອງຝ່າຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ພົບປະແລກປ່ຽນວັດທະນະທຳ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ຍສໝ - ພາຍໃຕ້ການນຳພາຂອງພັກກອມມູນິດ ອິນດູຈີນ, ແຕ່ເດືອນກັນຍາ 1945 ຈົນຮອດ ທ້າຍປີ 1946 ປະຊາຊົນ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ເລີ່ມຜັນຂະຫຍາຍການຕໍ່ສູ້, ພ້ອມທັງຊ່ວຍເຫຼືອກັນສ້າງກຳລັງ, ກະກຽມບັ້ນຕໍ່ຕ້ານທີ່ຍືດເຍື້ອຍາວນານ. ຢູ່ໃນໄລຍະນີ້, ຫວຽດນາມ ສວມບົດບາດເປັນຫຼັກແຫຼ່ງແກ່ນສານໃນການສ້າງຕັ້ງການ ພົວພັນສາມັກຄີສູ້ຮົບລະຫວ່າງປະຊາຊົນ 3 ປະເທດ.
ຍສໝ - ທີ່ການປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດໃນຕອນບ່າຍວັນທີ 25 ເມສາ, ທ່ານນ່າງໂຄສົກກະຊວງການຕ່າງປະເທດຫວຽດນາມ ຝ້າມທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ອະທິປະໄຕ ແລະ ສິດພິພາກສາ ຢູ່ເຂດທະເລຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ວັນທີ 3 ເມສາ 2024, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຕ້ອນຮັບທ່ານ ລິວນິງ, ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ Choang ກວາງຊີ (ຈີນ)
ຍສໝ - ຫຼັກໝາຍຊາຍແດນ ອາປາຈ້າຍ ຕັ້ງຢູ່ຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງຈີນ. ຫຼັກໝາຍຊາຍແດນຮ່ວມແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກທີ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.
ຍສໝ - ການຫັນຂັ້ນຕອນວີຊາໃຫ້ເປັນງ່າຍດາຍ, ເປີດວີຊາອອນໄລ ແລະ ວີຊາເມື່ອເຂົ້າເມືອງ (visa on arrival) ໃຫ້ພົນລະເມືອງ ຫວຽດນາມ ໃນເວລາໄວທີ່ສຸດ; ສະແດງຄວາມຊົມເຊີຍການເປີດກ້ວາງໃຫ້ແຮງງານ ຫວຽດນາມ ໄປເຮັດວຽກຢູ່ ມາກາວ.
ຍສໝ - ໃນກາງເດືອນພະຈິກປີ 2023, ການແຂ່ງຂັນເວົ້າພາສາຈີນຮອບສຸດທ້າຍ - ດ່ານັງ 2023 ໄດ້ຈັດຕັ້ງໂດຍສະມາຄົມບັນດາອົງການມິດຕະພາບນະຄອນດາຫນັງ (DAFO) ດ້ວຍຫົວຂໍ້ “ບົດບາດຂອງຊາວໜຸ່ມຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ” ຈະໄດ້ຮັບຜົຢ່າງດີງາມ.