ນັກຮຽນຮູ້ ​ຫວຽດ​ນາມ: ການປ່ຽນແປງໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີຢູ່ ​ຈີນ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຫຼາຍ​ຢ່າງ

16:15 | 29/09/2024

ຍສໝ​ - ການປ່ຽນແປງໃໝ່ແມ່ນກຳລັງຜັກດັນແຖວໜ້ານຳພາການພັດທະນາຂອງປະເທດຊາດ, ພິເສດໃນຍຸກເສດຖະກິດພູມປັນຍາ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ໃນ​ຂະ​ບວນ​ການປະຕິຮູບ​ເປີດປະຕູ, ຈີນ ​ໄດ້​ຕັ້ງໜ້າ ແລະ ​ເປັນເຈົ້າການໃນການ​ຮ່ຳຮຽນ ແລະ ດຶງ​ດູດ​ເຕັກ​ໂນ​ໂລ​ຢີຈາກ​ພາຍ​ນອກ. ປະຈຸ​ບັນ, ການປະຕິວັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີ​ໃໝ່​ພວມ​ກຳນົດ​ສະພາບ​ການ​ແຂ່ງຂັນ​ຂອງ​ໂລກຄືນ. ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ຂອງສະພາບການດ້ານການ​ເມືອງ​ ແລະ ເສດຖະກິດ​ສາກົນ, ​ກໍ່ຄືບັນດາຄວາມ​ຮຽກຮ້ອງ​ຕ້ອງການໃນການ​ຫັນປ່ຽນ​ກຳລັງຜັກດັນການ​ເຕີບ​ໂຕ​ໃນ​ໄລຍະ​ການ​ພັດທະນາ​ໃໝ່, ຮຽກຮ້ອງ​ໃຫ້​ ຈີນ​ ຕ້ອງຍູ້ແຮງຂະ​ບວນການ​ປະດິດ​ສ້າງ, ປະຕິບັດການ​ເປັນ​ເຈົ້າ​ຕົນ​ເອງ, ວ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ກ່ຽວກັບວິທະຍາສາດ​ເຕັກ​ໂນ​ໂລ​ຢີ ໂດຍໄວ.

ຄົ້ນຄວ້າກ່ຽວກັບບັນຫານີ້, ທ່ານນາງ ປະລິນຍາໂທ ຫງວຽນທິຮ່າເຟືອງ, ສະຖາບັນຄົ້ນຄວ້າ ຈີນ (ຂຶ້ນກັບສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ ການປ່ຽນແປງໃໝ່ກ່ຽວກັບວິທະຍາສາດເຕັກໂນໂລຢີ ແມ່ນໜຶ່ງໃນ 4 ນະວັດຕະກຳໃຫຍ່ທີ່ ຈີນ ໄດ້ວາງອອກ, ລວມມີ ການປ່ຽນແປງໃໝ່ລະບອບລະບຽບການ, ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ວັດທະນະທໍາ.

ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລຢີ ​ແລະ ການປ່ຽນແປງໃໝ່ວິທະຍາສາດ​ເຕັກ​ໂນ​ໂລຢີຕໍ່ ຈີນ ​ໃນ​ປະຈຸ​ບັນ, ທ່ານ​ເລຂາທິການ​ໃຫຍ່​, ປະທານປະເທດ ຈີນ ສີ​ຈິ້ນ​ຜິ​ງ ​ເນັ້ນ​ໜັກ​ວ່າ ວິທະຍາສາດ​ເຕັກ​ໂນ​ໂລຢີ​ແມ່ນ​ອາວຸດ​ທີ່​ໜ້າເກງຂາມ​ຂອງ​ປະ​ເທດ. ປະຊາຊົນ ຈີນ ຢາກ​ມີ​ຊີ​ວິດ​ທີ່​ດີ ແມ່ນ​ຕ້ອງ​ມີ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີ​ທີ່​ໃຫຍ່ຫຼວງ, ເຂັ້ມ​ແຂງ. "ຫຼັກແຫຼ່ງແກ່ນສານຂອງ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ແບບ​ຈີນ​ ແມ່ນ​ຢູ່​ໃນ​ການ​ຫັນ​ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລຢີ​ເປັນ​ທັນ​ສະ​ໄໝ.

ນັກຮຽນຮູ້ ​ຫວຽດ​ນາມ: ການປ່ຽນແປງໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີຢູ່ ​ຈີນ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຫຼາຍ​ຢ່າງ

ທ່ານນາງ ປະລິນຍາໂທ ຫງວຽນທິຮ່າເຟືອງ, ສະຖາບັນຄົ້ນຄວ້າ ຈີນ

ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ແມ່ນກຳລັງຜັກດັນໃໝ່ເພື່ອຊຸກຍູ້ພື້ນຖານເສດຖະກິດຍົກສູງກ່ຽວກັບຄຸນນະພາບ, ສ້າງທ່າ​ໄດ້​ປຽບໃໝ່ໃນຍຸກສະໄໝໃໝ່, ຊ່ວຍໃຫ້ ຈີນ ຍຶດໝັ້ນສິດພັດທະນາເອກະລາດ, ຊຸກຍູ້ການພັດທະນາຄຸນນະພາບສູງ, ກໍ່ສ້າງລະບົບເສດຖະກິດຫັນເປັນທັນສະໄໝ, ປະກອບສ່ວນ​ແກ້​ໄຂ​ບັນດາຄວາມ​ຂັດ​ແຍ່ງ​, ບັນຫາ​ຢ່າງ​ເລິກ​ເຊິ່ງຂອງພື້ນຖານເສດຖະກິດ. ຍິ່ງ​ໄປ​ກວ່າ​ນັ້ນ, ຈີນ ຖືການ​ເປັນເຈົ້າຕົນເອງກ່ຽວກັບວິທະຍາສາດ​ເຕັກ​ໂນ​ໂລຢີ​ລະດັບ​ສູງ​ແມ່ນການໜູນຊ່ວຍອັນ​ສຳຄັນ ເພື່ອປະຕິບັດການຟື້ນຄວາມຈະເລີນຂອງປະ​ເທດ​ຊາດຄືນໃໝ່, ອະນຸຍາດໃຫ້ "ເດີນໄປຕາມທາງລັດເພື່ອຮັບຢູ່ທາງໜ້າ" ບືນຂຶ້ນທີ່ຕັ້ງທີ່ສູງກວ່າໃນນະວັດຕະກໍາ.

ປີ 2023, ກະແສຟອງການປ່ຽນແປງໃໝ່ວິທະຍາສາດ​ເຕັກ​ໂນ​ໂລຢີ​ ລະເບີດຂຶ້ນ, ຍອດ​ລາຍ​ຈ່າຍ R&D ຂອງ​ຈີນ ປະມານ 3.330 ຕື້​ຢວນ,ເປັນ​ອັນ​ດັບ​ທີ 2 ​ໃນ​ໂລກ, ອັດຕາ​ສ່ວນ​ການ​ໃຊ້​ຈ່າຍ R&D ຕໍ່ GDP ຂອງ​ທົ່ວ​ສັງຄົມ​​ບັນລຸ 2,64%, ​ເກີນ​ລະດັບ​ສະ​ເລ່ຍຂອງບັນດາປະເທດ OECD.

ຕາມທ່ານນາງ ​ປະລິນຍາໂທ ຫງວຽນທິຮ່າເຟືອງ ແລ້ວ, ຈີນ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢີອັນ​ໃຫຍ່​ຫຼວງ​ໃນ​ຫລາຍ​ຂົງ​ເຂດ; ບົດບາດນຳໜ້າຂອງການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ໄດ້ຮັບການຍົກສູງກ່ວາອີກ. ອິດທິພົນສາກົນຂອງຜົນການຄົ້ນຄວ້າວິທະຍາສາດເຊັ່ນດຽວກັນກັບສູນນະວັດຕະກຳວິທະຍາສາດເຕັກໂນໂລຢີສາກົນນັບມື້ນັບເພີ່ມຂຶ້ນ.

"ຈີນ​ ນຳ​ໜ້າ​ກ່ຽວກັບ​ເຕັກ​ໂນ​ໂລ​ຢີລົດ​ໄຟ​ຟ້າ ແລະ ​ອຸ​ປະ​ກອນ​ການ​ແພດ​ບາງ​ປະ​ເພດ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ຍານ​ພາ​ຫະ​ນະ​ພະ​ລັງ​ງານ... ປະລິມານການຜະລິດລົດໂອໂຕພະ​ລັງ​ງານໃຫມ່ກວມເອົາຫຼາຍກ່ວາ 60% ຂອງອັດຕາສ່ວນກວມຕະຫຼາດທົ່ວໂລກ, ເປັນອັນດັບຫນຶ່ງຂອງໂລກໃນ 9 ປີຕິດຕໍ່ກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຫັນເປັນສີຂຽວ ແລະ ການບອນຕ່ຳຂອງໂລກ. ໃນ​ປີ 2024, ຈີນ ​ທົດ​ລອງ​ລົດ​ແທັກ​ຊີ​ໄຟ​ຟ້າ​ທີ່​ບໍ່​ມີ​ຄົນ​ຂັບ​ໄດ້​ຢ່າງ​ສຳ​ເລັດ​ຜົນ, ໂດຍ​ມີ​ໂອ​ກາດ​ທີ່​ຈະ​ກາຍ​ເປັນທ້ອງຕະ​ຫຼາດ​ລົດ​ບໍ່ມີຄົນຂັບ​ໃຫຍ່​ທີ່​ສຸດ​ໃນ​ໂລກ”, ທ່ານນັກຮຽນຮູ້ຍິງ ​ໄດ້​ຍົກ​ຕົວ​ຢ່າງ.

ຈີນ ຍັງ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ດ້ານ​ການປ່ຽນແປງໃໝ່​ຫຼາຍ​ຢ່າງ​ໃນ​ດ້ານ​ເຕັກ​ໂນ​ໂລຢີ​ຫຼັກແຫຼ່ງ, ຂົງ​ເຂດ​ທີ່​ກ້າວ​ໜ້າ​ເຊັ່ນ AI ແລະ ເຕັກ​ໂນ​ໂລຢີກວນເຕີມ. ປີ 2023, ຈີນ ​ມີວິສາຫະກິດປະມານ 15% ນຳ​ໃຊ້ AI; 2024, ເປີດຕົວຊິບ AI 14nm ເພື່ອຝຶກອົບຮົມ AI ດ້ວຍລາຄາຕ່ຳ. ເຕັກໂນໂລຢີກວນເຕີມໄດ້ຖືກນໍາໃຊ້ເຂົ້າໃນຊີວິດຫຼາຍຢ່າງ. ມາຮອດ​ປີ 2021, ຈີນ ​ໄດ້ຖື​ສິດທິ​ບັດ​ຫຼາຍ​ກວ່າ 3.000 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ເຕັກ​ໂນ​ໂລ​ຢີກວນເຕີມ, ທົບ 2 ​ເທົ່າກັບ ອາ​ເມ​ລິ​ກາ ແລະ 3 ​ເທົ່າກັບ ຍີ່​ປຸ່ນ. ໃນ​ປີ 2023, ຄອມ​ພິວ​ເຕີກວນເຕີມໃໝ່ຂອງ​ ຈີນ ​ສາ​ມາດ​ແກ້ໄຂບັນດາວຽກ​ງານ​ທີ່​ກ່ຽວ​ຂ້ອງ​ກັບ AI ໄວກວ່າ 180 ລ້ານ​ເທົ່າໄວກວ່າຄອມ​ພິວ​ເຕີ​ທີ່​ດີ​ທີ່​ສຸດ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ.

ກ່ຽວກັບແຜງວົງຈອນລວມ, ຜູ້ຜະລິດຊິບຊັ້ນນໍາຂອງຈີນ ເຊັ່ນ SMIC ແລະ YMTC ພວມພະຍາຍາມສ້າງ​ຕ່ອງໂສ້ການຜະລິດ "Non-A" (ທີ່ບໍ່​ມີ ​ອາ​ເມລິ​ກາ). ປີ 2024, ຈີນ​ ໄດ້​ອະນຸມັດ​ບ້ວງ​ເງິນ​ລົງທຶນ​ໃໝ່ 40 ຕື້ USD ​ໃຫ້​ແກ່ຂົງເຂດເຄິ່ງຊັກນຳໄຟຟ້າ. ແບບໂທລະສັບອັດສະລິຍະ Pura 70 ຂອງ Huawei ໄດ້ເປີດຕົວໃນທ້າຍເດືອນເມສາ 2024 ໃຊ້ເຄື່ອງອາໄຫຼ່ຫຼາຍຢ່າງໂດຍ ຈີນ ຜະລິດຫຼາຍກວ່າ ...

"ສາມາດເຫັນໄດ້ວ່າ ດ້ວຍສະພາບແວດລ້ອມນະໂຍບາຍທີ່ເອື້ອອໍານວຍ ແລະ ແຫຼ່ງຊັບພະຍາກອນຜູ້ມີຄວາມສາມາດແຖວໜ້າຂອງໂລກ, ພື້ນທີ່ທ້ອງຕະຫຼາດຂະຫນາດໃຫຍ່, ການລົງທຶນ R&D ຂະຫນາດໃຫຍ່, ການປ່ຽນແປງໃໝ່ວິທະຍາສາດ, ເຕັກໂນໂລຢີຂອງຈີນ ຈະສືບຕໍ່ໄດ້ຮັບການຊຸກຍູ້ ແລະ ມີຄວາມບຸກທະລຸຫຼາຍຢ່າງ", ທ່ານນັກຮຽນຮູ້ຍິງ ເນັ້ນໜັກ.

ແຕ່ແນວໃດກໍ່ຕາມ, ໃນ​ສະພາບ​ການແກ່ງແຍ້ງ​ແຂ່ງຂັນ​ສາກົນ​ໃໝ່​, ​ໄລຍະ​ພັດທະນາ​ໃໝ່, ພາລະກິດແຫ່ງການປ່ຽນແປງໃໝ່​ວິທະຍາສາດ​ເຕັກ​ໂນ​ໂລຢີ​ຂອງ​ຈີນ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ຍສໝ​- ກົມ​ຮ່ວມ​ມື​ສາກົນ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ຫາ​ກໍ່​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ​ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ ​ໃຫ້​ທ່ານ ​ເຈືອງ​ດຶກ​ເຊີນ, ຜູ້ອຳນວຍການ​ສູນ​​ຄົນ​ໃໝ່.

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມ​ປະ​ທັບ​ໃຈກ່ຽວກັບ ຫວຽດ​ນາມ ຂອງບັນດາຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳຊົນ​ເຜົ່າ​ Bagnara ​ຄັ້ງ​ທີ 16 ທີ່​ຈັດຕັ້ງແຕ່​ວັນ​ທີ 27 ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.