ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະພັນລະຍາ ຢ້ຽມຢາມທາງລັດຖະກິດຈີນ:

ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ

22:38 | 17/08/2024

ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງບັນກັບສື່ມວນຊົນກ່ຽວກັບຄວາມຄາດຫວັງຂອງການຢ້ຽມຢາມ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ” ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ຕາມ ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລ້ວ ການຢ້ຽມຢາມທາງລັດຖະກິດເຖິງ ຈີນ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຖານະຕໍາແໜ່ງໃໝ່; ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນພິເສດລະຫວ່າງຫວຽດນາມ ແລະ ຈີນ ໃນປີນີ້, ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ທ່າອ່ຽງພັດທະນາການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດໃນໄລຍະຈະມາເຖິງ.

ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮັບຄໍາເຊີນຂອງທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ມາຢ້ຽມຢາມທາງລັດຖະກິດ ຈີນ ເປັນຄັ້ງທຳອິດພາຍຫຼັງຮັບດໍາລົງຕຳແໜ່ງໃໝ່ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ບຸລິມະສິດແຖວໜ້າຂອງທັງສອງຝ່າຍໃນການປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ. ສອງຝ່າຍລ້ວນແຕ່ລໍຖ້າການຢ້ຽມຢາມ ແລະຫວັງວ່າ ຈະບັນລຸໄດ້ບັນດາຜົນງານໃນບາງດ້ານດັ່ງຕໍ່ໄປນີ້:

ທີໜຶ່ງແມ່ນ, ບົນພື້ນຖານການພົວພັນທີ່ການນຳສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ໃນນັ້ນມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາການນຳຫວຽດນາມ, ສືບຕໍ່ ແລະເສີມຂະຫຍາຍທ່າອ່ຽງພັດທະນາທີ່ດີງາມ ແລະສະດວກສະບາຍຂອງການພົວພັນຫວຽດນາມ - ຈີນ ພາຍຫຼັງການຢ້ຽມຢາມເຊິ່ງກັນ ແລະກັນທີ່ມີລັກສະນະປະຫວັດສາດຂອງການນໍາຂັ້ນສູງຂອງສອງພັກ ແລະສອງປະເທດໃນໄລຍະຜ່ານມາກວ່າອີກ; ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການກໍານົດທິດທາງໃຫ້ແກ່ການພັດທະນາຂອງການພົວພັນສອງຝ່າຍໃນໄລຍະໃໝ່.

ສອງແມ່ນ, ເຫັນດີເປັນເອກະພາບຕໍ່ບັນດາທິດທາງ ແລະມາດຕະການໃຫຍ່ເພື່ອແນໃສ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດຕາມກໍານົດທິດ “6 ກວ່າ” ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບແລ້ວ; ຈຸດສຸມແມ່ນສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງ ແລະບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວໃຫ້ເປັນລະອຽດ; ...

ທີສາມ, ຜ່ານການແລກປ່ຽນບົນຈິດໃຈກົງໄປກົງມາ, ຈິງໃຈ, ແທດຈິງກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ, ພ້ອມກັນແກ້ໄຂບັນດາບັນຫາທີ່ຍັງຄົ້ງຄ້າງຢ່າງສົມເຫດສົມຜົນ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ດີ, ບໍ່ປະໃຫ້ບັນຫາບົນທະເລສົ່ງຜົນສະທ້ອນເຖິງທ່າພັດທະນາການພົວພັນອັນດີງາມລະຫວ່າງສອງພັກ, ສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ກໍ່ຄືຢູ່ໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເຄົາລົບເປັນພິເສດ ແລະການສົມທົບກັນຢ່າງແໜ້ນແຟ້ນຂອງທັງສອງຝ່າຍ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍໃໝ່, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ.

ຕີລາຄາກ່ຽວກັບໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະທີ່ຜ່ານມາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ການພົວພັນ ຫວຽດນາມ - ຈີນ ພາຍຫຼັງ 30 ກວ່າປີແຫ່ງການສ້າງສາຍພົວພັນເປັນປົກກະຕິ, ພິເສດແມ່ນພາຍຫຼັງ 15 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແຕ່ປີ 2008 ມາຮອດປະຈຸບັນແມ່ນໄດ້ມີບາດກ້າວພັດທະນາຢ່າງວ່ອງໄວ ແລະນັບມື້ນັບເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດ.

ພິເສດພາຍຫຼັງການຢ້ຽມຢາມ ຈີນ ເປັນທາງການທີ່ມີລັກສະນະປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນຕຸລາ 2022 ແລະການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງທີ 3 ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນເດືອນທັນວາ 2023, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ເລິກເຊິ່ງກວ່າອີກ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດຕາມກໍານົດທິດ “6 ກວ່າ”, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ການພົວພັນລະຫວ່າງ 2 ປະເທດໄດ້ຮັກສາທ່າພັດທະນາຢ່າງຕັ້ງໜ້າ, ການຮ່ວມມືໄດ້ແຜ່ຂະຫຍາຍຢ່າງແຂງແຮງເຖິງທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນທຸກຊັ້ນວັນນະ. ສອງຝ່າຍລ້ວນຕີລາຄາວ່າ ການພົວພັນລະຫວ່າງສອງຝ່າຍແມ່ນຢູ່ໃນລະດັບເລິກເຊິ່ງ, ຮອບດ້ານ ແລະແທດຈິງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ສາມາດເຫັນໄດ້ໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດຢ່າງຈະແຈ້ງໃນ 3 ດ້ານດັ່ງລຸ່ມນີ້:

ທີໜຶ່ງແມ່ນ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນຈາກສູນກາງລົງຮອດທ້ອງຖິ່ນໄດ້ຮັບການຮັກສາເປັນປະຈຳດ້ວຍຫຼາຍຮູບແບບຢ່າງມີໄຫວພິບ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງແຮງໃໝ່ໃຫ້ທຸກຂັ້ນ, ທຸກຂະແໜງການຂອງສອງຝ່າຍ.

ທີສອງແມ່ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນສືບຕໍ່ເຕີບໂຕ.

ທີສາມແມ່ນ, ສະພາບການຢູ່ເຂດຊາຍແດນທາງບົກເວົ້າລວມຮັກສາສະຖຽນລະພາບ; ສະພາບການຢູ່ທະເລຕາເວັນອອກໄດ້ຮັບການຄວບຄຸມໂດຍພື້ນຖານ; ບັນດາກົນໄກແລກປ່ຽນ ແລະເຈລະຈາລະຫວ່າງ 2 ຝ່າຍກ່ຽວກັບບັນດາບັນຫາບົນທະເລໄດ້ຮັກສາເປັນປະຈຳ. 2 ຝ່າຍມຸ່ງໄປເຖິງການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາຊາຍແດນທາງບົກ ແລະ 15 ປີແຫ່ງວັນເຊັນເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນທາງບົກຫວຽດນາມ - ຈີນ.

ບູນມີ

ເຫດການ
302 Found

Found

The document has moved here.