ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

07:53 | 13/05/2024

ຍສໝ - ວັນ​ທີ 11 ພຶດສະພາ, ຢູ່​ແຂວງ ​ລາວ​ກາຍ, ​ໂຮງຮຽນ​ມັດທະຍົມ​ຕອນປາຍ​ລົງເລິກວິຊາສະເພາະ ລາວ​ກາຍ​ ໄດ້​ຈັດຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ສາກົນກ່ຽວກັບດ້ານສິລະປະ, ກິລາ​ ກັບ​ໂຮງຮຽນ​ມັດທະຍົມຊັ້ນສູງ ​ແລະ ໂຮງຮຽນ​ມັດທະຍົມຊັ້ນສູງອາຊີວະສຶກສາ (​ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).

ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ທີ່ລາຍການພົບປະ​ແລກປ່ຽນ​ວັດທະນະທຳສິລະປະ, ບັນດາການ​ສະ​ແດງ​ຂອງ​ນັກ​ຮຽນ​ຂອງ​ສອງ​ປະ​ເທດ ໄດ້ສະ​ແດງສະຫຼັບກັນໄປ, ດ້ວຍ​ສີສັນ​ວັດທະນະທຳ​ທີ່ເປັນເອກະລັກພິເສດຂອງ​ແຕ່ລະ​ພາກ​ຂອງ​ແຕ່ລະ​ປະ​ເທດ, ນຳ​ມາ​ເຊິ່ງຄວາມ​ປະ​ທັບ​ໃຈ ​ແລະ ອາລົມ​ຈິດ​ຫຼາຍ​ຢ່າງ.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ບັນດາຜູ້​ແທນ​ທີ່​ມາ​ຈາກ​ໂຮງຮຽນ​ມັດທະຍົມຊັ້ນສູງ ​ແລະ ໂຮງຮຽນ​ມັດທະຍົມຊັ້ນສູງອາຊີວະສຶກສາ (​ເມືອງ ເຫີ່ໂຊ່ເຢົາ, ແຂວງ ເຢີ່ນນາມ, ຈີນ). (ພາບ: ໂຮງຮຽນ​ມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ)

ພ້ອມ​ກັນ​ນັ້ນ, ແມ່ນການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ກິລາ​ທີ່​ຟົດຟື້ນ​ໃນ​ສອງເນື້ອໃນແຂ່ງຂັນ​ຄື: ບານສົ່ງລະຫວ່າງ​ຄູ​ອາຈານ ​ແລະ ບານ​ບ້ວງ​ລະຫວ່າງ​ນັກຮຽນ​ຂອງບັນດາ​ໂຮງຮຽນ.

ບັນດາຄູ​ອາຈານ, ນັກຮຽນ ທີ່ເຂົ້າຮ່ວມລາຍການຍັງສາມາດສຳຜັດກັບບັນດາຈຸດວັດທະນະທຳ ແລະ ອາຫານທີ່ເປັນເອກະລັກສະເພາະຢູ່ບັນດາຮ້ານ ໂດຍນັກຮຽນໂຮງຮຽນມັດທະຍົມຕອນປາຍ​ວິຊາສະເພາະ ລາວ​ກາຍ ຈັດຕັ້ງ.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ການສະແດງຂອງນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກ​ວິຊາສະເພາະ ລາວ​ກາຍ. (ພາບ: ໂຮງຮຽນ​ມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ)

ການ​ເຄື່ອນ​ໄຫວພົບປະແລກປ່ຽນ​ໄດ້​ປະກອບສ່ວນເພີ່ມພູນຄູນສ້າງນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຄູ​ອາຈານ, ນັກຮຽນ ຫວຽດນາມ - ຈີນ; ຊ່ວຍໃຫ້ຄູສອນ ແລະ ນັກຮຽນຂອງໂຮງຮຽນມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ ໄດ້ປະຕິບັດຕົວຈິງການພົບປະ ເພື່ອຍົກສູງພາສາຈີນ; ເພີ່ມທະວີການ​ພົວພັນ​ຕ່າງປະ​ເທດ​ຂອງໂຮງຮຽນມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ, ​ເປີດ​ກາລະ​ໂອກາດ​ການ​ຮ່ວມ​ມື​ຫຼາຍ​ດ້ານ ກ່ຽວກັບການບຳລຸງສ້າງ​ໃນ​ໄລຍະຈະມາເຖິງ.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ບັນດາການສະແດງບົດຟ້ອນຂອງນັກຮຽນ ເຫີ່ໂຊ່ເຢົາ. (ພາບ: ໂຮງຮຽນ​ມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ)

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ບັນດາຄູອາຈານແລກປ່ຽນມິດຕະພາບບານ​ສົ່ງ​. (ພາບ: ໂຮງຮຽນ​ມັດທະຍົມຕອນ​ປາຍລົງເລິກ​ວິຊາສະເພາະ ລາວ​ກາຍ)

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)

ບັນດາ​ຜູ້​ແທນ​ຊິມອາຫານ​ ລາວ​ກາຍ. (ພາບ: ໂຮງຮຽນ​ມັດທະຍົມຕອນ​ປາຍ​ລົງເລິກວິຊາສະເພາະ ລາວ​ກາຍ)

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.