ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່

09:26 | 19/08/2024

ຍສໝ - ໃນສະພາບການດ້ານການເມືອງ ແລະຄວາມສະຫງົບຂອງໂລກ ແລະພາກພື້ນໃນປະຈຸບັນ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແມ່ນໂອກາດເພື່ອຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດ, ນຳການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໜັກແໜ້ນ ແລະແທ້ຈິງ, ສະຖຽນລະພາບ ແລະຍືນຍົງ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ
ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່

ວັນທີ 18 ສິງຫາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດປະຊາຊົນຈີນ ແຕ່ວັນທີ 18-20 ສິງຫາ ຕາມຄຳເຊີນຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ແລະ ພັນລະຍາ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພາຍຫຼັງທີ່ທ່ານດໍາລົງຕຳແໜ່ງໃໝ່ ແລະແມ່ນການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດລະຫວ່າງ ຫວຽດນາມ ແລະຈີນ ໃນປີ 2024.

ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: dangcongsan.vn

ນັບແຕ່ເມື່ອຫວຽດນາມ ແລະຈີນ ໄດ້ເຫັນດີຕໍ່ການເຮັດໃຫ້ເລິກເຊິ່ງ ແລະຍົກລະດັບຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງ “ປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ” ໃນເດືອນທັນວາ 2023 ມາຮອດປະຈຸບັນ, ສາຍພົວພັນລະຫວ່າງສອງປະເທດສືບຕໍ່ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ, ແຜ່ຂະຫຍາຍຢ່າງແຂງແຮງໃນທຸກຂັ້ນ, ທຸກຂະແໜງການ ແລະ ສ້າງບັນຍາກາດແຫ່ງການຮ່ວມມືທີ່ຟົດຟື້ນ, ມີປະສິດທິຜົນ ແລະແທດຈິງ. ໃນນັ້ນ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການປັບປຸງ, ການພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນໄດ້ດຳເນີນຢ່າງໃກ້ຊິດສະໜິດສະໜົມທີ່ສຸດ. ປະຈຸບັນ, ສອງຝ່າຍພວມແລປ່ຽນ ແລະກຳນົດບາງກົນໄກເຈລະຈາໃໝ່.

ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ ໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການຮ່ວມມືກັບທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ ແລະຊາວໜຸ່ມ... ຍັງດຳເນີນໄປດ້ວຍດີ. ໃນ 6 ເດືອນຕົ້ນ ປີ 2024, ວົງເງິນສົ່ງອອກ-ນຳເຂົ້າເພີ່ມຂຶ້ນ 24,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ຈີນ ສືບຕໍ່ນຳໜ້າດ້ານຈຳນວນໂຄງການໃໝ່ຢູ່ຫວຽດນາມ; ປະລິມານນັກທ່ອງທ່ຽວຈີນ ທີ່ມາທ່ຽວຢູ່ຫວຽດນາມ ໃນ 6 ເດືອນຕົ້ນປີນີ້ໄດ້ລື່ນກາຍປະລິມານນັກທ່ອງທ່ຽວໃນປີ 2023... ສອງຝ່າຍຍັງຊຸກຍູ້ຫຼາຍເນື້ອໃນການຮ່ວມມືໃໝ່ດ້ານພື້ນຖານໂຄງລ່າງ ແລະສ້າງຄວາມສະດວກດ້ານການຄ້າ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມຈີນ ໃນທັນທີພາຍຫຼັງດຳລົງຕຳແໜ່ງໃໝ່ ເພື່ອແນໃສ່ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ໃນການຖືເປັນສໍາຄັນ, ໃຫ້ບຸລິມະສິດແຖວໜ້າການພົວພັນກັບຈີນ; ພ້ອມກັນນັ້ນ, ກໍຢັ້ງຢືນແນວທາງການພົວພັນຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ແລະມະຕິເລກທີ 34-NQ/TW ຂອງກົມການເມືອງ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ໃນນັ້ນໃຫ້ບຸລິມະສິດແກ່ບັນດາປະເທດທີ່ມີສາຍພົວພັນບ້ານໃກ້ເຮືອນຄຽງ. ການຢ້ຽມຢາມຍັງເພື່ອແນໃສ່ຫັນເປັນລະອຽດ, ຜັນຂະຫຍາຍບົດສະຫຼຸບ 71-KL/TW ຂອງກົມການເມືອງກ່ຽວກັບບາງໜ້າທີ່, ມາດຕະການແກ້ໄຂຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ທີ່ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ.

ໃນສະພາບການດ້ານການເມືອງ ແລະຄວາມສະຫງົບຂອງໂລກ ແລະພາກພື້ນໃນປະຈຸບັນ, ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແມ່ນໂອກາດເພື່ອຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດ, ນຳການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໜັກແໜ້ນ ແລະແທ້ຈິງ, ສະຖຽນລະພາບ ແລະຍືນຍົງ. ການຢ້ຽມຢາມຍັງມີຄວາມໝາຍສຳຄັນພິເສດ ຕໍ່ກັບສະຖານະການ, ສະພາບແວດລ້ອມການຕ່າງປະເທດ, ການພັດທະນາຂອງປະເທດຊາດ ແລະການພົວພັນຫວຽດນາມ - ຈີນ ໃນໄລຍະຈະມາເຖິງ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ປັບປຸງ ແລະສ້າງກຳລັງດັນໃໝ່ໃຫ້ແກ່ຈິດໃຈຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຈີນ. ບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ພິເສດແມ່ນຄວາມຮັບຮູ້ລວມ ທີ່ການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ ບັນລຸໄດ້ໃນຂອບເຂດການຢ້ຽມຢາມຄັ້ງນີ້ ຈະເປັນພື້ນຖານເພື່ອປະກອບສ່ວນຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃຫ້ນັບມື້ນັບພັດທະນາຢ່າງໜັກແໜ້ນ, ຮອບດ້ານ ແລະແທດຈິງ, ນຳເອົາຜົນປະໂຫຍດຫຼາຍກວ່າມາໃຫ້ປະຊາຊົນທັງສອງປະເທດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.