ທ່ານ ເຈີນຮ້ຽວ ດຳລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ. ເກົາ​ຫຼີ ຢູ່​ນະ​ຄອນດາ​ນັ້ງ ​ໄລ​ຍະ 2024-2029

09:31 | 19/08/2024

ຍສໝ - ວັນທີ 13 ສິງຫາ ຢູ່ທີ່ດານັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ ນະຄອນດານັ້ງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ​ອາຍຸການ 2024 – 2029.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ
ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຕາມ​ບົດ​ລາຍ​ງານ​ໃນ​ກອງ​ປະຊຸມ​ໃຫຍ່​ ​ອາຍຸການ 2024-2029 ສະມາຄົມຈະ​ສືບ​ຕໍ່​ເສີມ​ຂະຫຍາຍ ເປີດກວ້າງ​ສາຍ​ພົວພັນ​ເພື່ອນມິດ ​ແລະ ພົວພັນຄູ່​ຮ່ວມ​ມື​ສາກົນ, ຮັກສາ ​ແລະ ເພີ່ມທະວີ​ສາຍ​ພົວພັນ​ທີ່​ມີ​ຢູ່​ແລ້ວ, ເປັນເຈົ້າການສ້າງ​ຕັ້ງ ​ແລະ ພັດທະນາ​ບັນດາການ​ພົວພັນ​ຄູ່​ຮ່ວມ​ມື​ໃໝ່​, ​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ​ມິດຕະພາບ. ສະມາຄົມຖືການ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຊ່ວຍ​ເຫຼືອ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ; ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຄົ້ນ​ຄ້ວາ, ເສນາທິການ ​ແລະ ຂໍ້​ມູນ​ຂ່າວສານ​ຕ່າງປະ​ເທດເປັນສຳຄັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ ຫວຽດນາມ - ສ,​ເກົາຫຼີ.

ທ່ານ ເຈີນຮ້ຽວ ດຳລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ເກົາ​ຫຼີ ຢູ່​ນະ​ຄອນດາ​ນັ້ງ ​ໄລ​ຍະ 2024-2029.

ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສ. ເກົາຫຼີ ນະຄອນ​ດາ​ນັ້ງ ຊຸດ​ທີ IV ​ເປີດຕົວ​ຢູ່​ທີ່​ກອງ​ປະຊຸມໃຫຍ່. (ພາບ: DAFO)

ກ່າວ​ຄຳ​ເຫັນຊີ້ນໍາ​ທີ່​ກອງ​ປະຊຸມໃຫຍ່, ທ່ານ ຫງວຽນ​ຫງອກ​ບິ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນດາ​ນັ້ງ ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ນະຄອນດາ​ນັ້ງ ​ແລະ ບັນດາຄູ່​ຮ່ວມ​ມື ສ. ​ເກົາຫຼີ ນັບມື້​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ນະຄອນດານັ້ງ ກຳນົດ ສ. ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດແຖວໜ້າໃນການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ, ການຮ່ວມມືດ້ານເຕັກໂນໂລຢີສູງ.

ທ່ານ ຫງວຽນຫງອກບິ່ງ ສະເໜີວ່າໃນໄລຍະຕໍ່ໜ້າ, ສະມາຄົມຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການຈັດຕັ້ງເຄື່ອນໄຫວອີງໃສ່ແຜນ​ນະ​ໂຍບາຍ ແລະ ​ການກໍານົດທິດ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ. ເກົາຫຼີ, ຄົ້ນຄວ້າ ​ແລະ ຈັດ​ຕັ້ງ​​ການ​ເຄື່ອນ​ໄຫວ​​ການ​ທູດ​ປະຊາຊົນ ກັບ ສ. ​ເກົາຫຼີ. ຍາດ​ແຍ່ງ​ເອົາ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ທີ່ເຄີຍ​ໄດ້​ດຳລົງ​ຊີວິດ, ສຶກສາ, ຄົ້ນ​ຄ້ວາມີຄວາມເຂົ້າໃຈກ່ຽວ​ກັບ​​ເກົາຫຼີ ​ເພື່ອເປີດກວ້າງ​ເຊື່ອມ​ຕໍ່​ບັນດາ​ຄູ່​ຮ່ວມ​ມື ແລະ ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ນະຄອນດາ​ນັ້ງ ​ແລະ ປະຊາຊົນ ສ. ​ເກົາຫຼີ. ຜ່ານນັ້ນ ກໍ່ປະກອບສ່ວນ​ເຂົ້າ​ໃນ​ວຽກງານການ​ປັບປຸງ, ພັດທະນາ ​ແລະ ເຮັດໃຫ້​ການ​ພົວພັນ​ກັບ​ບັນດາ​ທ້ອງ​ຖິ່ນ ສ. ເກົາຫຼີ ເລິກເຊິ່ງຂື້ນຕື່ມ.

ກອງ​ປະຊຸມໃຫຍ່​ໄດ້​ປະກາດ​ຜົນ ແລະ ສະແດງຕົວຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສ. ​ເກົາຫຼີ ​ສະໄໝທີ IV ​ອາຍຸການ 2024 - 2029 ​ເຊິ່ງລວມມີ 15 ທ່ານ. ທ່ານ ເຈີນຮ້ຽວ, ອໍານວຍການ​ສູນ​ພັດທະນາ​ການ​ຮ່ວມ​ມື​ສາກົນ ​ແລະ ການ​ບໍລິການ​ຕ່າງປະ​ເທດ, ພະແນກ​ການ​ຕ່າງປະ​ເທດ​ນະຄອນດາ​ນັ້ງ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງເປັນປະທານ​ສະມາຄົມ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.