ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

14:53 | 05/08/2024

ຍສໝ​- ກົມ​ຮ່ວມ​ມື​ສາກົນ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ຫາ​ກໍ່​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ​ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ ​ໃຫ້​ທ່ານ ​ເຈືອງ​ດຶກ​ເຊີນ, ຜູ້ອຳນວຍການ​ສູນ​​ຄົນ​ໃໝ່.

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ
ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ

ການມອບໃບອະນຸຍາດສ້າງຕັ້ງສູນແມ່ນໄດ້ປະຕິບັດໄປຕາມເນື້ອໃນຂໍ້ຕົກລົງໃນສັນຍາ ລະຫວ່າງລັດຖະບານ ລະຫວ່າງ ສສ ຫວຽດນາມ ແລະ ລັດຖະບານ ສປ ຈີນ ວ່າດ້ວຍການສ້າງຕັ້ງສູນວັດທະນະທຳ ທີ່ໄດ້ລົງນາມໃນວັນທີ 5 ພະຈິກ 2015 ຢູ່ຮ່າໂນ້ຍ ແລະ ອີງ​ໃສ່​ດຳລັດ​ເລກທີ 126/2018/ND-CP ລົງ​ວັນ​ທີ 20 ກັນຍາ 2018 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ ​ແລະ ເຄື່ອນໄຫວ​ຂອງ​ພື້ນຖານ​ວັດທະນະທຳ​ຕ່າງປະ​ເທດ ທີ່​ຫວຽດນາມ.

Cục trưởng Cục Hợp tác quốc tế Nguyễn Phương Hòa trao Giấy phép thành lập Trung tâm Văn hóa Trung Quốc tại Hà Nội cho ông Trương Đức Sơn, Giám đốc Trung tâm. (Ảnh: icd.gov.vn)  ຫົວ​ໜ້າ​ກົມ​ການ​ຮ່ວມ​ມື​ສາ​ກົນ ຫງວຽນ​ເຟືອງ​ຮ່​ວາ ໄດ້​ມອບ​ໃບ​ອະ​ນຸ​ຍາດ​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ ໃຫ້​ທ່ານ ເຈືອງ​ດຶກ​ເຊີນ, ຜູ້​ອຳ​ນວຍ​ການ​ສູນ. (ພາບ: icd.gov.vn)

ທ່ານນາງ ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ ຫງວຽນ​ເຟືອງ​ຮ່​ວາ ​ມອບ​ໃບ​ອະ​ນຸ​ຍາດ​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ ໃຫ້​ທ່ານ ເຈືອງ​ດຶກ​ເຊີນ, ຜູ້​ອຳ​ນວຍ​ການ​ສູນ. (ພາບ: icd.gov.vn)

Tiếp ông Trương Đức Sơn, Cục trưởng Cục Hợp tác quốc tế Nguyễn Phương Hòa đánh giá cao các hoạt động được Trung tâm Văn hóa Trung Quốc tại Hà Nội tổ chức. Dù đang trong quá trình làm thủ tục xin phép sửa chữa và cải tạo trụ sở, song cán bộ Trung tâm đã nỗ lực tổ chức các hoạt động giao lưu văn hóa như: phối hợp với Nhà hát Ca, Múa, Nhạc Việt Nam tổ chức chương trình nghệ thuật nhân dịp tết Trung thu “Chung một mái nhà - Cùng một vầng trăng”; phối hợp với Câu lạc bộ Giao lưu Văn hóa Việt - Trung tổ chức chương trình Hội thảo xúc tiến du lịch Quảng Tây; ra mắt tập thơ “Tuyển chọn thơ cổ Trung Quốc”…

ທີ່ການ​ຕ້ອນຮັບ​ທ່ານ ​ເຈືອງ​ດຶກ​ເຊີນ, ທ່ານນາງຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ຫງວຽນ​ເຟື່ອງຮວາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ. ​ເຖິງ​ວ່າ​ພວມ​ຢູ່​ໃນ​ຂະ​ບວນການ​ຂໍ​ອະນຸຍາດ​ສ້ອມ​ແປງ, ກໍ່ສ້າງ​ສຳນັກງານ​, ​ແຕ່​ພະນັກງານ​ສູນກໍ່​ໄດ້​ມານະ​ພະຍາຍາມ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ຄື: ສົມທົບ​ກັບ​ໂຮງ​ລະຄອນ​ເພງ, ຟ້ອນ ​ແລະ ດົນຕີ ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ລາຍການ​ສິລະ​ປະ​ໃນ​ໂອກາດ. ງານ​ບຸນ​ໄຫວ້ພະຈັນ “ຢູ່ຮ່ວມເຮືອນຫຼັງ​ດຽວ - ​ຮ່ວມ​ດວງ​ຈັນ​ດຽວ​ກັນ”; ສົມທົບ​ກັບ​ສະ​ໂມ​ສອນ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຈີນ ​​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ໂຄສະນາ​ການທ່ອງທ່ຽວ ​ກວາງ​ຊີ; ​ເປີດ​ຕົວ​ບົດ​ກະ​ວີ "ຄັດ​ເລືອກ​ບົດ​ກະ​ວີ​ບູຮານ​ຈີນ"...

ທ່ານ​ນາງ ຫງວຽນ​ເຟືອງ​ຮ່ວາ ຢືນຢັນ​ວ່າ ໂດຍປະຕິບັດ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດ​ຈີນ ປະຈຳ ຫວຽດນາມ, ສູນ​ວັດທະນະທຳຈີນ ຢູ່​ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄວາມ​ໝາຍ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ສັງ​ຄົມ​ໃຫ້​ເຂັ້ມ​ແຂງ​ກວ່າ.

ທ່ານ​ນາງ​ສະ​ເໜີ​ວ່າ ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ ຕ້ອງ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ອົງການ​ສັງຄົມ​ຄື: ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ, ສະໂມສອນແລກປ່ຽນວັດທະນະທໍາຈີນ ​ເພື່ອ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໝູນໃຊ້​ແຫຼ່ງກຳລັງ ແລະ ທ່າແຮງ​ຂອງ​ກັນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ ສິລະ​ປະ.

ທ່ານ ​ເຈືອງ​ດຶກ​ເຊີນ ​ໃຫ້​ຮູ້​ວ່າ: ໜ້າທີ່ໃນໄລຍະ​ທີ່​ຈະ​ມາ​ເຖິງ​ຂອງ​ສູນ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ, ທັງ​ປັບປຸງ, ສ້ອມ​ແປງ​ສຳນັກງານ​ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ. ພິເສດ, ປີ 2025, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ, ຈະມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫຼາຍຢ່າງທີ່ຈະໄດ້ຈັດຂື້ນຢູ່ສອງປະເທດ. ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.