ສະຖານທູດ​ຈີນ​ ມອບ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນດີ​ເດັ່ນ​ຢູ່​ໂຮງຮຽນພາກ​ເໜືອ ​ຫວຽດນາມ 34 ​ແຫ່ງ

16:13 | 29/09/2024

ຍສໝ​ - ວັນ​ທີ 26 ກັນຍາ 2024, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ຈີນ ​ປະຈຳ​ ຫວຽດນາມ​ ໄດ້​ຈັດ​ພິທີ​ມອບທຶນການສຶກສາ​ໃຫ້​ນັກ​ຮຽນ​ດີ​ເດັ່ນ 225 ຄົນ​ທີ່​ມາ​ຈາກ ​ໂຮງຮຽນ​ປະຖົມ ແລະ ມັດທະຍົມຕອນຕົ້ນ 34 ແຫ່ງຂຶ້ນກັບບັນດາແຂວງພາກ​ເໜືອ​ຂອງ ​ຫວຽດນາມ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນໂຄງການ​ຮ່ວມ​ມື​ດ້ານ​ການ​ສຶກສາ ເພື່ອສົ່ງເສີມ​ຈິດ​ໃຈ​ຮ່ຳຮຽນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ການ​ສຶກສາ ​ແລະ ມິດຕະພາບ ​ຫວຽດນາມ - ຈີນ.

ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ
ເຊີນ​ລາ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ບຳລຸງສ້າງ​ກັບ​ບັນ​ດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ

ໂດຍເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ ​ຫວຽດ​ນາມ ຮ່າເຫວີຍ, ທີ່ປຶກສາການ​ສຶກ​ສາ ຊຶ້ງດ້າເຫວີຍ. ຜູ້ຕາງໜ້າ​ຝ່າຍ​ຫວຽດນາມ ມີ​ທ່ານ ຫງວຽນ​ວິງກວາງ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຈີນ, ພ້ອມ​ກັນກັບບັນດາ​ຄູ​ອາຈານ ​ແລະ ນັກຮຽນທີ່​ມາ​ຈາກ ​ຮ່າ​ໂນ້ຍ,ແຂວງ ​ໄທງວຽນ, ລ້າງ​ເຊີນ, ບັກ​ຢາງ ​ແລະ ກວາງ​ນິງ.

ສະຖານທູດ​ຈີນ​ ມອບ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນດີ​ເດັ່ນ​ຢູ່​ໂຮງຮຽນພາກ​ເໜືອ ​ຫວຽດນາມ 34 ​ແຫ່ງ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຈີນ ​ປະຈຳ ​ຫວຽດນາມ ຮ່າເຫວີຍ ກ່າວຄຳ​ປາໄສ. ພາບ: Dinh Hoa

ກ່າວ​ຄຳປາໄສ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ ​ຫວຽດ​ນາມ ຮ່າເຫວີຍ ໄດ້​ແບ່ງ​ປັນ​ວ່າ “ໂຄງ​ການ​ທຶນ​ການ​ສຶກ​ສາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2019 ມາຮອດປະຈຸປັນໄດ້​ໜູນ​ຊ່ວຍ​ໃຫ້ນັກຮຽນ ຫວຽດ​ນາມ 1.000 ກ່ວາຄົນ. ເປົ້າໝາຍຂອງພວກ​ຂ້າພະ​ເຈົ້າ​ແມ່ນເສີມຂະຫຍາຍຈິດ​ໃຈ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ໜູນ​ຊ່ວຍ​ນັກຮຽນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສູ້ຊົົນກາຍ​ເປັນ​ຜູ້​ມີຄວາມສັນທັດ ແລະ ຄຸນນະທຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ ຫວຽດນາມ ​ແລະ ສາຍພົວພັນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເນັ້ນ​ໜັກ​ວ່າ “ຈີນ​ ແລະ ຫວຽດນາມ ມີພູເຂົາ, ແມ່ນ້ຳທີ່ຢູ່ຄຽງກັນ, ວັດທະນະທຳ​ທີ່​ຄ້າຍຄື​ກັນ. ນ້ຳ​ໃຈ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ກໍ່ສ້າງ ແລະ ອອກເຫື່ອເທແຮງເພີ່ມພູນຄູນສ້າງນັບແຕ່​ຄົນ​ລຸ້ນກ່ອນ. ການ​ສ້າງ​ອະນາ​ຄົດ​ທີ່​ສົດ​ໃສ​ຕ້ອງ​ການ​ການປະ​ກອບ​ສ່ວນ​ຂອງ​ຫຼາຍ​ລຸ້ນຄົນ. ຫວັງ​ວ່າ​ບັນດາ​ນ້ອງນັກຮຽນ ​ຈະ​​ເຄົາລົບ ​ແລະ ຈົດ​ຈຳ​ປະຫວັດສາດ​ນີ້, ​ເລີ່​ມຕົ້ນ​ຈາກ​ສິ່ງ​ນ້ອຍໆ​ເພື່ອ​ໃຫ້​ນ້ຳໃຈມິດຕະພາບ ​ຈີນ-ຫວຽດນາມ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ຕື່ມ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ສຶກສາຍາມໃດກໍ່ແມ່ນພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ປະຈຸ​ບັນ, ຈຳນວນ​ນັກ​ສຶກສາ ຫວຽດນາມ ຢູ່ ​ຈີນ ໄດ້​ບັນລຸ​ລະດັບ​ສູງ​ເປັນ​ປະຫວັດ​ສາດ, ດ້ວຍ 23.000 ຄົນ, ​ເພີ່ມ​ເກືອບ 2 ເທົ່າເມື່ອ 5 ປີ​ກ່ອນ. ສະຖານທູດ​ຈີນ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສຶກສາ​ຫວຽດນາມ ​ເຂົ້າ​ເຖິງ​ແຫຼ່ງການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບສູງ, ປະກອບສ່ວນເຂົ້າໃນການ​ພັດທະນາ ​ແລະ ນ້ຳໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ຫງວຽນ​ວິງກວາງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຈີນ ໄດ້ສະແດງຄວາມຂອບ​ໃຈ​ເຖິງສະ​ຖານ​ທູດ​ຈີນ ທີ່ໄດ້​ປະ​ຕິ​ບັດ​ໂຄງ​ການ​ທຶນ​ການ​ສຶກ​ສາ​ທີ່​ມີ​ຄວາມ​ໝາຍ. ທ່ານ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະມີນັກຮຽນຫຼາຍ​ຄົນສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ການຮ່ວມເດີນທາງຂອງສະຖານທູດ. ທ່ານ​ກ່າວ​ວ່າ “ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ບົນ​ພື້ນຖານ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ​ ກັນ. ເພື່ອ​ຊຸກຍູ້​ການ​ພົວພັນ​ນີ້, ຕ້ອງ​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ລະຫວ່າງ​ລຸ້ນໜຸ່ມ​ໂດຍ​ຜ່ານ​ພາສາ ​ແລະ ວັດທະນະທຳ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ນ້ອງນັກຮຽນຈະ​ຮູ້ບຸນຄຸນຕໍ່​ບັນ​ດາ​ກາ​ລະ​ໂອ​ກາດ​ດ້ານທຶນການສຶກສາອັນ​ລ້ຳ​ຄ່າ​ຈາກ​ລັດ​ຖະ​ບານ​ຈີນ, ດ້ວຍວິທີມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ບັນ​ລຸ​ໄດ້ຜົນ​ງານ​ສູງ, ຈາກນັ້ນ ກໍ່ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຈີນ ໃນອະນາຄົດ”.

ສະຖານທູດ​ຈີນ​ ມອບ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນດີ​ເດັ່ນ​ຢູ່​ໂຮງຮຽນພາກ​ເໜືອ ​ຫວຽດນາມ 34 ​ແຫ່ງ

ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່າເຫວີຍ ​ໄດ້​ຖ່າຍຮູບ​ກັບ​ບັນດາ​ຄູ​ອາຈານ ​ແລະ ນັກ​ຮຽນ ແຂວງ ບັກ​ຢາງ ທີ່​ໄດ້​ຮັບ​ທຶນ​ສຶກສາ. ພາບ: Dinh Hoa

ທ່ານນາງ ຫງວຽນທິຕວ໋ຽນ, ຮອງຜູ້ອໍານວຍການໂຮງຮຽນປະຖົມ ຊ່າຍດົ່ງ (ເມືອງລອງບຽນ, ຮ່າໂນ້ຍ) ກ່າວວ່າ “ໂຄງການທຶນການສຶກສານີ້ແມ່ນແຫຼ່ງກໍາລັງລະດົມອັນໃຫຍ່ຫຼວງ, ຊ່ວຍໃຫ້ບັນດານ້ອງນັກຮຽນມີກຳລັງຜັກດັນຕື່ມອີກ ເພື່ອພິຊິດຈຸດສູງສຸດຂອງຄວາມຮູ້, ປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ເພີ່ມ​ທະວີ​ນ້ຳໃຈມິດຕະພາບ​ ຫວຽດນາມ - ຈີນ”.

ທີ່​ພິ​ທີ, ຕາງ​ໜ້າ​ໃຫ້​ບັນດານັກຮຽນ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ, ນ້ອງ ຈີ້ງທິຮົ່ງຫງອກ (ນັກຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມຕອນຕົ້ນ ຈີລັງ, ແຂວງ ລ້ານເຊີນ) ໄດ້ສະແດງຄວາມດີໃຈສົ່ງຄຳຂອບໃຈ​ເຖິງ​ສະ​ຖານ​ທູດ​ຈີນ. ນ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ປະກອບສ່ວນ​​ໃຫ້​ແກ່​ປະຊາ​ຄົມຫຼາຍກ່ວາອີກ, ພິ​ເສດ​ແມ່ນ​ການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ ຫວຽດນາມ - ຈີນ, ​ເຮັດໃຫ້​ຖືກຄວາມໝາຍທີ່ທຶນການສຶກສາມຸ່ງໄປເຖິງ.

ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ

ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ

ຍສໝ - ວັນທີ 9 ກັນຍາ, ສະຫະພັນແຮງງານ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີວຽກງານກຳມະບານໃຫ້ແກ່ພະນັກງານຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ (ສປປ ລາວ).

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.