ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າການພົວພັນກັບຈີນ

00:00 | 18/08/2024

ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ ຈະຢ້ຽມຢາມທາງລັດຖະກິດຢູ່ ຈີນ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວແນໃສ່ເຮັດແຈ້ງຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມ.

ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ
UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ UN Women ຕີລາຄາສູງໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງ ຫວຽດນາມ

ໂດຍໄດ້ຮັບຄໍາເຊີນຂອງທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ແລະພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ ຈະຢ້ຽມຢາມທາງລັດຖະກິດຢູ່ ຈີນ ໃນລະຫວ່າງວັນທີ 18-20 ສິງຫາ.

ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວແນໃສ່ເຮັດແຈ້ງຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມ.

ຂໍໃຫ້ທ່ານແບ່ງປັນກ່ຽວກັບຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຢູ່ ຈີນ - ເຊິ່ງແມ່ນການຢ້ຽມຢາມຄັ້ງທໍາອິດໃນຖານະເປັນເລຂາທິການໃຫຍ່, ປະທານປະເທດຂອງທ່ານ ໂຕເລິມ ໃນລະຫວ່າງວັນທີ 18-20 ສິງຫາ.

ນີ້ແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານ ໂຕເລິມ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ.

ຜ່ານການຢ້ຽມຢາມນີ້, ພວກເຮົາ ຢັ້ງຢືນການຖືເປັນສໍາຄັນ ແລະການໃຫ້ບຸລິມະສິດແຖວໜ້າຂອງການພົວພັນ ຫວຽດນາມ-ຈີນ ໃນນະໂຍບາຍການພົວພັນຕ່າງປະເທດ; ຜ່ານນັ້ນ, ສືບຕໍ່ການເຈລະຈາຍຸດທະສາດຂັ້ນສູງສຸດ; ເພີ່ມທະວີການພົວພັນອັນດີງາມລະຫວ່າງສອງສະຫາຍນຳໜ້າຂອງສອງພັກ, ສອງລັດ.

ໃນການຢ້ຽມຢາມຄັ້ງນີ້, ພວກເຮົາ ປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການປະຕິບັດຂໍ້ຕົກລົງຮ່ວມຂັ້ນສູງ, ພິເສດແມ່ນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຈີນ ຄັ້ງປະຫວັດສາດຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃນປີ 2022 ແລະການຢ້ຽມຢາມຂອງຫວຽດນາມ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໃນປີ 2023, ຕາມເນື້ອໃນຈິດໃຈເພີ່ມທະວີ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ສ້າງປະຊາຄົມແບ່ງປັນໃນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ. ຖະແຫຼງການຮ່ວມຂອງການຢ້ຽມຢາມໄດ້ວາງທິດທາງ “6 ກວ່າ” ອອກເຊິ່ງລວມມີ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແທດຈິງກວ່າ; ການຮ່ວມມືຢ່າງເລິກເຊິ່ງກວ່າ; ພື້ນຖານສັງຄົມອັນໝັ້ນແກ່ນກວ່າ; ສົມທົບຫຼາຍຝ່າຍຢ່າງແໜ້ນແຟ້ນກວ່າ; ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ ແລະແກ້ໄຂໃຫ້ດີຂຶ້ນກວ່າ.

ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າການພົວພັນກັບຈີນ
ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ຕອບສໍາພາດຕໍ່ນັກຂ່າວ. ພາບ: vov.vn

ໃນຂອບເຂດການຢ້ຽມຢາມ, ພວກເຮົາ ຈະແລກປ່ຽນບັນຫາທີ່ຫວຽດນາມ ສົນໃຈ ກໍ່ຄືຊຸກຍູ້ການຮ່ວມມືກັບຄູ່ຮ່ວມມືທັງເປັນບ້ານໃກ້ເຮືອນຄຽງ, ທັງເປັນປະເທດສັງຄົມນິຍົມ ແລະກໍ່ເປັນປະເທດໃຫຍ່. ຜ່ານນັ້ນ, ປັບປຸງສະພາບແວດລ້ອມການຕ່າງປະເທດ ແລະຖານະບົດບາດການຕ່າງປະເທດທີ່ສະດວກ, ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກໃຫ້ການປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ແລະຜັນຂະຫຍາຍວຽກງານການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກ.

ຂໍຮຽນທ່ານ, ໃນການຢ້ຽມຢາມທາງລັດຖະກິດຄັ້ງນີ້, ການນຳຂອງສອງພັກ, ສອງລັດ ຈະສຸມໃສ່ເນື້ອໃນໃດແດ່?

ຄາດວ່າ, ທ່ານ ໂຕເລິມ ແລະທ່ານ ສີຈີ້ນຜິງ ຈະມີການແລກປ່ຽນໃນລະດັບຍຸດທະສາດສູງສຸດຂອງສອງພັກ, ສອງລັດ; ຕີລາຄາກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ, ພິເສດແມ່ນໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ຕົກລົງຮ່ວມຂັ້ນສູງລະຫວ່າງການນໍາຫຼັກແຫຼ່ງຂອງສອງປະເທດ. ໃນນັ້ນມີບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຈີນຂອງທ່ານ ຫງວຽນຝູຈ້ອງ ໃນປີ 2022 ແລະການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈີ້ນຜິງ ໃນປີ 2023.

ເຂົ້າຮ່ວມຄະນະຜູ້ແທນ, ການນຳຂັ້ນສູງຂອງກະຊວງ, ຂະແໜງການ, ທ້ອງຖິ່ນຈະແລກປ່ຽນເນື້ອໃນ, ກົນໄກຮ່ວມມືໃໝ່ໃນໄລຍະຈະມາເຖິງ. ພ້ອມກັນນັ້ນແມ່ນແລກປ່ຽນກ່ຽວກັບມາດຕະການ, ເນື້ອໃນເພື່ອປະຕິບັດຖະແຫຼງການຮ່ວມປີ 2023 ກ່ຽວກັບທິດທາງການຮ່ວມມື “6 ກວ່າ”, ໃນ 6 ຂົງເຂດ. ສິ່ງສຳຄັນທີ່ສຸດ, ສອງຝ່າຍຈະຕີລາຄາ, ແລກປ່ຽນກ່ຽວກັບສະພາບການປະຕິບັດຂໍ້ຕົກລົງຂັ້ນສູງ; ພ້ອມກັບແລກປ່ຽນກ່ຽວກັບທິດທາງທີ່ໄດ້ວາງອອກ; ເພີ່ມເຕີມບັນດາເນື້ອໃນ, ມາດຕະການເພື່ອໃຫ້ການພົວພັນສອງປະເທດນັບມື້ນັບແໜ້ນແຟ້ນ, ຮອບດ້ານ ແລະແທດຈິງ.

ໃນການຢ້ຽມຢາມທາງລັດຖະກິດຄັ້ງນີ້, ນອກຈາກການພົບປະກັບການນໍາຫຼັກແຫຼ່ງຂອງ ຈີນ ແລ້ວ, ຈະມີການເຄື່ອນໄຫວສຳຄັນທີ່ສຸດຕໍ່ປະຊາຊົນ ແລະຜູ້ຕາງໜ້າປະຊາຊົນຈີນ ຕື່ມອີກ.

ຂໍໃຫ້ທ່ານ ແບ່ງປັນຄວາມຄາດຫວັງກ່ຽວກັບໝາກຜົນທີ່ຈະບັນລຸໄດ້ພາຍຫຼັງການຢ້ຽມຢາມ?

ຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຢັ້ງຢືນການຖືເປັນສໍາຄັນ ກໍ່ຄືຄວາມສຳຄັນຂອງການພົວພັນລະຫວ່າງສອງພັກ, ສອງລັດ. ສອງຝ່າຍຢັ້ງຢືນບັນດາທິດທາງທີ່ໄດ້ວາງອອກ ແລະບັນລຸໄດ້ຂໍ້ຕົກລົງຮ່ວມມືຢູ່ຂັ້ນສູງ; ພິເສດແມ່ນສ້າງເງື່ອນໄຂ, ກົນໄກ ແລະເຫັນດີເປັນເອກະພາບກ່ຽວກັບມາດຕະການເພື່ອປະຕິບັດຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ໃຫ້ເປັນຢ່າງດີ ແລະມີປະສິດທິຜົນ.

ຜ່ານການຢ້ຽມຢາມຄັ້ງນີ້, ສອງປະເທດຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຢັ້ງຢືນການຖືເປັນສໍາຄັນຕໍ່ຄວາມຮັບຮູ້ລວມ; ຕີລາຄາຄືນໃໝ່ຕໍ່ໝາກຜົນທີ່ບັນລຸໄດ້; ຍົກມາດຕະການອອກເພຶ່ອປະຕິບັດທິດທາງ, ຂໍ້ຕົກລົງ ແລະສາມາດຍົກທິດທາງໃໝ່, ກົນໄກໃໝ່ອອກ.

ຜ່ານນັ້ນ, ພວກເຮົາ ກໍ່ສ້າງສາຍພົວພັນທີ່ຖືກຕ້ອງຕາມຄວາມປາດຖະໜາຂອງສອງຝ່າຍ, ຕາມທິດນຳທີ່ໄດ້ວາງອອກໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພວກເຮົາ ມີເງື່ອນໄຂຕື່ມອີກເພື່ອປັບປຸງສະພາບແວດລ້ອມສາກົນ ແລະຖານະບົດບາດສາກົນທີ່ສະດວກ, ພັດທະນາເສດຖະກິດ-ສັງຄົມຢ່າງແທດຈິງ, ປະຕິບັດແນວທາງການພົວພັນຕ່າງປະເທດ ກໍ່ຄືເປົ້າໝາຍພັດທະນາຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ຂໍຂອບໃຈທ່ານ!

ແສງເດືອນ

ເຫດການ
302 Found

Found

The document has moved here.