ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

23:02 | 20/08/2024

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ
ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມຂັ້ນລັດໄປຍັງຈີນ, ຕອນ​ເຊົ້າ​ວັນ​ທີ 18 ສິງຫາ, ຢູ່​ນະຄອນ ​ກວາງ​ໂຈ່​​, ​ແຂວງ​ກວາງ​ຕຸ້ງ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​​ບັນດາ​ອົງການ​ມິດຕະພາບ, ຍາດພີ່ນ້ອງຂອງຄອບຄົວ​ບັນດານາຍທະຫານປະຕິວັດ, ນັກ​ຊ່ຽວຊານ, ທີ່​ປຶກສາ​ທີ່ເຄີຍເຂົ້າ​ຮ່ວມຊ່ວຍ​ເຫຼືອ​ ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ, ບັນດາພະນັກງານ, ລັດຖະກອນ​ທີ່​ໄດ້​ ແລະ ພວມ​ເຂົ້າ​ຮ່ວມ​ວຽກງານອະນຸລັກ​ຮັກສາບັນດາຮ່ອງຮອຍທີ່ກ່ຽວ​ຂ້ອງກັບການ​ປະຕິວັດ ​ຫວຽດນາມ, ຜູ້ຊົງຄຸນວຸດທີ່ພົ້ນເດັ່ນ​ຂອງ ຈີນ, ບັນດານັກຮຽນຮູ້, ນັກ​ຄົ້ນຄວ້າ​ກ່ຽວ​ກັບ​ ຫວຽດນາມ, ອະດີດ​ເອກ​ອັກຄະ​ລັດຖະທູດ​ ຈີນ​ ປະຈຳ​ ຫວຽດນາມ ​ແລະ ຊາວ​ໜຸ່ມ​ຈີນ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ບັນດາຜູ້ເເທນ ພ້ອມກັນກັບຜູ້ຕາງໜ້າຜູ້ຊົງຄຸນວຸດທິມິດຕະພາບ ຈີນ. (ພາບ: Tri Dung/TTXVN)

​ເຂົ້າ​ຮ່ວມກອງ​ປະຊຸມ​ມີ​ທ່ານ ຮວ່າງ​ຄຸນ​ມິ​ງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ພັກ​ແຂວງ​ກວາງ​ຕຸ້ງ, ການນຳສະມາຄົມ​ມິດຕະພາບ​ການທູດ​ປະຊາຊົນ​ ຈີນ ​ແລະ ສະມາຄົມ​ມິດຕະພາບ​ຕ່າງປະ​ເທດ​ປະຊາຊົນ​ແຂວງ​ ກວາງ​ຕຸ້ງ, ບັນດາສະມາຊິກຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດ​ນາມ, ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ຈີນ, ຜູ້​ຕາງ​ໜ້າ​ຊາວ​ຫວຽດ​ນາມ​, ວິສາຫະກິດ, ນັກ​ສຶກ​ສາ​ຫວຽດ​ນາມ ທີ່​ອາ​ໄສ, ເຮັດ​ວຽກ ແລະ ຮ່ຳຮຽນ​ຢູ່​ແຂວງ ກວາງ​ຕຸ້ງ.

ບັນດາ​ຜູ້​ແທນ​ ຈີນ ໄດ້​ສະແດງຄວາມຮູ້ສຶກຕື້ນຕັນໃຈ ເມີ່ອ​ແບ່ງປັນບັນດາ​ຄວາມ​ຊົງ​ຈຳ​ກ່ຽວກັບປະທານ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ເຄື່ອນໄຫວຢູ່ ຈີນ; ກ່ຽວ​ກັບ​ວັນ​ທີ່​ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ກັບບັນດາທະຫານ​ບາດ​ເຈັບ, ທະຫານເຈັບປ່ວຍ ຫວຽດນາມ, ປິ່ນປົວ​ອາການບາດ​ເຈັບ​ພ້ອມ​ກັນ​, ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວອະນຸລັກ, ​ປົກ​ປັກ​ຮັກສາ ແລະ ເຜີຍແພ່​ບັນດາ​ມໍລະດົກ​ປະຫວັດສາດ​ແຫ່ງ​ການ​ປະຕິວັດ​ຫວຽດນາມ ຢູ່​ຈີນ; ຢືນຢັນ​ຈະ​ສືບ​ຕໍ່​ສືບ​ທອດ ​ແລະ ສືບ​ຕໍ່ “ສາຍພົວພັນອັນດູດດື່ມລະຫວ່າງ​ ຫວຽດນາມ - ຈີນ, ທັງ​ເປັນມິດ​ສະຫາຍ, ທັງ​ເປັນ​ອ້າຍ​ນ້ອງ”, ຢຶດໝັ້ນ​ໃນ​ອຸດົມ​ການ, ຄວາມ​ໄວ້ເນື້ອເຊື່ອໃຈລວມ​ໃນ​ພາລະກິດແຫ່ງການ​ສ້າງສາ ​ແລະ ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ພົບ​ປະ​ກັບ​ບັນດາ​ເພື່ອນ​ມິດ, ສະຫາຍ, ຜູ້ຕາງໜ້າ​ປະຊາຊົນທຸກ​ຊັ້ນວັນນະ​ຢູ່ ຈີນ, ບັນດາຜູ້ທີ່ໄດ້, ພວມ ແລະ ຈະຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຢ່າງບໍ່ຢຸດຢັ້ງ ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ຫວຽດນາມ - ຈີນ.

ກວາງ​ໂຈ່​ ກໍ່​ແມ່ນ​ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ທັງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິວັດ​ ຫວຽດນາມ, ທັງເຂົ້າ​ຮ່ວມຂະບວນການປະຕິວັດ​​ຈີນ ​ແລະ ກອມມູນິດສາກົນ ຢ່າງ​ຕັ້ງໜ້າ​. ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຄຽງ​ຂ້າງ​ລະຫວ່າງ​ນັກ​ປະຕິວັດ​ສອງ​ປະ​ເທດ ຫວຽດນາມ - ຈີນ ​ແມ່ນ​ຕົວ​ຢ່າງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຂະບວນການຕໍ່ສູ້​ປະຕິວັດ​ຂອງ​ຊົນຊັ້ນກຳມາຊີບ​ໂລກ, ​ໄດ້​ວາງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຈີນ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ບັນດາຜູ້ເເທນຜູ້ຊົງຄຸນວຸດທິມິດຕະພາບ ຈີນ. (ພາບ: Tri Dung/TTXVN)

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ໄດ້​ສະແດງຄວາມ​ຂອບ​ໃຈເຖິງ​ພັກ, ລັດ ​ຈີນ, ອົງຄະນະພັກ, ອຳນາດການປົກຄອງແຂວງ ກວາງ​ຕຸ້ງ ​ທີ່ໄດ້​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາ ​ແລະ ອະນຸລັກ​ຮັກສາ​ສະຖານ​ທີ່​ເຂດຮ່ອງຮອຍ​ສະມາຄົມ​ຊາວ​ໜຸ່ມ​ປະຕິວັດ​ຫວຽດນາມ, ສຸສານນັກຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ ຟ້າ​ມຮົ່ງ​ໄທ, ບັນດາສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ ຫວຽດ​ນາມ - ຈີນ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ບໍ່​ວ່າ​ຈະ​ແມ່ນ​ໃຜ ​ຫຼື ​ດຳລົງ​ຕຳ​ແໜ່​ງກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພົວພັນ ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ ຈະ​ສືບ​ຕໍ່​ມີບັນດາການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ “ປັບປຸງພື້ນຖານ​ສັງຄົມ​ໃຫ້​ເຂັ້ມ​ແຂງ​ກວ່າ” ຄືໄດ້ຢືນຢັນ​ໃນ​ຖະ​ແຫຼ​ງການ​ຮ່ວມ​ ຫວຽດນາມ - ຈີນ ​ເນື່ອງ​ໃນ​ໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ ຈີນ ສີ​ຈິ້ນ​ຜິ​ງ ໃນ​ເດືອນທັນວາ 2023, ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ, ປະຊາ​ຄົມ​ແບ່ງປັນ​ອະນາຄົດ ຫວຽດນາມ - ຈີນ.

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ຍສໝ - ແຕ່​ວັນ​ທີ 21 – 24 ສິງຫາ 2024, ກອງ​ປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດ​ໃນ​ທົ່ວ​ໂລກ​ ຄັ້ງ​ທີ 4 ​ແລະ ​ເວທີ​ນັກ​ປັນຍາ​ຊົນ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ປີ 2024 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

ຍສໝ - “ອີ​ຣານ​ ມີຊື່​ສຽງ​ດ້ວຍ​ບັນດາທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຫວຽດ​ນາມ ພັດແມ່ນ​ສະ​ຖານ​ທີ່​ດຶງ​ດູດ ດ້ວຍທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ມີເອກະລັກພິເສດຂອງ​ທິດຕາ​ເວັນ​ອອກ. ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ ມີ​ຄວາມ​ເປັນມິດ, ຮັກແພງແຂກຄົນ... ນັ້ນ​ແມ່ນບັນດາຄວາມສາມາດບົ່ມຊ້ອນ​ ແລະ ກາລະ​ໂອກາດ ​ເພື່ອ​ໃຫ້ 2 ຝ່າຍ​ພັດທະນາ​ການທ່ອງທ່ຽວ​ຜ່ານ​ການ​ແລກປ່ຽນ​ປະສົບ​ການ ​ແລະ ການ​ຮ່ວມ​ມື”. ທ່ານ Ali Akbar Nazari, ເອກ​ອັກຄະ​ລັດຖະທູດ ອີຣານ ປະຈຳ ...

ມີງດຶກ

ເຫດການ
302 Found

Found

The document has moved here.