ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ...

ເມືອງມຸນລະປາໂມກ (ແຂວງຈໍາປາສັກ, ປະເທດລາວ) ຮ່ຳຮຽນເອົາກະສິກຳຢູ່ແຂວງອານຢາງ

ເມືອງມຸນລະປາໂມກ (ແຂວງຈໍາປາສັກ, ປະເທດລາວ) ຮ່ຳຮຽນເອົາກະສິກຳຢູ່ແຂວງອານຢາງ

ຍສໝ - ຕອນ​ບ່າຍ​ວັນ​ທີ 12 ມີນາ​ນີ້, ຄະນະ​ຜູ້​ແທນ​ເມືອງ​ມຸນລະ​ປາ​ໂມກ (​ແຂວງ​ຈຳ​ປາ​ສັກ), ​ໂດຍ​ທ່ານ​ເລຂາ​ຄະນະ​ພັກ​ເມືອງ, ເຈົ້າເມືອງ​ມຸນລະ​ປາໂມກ ​ໄດ້​ມາ​ເຮັດ​ວຽກ​ກັບ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ແຂວງ ອານ​ຢາງ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ແຂວງ ອານ​ຢາງ. ທ່ານ ເຈີນແທັງຮ້ຽບ - ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ອານ​ຢາງ ​ເປັນ​ປະທານ​ກອງ​ປະຊຸມ.

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນ່າງ ຄຳ​ປາວ ເອີນ​ທະ​ວັນ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະ​ຊາ​ຊົນ ລາວ. ການພົບປະ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

ຍສໝ - ວັນ​ທີ 14 ມີນານີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການ​ກົມການ​ເມືອງ, ​ຜູ້ປະຈຳ​ຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນ​ກາງພັກກອມມູນິດ ຫວຽດນາມ​ ​ໄດ້ຕ້ອນຮັບ​ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ​ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ຫວຽດນາມ ຈະ​ເປີດ​ຫ້ອງການ​ສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ທຳ​ອິດ​ຢູ່ ​ລາວ

ຫວຽດນາມ ຈະ​ເປີດ​ຫ້ອງການ​ສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ທຳ​ອິດ​ຢູ່ ​ລາວ

ຍສໝ - ນີ້​ຈະ​ແມ່ນຫ້ອງການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​ແຫ່ງ​ທຳ​ອິດ​ຂອງ​ການທ່ອງທ່ຽວ​ ຫວຽດນາມ, ໃນຄວາມ​ມານະພະຍາຍາມ ເພື່ອ​ປ່ຽນ​ໃໝ່​ວິທີ​ການ​ສົ່ງ​ເສີມ​, ​ໂຄສະນາການທ່ອງທ່ຽວ.

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ

ຍສໝ - ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ ສອງນະຄອນຫຼວງຈະນໍາການພົວພັນຮ່ວມມືມິດຕະພາບໃຫ້ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນ ຫວຽດນາມ-ລາວ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສະໜິດຕິດພັນທີ່ບໍລິສຸດຜຸດຜ່ອງ, ຫາຍາກ, ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາສະຫາຍການນໍາສອງພັກ, ສອງລັດ.

ພິທີເປີດໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ (ລາວ)

ພິທີເປີດໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ (ລາວ)

ຍສໝ - ຕອນເຊົ້າວັນທີ 12 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີເປີດສະຫຼອງໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະອົງການໄອຍະການນະຄອນຫຼວງວຽງຈັນ. ນີ້ແມ່ນໂຄງການມິດຕະພາບລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ.

ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ຍສໝ - ໂດຍເຂົ້າຮ່ວມເຄື່ອນໄຫວບັນດາກິດຈະກໍາຊຸມຊົນ; ມອບດອກໄມ້, ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ... ແມ່ນປະສົບການທີ່ໜ້າສົນໃຈຂອງນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນໜຶ່ງທີ່ຮຽນຢູ່ ສສ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ).

ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື

ຍສໝ - ສະຫາຍ ດິງຕ໊ຽນຢຸງ ຢືນຢັນວ່າ ຮ່າໂນ້ຍ ກໍ່ຄືຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະປະຊາຊົນ ລາວ ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ຕຳຫຼວດລາວ ສະແດງຄວາມສະເທືອນໃຈ ໃນພິທີປິດຊຸດຝຶກອົບຮົມການນຳໃຊ້

ຕຳຫຼວດລາວ ສະແດງຄວາມສະເທືອນໃຈ ໃນພິທີປິດຊຸດຝຶກອົບຮົມການນຳໃຊ້ "ໝາວິຊາສະເພາະ" ຢູ່ ສສ ຫວຽດນາມ

ຍສໝ - ໃນພິທີປິດ, ເຈົ້າໜ້າທີ່ຕຳຫຼວດລາວ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ຄູ-ອາຈານ ແລະ ພະນັກງານສູນຝຶກ ແລະ ນຳໃຊ້ສັດວິຊາຊີບ (ກອງບັນຊາການຕຳຫຼວດເຄື່ອນທີ່, ກະຊວງຕຳຫຼວດ) ແລະ ສັນຍາວ່າ ຈະນຳເອົາຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ເປີດນຳໃຊ້ “ເສັ້ນທາງທຸງຊາດ” ຢູ່ເຂດຊາຍແດນຫວຽດນາມ-ລາວ

ເປີດນຳໃຊ້ “ເສັ້ນທາງທຸງຊາດ” ຢູ່ເຂດຊາຍແດນຫວຽດນາມ-ລາວ

ຍສໝ - “ເສັ້ນທາງທຸງຊາດ” ທີ່ມີລວງຍາວ 1,8 km ໂດຍໜັງສືພິມແຮງງານ, ຄະນະຊາວໜຸ່ມແຂວງ ແລະທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ເປີດນຳໃຊ້ຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນລາຍການ “ເດືອນມີນາ ຢູ່ເຂດຊາຍແດນ”.

ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ

ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ

ຍສໝ - ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

ຍສໝ - ໃນໄລຍະຜ່ານມາ, ພະແນກພົວພັນຕ່າງປະເທດແຂວງເຊີນລາ ແລະພະແນກພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ສົມທົບກັນປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງຂອງແຕ່ລະຝ່າຍກ່ຽວກັບວຽກງານພົວພັນຕ່າງປະເທດ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

ຍສໝ - ໂດຍເນັ້ນໜັກເຖິງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ເຊິ່ງການນໍາສອງປະເທດໄດ້ເພີ່ມພູນຄູນສ້າງນັ້ນ, ທ່ານ ບຸ່ຍວັນເກື່ອງ ຊີ້ແຈ້ງວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ, ຖືນີ້ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.

ສ້າງສາເຂດສາຊາຍແດນໃຫ້ມີຄວາມສະຫງົບສຸກ, ໝັ້ນຄົງເຂັ້ມແຂງ

ສ້າງສາເຂດສາຊາຍແດນໃຫ້ມີຄວາມສະຫງົບສຸກ, ໝັ້ນຄົງເຂັ້ມແຂງ

ຍສໝ - ບົນພື້ນຖານການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ ຈີນ, ລາວ, ກຳປູເຈຍ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດ, ທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງ ຍາມໃດກໍ່ມີສະຕິຕື່ນຕົວປະຕິບັດຕາມຂໍ້ຕົກລົງ, ບັນດາບົດບັນທຶກຊ່ວຍຈຳ, ກົດລະບຽບການສົມທົບກັນໃນການປະຕິບັດກົດໝາຍຊາຍແດນຢູ່ເຂດຊາຍແດນ ແລະດ່ານຊາຍແດນ ຢ່າງເຂັ້ມງວດ.

ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ.

ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ.

ຍສໝ - ໂດຍ​ແມ່ນ​ອົງການ​ສັງຄົມ​ທີ່​ເຕົ້າ​ໂຮມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ລາວ ​ແລະ ​ໄທ ກັບ​ຄືນ​ປະ​ເທດ ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ຄະນະ​ພົວພັນ​ຕ່າງປະ​ເທດ ລາວ - ​ໄທ ຢູ່​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ປະຕິບັດ​ບົດບາດ​ເປັນ​ຂົວ​ຕໍ່​ເຊື່ອມ​ໂຍງ ​ແລະ ພັດທະນາ. ມິດຕະພາບ​ລະຫວ່າງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ​ໄທ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 3 ປະ​ເທດ. ນີ້​ແມ່ນ​ຫຸ້ນ​ສ່ວນ​ຂອງ​ທ່ານ ຫງວຽນ​ໄທ​ຮົ່ງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ຫວຽດນາມ - ​ໄທ ​ໂດຍ​ມີ​ທ່ານ​ທ໋າຍ​ເດື່ອ.

ເພີ່ມທະວີການຮ່ວມມືພັດທະນາລະຫວ່າງເງະອານ-ລາວ

ເພີ່ມທະວີການຮ່ວມມືພັດທະນາລະຫວ່າງເງະອານ-ລາວ

ຍສໝ - ກ່າວຄຳເຫັນທີ່ການພົບປະ, ສະຫາຍ ຖາຍແທັງກຸຍ ເລຂາພັກແຂວງເງະອານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະປະຕິບັດງານຂອງລາວ ມາຢ້ຽມຢາມ, ເຮັດວຽກຢູ່ນະຄອນເງະອານ ແລະອວຍພອນໃຫ້ການປະຕິບັດງານຂອງຄະນະຢູ່ແຂວງເງະອານ ປະສົບຜົນສຳເລັດຢ່າງຈົບງາມ.

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຍສໝ - ກ່ຽວກັບແຜນການຮ່ວມມືໄລຍະ 2024-2026, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຮ່ວມມືລະຫວ່າງສອງສະພາແຫ່ງຊາດ ນັບທັງສອງຝ່າຍ ແລະຫຼາຍຝ່າຍ; ສືບຕໍ່ຈັດຕັ້ງການແລກປ່ຽນຄະນະຜູ້ແທນ ແລະຄະນະນັກຊ່ຽວຊານລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ; ...

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ມີນາ, ຢູ່​ແຂວງ​ ອຸດົມ​ໄຊ ທາງ​ພາກ​ເໜືອ​ຂອງ ​ລາວ, ໄດ້​ດຳ​ເນີນການສຳມະນາແລກປ່ຽນ​ວຽກ​ງານ​ຄັ້ງ​ທີ 12 ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ລາວ.

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມໃນວົງແຄບກະຊວງປອງກັນປະເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານ​ພົນໂທ ຫງວຽນ​ເຕີນເກືອງ - ຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້ມີບັນດາການພົບພະຫຼາຍຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ​ແລະ ທ່ານ​ພົນ​ເອກTea Seiha - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ກຳປູ​ເຈຍ.