"ຜູ້ປົກປັກຮັກສາຫຼັກໝາຍຊາຍແດນ" ຢູ່ເຂດຊາຍແດນ

09:20 | 15/03/2024

"ຜູ້ປົກປັກຮັກສາຫຼັກໝາຍຊາຍແດນ" ຢູ່ເຂດຊາຍແດນ

ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ "ວັນອາທິດຂຽວ" ຢູ່ເຂດຊາຍແດນ
ປະສານສົມທົບການຄຸ້ມຄອງການນຳເຂົ້າ-ສົ່ງອອກ ຢູ່ເຂດຊາຍແດນ ປະສານສົມທົບການຄຸ້ມຄອງການນຳເຂົ້າ-ສົ່ງອອກ ຢູ່ເຂດຊາຍແດນ

ແທງຮວາ ມີ 5 ເມືອງຊາຍແດນຕິດກັບແຂວງຫົວພັນ. ດ້ວຍທິດນໍາມຸ່ງໄປເຖິງຮາກຖານ, ໃກ້ຊິດກັບປະຊາຊົນ, ເຄົາລົບປະຊາຊົນ, ເຂົ້າໃຈປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ກໍາລັງທະຫານຊາຍແດນຢູ່ຕາມເສັ້ນຊາຍແດນຍາມໃດກໍ່ໄດ້ “ຮັບຟັງຄຳເຫັນຂອງປະຊາຊົນ, ເວົ້າໃຫ້ປະຊາຊົນເຂົ້າໃຈ, ເຮັດເພື່ອໃຫ້ປະຊາຊົນເຊື່ອໝັ້ນ” ແລະ “ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາຊົນເຜົ່າ”, ເພື່ອພ້ອມກັບປະຊາຊົນປົກປັກຮັກສາຊາຍແດນ.

ໃນການລາດຕະເວນປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຕາມຈຸງ, ອ້າຍ ຢ່າງອາເຈ່ຍ - ຊາວເຜົ່າມົງ ຢູ່ບ້ານອອນ, ຕາແສງຕາມຈຸງ (ເມື່ອງລາດ) ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ພວກຂ້າພະເຈົ້າ. ຢ່າງອາເຈ່ຍ ມີຮ່າງຄີງຈ່ອຍສູງແຕ່ໄປມາວ່ອງໄວ ຄືກະຮອກປ່າ. ເຖິງວ່າອາຍຸຍັງໜ້ອຍກໍ່ຕາມ, ແຕ່ ຢ່າງອາເຈ່ຍ ໄດ້ສະໝັກໃຈຈົດທະບຽນເຂົ້າຮ່ວມການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນມາໄດ້ກວ່າ 20 ປີແລ້ວ.

ເຄື່ອງໃຊ້ໃນການລາດຕະເວນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ນອກຈາກເຄື່ອງໃຊ້ທີ່ຈຳເປັນໃນການເຂົ້າປ່າແລ້ວ, ຢ່າງອາເຈ່ຍ ຍັງຖືກະປ໋ອງນ້ຳສະອາດ ເພື່ອເຊັດຖູຫຼັກໝາຍ, ຮັບປະກັນໃຫ້ຫຼັກໝາຍຍາມໃດກໍ່ສະອາດ. ເຖິງວ່າອາກາດຈະຮ້ອນເອົ້າ ຫຼື ຝົນຕົກ, ເດືອນລະຄັ້ງລາວກໍ່ໄປຢາມ, ກວດກາຫຼັກໝາຍຊາຍແດນ. ຮອຍຕີນຂອງລາວເປັນທີ່ລື້ງເຄີຍຢູ່ຕາມເສັ້ນທາງໃນປ່າທີ່ຍາວກວ່າ 10 ກິໂລແມັດນີ້.

ຕາມອ້າຍ ຢ່າງອາເຈ່ຍ ແລ້ວ, ບ້າຍອອນ ຢູ່ຕິດກັບປະເທດລາວ ແລະແຂວງເຊີນລາ, ສະນັ້ນ, ສະພາບຄວາມໝັ້ນຄົງຢູ່ທີ່ນີ້ແມ່ນສັບສົນຫຼາຍ. ທຸກໆຄັ້ງທີ່ລາວໄປກວດກາຫຼັກໝາຍ, ລາວ ເຄີຍສັງເກດ, ກໍາແໜ້ນສະພາບການ, ຖ້າມີສະພາບຜິດປົກກະຕິ ລາວກໍ່ລາຍງານໂດຍທັນທີໃຫ້ຄ້າຍທະຫານຊາຍແດນຕາມຈຸງ.

ເຈົ້າກົກເຈົ້າເຫຼົ່າບ້ານ ລາງມິນຮວ໊ຽນ ຢູ່ບ້ານແກ້ວ, ຕາແສງບ໊າດມອດ (ເທື່ອງຊວນ) ເຂົ້າຮ່ວມການປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ ພ້ອມກັບພະນັກງານ, ນັກຮົບທະຫານຊາຍແດນ ນັບແຕ່ປີ 2014 ມາຮອດປະຈຸບັນ. ພາບ: ຮວ່າງລານ.

ທ່ານພັນໂທ ໂງມິງກວາງ, ຫົວໜ້າຄ້າຍທະຫານຊາຍແດນຕາມຈຸງ ໃຫ້ຮູ້ວ່າ: ກົມກອງໄດ້ຮັບໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນທາງຊາຍແດນ 8 ກິໂລແມັດ, 4 ຫຼັກໝາຍ (ຈາກຫຼັກໝາຍເລກທີ 270 ຫາຫຼັກໝາຍເລກທີ 273). ໃນລະບົບຫຼັກໝາຍທີ່ກົມກອງຄຸ້ມຄອງນັ້ນ, ຢ່າງອາເຈ່ຍ ແມ່ນຜູ້ຮູ້ແຈ້ງທັງ 4 ຫຼັກໝາຍ, ລາວ ຍັງໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນໃນໝູ່ບ້ານພ້ອມກັນເຂົ້າຮ່ວມການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນເປັນປະຈຳ.

ອ້າຍ ຢ່າງອາເຈ່ຍ - ຊາວເຜົ່າມົງ ຢູ່ບ້ານອອນ, ຕາແສງຕາມຈຸງ (ເມື່ອງລາດ) ປົກປັກຮັກສາຫຼັ້ກໝາຍຊາຍແດນ 270. ພາບ: ຮວ່າງລານ.

ຄ້າຍທະຫານຊາຍແດນບ໊າດມອດ (ເທື່ອງຊວນ) ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນທີ່ມີລວງຍາວ 17,23 ກິໂລແມັດ, 9 ຫຼັກໝາຍຊາຍແດນແຫ່ງຊາດ ທີ່ຕິດກັບກຸ່ມບ້ານທ່າເລົ່າ, ເມືອງຊຳໃຕ້, ແຂວງຫົວພັນ. ການຈະລາຈອນແມ່ນຫຍຸ້ງຍາກ, ເສດຖະກິດພັດທະນາຢ່າງຊັກຊ້າ, ສະພາບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຍັງສັບສົນຫຼາຍ. ຮັບຮູ້ໄດ້ທີ່ຕັ້ງ, ບົດບາດ, ຄວາມໝາຍສຳຄັນຂອງວຽກງານຂົນຂວາຍມະຫາຊົນເຂົ້າຮ່ວມການສ້າງສາ ແລະປົກປັກຮັກສາປະເທດຊາດ, ໃນໄລຍະຜ່ານມາ, ຄະນະພັກ, ຫົວໜ້າຄ້າຍທະຫານຊາຍແດນ ໄດ້ເປັນເຈົ້າການສົມທົບກັບຄະນະພັກຕາແສງບ໊າດມອດ ສ້າງ ແລະຜັນຂະຫຍາຍລະບຽບການສົມທົບໃນການເຄື່ອນໄຫວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ຮັກສາຄວາມສະຫງົບປອດໄພໃນບໍລິເວນ, ຕັ້ງໜ້າເຂົ້າຮ່ວມຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່”.

ໂດຍໄດ້ກຳເນີດ ແລະເຕີບໃຫຍ່ຢູ່ເຂດຊາຍແດນ, ເຈົ້າກົກເຈົ້າເຫຼົ່າບ້ານ ລາງມິນຮວ໊ຽນ ຍາມໃດກໍ່ໄດ້ຮັບຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຢູ່ບ້ານແຄ້ວ, ຕາແສງບ໊າດມອດ ແລະເຂົາເຈົ້າຍາມໃດກໍ່ປະຕິບັດຕາມທຸກສິ່ງທຸກຢ່າງທີ່ພໍ່ເຖົ້າໄດ້ເວົ້າ, ໄດ້ເຮັດ. ສຳລັບເຈົ້າກົກເຈົ້າເຫຼົ່າ ຮວ໊ຽນ, ການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ ແມ່ນມີຄວາມໝາຍ, ຄື: ການປົກປັກຮັກສາເຮືອນຊານຂອງຕົນ. ໃນຊຸມປີຜ່ານມາ, ເຈົ້າກົກເຈົ້າເຫຼົ່າບ່ານ ຮວ໊ຽນ ໄດ້ຕັ້ງໜ້າເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຕົນ, ສົມທົບກັບຄະນະພັກ, ໜ່ວຍພັກ, ປະຕິບັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ລະດົມປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມແຜນນະໂຍບາຍ, ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ລະບຽບການຂອງທ້ອງຖິ່ນ; ເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນຢ່າງໝັ້ນຄົງ, ຕິດກັບການພັດທະນາເສດຖະກິດ-ສັງຄົມ; ລະດົມປະຊາຊົນລົບລ້າງຮີດຄອງປະເພນີຫຼ້າຫຼັງ; ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ; ສ້າງຊີວິດວັດທະນະທຳ, ສ້າງຊົນນະບົດໃໝ່; ປະຕິບັດຂໍ້ກຳນົດ, ກົດລະບຽບຂອງໝູ່ບ້ານ; ຄົ້ນພົບ, ກ່າວໂທດອາດຊະຍາກຳ, ໄພສັງຄົມ... ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.