ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

00:00 | 01/08/2024

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ລາຊະອານາຈັກ ກຳປູເຈຍ ໄດ້ມາຍັງສະຖານທຸດ ຫວຽດນາມ ເພື່ອອວຍພອນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຫຼັກຖານພະຍານໃຫ້ແກ່ສາຍ​ພົວພັນ​ມິດຕະພາບ​ທີ່​ແໜ້ນແຟ້ນ ແລະ ຄວາມຕິດພັນອັນຍາວນານ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ຕະຫຼອດໄລຍະປິທີ່ຜ່ານມາ.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ
ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024

ວັນທີ 28 ສິງຫາ, ທ່ານເອກອັກຄະລັດຖະທູດລາວ ປະຈໍາ ແບນຊິກ, ກິ່ງໂພແກ້ວ ພົມມະຫາໄຊ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດລາວ ໄດ້ມາຍັງສະຖານທຸດ ຫວຽດນາມ ເພື່ອອວຍພອນວັນຊາດ 2 ກັນຍາ.

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ປະຈຳ ​ແບນ​ຊິກ ຫງວຽນ​ວັນ​ຖາວ (ຂວາ) ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ແບນ​ຊິກ, ກິ່ງໂພແກ້ວ ພົມມະຫາໄຊ ທີ່​ງານ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ​ຫວຽດ​ນາມ. (ພາບ: TTXVN)

ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ກິ່ງໂພແກ້ວ ພົມມະຫາໄຊ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານທີ່ພັດທະນາຢ່າງກະໂດດຂັ້ນ ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ສອງຊາດອ້າຍນ້ອງນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ກາຍເປັນສັນຍາລັກທີ່ເປັນແບບຢ່າງຂອງນ້ຳໃຈສາມັກຄີ, ມິດຕະພາບສາກົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກິ່ງໂພແກ້ວ ພົມມະຫາໄຊ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຊຸກຍູ້ ແລະ ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຕະຫຼອດເຖິງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແລະ ປ້ອງກັນຄວາມສະຫງົບ.

ໂດຍສະແດງຄວາມຂອບ​ໃຈ​ບັນດາ​ຄວາມ​ຮັກແພງອັນດີງາມທີ່​ທ່ານ​ເອກ​ອັກຄະ​ລັດຖະທູດ ກິ່ງໂພແກ້ວ ພົມມະຫາໄຊ ແລະ ​ເພື່ອນ​ລາວ ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ ຫງວຽນ​ວັນຖາວ ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະຖານທູດ, ຜ່ານນັ້ນ ກໍ່ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ ຫວຽດນາມ - ລາວ.

ກໍ່​ໃນ​ວັນ​ດຽວ​ກັນ, ວັນ​ທີ 28 ສິງຫາ, ຄະນະ​ຜູ້​ແທນ​ສະຖານທູດ​ລາວ ປະຈຳ​ລາຊະ​ອານາຈັກ ກຳປູ​ເຈຍ ນຳ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ບົວ​ແກ້ວ ພູມ​ວົງ​ໄຊ ໄດ້​ມາ​ຢ້ຽມຢາມ​ສຳນັກງານ​ສະຖານທູດ​ ຫວຽດນາມ ປະຈຳ​ນະຄອນຫຼວງ Phnom Penh ເພື່ອອວຍພອນວັນ​ຊາດ ຫວຽດນາມ ຄົບຮອບ 79 ປີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ບົວ​ແກ້ວ ພູມ​ວົງໄຊ ປາດ​ຖະໜາ​ວ່າ ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ໄວ້​ເນື້ອ​ເຊື່ອ​ໃຈ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ, ອ້າຍ​ນ້ອງ ​ແລະ ຮີດຄອງ​ປະ​ເພນີ​ຄວາມ​ຮັກແພງຊ່ວຍເຫຼືອກັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕາງໜ້າ​ໃຫ້​ພະນັກງານ, ພາລະ​ກອນ​ສະຖານທູດ​ ຫວຽດນາມ ປະຈຳ ກຳປູ​ເຈຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມມືກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດ​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດໃນໄລຍະຈະມາເຖິງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ຢືນ​ຄຽງ​ຂ້າງ​ກັບ ລາວ ​ເພື່ອ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ພັດທະນາ, ນຳ​ມາ​ເຊິ່ງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ສະຖານທູດ, ຈັດ​ຕັ້ງ​ບັນດາ​ໂຄງການ​ແລກປ່ຽນ​ປະຊາຊົນ​ຢ່າງ​ເປັນ​ປະຈຳ ​ເພື່ອ​ຮັດ​ແໜ້ນ​ມິດຕະພາບ, ປະກອບສ່ວນປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຕື່ມອີກ.

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ

ຍສໝ - ຕອນບ່າຍວັນທີ 7 ພະຈິກ, ທ່ານປະທານສະພາຕ່ຳ ແບນຊິກ Éliane Tillieux ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ຫງວຽນວັນຖາວ ແລະ ບັນດາບຸກຄົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງບັນຫາທາດພິດສີສົ້ມຢູ່ ຫວຽດນາມ.

ມາຮອດວັນທີ 26 ກັນຍາ: ນັກກິລາແລ່ນແລະລານ ແລະ ໝາກຮຸກ ຫວຽດນາມ ເຂົ້າຮ່ວມບ້ານນັກກິລາ

ມາຮອດວັນທີ 26 ກັນຍາ: ນັກກິລາແລ່ນແລະລານ ແລະ ໝາກຮຸກ ຫວຽດນາມ ເຂົ້າຮ່ວມບ້ານນັກກິລາ

ຍສໝ - ມາຮອດວັນທີ 26 ກັນຍາ, ຄະນະນັກກິລາ ຫວຽດນາມ ໄດ້ຕ້ອນຮັບບັນດາທິມນັກກິລາແລ່ນ ແລະ ລານ (16 ຄົນ) ແລະ ໝາກຮຸກ (1 ຄົນ) ເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD) ຢູ່ຈີນ, ພ້ອມກັນນັ້ນ, ກໍ່ສົ່ງຄະນະນັກກິລາ ໂອລິມປິກ ...

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.