ລາຍການເຄື່ອນໄຫວ “ຂ້ອຍຮັກປະເທດຂອງຂ້ອຍ” ມອບຂອງຂວັນໃຫ້ຄູອາຈານ, ນັກຮຽນຢູ່ເຂດພູສູງ ແລະນັກສຶກສາລາວ

18:44 | 30/07/2024

ຍສໝ - ໃນລາຍການໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ມີມະນຸດສະທຳ ແລະແທດຈິງ, ຄື: ເຄົາລົບທຸງຢູ່ຫຼັກໝາຍຊາຍແດນແຫ່ງຊາດທີ 597, ມອບທຶນການສຶກສາ 50 ທຶນ ແລະປຶ້ມຝາກປະຢັດທີ່ມີມູນຄ່າເກືອບ 200 ລ້ານດົ່ງໃຫ້ຄູອາຈານທີ່ສອນວິຊາປະຫວັດສາດ

ການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ” ລະຫວ່າງແມ່ຍິງດ່ານັ້ງ ແລະນັກສຶກສາລາວ ການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ” ລະຫວ່າງແມ່ຍິງດ່ານັ້ງ ແລະນັກສຶກສາລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ວັນທີ 27 ກໍລະກົດ (1947-2024), ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບຄະນະຄູອາຈານປະຫວັດສາດທົ່ວປະເທດ ແລະໂຮງຮຽນມັດທະຍົມຕອນປາຍຫງວຽນເຫວະ, ນະຄອນຮ່າໂນ້ຍ ຈັດຕັ້ງລາຍການເຄື່ອນໄຫວ “ຂ້ອຍຮັກປະເທດຂອງຂ້ອຍ” ດ້ວຍຫົວຂໍ້: ມຸ່ງໄປຫາ ເຄແຊງ-ຊ່ວຍນ້ອງໄປໂຮງຮຽນ.

ລາຍການເຄື່ອນໄຫວ “ຂ້ອຍຮັກປະເທດຂອງຂ້ອຍ” ມອບຂອງຂວັນໃຫ້ຄູອາຈານ, ນັກຮຽນຢູ່ເຂດພູສູງ ແລະນັກສຶກສາລາວ
ມອບຂອງຂວັນໃຫ້ນັກຮຽນຂອງປະເທດເພື່ອນລາວຢູ່ຫຼັກໝາຍຊາຍແດນແຫ່ງຊາດທີ 597. ພາບ: giaoducthoidai.vn

ໃນລາຍການໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ມີມະນຸດສະທຳ ແລະແທດຈິງ, ຄື: ເຄົາລົບທຸງຢູ່ຫຼັກໝາຍຊາຍແດນແຫ່ງຊາດທີ 597, ມອບທຶນການສຶກສາ 50 ທຶນ ແລະປຶ້ມຝາກປະຢັດທີ່ມີມູນຄ່າເກືອບ 200 ລ້ານດົ່ງໃຫ້ຄູອາຈານທີ່ສອນວິຊາປະຫວັດສາດ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບໍລິເວນເມືອງເຮື໊ອງຮວ໊າ, ນັກຮຽນໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” ແລະມອບທຶນການສຶກສາໃຫ້ນັກຮຽນຂອງບ້ານໃໝ່, ເມືອງເຊໂປນ, ແຂວງສະຫວັນນະເຂດ (ລາວ).

ທ່ານພັນຕີ ຫງວຽນວັນບັ່ງ, ຮອງຫົວໜ້າການເມືອງ, ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: “ນີ້ແມ່ນການເຄື່ອນໄຫວໂດຍບັນດາກົມກອງຈັດຕັ້ງຂຶ້ນ ເພື່ອແນໃສ່ສຶກສາຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ຕອບແທນບຸນຄຸນບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ຮຸ່ນໜຸ່ມ ເພື່ອໃຫ້ເຂົາເຈົ້າຍິ່ງມີຄວາມຮັກຕໍ່ປະຫວັດສາດອັນສະຫງ່າອົງອາດຂອງຊາວຫວຽດນາມ ຕື່ມອີກ. ປະກອບສ່ວນຊ່ວຍໃຫ້ຮຸ່ນໜຸ່ມກຳນົດຄວາມຮັບຜິດຊອບ ແລະພັນທະຂອງຕົນຕໍ່ຊາດ, ຕໍ່ກັບປະເທດຢ່າງຈະແຈ້ງກວ່າອີກ”.

ສົມເພັດ

ເຫດການ
302 Found

Found

The document has moved here.