ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ)

14:50 | 05/08/2024

ຍສໝ - ສະຫະພັນແມ່ຍິງແຂວງກອນຕູມ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແມ່ຍິງແຂວງອັດຕະປື ແລະ ແຂວງເຊກອງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).

ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື
ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ແຂວງ ເຊກອງ (ລາວ) ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ແຂວງ ເຊກອງ (ລາວ)
Hội LHPN Kon Tum trao tặng máy vi tính và quà cho Hội Phụ nữ tỉnh Attapư (Lào)  ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື ມອບ​ຄອມ​ພິວ​ເຕີ ​ແລະ ຂອງຂວັນ​ໃຫ້​ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື (ລາວ)

ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື ມອບ​ຄອມ​ພິວ​ເຕີ ​ແລະ ຂອງຂວັນ​ໃຫ້​ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື (ລາວ)

ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ແຂວງ​ກອນ​ຕູມ ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື ​ແລະ ​ແຂວງ​ເຊ​ກອງ (ລາວ) ເຊິ່ງນຳ​ໂດຍ​ສະຫາຍ ນາງ ​ເຈີ່ນ​ທິ​ຟອງ​ລານ - ຮອງ​ປະທານຜູ້ປະຈໍາການ​ສະມາຄົມ - ​ເປັນ​ຫົວໜ້າ​ຄະນະ.

ໃນການເຮັດວຽກ, ສະຫະພັນແມ່ຍິງແຂວງກອນຕູມ ແລະ ສະຫະພັນແມ່ຍິງແຂວງອັດຕະປື, ແຂວງເຊກອງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບລວມຂອງວຽກງານສະຫະພັນ ແລະ ການເຄື່ອນໄຫວຂອງແມ່ຍິງແຕ່ລະແຂວງ; ພ້ອມ​ກັນ​ນັ້ນ, ກໍ່ປຶກສາ​ຫາລື ​ແລະ ແລກປ່ຽນປະສົບ​ການ​ໃນ​ການ​ກໍ່ສ້າງ, ປັບປຸງ ແລະ ພັດທະນາ​ການຈັດຕັ້ງສະມາຄົມ; ​ໃນການເປັນເສນາທິການວຽກງານແມ່ຍິງ ແລະ ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ ​ແລະ ອຳນາດການປົກຄອງ; ເບິ່ງແຍງ, ຊ່ວຍເຫຼືອໄປຄຽງຄູ່ກັບສະມາຊິກ ແລະ ແມ່ຍິງເພື່ອພັດທະນາຮອບດ້ານ, ສ້າງຄອບຄົວໃຫ້ຈະເລີນຮຸ່ງເຮືອງ, ສະເໝີພາບ ແລະ ມີຄວາມຜາສຸກ; ບັນດາມາດຕະການ​ແກ້​ໄຂ​ເພື່ອຊ່ວຍເຫຼືອ​ບັນດາ​ສະມາຄົມສະມາຊິກໃຫ້​ເຂັ້ມ​ແຂງ, ບັນດາ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ສະມາຄົມ​ຢ່າງ​ມີ​ປະສິດທິ​ຜົນ, ດຶງ​ດູດ ​ແລະ ເຕົ້າ​ໂຮມ​ສະມາຊິກ​ແມ່ຍິງ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊາຍ​ແດນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຂດ​ຊາຍ​ແດນ​ແຫ່ງສັນຕິພາບ ​ແລະ ພັດທະນາ...

Hội nghị trao đổi giữa Hội LHPN Kon Tum với Hội Phụ nữ tỉnh Sê Kông  ກອງ​ປະ​ຊຸມ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ ກອນຕູ່ມ ກັບ​ສະ​ຫະ​ພັນ​ແມ່​ຍິງ​ແຂວງ​ເຊ​ກອງ

ກອງ​ປະ​ຊຸມ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ ແຂວງກອນຕູມ ກັບ​ສະ​ຫະ​ພັນ​ແມ່​ຍິງ​ ແຂວງ​ເຊ​ກອງ

ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ຄະນະ​ໄດ້ເຂົ້າ​ຢ້ຽມຂ່ຳນັບການ​ນຳ​ແຂວງ​ອັດ​ຕະປື ​ແລະ ​ເຊ​ກອງ. ທີ່ການຕ້ອນຮັບຄະນະ, ການນຳຂອງສອງແຂວງ ໄດ້ຕີລາຄາສູງ ຕໍ່ບັນດາເນື້ອໃນຂອງການຢ້ຽມຢາມ ແລະ ເຮັດວຽກຂອງສະຫະພັນແມ່ຍິງແຂວງກອນຕູມ ຄັ້ງນີ້, ພິເສດແມ່ນການປະຕິບັດເນື້ອໃນບົດບັນທຶກຊ່ວຍຈໍາ ລະຫວ່າງ ສະຫະພັນແມ່ຍິງແຂວງກອນຕູມ, ສະຫະພັນ​ແມ່ຍິງ​ແຂວງ​ອັດຕະປື ແລະ ແຂວງເຊກອງ ໄລຍະ 2019-2024..

ໃນ​​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຫະພັນ​ແມ່ຍິງ​ແຂວງ​ອັດ​ຕະປື ​ແລະ ​ເຊ​ກອງ, ຄະນະ​​ສະຫະພັນ​ແມ່ຍິງ​ແຂວງ​ກອນ​ຕູມ ​ໄດ້​ມອບ​ຂອງຂວັນ 40 ພູດ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ຜູ້​ທຸກ​ຍາກ, ມອບສອງຮູບ​ແບບວິທີທຳມາຫາກິນ​ຂອງ​ແມ່ຍິງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມອບຄອມ​ພິວ​ເຕີ 2 ຊຸດ ​ແລະ ຂອງຂວັນ​ຫຼາຍ​ຢ່າງ​ໃຫ້​ພະນັກງານ, ລັດຖະກອນ​ຂອງ​ສະຫະພັນ​ແມ່ຍິງສອງ​ແຂວງ ດ້ວຍ​ມູນ​ຄ່າ​ 100 ກວ່າລ້ານ​ດົ່ງ.

Hội LHPN Kon Tum trao quà cho phụ nữ, trẻ em nghèo tỉnh Attapư  ສະຫະພັນ​ແມ່​ຍິງ​ກອນ​ຕູມ ມອບ​ຂອງຂວັນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ທຸກ​ຍາກ ​ແຂວງ ອັດ​ຕະປື

ສະຫະພັນ​ແມ່​ຍິງ​ແຂວງກອນ​ຕູມ ມອບ​ຂອງຂວັນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ທຸກ​ຍາກ ​ແຂວງອັດ​ຕະປື

ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະສະຫະພັນແມ່ຍິງແຂວງກອນຕູມ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນອັນດີງາມທີ່ເປັນມູນເຊື້ອ ລະຫວ່າງ ແຂວງກອນຕູມ ກັບ ແຂວງອັດຕະປື ແລະ ແຂວງເຊກອງ ເວົ້າລວມ; ຮັດແໜ້ນຄວາມສາມັກຄີ, ການຮ່ວມມື ແລະ ມິດຕະພາບ ລະຫວ່າງ ສະຫະພັນແມ່ຍິງ ແຂວງກອນຕູມ ແລະ ສະຫະພັນແມ່ຍິງ ແຂວງອັດຕະປື ແລະ ແຂວງເຊກອງ ເວົ້າສະເພາະ.

Hội LHPN tỉnh Kon Tum trao quà cho phụ nữ, trẻ em nghèo tỉnh Sê Kông  ​ສະຫະພັນ​ແມ່ຍິງ​ແຂວງ​ກອນ​ຕູມ ມອບ​ຂອງຂວັນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ທຸກ​ຍາກ​ແຂວງ​ເຊ​ກອງ

​ສະຫະພັນ​ແມ່ຍິງ​ແຂວງ​ກອນ​ຕູມ ມອບ​ຂອງຂວັນ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ທຸກ​ຍາກ​ແຂວງ​ເຊ​ກອງ

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.