ຍູ້ແຮງການຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດຫວຽດນາມ ກັບວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ລາວ

00:00 | 03/08/2024

ຍສໝ - 15 ປີຜ່ານມາ, ເຖິງວ່າເວລາບໍ່ດົນປານໃດ, ແຕ່ວ່າດ້ວຍວຽກເຮັດຢ່າງແທດຈິງ, ມີປະສິດທິຜົນ, ການພົວພັນຮ່ວມມື, ແຮກສ່ຽວລະຫວ່າງສອງວິທະຍາຄານ ນັບມື້ນັບສະໜິດແໜ້ນ ແລະດີງາມກວ່າ.

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ
ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ

ເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ, ການພົວພັນຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດ ຫວຽດນາມ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຮັບການປັບປຸງ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນນັບແຕ່ສອງຝ່າຍເຊັນບົດບັນທຶກວ່າດ້ວຍການຮ່ວມມືຢ່າງເປັນທາງການ ໃນວັນທີ 27 ກັນຍາ 2009.

15 ປີຜ່ານມາ, ເຖິງວ່າເວລາບໍ່ດົນປານໃດ, ແຕ່ວ່າດ້ວຍວຽກເຮັດຢ່າງແທດຈິງ, ມີປະສິດທິຜົນ, ການພົວພັນຮ່ວມມື, ແຮກສ່ຽວລະຫວ່າງສອງວິທະຍາຄານ ນັບມື້ນັບສະໜິດແໜ້ນ ແລະດີງາມກວ່າ. ສອງຝ່າຍໄດ້ຈັດສົ່ງຄະນະພະນັກງານໄປຢ້ຽມຢາມຖາມ ຂ່າວ, ພົບປະ, ຮ່ຳຮຽນ, ຊ່ວຍເຫຼືອກັນປະກອບສ່ວນສ້າງນ້ຳໃຈສາມັກຄີ, ມິດຕະພາບ. ໃນວຽກງານສຶກສາ-ກໍ່ສ້າງ, ຈົນຮອດປະຈຸບັນ, ວິທະຍາຄານປ້ອງກັນຊາດຫວຽດນາມ ບຳລຸງສ້າງໃຫ້ແກ່ກອງທັບປະຊາຊົນລາວ ໄດ້ 63 ຊຸດຮຽນ. ໄລ່ສະເພາະແຕ່ປີ 2009 ຈົນຮອດເດືອນ 6-2024, ວິທະຍາຄານ ຈັດຕັ້ງການບໍາລຸງສ້າງໄດ້ 44 ຊຸດ. ໃນນັ້ນ, ສໍາລັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແມ່ນ 5 ຊຸດໄລຍະສັ້ນ ບັນຊາ-ເສນາທິການ, 6 ຊຸດລະດັບປະລິນຍາເອກ, 6 ຊຸດລະດັບປະລິນຍາໂທ, 5 ຊຸດຝຶກອົບຮົມຄູສອນບັນຊາ-ເສນາທິການ, 1 ຊຸດຝຶກອົບຮົມເຕັກໂນໂລຢີຂໍ້ມູມແຜນທີ່.

ຍູ້ແຮງການຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດຫວຽດນາມ ກັບວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ລາວ
ຊຸດຝຶກອົບຮົມໄລຍະສັ້ນຜູ້ບັນຊາ-ເສນາທິການຂັ້ນບັ້ນຮົບ, ຍຸດທະສາດ ຊຸດທີ 6, ກອງທັບປະຊາຊົນລາວ ໄປທັດສະນະສຶກສາຕົວຈິງຢູ່ກອງບັນຊາການທະຫານແຂວງນາມດິ້ງ. ພາບ: nhandan.vn

ສຳລັບຄູສອນ, ອາຈານ ທີ່ໄດ້ມອບໝາຍໜ້າທີ່ສອນນັກສຳມະນາກອນລາວ ຕັ້ງໜ້າຄົ້ນຄວ້າເພື່ອຮຽບຮຽງເນື້ອໃນ, ວິທີການເໝາະສົມທີ່ສຸດ. ເພາະສະນັ້ນ, ບັນດານັກສຳມະນາກອນລາວ ພາຍຫຼັງຮຽນຈົບຢູ່ວິທະຍາຄານປ້ອງກັນຊາດຫວຽດນາມ ກັບເມືອປະເທດເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບເປັນຢ່າງດີ, ປະກອບສ່ວນຕັ້ງໜ້າເຂົ້າໃນກິດຈະການສ້າງກອງທັບປະຊາຊົນລາວເວົ້າລວມ ແລະສ້າງສາ, ພັດທະນາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະໜັກແໜ້ນ.

ວິທະຍາຄານປ້ອງກັນຊາດຫວຽດນາມ ໄດ້ຈັດສົ່ງພະນັກງານ, ອາຈານ ເຮັດວຽກງານເປັນຊ່ຽວຊານຊ່ວຍວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນຫຼາຍດ້ານປະຕິບັດງານ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງວິທະຍາຄານ. ພະນັກງານ, ນັກຊ່ຽວຊານຂອງວິທະຍາຄານປ້ອງກັນຊາດຫວຽດນາມ ເມື່ອປະຕິບັດໜ້າທີ່ຊ່ຽວຊານ ໄດ້ເຮັດວຽກຢ່າງສຸດອົກສຸດໃຈ, ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕື່ນຕົວສຳເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້, ປະຕິບັດຕາມຂໍ້ກຳນົດກ່ຽວກັບວຽກງານການທູດການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ, ຮັກສາ, ເພີ່ມພູນຄູນສ້າງການພົວພັນສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈຕໍ່ກັບອົງການຕ່າງໆ, ພະນັກງານ, ອາຈານ, ນັກສຳມະນາກອນ, ພາລະກອນ, ນັກຮົບຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ປະກອບສ່ວນປັບປຸງການພົວພັນແບບພິເສດ ຫວຽດນາມ-ລາວ ໃນໄລຍະຜ່ານມາ.

ຕາມລວງກວ້າງ ແລະລວງເລິກ, ວຽກງານແຮກສ່ຽວ, ຮ່ວມມືລະຫວ່າງສອງວິທະຍາຄານຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສະນັ້ນ, ໃນໄລຍະຈະມາເຖິງ, ຕ້ອງປະຕິບັດເນື້ອໃນດັ່ງລຸ່ມນີ້ໃຫ້ເປັນຢ່າງດີ.

ທີໜຶ່ງ, ສືບຕໍ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃນການຮ່ວມມືລະຫວ່າງສອງວິທະຍາຄານ, ປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງການພົວພັນແບບພິເສດ ຫວຽດນາມ-ລາວ ໃນສະພາບການໃໝ່. ການນຳ, ຜູ້ບັນຊາ, ໂດຍສະເພາະແມ່ນກຳລັງເຂົ້າຮ່ວມການແຮກສ່ຽວ, ຮ່ວມມືຕ້ອງຊາບຊຶມ, ເສີມຂະຫຍາຍມູນເຊື້ອສາມັກຄີບໍລິສຸດຜຸດຜ່ອງ, ສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ; ເອົາໃຈໃສ່ຊາບຊຶມ, ໝູນໃຊ້ຢ່າງປະດິດຄິດສ້າງ, ມີປະສິດທິຜົນ "ຊ່ວຍເພື່ອນແມ່ນຊ່ວຍຕົນເອງ" ຂອງພັກ, ບັນດາມະຕິ, ຂໍ້ສະຫຼຸບ, ແຜນຮ່າງກ່ຽວກັບການຮ່ວມມືກັບລາວ. ພ້ອມທັງ, ຜັນຂະຫຍາຍເນື້ອໃນການພົວພັນດ້ານປ້ອງກັນຊາດກັບລາວ ບົນພື້ນຖານເຄົາລົບນັບຖືເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ໄວ້ເນື້ອເຊື່ອໃຈ, ສະເໝີພາບ, ຮ່ວມມື, ຊ່ວຍເຫຼືອກັນພັດທະນາ.

ທີສອງ, ສືບຕໍ່ເປີດກວ້າງ ແລະຍົກລະດັບເນື້ອໃນຮ່ວມມືລະຫວ່າງສອງວິທະຍາຄານໃນສະພາບການໃໝ່. ເປົ້າໝາຍສູງສຸດຂອງການແຮກສ່ຽວ, ຮ່ວມມືລະຫວ່າງສອງວິທະຍາຄານແມ່ນຍົກສູງຄຸນນະພາບການສຶກສາ-ກໍ່ສ້າງ, ຄົ້ນຄວ້າຍຸດທະວິທີການທະຫານ, ປະກອບສ່ວນເສີມສ້າງກຳລັງແຮງດ້ານປ້ອງກັນຊາດຂອງແຕ່ລະປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ປັບປຸງລັກສະນະໝັ້ນຄົງເຂັ້ມແຂງ, ໜັກແໜ້ນ. ນຳການພົວພັນດ້ານປ້ອງກັນຊາດສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ທີສາມ, ຫັນວິທີການຮ່ວມມືລະຫວ່າງສອງວິທະຍາຄານເປັນຫຼາຍຮູບຫຼາຍແບບ. ໃນວິວັດທະນາການແຮກສ່ຽວ, ການຮ່ວມມື, ສອງວິທະຍາຄານຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເອົາໃຈໃສ່ການພົບປະລະຫວ່າງຖັນແຖວການນຳ, ນັກຄຸ້ມຄອງ, ເສີມຂະຫຍາຍປະສິດທິຜົນກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ, ສຶກສາ-ກໍ່ສ້າງ, ຄົ້ນຄ້ວາ, ໝູນໃຊ້ສິລະປະຍຸດທະວິທີການທະຫານໃນສະພາບການໃໝ່; ຜັນຂະຫຍາຍການແຮກສ່ຽວ, ຮ່ວມມືລະຫວ່າງບັນດາອົງການ, ຂະແໜງການ, ກົມກອງ; ຊຸກຍູ້ການເຄື່ອນໄຫວແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງການສຶກສາ, ສ້າງເນື້ອໃນ, ຫຼັກສູດບຳລຸງສ້າງໃຫ້ທຸກເປົ້າໝາຍ; ຍົກສູງປະສິດທິຜົນການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ, ຮ່ວມມືລະຫວ່າງອົງການຈັດຕັ້ງມະຫາຊົນຂອງສອງວິທະຍາຄານ.

ທີສີ່, ເອົາໃຈໃສ່ວຽກງານປະເມີນ, ສະຫຼຸບ, ຖອດຖອນບົດຮຽນໃນວິວັດທະນາການແຮກສ່ຽວ, ຮ່ວມມືລະຫວ່າງສອງວິທະຍາຄານ. ປະເມີນ, ສະຫຼຸບ, ຖອດຖອນບົດຮຽນປະສົບການຊ່ວຍກຳແໜ້ນສະພາບການ, ແກ້ໄຂຢ່າງຊັດເຈນ, ທັນການ ແລະມີປະສິດທິຜົນຕໍ່ບັນຫາທີ່ເກີດຂຶ້ນໃນການປະຕິບັດເນື້ອໃນ, ລາຍການແຮກສ່ຽວ, ຮ່ວມມື. ຕ້ອງຍູ້ແຮງວຽກງານກວດກາວຽກງານແຮກສ່ຽວ, ຮ່ວມມືລະຫວ່າງບັນດາອົງການ, ກົມກອງ; ເອົາໃຈໃສ່ການສະຫຼຸບ, ຖອດຖອນບົດຮຽນໝາກຜົນການແຮກ ສ່ຽວ, ຮ່ວມມືໃນແຕ່ລະປີ, ແຕ່ລະໄລຍະ, ເປັນພື້ນຖານເພື່ອປັບປຸງເນື້ອໃນ, ລາຍການ, ແຜນການແຮກສ່ຽວ, ຮ່ວມມື, ຮັບປະກັນຄົບຊຸດ, ເອກະພາບ, ສ້າງຄວາມສະດວກໃຫ້ການເຄື່ອນໄຫວແຮກສ່ຽວ, ຮ່ວມມືລະຫວ່າງສອງວິທະຍາຄານໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ຍືນຍົງ.

ການພົວພັນແຮກສ່ຽວ, ຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດຫວຽດນາມ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແມ່ນການພົວພັນຮ່ວມມືຂອງສອງສູນບຳລຸງສ້າງພະນັກງານຂັ້ນບັ້ນຮົບ, ຍຸດທະສາດ ແລະແມ່ນສູນຄົ້ນຄວ້າວິທະຍາສາດສິລະປະຍຸດທະວິທີການທະຫານໃຫຍ່ທີ່ສຸດຂອງສອງລັດ, ສອງກອງທັບ. ດ້ວຍຈິດໃຈ "ສາມັກຄີ, ມິດຕະພາບ, ສະເໝີພາບ, ແທດຈິງ, ມີປະສິດທິຜົນ" ເຊິ່ງສອງຝ່າຍໄດ້ລົງນາມ, ຮ່ວມມືລະຫວ່າງສອງວິທະຍາຄານໃຫ້ນັບມື້ນັບມີປະສິດທິຜົນ ແລະແທດຈິງ. ສືບທອດຜົນງານທີ່ບັນລຸໄດ້, ການພົວພັນແຮກສ່ຽວ, ຮ່ວມມືລະຫວ່າງສອງວິທະຍາຄານປ້ອງກັນຊາດຫວຽດນາມ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈະສືບຕໍ່ໄດ້ຮັບກັນຊຸກຍູ້ຂຶ້ນລະດັບສູງໃໝ່, ປະກອບສ່ວນກໍ່ ສ້າງສອງວິທະຍາຄານພັດທະນາສົມເປັນສູນຄົ້ນຄວ້າວິທະຍາສາດສິລະປະຍຸດທະວິທີການທະຫານໃຫຍ່ທີ່ສຸດຂອງສອງລັດ, ສອງກອງທັບ, ທຽບເທົ່າລະດັບພາກພື້ນ ແລະໂລກ

ສົມເພັດ

ເຫດການ
302 Found

Found

The document has moved here.