ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

08:43 | 16/03/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ຄະນະ​ຜູ້​ແທນ​ໂຮງໝໍ​ສູນກາງກອງທັບ 108 ໂດຍ​ທ່ານພົນຈັດຕະວາ, ສຈ.ປອ ​ເລ​ຫິວຊອງ, ຜູ້ອຳນວຍການ​ໂຮງໝໍ​ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ​ທ່ານພົນເອກຈັນ​ສະໝອນ ຈັນຍາລາດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນປະເທດ ລາວ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva
AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ

ທີ່​ການ​ພົບ​ປະ,ທ່ານສຈ.ປອ ​ເລ​ຫິວຊອງ ໄດ້​ລາຍ​ງານ​ໃຫ້​ທ່ານພົນ​ເອກ ຈັນສະໝອນ ຈັນຍາລາດ ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ໂຮງໝໍສູນ​ກາງ​ກອງທັບ 108 ຫວຽດນາມ ​ແລະ ​ໂຮງໝໍສູນ​ກາງ​ກອງທັບ 103 ລາວ ໃນໄລຍະມໍ່ໆມານີ້; ຢືນຢັນ​ວ່າ ການ​ປະຕິບັດງານ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ​ເພື່ອ​ສືບທອດ ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ 2 ​ໂຮງໝໍ ​ເວົ້າ​ສະ​ເພາະ ​ແລະ 2 ປະ​ເທດ​ເວົ້າ​ລວມ ກ່ວາອີກ.

ທ່ານສຈ.ປອ ​ເລ​ຫິວຊອງ ໃຫ້​ຮູ້​ວ່າ ສາຍພົວພັນ​ຮ່ວມ​ມື​ລະຫວ່າງ 2 ​ໂຮງໝໍ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​, ກໍໄດ້​ລົງ​ນາມໃນ​ອະນຸ​ສັນຍາ ​ແລະ ຮອດ​ປີ 2025 ຈະ​ແມ່ນ​ສະເຫຼີມສະຫຼອງປີ​ຄົບຮອບ 20 ປີ​ແຫ່ງ​ການ​ພົວພັນ​ລະຫວ່າງ 2 ​ໂຮງໝໍ - ການສືບທອດການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງໂຮງໝໍ. ທ່ານສຈ.ປອ ​ເລ​ຫິວຊອງ ຢືນຢັນ​ວ່າ ໂຮງໝໍສູນ​ກາງກອງທັບ 108 ຈະ​ສືບ​ຕໍ່​ສົມທົບ​ກັນ, ໜູນ​ຊ່ວຍ ​ແລະ ສົ່ງ​ຄະນະ​ຜູ້​ແທນ​ຊ່ຽວຊານ​ໄປ​ຊ່ວຍ​ເຫຼືອ​ໂຮງໝໍສູນ​ກາງກອງທັບ 103 ລາວ ​ເວົ້າ​ສະ​ເພາະ ​ແລະ ການແພດທະຫານ ລາວ ​ເວົ້າ​ລວມ; ພ້ອມ​ກັນ​ນັ້ນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບຳລຸງສ້າງແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ໂຮງໝໍສູນ​ກາງກອງທັບ 103 ລາວ, ກໍຄືການແພດທະຫານ ລາວ.

ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ຊີ້​ນຳ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ລັດຖະບານ 2 ປະ​ເທດ, ເພື່ອສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ໂຮງໝໍ 2 ​ແຫ່ງ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ບັນດາສັນຍາ​ການຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ໃນ​ໄລຍະຈະມາເຖິງ.

ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ທ່ານໝໍ ຫວຽດນາມ ກວດພະຍາດໃຫ້ປະຊາຊົນຢູ່ ລາວ

ຝ່າຍລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຮັບຮູ້ ແລະ ຕີລາຄາສູງການຮ່ວມມືຂອງ 2 ໂຮງໝໍໃນໄລຍະມໍ່ໆມານີ້, ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ກ່ວາອີກ ແລະ ພິເສດແມ່ນຄວາມສາມັກຄີມິດຕະພາບລະຫວ່າງພະນັກງານຂອງສອງໂຮງໝໍ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ໂຮງໝໍການແພດທະຫານຈະສືບຕໍ່ສົມທົບ, ໜຸ່ມຊ່ວຍເຊິ່ງກັນ ແລະ ກັນ, ພິເສດແມ່ນການບຳລຸງສ້າງຍົກສູງລະດັບວິຊາສະເພາະໃຫ້ແກ່ພະນັກງານທ່ານໝໍ ຢູ່ໂຮງໝໍສູນກາງກອງທັບ 103 ລາວ ​ເວົ້າ​ສະ​ເພາະ ​ແລະ ການແພດທະຫານ ລາວ ​ເວົ້າ​ລວມ; ສະເໜີໃຫ້ໂຮງໝໍສອງປະເທດ ຍັງສືບຕໍ່ສົມທົບກັນເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ, ດຳລັດຮ່ວມມືລະຫວ່າງຂະແໜງການແພດທະຫານຂອງສອງປະເທດ ໃຫ້ມີປະສິດທິຜົນ; ສະເໜີໂຮງໝໍສູນກາງກອງທັບ 108 ສືບຕໍ່ສົ່ງຄະນະຜູ້ແທນຊ່ຽວຊານໄປຊ່ວຍໂຮງໝໍສູນກາງກອງທັບ 103 ລາວ ​ເວົ້າ​ສະ​ເພາະ ​ແລະ ການແພດທະຫານ ລາວ ​ເວົ້າ​ລວມ.

ກ່ອນ​ໜ້າ​ນັ້ນ ໄດ້​ດຳ​ເນີນ​ກອງ​ປະຊຸມເຮັດວຽກ ແລະ ພິທີລົງນາມບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ໂຮງໝໍ​ສູນກາງກອງທັບ 108 ຫວຽດນາມ ແລະ ໂຮງໝໍສູນກາງກອງທັບ 103 ລາວ ແລະ ທິດ​ທາງ​ການ​ຮ່ວມ​ມື​ໃນ​ປີ 2024.

2 ຝ່າຍ ໄດ້​ເຫັນ​ດີ​ເປັນ​ເອກະພາບວ່າ ໃນປີ 2024 ສືບ​ຕໍ່​ເພີ່ມ​ທະວີ​ການພົບພະ​ແລກປ່ຽນ​ຄະນະຜູ້​ແທນ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ສະ​ເພາະ, ​​ໂຮງໝໍ​ສູນກາງກອງທັບ 108 ກອງທັບປະຊາຊົນ ຫວຽດນາມ ຈະ​ຮັບ​ພະນັກງານ​ຈາກໂຮງໝໍສູນກາງກອງທັບ 103 ກອງທັບປະຊາຊົນ ລາວ ເຂົ້າ​ຝຶກງານ ເພື່ອຍົກສູງ​ລະດັບວິຊາ​ສະ​ເພາະ ລວມມີບັນດາຂະແໜງການສະເພາະ: ຜ່າຕັດພາຍໃນຂໍ້ກະດູກ, (ຂຶ້ນກັບຂະແໜງງານສະເພາະກະດູກ ແລະ ຂໍ້), ການປິ່ນປົວພະແນກພາຍໃນຂໍ້ກະດູກ, ຂະແໜງການສະເພາະກາຍະວິພາກພະຍາດ ແລະ ການຜ່າຕັດສັນລະກຳປະຕິມາກຳຄາງໜ້າ; ເຂົ້າ​ຮ່ວມ​ກິດ​ຈະ​ກໍາ​ວິ​ທະ​ຍາ​ສາດ​, ​ສໍາ​ມະ​ນາ​; ກວດ ​ແລະ ປິ່ນປົວ​ພະຍາດໃຫ້ຄົນເຈັບລາວ ຢູ່ໂຮງໝໍສູນກາງກອງທັບ 108.

ຝ່າຍໂຮງໝໍສູນກາງກອງທັບ 103 ລາວ ກໍ່​ສະ​ເໜີ​ໃຫ້ໂຮງໝໍສູນກາງກອງທັບ 108 ຫວຽດນາມ ສົ່ງ​ຜູ້​ຊ່ຽວຊານ​ດ້ານ​ການ​ຜ່າຕັດຊ່ວງອົກ, ສຸກເສີນ ​ແລະ ການຜ່າຕັດສັນລະກຳປະຕິມາກຳຄາງໜ້າມາ ​ລາວ ​ເພື່ອ​ໜູນ​ຊ່ວຍ ​ແລະ ສືບ​ຕໍ່ໜູນ​ຊ່ວຍ​ອຸປະກອນ​ການ​ແພດ​ໃຫ້ໂຮງໝໍສູນກາງກອງທັບ 103 ກອງທັບປະຊາຊົນ ລາວ.

2 ຝ່າຍ​ກໍ່​ສະ​ເໜີ​ແຜນການ​ແລກປ່ຽນ​ທ່ານ​ໝໍ​ລະຫວ່າງ 2 ​ໂຮງໝໍ ຫຼື ໂຮງໝໍສູນກາງກອງທັບ 103 ກອງທັບປະຊາຊົນ ລາວ ສົ່ງ​ທ່ານ​ໝໍ​ໄປ​ຮ່ຳຮຽນ, ​ເຂົ້າ​ຮ່ວມ​ການກວດ, ປິ່ນປົວໃຫ້ຄົນ​ເຈັບ​ ລາວ ຢູ່ໂຮງໝໍສູນກາງກອງທັບ 108 ກອງທັບປະຊາຊົນ ຫວຽດນາມ. ໂຮງໝໍສູນກາງກອງທັບ 108 ກອງທັບປະຊາຊົນ ຫວຽດນາມ ກໍໄດ້ສົ່ງທ່ານໝໍໄປໜູນຊ່ວຍການກວດ, ໃຫ້ຄຳປຶກສາແກ່ຄົນເຈັບຢູ່ໂຮງໝໍສູນກາງກອງທັບ 103 ກອງທັບປະຊາຊົນ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.