ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ

18:53 | 30/07/2024

ຍສໝ - ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ສະຫາຍ ຫງວຽນບ໋າຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ ລະຫວ່າງສອງປະເທດ...

ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ
ທ່ານ ເຈີ່ນເຟຶອກເຊີນ ​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງ​ລາວ ທ່ານ ເຈີ່ນເຟຶອກເຊີນ ​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງ​ລາວ

ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວເມື່ອວັນທີ 29 ກໍລະກົດນີ້ ທີ່ກະຊວງການຕ່າງປະເທດໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ ສະຫາຍເອກອັກຄະລັດຖະທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະສັນລະເສີນຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ
ສະຫາຍ ສະເຫຼີມໄຊ ກົມມະສິດ ມອບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ສະຫາຍເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນບ໋າຮຸ່ງ. ພາບ: ກະຊວງການຕ່າງປະເທດລາວ

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ສະຫາຍ ຫງວຽນບ໋າຮຸ່ງ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢ່າງສົມກຽດຂອງສະຫາຍ ຢູ່ ສປປ ລາວ ຕະຫຼອດໄລຍະ 7 ປີ 7 ເດືອນ (ນັບແຕ່ເດືອນທັນວາ 2016 ເປັນຕົ້ນມາ) ດ້ວຍຜົນສໍາເລັດອັນຈົບງາມຊຶ່ງສະຫາຍແມ່ນໜຶ່ງໃນຈຳນວນບັນດາທູດທີ່ປະຕິບັດໜ້າທີ່ດົນທີ່ສຸດຢູ່ ສປປ ລາວ, ສິ່ງດັ່ງກ່າວຍັງເປັນການສະແດງເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງເປັນການສູນເສຍຜູ້ນໍາປະຕິວັດ, ອົງອາດກ້າແກ່ນ ແລະ ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ທັງສະແດງຄວາມເຊື່ອໝັ້ນຢ່າງຍິ່ງ ແລະຫວັງວ່າ ພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ ຈະສາມາດຜ່ານຜ່າຄວາມໂສກເສົ້າຄັ້ງນີ້ໂດຍໄວ ແລະຈະຫັນເອົາຄວາມໂສກເສົ້ານີ້ກາຍເປັນເຫງົ້າພະລັງທີ່ໜັກແໜ້ນເພື່ອທ້ອນໂຮມຄວາມສາມັກຄີທົ່ວປວງຊົນ ເພື່ອສືບຕໍ່ສ້າງສາພັດທະນາປະເທດຫວຽດນາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ກະຊວງການຕ່າງປະເທດລາວ

ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ສະຫາຍ ຫງວຽນບ໋າຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ ລະຫວ່າງສອງປະເທດ ໂດຍຜ່ານຫຼາຍກິດຈະກໍາການຮ່ວມມື ເປັນຕົ້ນ: ການສະເຫຼີມສະຫຼອງປີສາມັກຄີິມິດຕະພາບ ລາວ-ຫວຽດນາມ ສອງຄັ້ງຜ່ານມາ ທີ່ຈັດຂຶ້ນໃນປີ 2017 ແລະ ປີ 2022 ຜ່ານມາ, ການປະກອບສ່ວນຊຸກຍູ້ການຢ້ຽມຢາມຂອງການນໍາຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ, ຊຸກຍູ້ນັກທ່ອງທ່ຽວຫວຽດນາມເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ແລະ ຂົນຂວາຍນັກທຸລະກິດຫວຽດນາມ ໂດຍສະເພາະກຸ່ມບໍລິສັດທີ່ມີທ່າແຮງຂອງຫວຽດນາມ ເຂົ້າມາລົງທຶນ ຢູ່ ລາວ ເຊັ່ນ: ກຸ່ມບໍລິສັດວິນກຣຸບ ມາເປີດການບໍລິການລົດແທັກຊີ້ສີຂຽວ, ກຸ່ມບໍລິສັດໂຊວີໂກ້ ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ແລະ ອື່ນໆ;ອັນສຳຄັນ ແລະ ພົ້ນເດັ່ນ, ສະຫາຍ ຫງວຽນບ໋າຮຸ່ງ ຍັງໄດ້ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການທີ່ພັກ, ລັດຖະບານ ແລະປະຊາຊົນຫວຽດນາມອ້າຍນ້ອງ ມອບໃຫ້ເປັນຂອງຂວັນແກ່ ສປປລາວ ໄດ້ສຳເລັດ ແລະ ມອບ-ຮັບໂຄງການຢ່າງເປັນທາງການ ເຊັ່ນ: ຫໍສະພາແຫ່ງຊາດລາວ, ໂຮງຮຽນມັດທະຍົມວິຊາຊີບຕົວແບບ ທີ່ແຂວງຄຳມ່ວນ, ໂຮງໝໍມິດຕະພາບຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ, ສະໜາມບິນໜອງຄ້າງທີ່ແຂວງຫົວພັນ ແລະ ອື່ນໆ. ພິເສດ, ໃນໄລຍະທີ່ເກີດສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ສະຫາຍ ຫງວຽນບ໋າຮຸ່ງ ຍັງເປັນຂົວຕໍ່ທີ່ສຳຄັນເຂົ້າໃນການຊຸກຍູ້ການຊ່ວຍເຫຼືອອັນລໍ້າຄ່າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ໂດຍສະເພາະການຈັດສົ່ງທີມແພດຊ່ຽວຊານ, ການສະໜອງຢາວັກຊິນ,ຜ້າອັດປາກ-ດັງ ແລະ ອຸປະກອນການແພດທີ່ຈຳເປັນ ເພື່ອສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ແຕ່ສູນກາງຮອດທ້ອງຖິ່ນ.ພ້ອມກັນນັ້ນ, ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ສະຫາຍ ຫງວຽນບ໋າຮຸ່ງ ເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນການຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍຄືການຜັນຂະຫຍາຍຜົນຂອງກອງປະຊຸມແຕ່ລະປີ ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງຂຶ້ນ.

ໃນໂອກາດດຽວກັນນີ້, ສະຫາຍ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃນການແບ່ງເບົາຄວາມທຸກໂສກຕໍ່ການສູນເສຍ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ, ລວມເຖິງການປະດັບຫຼຽນໄຊອິດສະຫຼະ ຊັ້ນ IIIອັນຊົງກຽດ ແລະ ມີຄວາມໝາຍສໍາຄັນນີ້ໃຫ້ແກ່ຕົນຊຶ່ງຈະເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນ ໃນການຊຸກຍູ້ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ແລະ ສວຍສົດງົດງາມຍິ່ງໆຂຶ້ນຕະຫຼອດກາລະນານ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.