ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

15:35 | 31/07/2024

ຍສໝ - ວັນທີ 28 ກໍລະກົດ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ສົມທົບກັບໂຮງຮຽນ​ການທະຫານ ທະຫານເຂດ 7 ຈັດຕັ້ງໂຄງການພົບປະແລກປ່ຽນນັກຮົບເກົ່ານະຄອນ ໂຮ່ຈີມິນ, ຄອບຄົວ ຊາວຫວຽດນາມ, ນັກສຶກສາ ລາວ, ກຳປູເຈຍ ກັບພະນັກງານ, ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7.

ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ
ກອງປະຊຸມຄັ້ງທີ 10 ຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ: ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 7 ດ້ວຍບາດກ້າວໃໝ່

ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດານັກສຶກສາ ລາວ, ກຳປູເຈຍ ພ້ອມດ້ວຍພະນັກງານ, ນັກຮຽນ, ນັກສຶກສາຂອງໂຮງຮຽນ​ການທະຫານທະຫານເຂດ 7 ໄດ້ຮັບຟັງການໂອ້ລົມຈາກທ່ານພົນຕີ ຈ້ຽວຊ່ວນຮວ່າ, ວິລະຊົນກຳລັງປະກອບອາວຸດ, ອະດີດຜູ້ບັນຊາການທະຫານເຂດ 7, ອະດີດຮອງຫົວໜ້າຄະນະຊີ້ນຳເຂດ ໄຕຫງ່ວຽນ ໄດ້ແບ່ງ​ປັນ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ສະ​ໄໝ​ວິ​ລະ​ຊົນ​ຂອງ​ສອງ​ປະ​ເທດ​ ຫວຽດ​ນາມ - ກຳ​ປູ​ເຈຍ, ພ້ອມ​ທັງ​ບັນ​ດາ​ປີ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ, ​ຕໍ່​ສູ້, ຊ່ວຍ​ເຫຼືອ​ປະ​ເທດ​ເພື່ອນ​ໃຫ້​ພົ້ນ​ຈາກ​ໄພດັບສູນເຊື້ອຊາດ.

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ນັກສຶກສາ ລາວ ແລະ ກຳປູເຈຍ ເຂົ້າຮ່ວມໂຄງການດັ່ງກ່າວ.

ບັນດາ​ນັກ​ສຶກສາກໍ່​ໄດ້​ເຂົ້າ​ຮ່ວມ​ຫຼາຍ​ການ​ເຄື່ອນ​ໄຫວ​ຄື: ມອບ​ຂອງຂວັນ, ຢ້ຽມຢາມ​ຄ້າຍ​ທະຫານ, ຢ້ຽມຢາມ​ຫໍມູນເຊື້ອ, ພົບປະ​ແລກປ່ຽນ​ວັດທະນະທຳ, ຫຼີ້ນ​ເກມ... ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ນັກ​ສຶກສາ ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ພະນັກງານ, ນັກຮຽນ​ຂອງ​ໂຮງຮຽນ​ການທະຫານ ​ທະຫານ​ເຂດ 7 ໄດ້ພົບປະ​ແລກປ່ຽນ, ຊອກຮູ້​ກ່ຽວ​ກັບ​ມູນເຊື້ອນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ກັບ​ບັນດາ​ນັກຮົບ​ອາສາ​ສະໝັກ​ ຫວຽດນາມ ທີ່​ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່ ລາວ ​ແລະ ກຳປູ​ເຈຍ, ມູນເຊື້ອການກໍ່ສ້າງ, ຕໍ່ສູ້ ​ແລະ ການເຕີບໃຫຍ່​ຂອງໂຮງຮຽນ​ການທະຫານ ທະຫານ​ເຂດ 7.

ນາງ ສີ​ວົງ​ສາ ຊູ​ລີ, ນັກ​ສຶກສາ​ ລາວ ​ໃຫ້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ທີ່​ເຂົ້າ​ຮ່ວມ​ລາຍການ, ຂ້າພະ​ເຈົ້າ​ໄດ້​ພົບ​ປະ ​ແລະ ​ແຮກສ່ຽວ​ກັບ​ບັນດາ​ນັກ​ສຶກສາ ຫວຽດນາມ ​ແລະ ກຳປູ​ເຈຍ ຫຼາຍ​ຄົນ. ພວກ​ຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບການໃນການຮ່ຳຮຽນ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ. ສິ່ງເຫຼົ່ານີ້ຈະນຳມາ ເຊິ່ງຜົນປະໂຫຍດຕໍ່ການ​ຮໍ່າຮຽນ ​ແລະ ພັດທະນາ​ຕົນ​ເອງ​ໃນ​ອະນາຄົດ. ​ໂຄງການ​ນີ້​ໄດ້​ສ້າງ​ຄວາມ​ສະໜິດຕິດພັນອັນແໜ້ນແຟ້ນ ​ແລະ ຈິດ​ໃຈ​ສາມັກຄີ​ໃນປະຊາຄົມນັກ​ສຶກສາ​ສາກົນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ບັນດາ​ຜູ້​ແທນ ​ແລະ ນັກສຶກສາ​ໄດ້​ໄປ​ຢ້ຽມຢາມ​ຫໍມູນເຊື້ອ​ຂອງ​ໂຮງຮຽນ​ການທະຫານ ທະຫານ​ເຂດ 7.

ນັກ​ສຶກສາ Houn Leanghour (ກຳປູ​ເຈຍ) ທີ່ພວມຮ່ຳ​ຮຽນ​ຢູ່​ມະຫາວິທະຍາ​ໄລ ຫງວຽນເຕິດແທ່ງ ກ່າວ​ວ່າ ນີ້​ແມ່ນ​ໂອກາດ​ພິ​ເສດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ພ້ອມກັນຊອກຮູ້​ກ່ຽວ​ກັບ​ປະຫວັດສາດ, ມູນເຊື້ອ​ທາງ​ການ​ທະຫານ ​ແລະ ຮູ້ສຶກ​ເຖິງ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ໃຫ້ເລິກເຊິ່ງກວ່າອີກ.

Houn Leanghour ໄດ້ສະແດງຄວາມ​ຂອບ​ໃຈ​ບັນ​ດາ​ຄອບ​ຄົວ​ ຊາວ​ຫວຽດ​ນາມ ທີ່​ໄດ້​ຮ່ວມເດີນທາງ, ເບິ່ງແຍງດູແລ ແລະ ໜູນຊ່ວຍ, ໂດຍຄວາມເອົາ​ໃຈ​ໃສ່, ​ຄວາມ​ຮັກ​ແພງ​ຂອງ​ພໍ່​ແມ່​ລ້ຽງ​ ໄດ້​ຊ່ວຍ​ໃຫ້​ບັນດານັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ມີ​ຄອບ​ຄົວ​ທີ​ສອງ​ຢູ່ ​ຫວຽດ​ນາມ.

ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ

ຍສໝ - ໂດຍດຳ​ເນີນ​ເປັນ​ເວລາ 2 ວັນ, ​ແຕ່​ວັນ​ທີ 8-9 ກໍລະກົດ, ຢູ່​ນະຄອນ ດົງ​ຮ່າ (ແຂວງ ກວາງ​ຈິ), ​ເວທີ​ປາ​ໄສ​ການ​ຮ່ວມ​ມື ODA ກ່ຽວ​ກັບ​ການ​ພັດທະນາການ​ເຊື່ອມໂຍງໃຫ້​ຄົນ​ພິການ​ຢູ່ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ) ​ໄດ້​ເປີດກາລະໂອກາດໃໝ່ ບໍ່ພຽງແຕ່ໃຫ້ຄົນພິການ ຫາກຍັງສໍາລັບປະຊາຊົນທັງຫມົດ.

ສປປ.ລາວ ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ສປປ.ລາວ ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX

ຍສໝ - ຕອນ​ເຊົ້າ​ວັນ​ທີ 10 ມິຖຸນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7, ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົມວິຫານ ​ເປັນ​ປະທານ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນຳ, ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.